ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ການຢຸດຢັ້ງ ໂຄງການນິວເຄລຍ ເກົາຫຼີເໜືອ ຖືວ່າ “ອາດບໍ່ມີຫວັງຈະສຳເລັດເລີຍ”


US NOKOR Nuclear
please wait
Embed

No media source currently available

0:00 0:02:00 0:00

ຜູ້ອຳນວຍການ​ອົງການສືບລັບແຫ່ງຊາດສະຫະລັດ ກ່າວວ່າ ການກົດດັນ ຂອງ
ສະຫະລັດ ເພື່ອຊັກຊວນໃຫ້ເກົາຫຼີເໜືອ ຍົກເລີກໂຄງການນິວເຄລຍທີ່ເປັນບັນຫາ
ຖົກຖຽງ ທີ່ຍັງມີຢູ່ຕໍ່​ມານັ້ນ ຊຶ່ງ​ທ່ານກ່າວ​ວ່າ ແມ່ນ “ອາດບໍ່ມີຫວັງຈະສຳເລັດເລີຍ.”

ຜູ້ນຳເກົາຫຼີເໜືອ ທ່ານ Kim Jong Un ພົບປະກັບບັນດານັກວິທະສາດ ແລະ ນັກຊ່ຽວຊານດ້ານເທັກນິກ ຢູ່ທີ່ສະໜາມຄົ້ນຄວ້າ ອາວຸດນິວເຄລຍ ໃນຮູບພາບນີ້ ທີ່ໄດ້ຖືກເຜີຍແພ່ ໂດຍອົງການຂ່າວຂອງສູນກາງ ເກົາຫຼີເໜືອ (KCNA), ໃນ Pyongyang, ວັນທີ 9 ມີນາ 2016.
ຜູ້ນຳເກົາຫຼີເໜືອ ທ່ານ Kim Jong Un ພົບປະກັບບັນດານັກວິທະສາດ ແລະ ນັກຊ່ຽວຊານດ້ານເທັກນິກ ຢູ່ທີ່ສະໜາມຄົ້ນຄວ້າ ອາວຸດນິວເຄລຍ ໃນຮູບພາບນີ້ ທີ່ໄດ້ຖືກເຜີຍແພ່ ໂດຍອົງການຂ່າວຂອງສູນກາງ ເກົາຫຼີເໜືອ (KCNA), ໃນ Pyongyang, ວັນທີ 9 ມີນາ 2016.


ທ່ານ James Clapper ໄດ້ໃຫ້ການປະເມີນຜົນຂອງທ່ານ ໃນວັນອັງຄານວານນີ້ ຢູ່ນະຄອນ New York ຕໍ່ສະພາທີ່ເປັນອິດສະລະ ແລະ ບໍ່ຂຶ້ນກັບພັກໃດພັກໜຶ່ງ ກ່ຽວກັບຄວາມສຳພັນດ້ານການຕ່າງ ປະເທດ. ທ່ານ Clapper ເວົ້າວ່າ “ພວກເຂົາ ເຈົ້າຈະບໍ່ເຮັດເຊັ່ນນັ້ນ” ​ ໃນ​ການເວົ້າເຖິງ ການນຳພາຂອງເກົາຫຼີເໜືອ “ໂຄງການ ນິວເຄລຍ ແມ່ນເປັນປີ້ເພື່ອການຢູ່ລອດຂອງພວກເຂົາເຈົ້າ.”

ແຕ່ທ່ານໄດ້ເວົ້າວ່າ ສິ່ງທີ່ດີທີ່ສຸດທີ່ລັດຖະບານຂອງປະ​ເທດຕາເວັນຕົກ ແລະ ບັນດາ ພັນທະມິດ ໃນ​ເຂດເອເຊຍຕາເວັນອອກ ສາມາດຫວັງໄດ້ ກໍແມ່ນການເຈລະຈາ ກັບຜູ້ນຳພຽງຢາງ ເພື່ອຈຳກັດຄວາມອາດສາມາດດ້ານນິວເຄລຍຂອງພວກເຂົາ.

ທ່ານ Clapper ໄດ້ອະທິບາຍກ່ຽວ​ກັບການນຳຂອງເກົາຫຼີເໜືອທີ່ໂດດ ດ່ຽວ ເປັນຄື
ກັບວ່າ “ຢູ່ພາຍໃຕ້ການປິດລ້ອມ” ແລະ “ກະວົນກະວາຍຫຼາຍ.”

ທ່ານເວົ້າຕື່ມວ່າ “ສະນັ້ນ ແນວຄິດທີ່ຈະຍົກເລີກຄວາມອາດສາມາດ ດ້ານນິວເຄລຍ ຂອງພວກເຂົາເຈົ້າ ອັນໃດກໍຕາມ ແມ່ນຈະບໍ່ປະສົບຜົນສຳເລັດ ສຳລັບພວກເຂົາເຈົ້າ.”

ເປັນເວລາຫຼາຍຮອບສິບປີ ຜ່ານມາ ລັດຖະບານສະຫະລັດ ແລະ ລັດຖະບານ ຂອງໂລກ ສ່ວນໃຫຍ່ ໄດ້ຮຽກຮ້ອງຕະຫຼອດມາ ໃຫ້ເກົາຫຼີ​ເໜືອ ​ເຮັດ​ໃຫ້ແຫຼມເກົາຫຼີ​ເປັນ​ເຂດ​ປອດອາວຸດນິວເຄລຍ. ແຕ່ຫາກວ່າ ບັນດາຜູ້ນຳປະ​ເທດຕາເວັນຕົກ ຍັງບໍ່ໄດ້ຄິດຂຶ້ນ ແຜນການ ທີ່ຈະບັງຄັບໃຫ້ເກົາຫຼີເໜືອ ໃຫ້ການຮ່ວມໄມ້ຮ່ວມມື ຫຼືສ້າງສິ່ງຈູງໃຈໃຫ້ ເກົາຫຼີເໜືອ ເຮັດເຊັ່ນນັ້ນໄດ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

Clapper Discusses North Korean Nuclear Capability
please wait

No media source currently available

0:00 0:01:21 0:00

XS
SM
MD
LG