ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອອສເຕຣເລຍວ່າ ຖ້ຽວບິນ MH370 ຂອງມາເລເຊຍ ບໍ່ໄດ້ຕົກ ໃກ້ບ່ອນ ທີ່ໄດ້ຍິນ ສຽງສັນຍານ (ວີດີໂອ)


ເຮືອດຳນ້ຳນ້ອຍ​ບໍ່​ມີ​ຄົນ​ຂັບ Bluefin 21ຂອງສະຫະລັດ ທີ່ໃຊ້ຊອກຫາຊາກຫັກພັງຂອງເຮືອບິນໂດຍສານມາເລເຊຍ ທີ່ຫາາຍໄປນັ້ນ.
ເຮືອດຳນ້ຳນ້ອຍ​ບໍ່​ມີ​ຄົນ​ຂັບ Bluefin 21ຂອງສະຫະລັດ ທີ່ໃຊ້ຊອກຫາຊາກຫັກພັງຂອງເຮືອບິນໂດຍສານມາເລເຊຍ ທີ່ຫາາຍໄປນັ້ນ.
ບັນດາ​ເຈົ້າ​ໜ້າ​ທີ່​ອອສ​ເຕຣ​ເລຍ ​ໄດ້​ລົງ​ຄວາມ​ເຫັນ​ວ່າ ​ເຮືອ
ບິນຂອງ​ສາຍ​ການບິນ​ມາ​ເລ​ເຊຍ ​ທີ່​ຫາຍ​ສາບ​ສູນ​ໄປ​ນັ້ນ ບໍ່
​ໄດ້​ຕົກລົງ​ໃນ​ເຂດ​ພາກ​ໃຕ້​ຂອງ​ມະຫາ​ສະມຸດ​ອິນ​ເດຍ ບ່ອນ
​ທີ່​ໄດ້​ຮັບ​ສັນຍານ​ທາງ​ເອ​ເລັກ​ໂທຣນິກ ​ໃນ​ເດືອນ​ແລ້ວ​ນີ້.

ການ​ລົງ​ຄວາມ​ເຫັນ​ດັ່ງກ່າວ​ໄດ້​ມີ​ຂຶ້ນ​ໃນ​ວັນ​ພະຫັດ​ມື້​ນີ້ ລຸນ​ຫຼັງ​
ການ​ປະຕິບັດ​ງານ​ບັ້ນ​ສຸດ​ທ້າຍ​ຂອງ​ເຮືອ​ດຳ​ນ້ຳ​ນ້ອຍ​ທີ່​ບໍ່​ມີ​ຄົນ​
ຂັບ​ທີ່​ໄດ້​ທຳ​ການ​ສຳຫລວດ​ເບິ່ງ​ທ້ອງ​ມະຫາ​ສະມຸດ ນອກ​ຝັ່ງ​
ທະ​ເລ​ທາງ​ກ້ຳ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ອອສ​ເຕຣ​ເລຍ​ນັ້ນ.

​ໃນ​ຖະ​ແຫຼ​ງການ​ສະບັບ​ນຶ່ງ ສູນ​ກາງ​ອົງການ​ປະສານ​ງານ​ຮ່ວມ
ກ່າວ​ວ່າ ​ເຮືອ​ດຳ​ນ້ຳ​ນ້ອຍ Bluefin-21 ບໍ່​ໄດ້​ພົບ​ເຫັນ​ຮ່ອງຮອຍໃດໆ​ ຂອງຊາກ​ ​ເຮືອບິນ​ລຳ​ນີ້ ​ໃນ​ລະຫວ່າງ​ການປະຕິບັດງານ​ຊອກ​ຫາ​ໃນ​ບໍລິເວນ 850 ຫຼັກ​ກິ​ໂລ​
ແມັດ​ມົນທົນໃນ​ທ້ອງ​ມະຫາ​ສະມຸດ​ນັ້ນ.

ຖະ​ແຫລ​ງການ​ສະບັບ​ນີ້​ກ່າວ​ຕື່ມ​ວ່າ ອົງການ​ຮັກສາ​ຄວາມ​ປອດ​ໄພ​ໃນ​ການ​ຂົນ​ສົ່ງ​
ຂອງ​ອອສ​ເຕຣ​ເລຍ ​ໄດ້​ທຳ​ການ​ຕັດສິນ​ໃຈ​ແບບມື​ອາຊີບ​ວ່າ ຂົງ​ເຂດ​ດັ່ງກ່າວ “ບັດ
​ນີ້​ສາມາດ​ເວົ້າ​ໄດ້​ວ່າມັນ​ບໍ່ແມ່ນ​ບ່ອນ​ຖ້ຽວບິນ​ຂອງ ​ສາຍການບິນມາ​ເລ​
ເຊຍ​ຕົກ​ອີກ​ແລ້ວ.”


​ເຮືອບິນ​ໂບອິ້ງອາຍ​ພົ່ນ​ໂດຍສານ​ ຮຸ່ນ 777 ​ໄດ້​ບັນທຸກ​ຄົນ​ໂດຍສານ​ພ້ອມ​ດ້ວຍ
​ຈຸ​ບິນ 239 ຄົນ ​ເວລາ​ມັນ​ຫາຍ​ສາບ​ສູນຈາກ​ໜ້າ​ຈໍ radar ​ໄປ​ໂດຍ​ບໍ່​ໄດ້​ຮ້ອງ​ຂໍ​
ການ​ຊ່ອຍເຫຼືອ​ສຸກ​ເສິນ​ໃດໆ ​ໃນ​ວັນ​ທີ 8 ມີນາ ​ໃນ​ເວລາ​ປະມານ​ເຄິ່ງຊົ່ວ​ໂມງ ຫຼັງ​
ຈາກ​ບິນ​ອອກຈາກ​ກົວ​ລາລຳ​ເປີ ​ມຸ້ງ​ໜ້າ​ໄປ​ຍັງ​ປັກ​ກິ່ງ​ນັ້ນ.

ຂ່າວ​ດັ່ງກ່າວ​ນີ້​ມີ​ຂຶ້ນ​ນຶ່ງ​ມື້ ຫຼັງ​ຈາກ​ເຈົ້າ​ໜ້າ​ທີ່​ກອງທັບ​ເຮືອ​ສະຫະລັດ ຕັ້ງ​ຂໍ້​ສົງ​ໄສ​
ຂຶ້ນມາ​ວ່າ ສັນຍານ​ເອ​ເລັກ​ໂທຣນິກຕ່າງໆ​ທີ່​ໄດ້​ນຳພາ​ໃຫ້​ພວກ​ນັກ​ຄົ້ນ​ຫາ​ເຮືອບິນ
ລຳ​ນີ້​ສົ່ງ​ເຮືອ​ດຳ​ນ້ຳ​ນ້ອຍ​ລຳ​ນີ້​ລົງ​ໄປ​ແມ່ນ​ສົ່ງ​ ​ມາ​ຈາກ​ເຮືອ​ບິນລຳ​ທີ່​ຫາຍ​ສາບ​ສູນ​
ໄປ​ນີ້​ແທ້ໆ​ບໍ?.

ທ່ານ Michael Dean ຮອງຫົວໜ້າ​ດ້ານ​ວິສະວະກຳມະຫາ​ສະມຸດ ກອງທັບ​ເຮືອ​ສະຫະລັດກ່າວ​ຕໍ່ອົງການ​ຂ່າວ CNN ວ່າ ພວກ​ເຈົ້າ​ໜ້າ​ທີ່​ເກືອບ​ທັງ​ໝົດ​ໃນ​ທົ່ວ​
ໂລກ​ເຊື່ອ​ວ່າ ສັນຍານ “pings” ​ເຫຼົ່າ​ນີ້ ​ບໍ່​ໄດ້​ມາ​ຈາກເຄື່ອງບັນທຶກຂໍ້ມູນຫລື​
black box ຂອງ​ເຮືອບິນ ຫຼື​ສຽງ​ບັນທຶກ​ຈາກ​ຫ້ອງ​ຂອງ​ພວກ​ຂັບ​ເຮືອບິນ ດັ່ງ​ທີ່
​ໄດ້​ຄຶດ​ກັນ​ມາ​ກ່ອນ​ນັ້ນ.

ທ່ານ Dean ກ່າວ​ຕື່ມ​ວ່າ ສັນຍານ​ເຫຼົ່າ​ນີ້ ບາງທີ​ອາດ​ຈະ​ມາ​ຈາກ​ແຫຼ່ງ ທີ່​ຄົນ​ເຮັດ
​ກໍ​ເປັນ​ໄດ້ ​ເຊັ່ນ​ຈາກ​ເຮືອ​ທີ່ຢູ່​ໃກ້ໆ​ຫຼື​ມາ​ຈາກ​ເຄື່ອງອີ​ເລັກ​ໂທຣ ນິກຂອງ​ເຄື່ອງ​ຊອກ
​ຫາສັນຍານທີ່​ແກ່​ລາກ​ໄປ​ໃນ​ທ້ອງ​ທະ​ເລ​ນັ້ນ​ກໍ​ເປັນ​ໄດ້.
MALAYSIA PLANE SOTVO
please wait
Embed

No media source currently available

0:00 0:00:40 0:00
XS
SM
MD
LG