ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເກົາຫຼີເໜືອ ເກືອບວ່າບໍ່ໄດ້ມີຂໍ້ມູນຫຍັງ ມາໃຫ້ ສຫລ ເພື່ອລະບຸຕົວເຈົ້າຂອງ ກະດູກທະຫານ


ບາດຫຼວງກອງບັນຊາການອົງການສະຫະປະຊາຊາດ ພັນເອກ
ທະຫານບົກ ສະຫະລັດ ແຊມ ລີ ກຳລັງທຳພິທີສູດມົນການ
ເສຍສະຫຼະ ແລະ ລະນຶກເຖິງຊາກກະດູກທີ່ເຊື່ອວ່າເປັນຂອງ
ທະຫານ ສະຫະລັດ ທີ່ຖືກຂ້າຕາຍໃນລະຫວ່າງສົງຄາມ ເກົາຫຼີ 55 ຫີບ ທີ່ເກົາຫຼີເໜືອສົ່ງຄືນ ຢູ່ຖານທັບອາກາດ ໂອຊານ ໃນເມືອງ ພຽງແຕັກ, ເກົາຫຼີໃຕ້. 27 ກໍລະກົດ, 2018.
ບາດຫຼວງກອງບັນຊາການອົງການສະຫະປະຊາຊາດ ພັນເອກ ທະຫານບົກ ສະຫະລັດ ແຊມ ລີ ກຳລັງທຳພິທີສູດມົນການ ເສຍສະຫຼະ ແລະ ລະນຶກເຖິງຊາກກະດູກທີ່ເຊື່ອວ່າເປັນຂອງ ທະຫານ ສະຫະລັດ ທີ່ຖືກຂ້າຕາຍໃນລະຫວ່າງສົງຄາມ ເກົາຫຼີ 55 ຫີບ ທີ່ເກົາຫຼີເໜືອສົ່ງຄືນ ຢູ່ຖານທັບອາກາດ ໂອຊານ ໃນເມືອງ ພຽງແຕັກ, ເກົາຫຼີໃຕ້. 27 ກໍລະກົດ, 2018.

ເກົາຫຼີເໜືອ ເກືອບວ່າບໍ່ໄດ້ສະໜອງຂໍ້ມູນໃດໆ ເພື່ອຊ່ວຍເຫຼືອໃນການລະບຸຕົວບຸກຄົນ
ຜູ້ທີ່ຊາກກະດູກຂອງເຂົາເຈົ້າ ໄດ້ຖືກສົ່ງກັບຄືນມາຍັງ ສະຫະລັດ, ອີງຕາມການກ່າວຕໍ່
ວີໂອເອ ໂດຍເຈົ້າໜ້າທີ່ປ້ອງກັນປະເທດ ສະຫະລັດ.

ເຈົ້າໜ້າທີ່ຄົນດັ່ງກ່າວ ຜູ້ທີ່ໄດ້ເວົ້າ ໂດຍບໍ່ປະສົງອອກຊື່ ໄດ້ເວົ້າວ່າ, ພຽງຢາງ ໄດ້ເອົາ
ສາຍຄໍທະຫານພຽງອັນດຽວໃຫ້ ພ້ອມກັບກ່ອງຊາກກະດູ 55 ກ່ອງ.

ບໍ່ມີຂໍ້ມູນເພີ່ມເຕີມ ຖືກມອບໃຫ້ ເພື່ອຊ່ວຍບັນດານັກຊ່ຽວຊານດ້ານນິຕິເວດ ສະຫະລັດ
ພິຈາລະນາວ່າ ມີກະດູກຂອງໃຜແດ່ ຢູ່ໃນກ່ອງດັ່ງກ່າວ, ອີງຕາມການກ່າວຂອງເຈົ້າ
ໜ້າທີ່ຜູ້ນັ້ນ.

ເຈົ້າໜ້າທີ່ປ້ອງກັນປະເທດເວົ້າວ່າ “ມັນອາດໃຊ້ເວລາຫຼາຍເດືອນ, ຫຼືແມ່ນກະທັ້ງຫຼາຍ
ປີຈຶ່ງຈະໄດ້ລະບຸຕົວເຂົາເຈົ້າ.

ດຽວນີ້, ຊາກກະດູທັງຫຼາຍແມ່ນຍັງບໍ່ໄດ້ຖືກຢືນຢັນວ່າ ເປັນຂອງບັນ ດາທະຫານ
ອາເມຣິກັນເທື່ອ.

ລັດຖະມົນຕີປ້ອງກັນປະເທດ ສະຫະລັດ ທ່ານ ຈິມ ແມັດຕິສ ໄດ້ກ່າວຕໍ່ບັນດານັກຂ່າວ
ທີ່ທຳນຽບຫ້າແຈ ເມື່ອວັນສຸກຜ່ານມາວ່າ “ພວກເຮົາບໍ່ຮູ້ວ່າແມ່ນໃຜຢູ່ໃນກ່ອງດັ່ງກ່າວ
ນັ້ນ.” ທ່ານໄດ້ກ່າວເພີ່ມເຕີມວ່າ ຊາກກະດູກຕ່າງໆອາດເປັນຄົນ ອອສເຕຣເລຍ, ຝຣັ່ງ
ຫຼື ຜູ້ໃດກໍຕາມທີ່ໄດ້ຕໍ່ສູ້ຄຽງຂ້າງກອງກຳລັງ ອາເມຣິກັນ ໃນສົງຄາມ ເກົາຫຼີ. ທ່ານໄດ້
ເວົ້າວ່າ ໃນເວລາໃດທີ່ສາມາດລະບຸຕົວບຸກຄົນໃດນຶ່ງໄດ້, ຊາກກະດູກຂອງລາວກໍຈະ
ຖືກສົ່ງຄືນໃຫ້.

ທ່ານ ແມັດຕິສ ກ່າວວ່າ “ນີ້ແມ່ນພາລະກິດຂອງນານາຊາດ ເພື່ອເຮັດໃຫ້ມັນສິ້ນສຸດ
ລົງ.”

ສະມາຊິກອົງການສະຫະປະຊາຊາດລວມທັງໝົດ 17 ປະເທດໄດ້ຕໍ່ສູ້ຕາງໜ້າໃຫ້
ເກົາຫຼີໃຕ້ ໃນລະຫວ່າງສົງຄາມດັ່ງກ່າວ.

ກ່ອງກະດູກ 55 ກ່ອງ, ປົກດ້ວຍທຸງອົງການສະຫະປະຊາຊາດ, ໄດ້ຖືກມອບສົ່ງຢູ່ເມືອງ
ວອນຊານ, ເກົາຫຼີເໜືອ, ໃນອາທິດແລ້ວນີ້ ແລະ ໄດ້ຖືກສົ່ງໄປຖານທັບ ສະຫະລັດ ໃນ
ເກົາຫຼີໃຕ້. ພິທີສົ່ງກັບຄືນປະເທດຈະຖືກຈັດຂຶ້ນຢູ່່ຖານທັບດັ່ງກ່າວ ໃນຕອນເຊົ້າຂອງ
ວັນພຸດມື້ນີ້ ແລະ ຈະຈັດອີກເທື່ອນຶ່ງໃນຕອນແລງຂອງວັນດັ່ງກ່າວ ເມື່ອຊາກກະດູກໄປ
ຮອດລັດ ຮາວາຍ ທີ່ເປັນເກາະຂອງ ສະຫະລັດ.

North Korea has provided almost no information to help identify the individuals whose remains are being repatriated to the United States, a U.S. defense official told VOA.

The official, who spoke on the condition of anonymity, said Pyongyang included only one military dog tag with the 55 boxes of remains.

No additional information was given to help U.S. forensics experts determine who is in those boxes, according to the official.

"It could take months, or even years to identify them," the defense official said.

So far, the remains have not yet been confirmed as those of American service members.

"We don't know who's in those boxes,'' Secretary of Defense Jim Mattis told reporters at the Pentagon Friday. He added that the remains could be of Australians, French or any of the others who fought alongside American troops in the Korean War. He said that when an individual is identified, his remains will be returned.

"This is an international effort to bring closure," Mattis said.

A total of 17 United Nations member countries fought on behalf of South Korea during the war.

Fifty-five boxes, topped with blue U.N. flags, were handed over at Wonsan, North Korea, last week and flown to a U.S. base in South Korea. A repatriation ceremony will be held at the base early Wednesday and then again later in the day when the remains arrive in the U.S. state of Hawaii.

XS
SM
MD
LG