ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ລາຍງານ ສະບັບນຶ່ງ ລະບຸວ່າ ສະຫະລັດ ສະເໜີທາງອອກ ໃຫ້ອຸດສາຫະກຳ​ ຜະລິດ​ລົດ ເຢຍຣະມັນ


ບໍລິສັດຜະລິດລົດຍົນ Volkswagen ທີ່ເຫັນໃນຮູບຂອງການ ກວດກາຄຸນນະພາບ ຂັ້ນສຸດທ້າຍ ຂອງໂຮງານຜະລິດລົດ ໃນ ໂວຟສເບຣ໌ຄ (Wolfsburg), ເຢຍຣະມັນ, 8 ມີນາ 2018.
ບໍລິສັດຜະລິດລົດຍົນ Volkswagen ທີ່ເຫັນໃນຮູບຂອງການ ກວດກາຄຸນນະພາບ ຂັ້ນສຸດທ້າຍ ຂອງໂຮງານຜະລິດລົດ ໃນ ໂວຟສເບຣ໌ຄ (Wolfsburg), ເຢຍຣະມັນ, 8 ມີນາ 2018.

ເອກ​ອັກຄະ​ລັດຖະທູດສະຫະລັດ ປະຈຳ​ປະ​ເທດ​ເຢຍຣະມັນ ທ່ານ ຣິເຈີຣ໌ດ ກຣີ​ແນ​ລ
(Richard Grenell) ​ມີ​ລາຍ​ງານ​ ຕໍ່​ອຸດສາຫະກຳ​ຜະລິດ​ລົດຂອງເຢຍຣະມັນ
​ໃນ​ວັນ​ພຸດ​ວານ​ນີ້ວ່າ ​ສະຫະລັດ​ຈະ​ຖອນ​ການ​ຂົ່ມຂູ່ ​ທີ່ຈະເກັບພາສີ ຕໍ່ພວກ​ລົດ​ນຳ​ເຂົ້າ
​ຈາກ​ຢູ​ໂຣບ ​ເພື່ອ​ແລກປ່ຽນການ​ຍົກເລີກພາສີຂອງສະຫະພາບຢູໂຣບ ຕໍ່ການ​ນຳ​ເຂົ້າ
​ລົດຂອງ​ສະຫະລັດ.

ໜັງສືພິມ​ Handelsblatt ຂອງເຢຍຣະມັນ ​ລາຍງານ​ວ່າ ທ່ານກຣີ​ແນ​ລ ​ໄດ້​ບອກ​ກັບ
ບັນດາ​ຜູ້​ບໍລິຫານ​ຂອງ​ບໍລິສັດ BWM, Daimler ​ແລະ Volkswagen ກ່ຽວກັບ​
ຂໍ້ສະ​ເໜີດັ່ງກ່າວ ໃນ​ວັນ​ພຸດ​ວານ​ນີ້ ​ທີ່​ສະຖານທູດ​ສະຫະລັດ ໃນ​ນະຄອນ​ເບີລິນ.

ບໍລິສັດ Daimler ​ແລະ Volkswagen ໄດ້​ປະຕິ​ເສດ ​ທີ່​ຈະ​ໃຫ້​ຄວາມ​ເຫັນ​ໃດໆແລະ
ບໍລິສັດ BWM ​ແມ່ນ​ບໍ່​ພ້ອມ​ທີ່​ຈະ​ໃຫ້​ຄວາມ​ເຫັນ​ທັນທີອີງຕາມລາຍ​ງານທີ່​ໄດ້​ລະບຸ​ໄວ້.

ລາຍງານກ່ຽວກັບຂໍ້ສະ​ເນີ​ດັ່ງກ່າວ ມີ​ຂຶ້ນ​ຫຼັງ​ຈາກສະຫະພາບ​ຢູ​ໂຣບ ​ໄດ້​ເຕືອນ​ປະທາ ນາທິບໍດີສະຫະລັດ ທ່ານ​ດໍ​ໂນລ ທຣຳ ​ໃນ​ວັນ​ສຸກ​ຜ່ານ​ມາ​ນີ້ ກ່ຽວ​ກັບ​ຄວາມ​ເປັນ​ໄປ​ໄດ້​ກ່ຽວກັບການເພີ້ມຕົ້ນທຶນໂດຍທາງ​ອ້ອມ​ໂດາຍ​ການ​ເກັບ​ພາສີລົດ​ຊຶ່ງເທົ່າກັບ 294 ພັນ
​ລ້ານ​ໂດ​ລາ.

ລາຍ​ງານ​ຂອງ​ອີ​ຢູ ທີ່​ຍື່ນ​ໃຫ້​ກະຊວງ​ການ​ຄ້າ​ສະຫະລັດຢືນຢັດວ່າ ​ການ​ເກັບ​ພາສີ
ຈະລົບກວນ ຕາໜ່າງອຸບປະທານຂ້າມຊາຍແດນ ​ໃນ​ອຸດສາຫະກຳ​ລົດຍົນ. ລາຍ​ງານ
​ຍັງ​ໄດ້​ລະບຸ​ວ່າ ການ​ເກັບ​ພາສີ​ ​ອາດ​ສາ​ມາ​ດສົ່ງ​ຜົນ ຕໍ່ຕົ້ນທຶນໃນການຜະລິດຂອງ
ສະຫະ ລັດໃຫ້ສູງຂຶ້ນ ​ຢູ່ໃນອຸດສາຫະກຳດັ່ງກ່າວ ເຮັດໃຫ້ລາຄາ​ຂອງ​ຜູ້​ບໍລິ​ໂພ​ກ​
ໃນສະຫະລັດ ສູງຂຶ້ນ ທັງ​ຍັງ​ຈະສ້າງຄວາມເສຍຫາຍໃຫ້ແກ່​ການ​ສົ່ງ​ອອກ ​ແລະ​ອາດ
​ຈະ​ສ້າງຄວາມເສຍຫາຍໃຫ້ແກ່ວຽກງານ​ອີກ​ດ້ວຍ.

ອົງການ​ການ​ຄ້າ​ໂລກ ຫຼື WTO ​ໄດ້​ກ່າວ​ໃນ​ວັນ​ພຸດ​ວານ​ນີ້​ວ່າ ການ​ກີດ​ກັນ​ທາງ​ການ​ຄ້າ ​ແມ່ນໄດ້ຕັ້ງຂຶ້ນໂດຍປະເທດມະຫາອຳນາດ​ທາງ​ເສດຖະກິດຂອງ​ໂລກ ທີ່​ອາດສາ ມາດ​ສ້າງຄວາມເສຍຫາຍໃຫ້ແກ່ການຟື້ນໂຕຄືນຂອງເສດຖະກິດ​ໂລກ.

ຜູ້ອຳນວຍການ​ ຂອງອົງການ​ WTO ທ່ານ​ໂຣ​ເບີດ​ໂຕ ອາເຊ​ເວັນ​ໂດ (Roberto
Azevendo) ​ໄດ້​ກ່າວ​ວ່າ “ການ​ເພີ້ມທະວີ​ດັ່ງກ່າວ​ນີ້ ​ແມ່ນ​ເປັນ​ການ​ຂົ່ມຂູ່​ຢ່າງ​ຮ້າຍ​ແຮງ
ຕໍ່​ການຈະ​ເລີ​ນ​ເຕີບ​ໂຕ ​ແລະ​ຟື້ນໂຕຄືນໃນ​ທຸກ​ໆ​ປະ​ເທດ​, ​ແລະ​ພວກ​ເຮົາ​ແມ່ນ​ກຳລັງ​
ເລີ້ມ ​ທີ່​ຈະເຫັນການສະທ້ອນກັບ ຢູ່ໃນເຄື່ອງບົ່ງບອກທີ່ເບິ່ງໄປຂ້າງ​ໜ້າ.”

ທ່ານ​ອາເຊເວັນ​ໂດ ​ຜູ້ອຳນວຍການແມ່ນ​ບໍ່​ໄດ້ຊີ້​ແຈງ​ເຖິງ​ຄວາມ​ເຫັນ​ຂອງ​ທ່ານ, ​ແຕ່​ວ່າ
ການ​ເບິ່ງໄປຂ້າງໜ້າໃນການຄ້າຂາຍ​ຂອງອົງການ​ WTO ​ໃນ 3 ​ເດືອນ​ນັ້ນ ​ແມ່ນ​ສົ່ງ​
ສັນຍານ​ໃຫ້​ເຫັນ ​ໃນ​ເດືອນ​ພຶດສະພາ ໂດຍແນະໃຫ້​ເຫັນ​ວ່າການຈະ​ເລີ​ນ​ເຕີບ​ໂຕ​ຂອງ ​ເສດຖະກິດໃນໄຕ​ມາດ​ທີ່ສອງແມ່ນ​ຈະ​ຊັກ​ຊ້າ​ລົງ.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG