ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ບໍ່​​ຍອມປ່ຽນຄໍາເວົ້າ ຂອງທ່ານໄບເດັນ ວ່າ ທ່ານສີ ເປັນຜູ້ຜະເດັດການ


ທ່າທາງຂອງປະທານປະເທດ ສີ ຈິ້ນຜິງ ໃນລະຫວ່າງການພົບປະກັບລັດຖະມົນຕີການຕ່າງປະເທດຂອງສະຫະລັດ ທ່ານແອນໂທນີ ບລິງເກັນ ຢູ່ທີ່ຫໍປະຊຸມໃຫຍ່ ຂອງພັກປະຊາຊົນຈີນ ໃນນະຄອນຫຼວງປັກກິ່ງ, ວັນທີ 19 ມິຖຸນາ 2023.
ທ່າທາງຂອງປະທານປະເທດ ສີ ຈິ້ນຜິງ ໃນລະຫວ່າງການພົບປະກັບລັດຖະມົນຕີການຕ່າງປະເທດຂອງສະຫະລັດ ທ່ານແອນໂທນີ ບລິງເກັນ ຢູ່ທີ່ຫໍປະຊຸມໃຫຍ່ ຂອງພັກປະຊາຊົນຈີນ ໃນນະຄອນຫຼວງປັກກິ່ງ, ວັນທີ 19 ມິຖຸນາ 2023.

ທໍານຽບຂາວບໍ່ຍອມ​ຖອນ​ຄຳ​ເວົ້າ​ໃນການສະແດງຄວາມຄິດເຫັນຂອງປະທານາທິບໍດີ ໂຈ ໄບເດັນ ທີ່ສົມທຽບປະທານປະເທດຈີນ ທ່ານສີ ຈິ້ນຜິງ ເປັນຜູ້ຜະເດັດການ.

“ມັນບໍ່ມີຫຍັງເປັນຕາຕົກໃຈທີ່ທ່ານປະທານາທິບໍດີກ່າວແບບກົງໄປກົງມາກ່ຽວກັບປະທານປະເທດຈີນ ແລະຄວາມແຕກຕ່າງທີ່ພວກເຮົາມີ, ແນ່ນອນ ພວກເຮົາເຮົາບໍ່ແມ່ນແຕ່ຜູ້ດຽວທີ່ຈະຄິດແບບນັ້ນ,” ເຈົ້າໜ້າທີ່ລະດັບສູງຂອງລັດຖະບານກ່າວຢູ່ໃນຖະແຫຼງການ ທີ່ສົ່ງຫາ VOA ໃນວັນພຸດວານນີ້.

ຢູ່ທີ່ການລະດົມເງິນທຶນໃນລັດຄາລິຟໍເນຍ ເພື່ອ​ເຂົ້າຊິງຕໍາແໜ່ງປະທານາທິບໍດີປີ 2024 ຂອງທ່ານ ໃນວັນອັງຄານແລ້ວນີ້, ທ່ານໄບເດັນ ກ່າວວ່າ ທ່ານສີ ບໍ່ຮູ້ ແລະມີຄວາມອັບອາຍ ກ່ຽວກັບບາລລູນສອດແນມຂອງຈີນ ທີ່ບິນເໜືອນ່ານຟ້າຂອງອາເມຣິກາ ເຊິ່ງກອງທັບສະຫະລັດໄດ້ຍິງຕົກລົງມາໃນເດືອນກຸມພາທີ່ຜ່ານມາ.

“ນັ້ນ ມັນເປັນຫຍັງທີ່ໜ້າອັບອາຍທີ່ສຸດສໍາລັບຜູ້ຜະເດັດການ, ເມື່ອພວກເຂົາບໍ່ຮູ້ວ່າ ແມ່ນຫຍັງໄດ້ເກີດຂຶ້ນ,” ທ່ານ ໄບເດັນ ກ່າວ. “ເມື່ອມັນຖືກຍິງຕົກລົງມາ, ລາວມີຄວາມອັບອາຍຫຼາຍ. ລາວຍັງປະຕິເສດວ່າ ມັນບໍ່ໄດ້ໄປບ່ອນນັ້ນຊໍ້າ.”

ລັດຖະມົນຕີການຕ່າງປະເທດຂອງຈີນ ຕອບໂຕ້ຄືນໃນທັນທີ, ໂດຍກ່າວວ່າ ການກ່າວຂອງທ່ານໄບເດັນ “ເປັນການລະເມີດຕໍ່ກຽດສັກສີທາງການເມືອງຂອງຈີນຢ່າງຮຸນແຮງ ແລະ​ເທົ່າ​ກັບເປັນການຍົ້ວ​ຍຸທາງການເມືອງຢ່າງ​ເປີດ​ເຜີຍ.”

The White House is not backing down on comments made by President Joe Biden likening Chinese President Xi Jinping to a dictator.

“It should come as no surprise that the President speaks candidly about China and the differences that we have — we are certainly not alone in that,” a senior administration official said in a statement sent to VOA on Wednesday.

At a California fundraiser for his 2024 presidential campaign on Tuesday, Biden said Xi was unaware and embarrassed over a suspected Chinese spy balloon flying over American territory that the U.S. military shot down in February.

“That’s what’s a great embarrassment for dictators, when they didn’t know what happened,” Biden said. “When it got shot down, he was very embarrassed. He denied it was even there.”

China’s Foreign Ministry hit back, saying Biden’s remarks “seriously violated China’s political dignity and amounted to public political provocation.”

XS
SM
MD
LG