ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ນະໂຍບາຍ ເກົາຫຼີເໜືອ ຂອງ ສຫລ ມາຮອດທາງແຍກ ໃນຂະນະທີ່ ການເລືອກຕັ້ງ ພວມໃກ້ເຂົ້າມາ


North Korea US Election -- USAGM
please wait

No media source currently available

0:00 0:02:37 0:00

ໃນລະຫວ່າງການເປັນປະທານາທິບໍດີິ ສະໄໝທໍາອິດ ຂອງທ່ານນັ້ນ ທ່ານດໍໂນລ ທຣຳ ໄດ້ພົບປະສາມເທື່ອ ແລະມີລາຍງານວ່າ ໄດ້ຂຽນຈົດໝາຍ ສ່ວນຕົວຫາກັນ ຢ່າງໜ້ອຍ 25 ເທື່ອ ກັບຜູ້ນຳຂອງເກົາຫຼີີເໜືອ ທ່ານກິມ ຈົງ ອຶນ ແຕ່ຄວາມສຳພັນດັ່ງກ່າວ ອາດຈະສິ້ນສຸດລົງໃນໄວໆນີ້ ຂຶ້ນຢູ່ກັບຜົນຂອງ ການເລືອກຕັ້ງປະທານາທິບໍດີໃນເດືອນພະຈິກ. Bill Gallo ນັກຂ່າວວິີໂອເອມີລາຍງານເລື້ອງນີ້ ຈາກນະຄອນຫຼວງໂຊລ ຊຶ່ງໄພສານ ຈະນຳເອົາລາຍລະອຽດ ມາສະເໜີທ່ານ ໃນອັນດັບຕໍ່ໄປ.


ປະທານາທິບໍດີດໍໂນລ ທຣຳອາດໄດ້ໃຫ້ຄຳຈຳກັດຄວາມໃໝ່ກ່ຽວກັບຄວາມເປັນໄປໄດ້ກັບເກົາຫຼີເໜືອ. ແຕ່ຜູ້ທ້າທາຍຂອງທ່ານ ຄືທ່ານໂຈ ໄບເດັນ ໄດ້ໃຫ້ ຄຳໝັ້ນສັນຍາວ່າ ຈະໃຊ້ວິທີໃນແບບທີ່ເຄີຍປະຕິບັດກັນມາແຕ່ກ່ອນກັບພວກສັດ ຕູຂອງສະຫະລັດ. ທ່ານໂຈ ໄບເດັນກ່າວວ່າ:

“ຂ້າພະເຈົ້າຈະເປັນປະທານາທິບໍດີ ຜູ້ຊຶ່ງຈະຢືນຢູ່ກັບພັນທະມິດ ແລະເພື່ອນມິດຂອງພວກເຮົາແລະສະແດງໃຫ້ສັດຕູຂອງພວກເຮົາໄດ້ເຫັນຢ່າງຈະແຈ້ງວ່າ ວັນເວລາໃນການສະແດງຄວາມອົບອຸ່ນຕໍ່ພວກຜະເດັດການແມ່ນຈົບສິ້ນໄປແລ້ວ.”

ທ່ານໄບເດັນກ່າວວ່າ ທ່ານຈະບໍ່ພົບພໍ້ກັບຜູ້ນຳຂອງເກົາຫຼີເໜືອ ທ່ານກິມ ຈົງ ອຶນ ໂດຍປາສະ ຈາກການຕັ້ງເງື່ອນໄຂລ່ວງໜ້າ. ສ່ວນຜູ້ລົງສະໝັກແຂ່ງຂັນຮ່ວມກັບທ່ານ ທ່ານນາງຄາມາລາ ແຮຣິສ ກ່າວວ່າ ທ່ານນາງຈະບໍ່ແລກປ່ຽນ “ຈົດໝາຍຮັກ” ກັບທ່ານກິມ ແຕ່ຢ່າງໃດເລີຍ.

ການເຈລະຈາໃດໆກໍຕາມ ຖ້າວ່າຫາກມີຂຶ້ນແທ້ ບາງທີອາດຈະເປັນການຫາລື ໃນລະດັບເຮັດວຽກ ແທນທີ່ຈະເປັນກອງປະຊຸມສຸດຍອດລະດັບໃຫຍ່. ທ່ານໄບເດັນກ່າວວ່າ ທ່ານຈະເຮັດວຽກກັບປະເທດພັນທະມິດເພື່ອກົດດັນຕໍ່ເກົາຫຼີເໜືອ. ສຳລັບທ່ານບອງ ຢັງ ຊິກ (Bong You-shik) ນະໂຍບາຍນັ້ນຟັງແລ້ວແມ່ນການຢ້ອນຄືນໄປໃຊ້ ນະໂຍບາຍຂອງອະດີດປະທານາທິບໍດີບາຣັກ ໂອບາມາ. ທ່ານບອງ ຢັງ ຊິກ ກ່າວວ່າ:

“ມັນຈະຄ້າຍຄືກັນຫຼາຍ ກັບນະໂຍບາຍຂອງລັດຖະບານທ່ານໂອບາມາ ທີ່ມີຕໍ່ເກົາຫຼີເໜືອທີ່ຖືກເອີ້ນວ່າ ເປັນນະໂຍບາຍ ‘ຍຸດທະສາດແຫ່ງຄວາມອົດທົນ.’ ຊຶ່ງໂດຍພື້ນຖານແລ້ວ ແມ່ນລໍຖ້າເພື່ອໃຫ້ເກົາຫຼີເໜືອ ‘ຖືກອູດດ້ວຍຄວັນແລ້ວອອກມາຈາກໂກນ’ ຍ້ອນຄວາມໝົດຫວັງ.”

ແຕ່ຫຼັງຈາກໄດ້ທົດລອງມາເປັນເວລາຫຼາຍໆປີ ເກົາຫຼີເໜືອໃນເວລານີ້ ແມ່ນມີໂຄງການອາວຸດນິວເຄລຍທີ່ໜ້າເຊື່ອຖືໄດ້ ແລະຫຼາຍໆຄົນເຊື່ອວ່າ ການຄຳນວນໄດ້ປ່ຽນແປງໄປແລ້ວ. ທ່ານບອງ ຢັງ ຊິກ ກ່າວຕື່ມວ່າ:

“ເກົາຫຼີເໜືອມີອາວຸດນິວເຄລຍ ແລະລູກສອນໄຟຂ້າມທະວີບ ທີ່ອາດສາມາດລຳລຽງຫົວລະເບີດນິີວເຄລຍ ຍິງມາໃສ່ດິນແດນ ຫຼືບໍ່ກໍຄ້າຍທະຫານຂອງສະ ຫະລັດ ໃນເຂດເອເຊຍຕາເວັນອອກ. ດັ່ງນັ້ນ ເວລານີ້ ທ່ານສາມາດໃຊ້ຍຸດທະສາດແຫ່ງຄວາມອົດທົນເມື່ອເວົ້າເຖິງການພົວພັນກັນຢ່າງແທ້ຈິງໃນການສະກັດກັນດ້ານນິວເຄລຍກັບເກົາຫຼີເໜືອ. ສິ່ງທີ່ທ່ານຕ້ອງໄດ້ເຮັດກໍຄື ປ້ອງກັນບໍ່ໃຫ້ເກົາຫຼີເໜືອກົດປຸ່ມ ເພື່ອຍິງລູກສອນໄຟ."

ປະທານາທິບໍດີທຣຳ ໄດ້ປະສົບຄວາມສຳເລັດ ຈຳນວນນຶ່ງ. ນັບແຕ່ໄດ້ມີກອງປະຊຸມສຸດຍອດເລີ້ມຂຶ້ນ ເກົາຫຼີເໜືອແມ່ນໄດ້ລະເວັ້ນຈາກການຍິງລູກສອນໄຟຂະໜາດໃຫຍ່ ຫຼືການທົດລອງອາວຸດນິວເຄລຍ. ແຕ່ນັບເປັນເວລາຫຼາຍເດືອນມາແລ້ວ ເກົາຫຼີເໜືອໄດ້ປະຕິເສດບໍ່ຍອມເຂົ້າຮ່ວມການເຈລະຈາ.

ປະທານາທິບໍດີທຣຳຢືນຢັດວ່າ ສະພາບການບໍ່ໄປບໍ່ມາຈະແຕກຫັກລົງ ເວລາໃດທີ່ທ່ານຖືກເລືອກເຂົ້າຮັບຕຳແໜ່ງຕື່ມອີກ. ແຕ່ທ່ານທຣຳແມ່ນມີທ່າທາງວ່າ ຈະເປັນຜູ້ທຳນາຍໄດ້ຍາກ ອີງຕາມຄຳເວົ້າຂອງທ່ານນາງຊູ ກິມ ຈາກບໍລິສັດແຣນດ໌ ຊຶ່ງທ່ານນາງກ່າວກ່ຽວກັບເລື້ອງນີ້ວ່າ:

“ຫຼັກການທີ່ວ່າ ທ່ານປະຕິບັດຕາມນັ້ນ ທີ່ຈິງແລ້ວເບິ່ງຄືວ່າ ບໍ່ໄດ້ຕິດເກາະກັບສິ່ງໃດສິ່ງນຶ່ງເປັນການສະເພາະ ດັ່ງນັ້ນ ແມ່ນຫຍັງກໍຕາມທີ່ເປັນຄວາມຄິດ ຫຼືອາລົມທີ່ທ່ານມີຄວາມຮູ້ສຶກ ທ່ານສາມາດທີ່ຈະຖອນຄຳເວົ້າຫຼືດຳເນີນການໂດຍເຕັມ 180 ອົງສາຈາກສິ່ງທີ່ທ່ານເຄີຍເປັນ.”

ສຳລັບສະຫະລັດ ແລະເກົາຫຼີເໜືອແລ້ວ ມັນມີຄວາມເປັນໄປໄດ້ໃນຂອບເຂດທີ່ກວ້າງຂວາງຫຼາຍ. ມັນອາດຈະມີການພົບປະສຸດຍອດ ຕື່ມອີກ ບາງທີມັນອາດຈະກັບຄືນໄປຫາການຂົ່ມຂູ່ທີ່ຈະໃຊ້ “ໄຟແລະຄວາມໂມໂຫ” ຫຼືວ່າສະພາບການບໍ່ໄປບໍ່ມາແບບເກົ່າ ທີ່ມີມາເປັນເວລາຫຼາຍໆປີນັ້ນ.

During his first term as president, Donald Trump met three times and reportedly exchanged at least 25 personal letters with North Korean leader Kim Jong Un. But those interactions could soon end, depending on the outcome of the November presidential election, as VOA’s Bill Gallo reports from Seoul.

Donald Trump may have redefined what is possible with North Korea. But his challenger, Joe Biden, has promised a more traditional approach to U.S. foes.

"I will be a president who will stand with our allies and friends and make it clear to our adversaries, the days of cozying up to dictators are over.”

Biden says he wouldn’t meet North Korean leader Kim Jong Un without preconditions. His running mate, Kamala Harris, said she wouldn’t exchange “love letters” with Kim, either.

Any talks, if they happen at all, would probably be working-level discussions, rather than big summits. Instead, Biden says he would work with allies to pressure North Korea. To analyst Bong Young-shik, that policy sounds like a throwback to that of former U.S. President Barack Obama.

“It’s going to be very similar to the Obama administration’s North Korea policy dubbed as a policy of ‘strategic patience.’ Basically, waiting for North Korea to get ‘smoked out of the hole’ out of desperation.”

But after conducting years of tests, North Korean now has a credible nuclear weapons program, and many believe the calculation has changed.

“North Korea has nuclear weapons and ICBMs that can possibly carry nuclear warheads to at least part of U.S. territory or U.S. bases in East Asia. So now you can be strategically patient in terms of engaging in actual nuclear deterrence with North Korea. All you need to do is prevent North Korea from pushing the button to fire the missiles.”

Trump has had some success. Since the summits began, North Korea has refrained from any big missile or nuclear tests. But for months, North Korea has refused to talk.

Trump insists the deadlock will be broken as soon as he’s re-elected. But Trump is likely to be unpredictable, says analyst Soo Kim of the RAND Corporation.

“The principles that he follows does not really seem to be pegged to anything particular, so…whatever whims or mood he feels, he’s able to just backtrack or do a complete 180 from whatever he was.”

For the U.S. and North Korea, it’s a wide range of possibilities. There could be more summits. Maybe a return to "fire and fury" threats. Or just the same old deadlock that's been there for years.

XS
SM
MD
LG