ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ການ​ພົບ​ປະ​ລະ​ຫວ່າງ ນັກ​ການ​ທູດ​ສະ​ຫະ​ລັດ ກັບ​ເຈົ້າ​ໜ້າ​ທີ່​ເກົາ​ຫຼີ​ເໜືອ ຖືກ​ເລື່ອນ


ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ກັບ​ຜູ້​ນຳ​ເກົາ​ຫຼີ​ເໜືອ ທ່ານ​ກິມ ຈົງ ອຶນ ຢູ່ກອງ​ປະ​ຊຸມ​ສຸດ​ຍອດ ທີ່​ສິງ​ກະ​ໂປ.
ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ກັບ​ຜູ້​ນຳ​ເກົາ​ຫຼີ​ເໜືອ ທ່ານ​ກິມ ຈົງ ອຶນ ຢູ່ກອງ​ປະ​ຊຸມ​ສຸດ​ຍອດ ທີ່​ສິງ​ກະ​ໂປ.

ການພົບ​ປະຂອງລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດສະ​ຫະ​ລັດ ທ່ານ​ໄມ​ລ໌ ພອ​ມ​ພຽວ ​ກັບ​ເຈົ້າ​ໜ້າ
​ທີ່​ຂັ້ນ​ສູງ​ເກົາ​ຫຼີ​ເໜືອ​ທີ່ໄດ້ວາງແຜນໄວ້​ສຳລັບ​ວັນ​ພະ​ຫັດ​ມື້​ອື່ນໃນ​ນະ​ຄອນ​ນິວຢອກ​ນັ້ນ​ ໄດ້ຖືກເລື່ອນ.

ກະ​ຊວງ​ຕ່າງ​ປະ​ເທດ​ສະ​ຫະ​ລັດ​ໄດ້​ອອກ​ຖະ​ແຫຼງ​ການ​ໃນ​ຕອນ​ເຊົ້າ​ວັນ​ພຸດ​ມື້​ນີ້ ທີ່ກ່າວ
​ວ່າ​ກອງ​ປະ​ຊຸມນັ້ນ “ບັດ​ນີ້​ຈະ​ມີ​ຂຶ້ນ​ໃນ​ວັນນຶ່ງ​ຂ້າງ​ໜ້າ. ພວກ​ເຮົາ​ຈະ​ພົບ​ປະກັນຄືນ​ໃໝ່
​ເວ​ລາກຳ​ນົດ​ນັດ​ໝາຍ​ຂອງ​ພວກ​ເຮົາຈະ​ອະ​ນຸ​ຍາດ​ໃຫ້.” ຖະ​ແຫຼງ​ການ​ນັ້ນບໍ່​ໄດ້​ໃຫ້
​ເຫດ​ຜົນ​ວ່າ​ ເປັນ​ຫຍັງ​ກອງ​ປະ​ຊຸມຈຶ່ງຖືກ​ລົບ​ລ້າງ.

ທ່ານ​ພອມ​ພຽວ​ໄດ້​ມີ​ແຜນ​ທີ່​ຈະ​ຈັດ​ການ​ສົນ​ທະ​ນາ​ກັບ ​ທ່ານກິມ ຢົງ ໂຈ​ລ ທີ່​ປຶກ​ສາ​ຂັ້​ນ
​ສູງ​ໃຫ້​ຜູ້​ນຳ​ເກົາ​ຫຼີ​ເໜືອ ທ່ານ​ກິມ ຈົງ ອຶນ. ໃນ​ຄຳ​ປະ​ກາດ​ກ່ຽວກັບກອງ​ປະ​ຊຸມ​ໃນ​ຕົ້ນ​
ອາ​ທິດ​ນີ້ ກະ​ຊວງ​ຕ່າງ​ປະ​ເທດ​ກ່າວ​ວ່າ ທັງ​ສອງ​ທ່ານ​ຈະ​ສົນ​ທະ​ນ​າ​ກັນ “ເພື່ອທຳ​ຄວາມ
​ຄືບ​ໜ້າ​ສຳລັບ​ພື້ນ​ຖານສຳຄັນ​ສີ່​ຢ່າງ​ຂອງການ​ຮ່ວມ​ຖະ​ແຫຼງຢູ່ໃນກອງ​ປະ​ຊຸມ​ສິງ​ກະ​ໂປ
ຮວມ​ທັງການ​ບັນ​ລຸ​ຜົນ​ຂັ້ນ​ສຸດ​ທ້າຍ ເພື່ອໃຫ້ພິສູດໄດ້ຢ່າງ​ເຕັມ​ສ່ວນ​ ການລົບລ້າງ​ນິວ
​ເຄ​ລຍ” ຂອງ​ເກົາ​ຫຼີ​ເໜືອ.

ທ່ານ​ກິ​ມ ແລະ​ປະ​ທາ​ນາ​ທິບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ໄດ້​ລົງ​ນາມໃນ​ຂໍ້​ຕົກ​ລົງ​ທີ່
ເປັນຂີດ​ໝາຍໃນກອງ​ປະ​ຊຸມສຸດຍອດ​ໃນ​ເດືອນ​ມິ​ຖຸ​ນາ ​ບໍ່​ໃຫ້​ມີ​ອາ​ວຸດ​ນິ​ວ​ເຄ​ລຍ​ຢູ່​ແຫຼ​ມ
​ເກົາ​ຫຼີ ແຕ່​ວ່າ​ທັງ​ສອງ​ຝ່າຍ​ໄດ້​ຢູ່​ໃນ​ສະ​ພາບ​ທີ່​ບໍສອດຄ່ອງກັນ ກ່ຽວກັບ​ການ​ເໜັງ​ຕີງ​ໃນ
ຄວາມ​ພະ​ຍາ​ຍາມຂອງ​ພຽງ​ຢາງ ເພື່ອເສັດ​ສິ້ນ​ໂຄງ​ການ​ອາ​ວຸດ​ນິວເຄ​ລຍດັ່ງກ່າວ.

ເກົາ​ຫຼີ​ເໜືອ​ໄດ້​ເຕືອນ​ໃນອາ​ທິດ​ແລ້ວ​ນີ້​ວ່າ ຕົນ​ຈະ​ພິ​ຈາ​ລະ​ນາ​ຟື້ນ​ຟູ​ຄືນ ໂຄ​ງ​ການ​ອາ
​ວຸດ​ນິວ​ເຄ​ລຍ​ ຖ້າ​ຫາກ​ສະ​ຫະ​ລັດ​ບໍ່ຍົກ​ເລີກການ​ລົງ​ໂທດ​ເສດ​ຖະ​ກິດ​ທີ່​ອ່ອນ​ເພຍ ຕ້ານ
ລະ​ບອບ. ນອກ​ນັ້ນ​ຕົນຍັງ​ຊອກ​ຫາ​ສັນຍາ​ສັນ​ຕິ​ພາບ​ກັບ​ສະ​ຫະ​ລັດ ແລະ​ເກົາ​ຫຼີ​ໃຕ້ ເພື່ອ
​ສິ້ນ​ສຸດ​ຢ່າງ​ເປັນ​ທາງ​ການ​ສົງ​ຄາມ​ເກົາ​ຫຼີ ທີ່​ແບ່ງ​ແຍກ​ຄອມ​ມິວ​ນິ​ສ​ເກົາ​ຫຼີ​ເໜືອ ອອກ
ຈາກ​ປະ​ຊາ​ທິ​ປະ​ໄຕ​ເກົາ​ຫຼີ​ໃຕ້ ນຳ.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG