ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສຫລ ຈະບໍ່ຮ່ວມື ກັບ ສານອາຍາສາກົນ ໃນການສອບສວນ ກ່ຽວກັບ ຂໍ້ກ່າວຫາ ກໍ່ອາຊະຍາກຳສົງຄາມ


ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ສະຫະລັດ ທ່ານ ຈອນ ໂບລຕັນ
ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ສະຫະລັດ ທ່ານ ຈອນ ໂບລຕັນ

ສະຫະລັດ ໄດ້ກ່າວໃນວັນຈັນວານນີ້ ວ່າ ຕົນຈະປະຕິເສດຕໍ່ການໃຫ້ຄວາມຮ່ວມມື “ບໍ່ວ່າແບບໃດ” ກັບ ສານອາຍາສາກົນ ຫຼື ICC ຢູ່ໃນນະຄອນ ເຮກ ປະເທດເນເທີແລນ
ຖ້າຫາກສານດັ່ງກ່າວ ຄາດໝາຍວ່າ ຈະດຳເນີນການສືບສວນ ໃນຂໍ້ກ່າວຫາຂອງການກໍ່
ອາຊາຍາກຳສົງຄາມ ໂດຍພວກທະຫານແລະເຈົ້າໜ້າທີ່ສືບ ລັບສະຫະລັດ ຢູ່ໃນ
ອັຟການິສຖານ.

ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ທ່ານ ຈອນ ໂບລຕັນ ໄດ້ກ່າວຕໍ່ກຸ່ມ ເຟເດີໂຣລິສ
ໂຊຊາຍເອຕີ ທີ່ເປັນກຸ່ມສັງຄົມພົນລະເຮືອນ ອານຸລັກນິຍົມ ຢູ່ໃນນະຄອນຫຼວງ ວໍຊິງຕັນ
ວ່າ ສານດັ່ງກ່າວ ບໍ່ຄວນມີອຳນາດ ໃນທາງກົດໝາຍເໜືອ ຊາວອາເມຣິກັນ ຫຼື ປະຊາຊົນ
ຈາກປະເທດອື່ນໆ ທີ່ບໍ່ເຄີຍຮັບຮອງສົນທິສັນຍາ ທີ່ກໍ່ຕັ້ງສານນີ້ຂຶ້ນມາ ໃນປີ 2002.

ໃນເວລາດຽວກັນ ທ່ານ ໂບລຕັນ ໄດ້ປະກາດວ່າ ກະຊວງການຕ່າງປະເທດ ສະຫະລັດ
ກຳລັງປິດສຳນັກງານ ຂອງອົງການປົດປ່ອຍປາແລສໄຕນ໌ ຫຼື PLO ຢູ່ໃນນະຄອນຫຼວງ
ວໍຊິງຕັນ ເພື່ອເປັນການຕອບໂຕ້ ຕໍ່ຄວາມພະຍາຍາມຂອງ ອົງການປາແລສໄຕນ໌ ທີ່
ຢາກໃຫ້ສານ ICC ດຳເນີນຄະດີ ກ່ຽວກັບການກະທຳທັງ ຫຼາຍຂອງອິສຣາແອລ ແລະ
ຍ້ອນວ່າ ຊາວປາແລສໄຕນ໌ ໄດ້ປະຕິເສດທີ່ຈະເຈ ລະຈາໂດຍກົງ ກັບລັດຖະບານຂອງ
ຊາວຢິວ ກ່ຽວກັບສົນທິສັນຍາສັນຕິພາບ.

ສ່ວນລັດຖະບານ ທ່ານ ທຣຳ ໃນເບື້ອງຕົ້ນ ໄດ້ປະກາດວ່າ ຕົນຈະປິດສຳນັກ ງານຂອງ
PLO ໃນປີກາຍນີ້ ຍ້ອນການພະຍາຍາມ ທີ່ຈະໃຫ້ສານ ICC ສືບ ສວນສອບສວນ
ອິສຣາແອລ ແຕ່ຫຼັງຈາກນັ້ນມາ ກໍໄດ້ຕ່າວປີ້ນການຕັດສິນໃຈຂອງຕົນ.

ປະທານາທິບໍດີ ຂອງປາແລສໄຕນ໌ ທ່ານ ມາມູດ ອາບບັສ ໄດ້ຂໍໃຫ້ສານ ICC ສືບສວນ
ແລະ ດຳເນີນຄະດີ ບັນດາເຈົ້າໜ້າທີ່ອິສຣາແອລ ຍ້ອນ “ການມີສ່ວນກ່ຽວຂ້ອງ ຂອງ
ພວກເຂົາເຈົ້າ ໃນກິດຈະການຕັ້ງຖິ່ນຖານໃໝ່ ແລະການຮຸກຮານ ຕໍ່ປະຊາຊົນຂອງ
ພວກເຮົາ.”

ເຈົ້າໜ້າທີ່ ປາແລສໄຕນ໌ ທ່ານ ຊາເອບ ຣີກັດຕ໌ (Saeb Erekat) ໄດ້ກ່າວວ່າ ລັດຖະບານ
ທ່ານທຣຳ ເຄື່ອນໄຫວທີ່ຈະປິດສຳນັກງານຂອງຕົນນັ້ນ ຈະບໍ່ຍັບຍັ້ງ ລັດຖະບານຂອງ
ທ່ານ ໃຫ້ໄປຫາສານ ICC ເລີຍ. ທ່ານໄດ້ເວົ້າໃນວັນຈັນວານນີ້ ວ່າ “ສິດທິຂອງປະຊາຊົນ
ປາແລສໄຕນ໌ ແມ່ນບໍ່ໄດ້ຂາຍ ແລະວ່າ ພວກເຮົາຈະບໍ່ຍອມຈຳນົນ ຕໍ່ການຂົ່ມຂູ່ ແລະ
ການຂູ່ເຂັນ ຂອງສະຫະລັດ.”

ທ່ານ ໂບລຕັນ ໄດ້ເອີ້ນ ສານ ICC ວ່າ “ຕາມຫລັກການແລ້ວແມ່ນບໍ່ຖືກຕ້ອງ ຕາມ
ກົດໝາຍ”
ແລະເປັນ “ການໂຈມຕີຕໍ່ສິດທິຕາມລັດຖະທຳມະນູນ ຂອງສະ ຫະລັດ.”

ທ່ານໄດ້ກ່າວຕື່ມວ່າ ມັນບໍ່ແມ່ນວ່າ ສະຫະລັດ ຄັດຄ້ານ ຕໍ່ການນຳເອົາພວກອາຊະຍາ
ກອນສົງຄາມ ມາລົງໂທດ ແຕ່ແທນທີ່ວ່າ ພວກເຂົາຄວນ “ປະເຊີນກັບການຟ້ອງຮ້ອງ
ໂດຍ ລັດຖະບານຂອງປະເທດທີ່ມີອະທິປະໄຕ”
ຖ້າຫາກວ່າໄດ້ມີການກໍ່ອາຊະຍາກຳ
ຕາມການກ່າວຫານັ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG