ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທູດ​ພິ​ເສດ ສວີ​ເດັນ: ການ​ເຈ​ລະ​ຈາ ລະ​ຫວ່າງ ສະ​ຫະ​ລັດ ກັບ ເກົາຫຼີ​ເໜືອ ດຳ​ເນີນ​ດົນ​ກວ່າ​ທີ່​ວາງ​ແຜນ​ໄວ້


ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ກັບ ຜູ້​ນຳ​ເກົາຫຼີ​ເໜືອ ທ່ານ ກິມ ຈົງ ອຶນ ພົບ​ປະ​ກັນ​ຢູ່​ເຂດ​ປອດ​ທະ​ຫານ, ເກົາຫຼີ​ໃຕ້, 30 ມິ​ຖຸ​ນາ, 2019.
ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ກັບ ຜູ້​ນຳ​ເກົາຫຼີ​ເໜືອ ທ່ານ ກິມ ຈົງ ອຶນ ພົບ​ປະ​ກັນ​ຢູ່​ເຂດ​ປອດ​ທະ​ຫານ, ເກົາຫຼີ​ໃຕ້, 30 ມິ​ຖຸ​ນາ, 2019.

ການ​ເຈ​ລະ​ຈາ​ນິວ​ເຄ​ລຍ​ເມື່ອບໍ່​ດົນ​ມານີ້​ລະ​ຫວ່າງ ສະ​ຫະ​ລັດ ກັບ ເກົາຫຼີ​ເໜືອ ແມ່ນແທ້​ຈິງ ແລະ ຢູ່​ໄດ້​ດົນ​ກວ່າ​ທີ່​ຄາດ​ໄວ້, ອີງ​ຕາມກ​ານ​ກ່າວ​ຂອງ​ນັກ​ການ​ທູດ ສວີ​ເດັນ ຜູ້​ທີ່​ໄດ້​ຊ່ວຍ​ຈັດ​ການ​ເຈ​ລະ​ຈາ​ດັ່ງ​ກ່າວ.

ການ​ວິ​ເຄາະ​ທີ່​ເປັນ​ແງ່ບວກ​ໂດຍ​ທູດ​ພິ​ເສດ ສວີ​ເດັນ ທ່ານ ເຄັ້ນ ຮາ​ສ​ເຕັດ ແມ່ນ​ແຕກ​ຕ່າງ​ຈາກ​ຂອງ​ນັກ​ການ​ທູດ ເກົາ​ຫຼີ​ເໜືອ, ຜູ້​ທີ່​ໄດ້​ກ່າວ​ຫາ ວໍ​ຊິງ​ຕັນ ສຳ​ລັບ​ການບໍ່​ສາ​ມາດ​ນຳ​ເອົາ​ຄວາມ​ຄິດ​ໃໝ່​ໆ​ຂຶ້ນ​ມາ​ ໃນ​ການ​ເຈ​ລະ​ຈາ​ເມື່ອ​ຕົ້ນ​ເດືອນ​ຕຸ​ລາ​ນີ້ ທີ່​ນະ​ຄອນຫຼວງ​ຂອງ​ປະ​ເທດ ສວີ​ເດັນ.

ໃນ​ງານ​ແຫ່ງ​ນຶ່ງ​ທີ່​ຈັດ​ຂຶ້ນ​ໃນ​ນະ​ຄອນຫຼວງ ໂຊ​ລ, ເກົາຫຼີ​ໃຕ້ ໃນ​ວັນ​ພຸ​ດມື້ນີ້, ທ່ານ ຮາ​ສ​ເຕັດ ໄດ້​ກ່າວ​ວ່າ ການ​ເຈ​ລະ​ຈາ​ລະ​ຫວ່າງ ສະ​ຫະ​ລັດ ກັບ ເກົາຫຼີ​ເໜືອ ໄດ້​ດຳ​ເນີນ​ໄປຫຼາຍ​ຊົ່ວ​ໂມງ ແລະ “ບໍ່​ໄດ້​ຖືກ​ລົບ​ກວນ”. ທ່ານ​ໄດ້​ກ່າວ​ວ່າ ທ່ານ “ຮູ້​ສຶກ​ໃນ​ແງ່ບວກຫຼາຍ” ວ່າ ​ການ​ເຈ​ລະ​ຈາ​ຈະ​ດຳ​ເນີນ​ຕໍ່​ໄປ, ເຖິງ​ແມ່ນ ເກົາຫຼີ​ເໜືອ ບໍ່​ໄດ້​ຮັບ​ເອົາ​ການ​ເຊື້ອ​ເຊີນ​ຂອງ ສວີ​ເດັນ ສຳ​ລັບ​ການ​ເຈ​ລ​ະ​ຈາ​ຕິດ​ຕາມ​ວຽກ​ງານ​ພາຍ​ໃນ​ສອງ​ອາ​ທິດ​ກໍ​ຕາມ.

ທ່ານ ຮາ​ສ​ເຕັດ ໄດ້​ກ່າວ, ໂດຍ​ໃຊ້​ຊື່​ຫຍໍ້​ສຳ​ລັບ​ຊື່​ທາງ​ການ​ຂອງ​ ເກົາຫຼີ​ເໜືອ ວ່າ “ສ​ປ​ປ ເກົາຫຼີ ​ບໍ່​ໄດ້​ປິດ​ປະ​ຕູ​ສຳ​ລັບ​ການ​ສືບ​ຕໍ່​ເຈ​ລະ​ຈາ​ໃນ​ຈຸດນີ້, ພວກ​ເຮົາຈະບໍ່​ໃຫ້​ຄຳ​ເຫັນ​ທີ່​ແນ່ນອນ​ໃນ​ການ​ສົນ​ທະ​ນາ​ຂອງ​ພວກ​ເຮົາ​ກັບ ສ​ປ​ປ ເກົາຫຼີ. ພວກ​ເຮົາ​ສາ​ມາດ​ເວົ້າ​ໄດ້​ວ່າ ພວກ​ເຮົາ​ໄດ້ລົ​ມ​ວຽກ​ນຳ​ກັນ​ເປັນ​ຢ່າງ​ດີ​ກັບ​ເຂົາ​ເຈົ້າ.”

ທູດ​ພິ​ເສດ​ໄດ້​ກ່າວ​ຕື່ມ​ວ່າ “ພວກ​ເຮົາ​ຕ້ອງ​ຈື່​ໄວ້​ວ່າ ນີ້​ແມ່ນ​ບັນ​ຫາ​ທີ່​ລະ​ອຽດ​ອ່ອນ ແລະ ຊັບ​ຊ້ອນຫຼາຍ​ທີ່​ຈະ​ປຶກ​ສາ​ຫາ​ລື​ກັນ.”

ສວີ​ເດັນ ໄດ້​ເຮັດ​ໜ້າ​ທີ່​ເປັນ​ຜູ້​ໄກ່​ເກ່ຍ ລະ​ຫວ່າງ ສະ​ຫະ​ລັດ ກັບ ເກົາຫຼີ​ເໜືອ, ໃນ​ເມື່ອ​ສອງ​ປະ​ເທດ​ນັ້ນ ​ບໍ່​ມີ​ສາຍ​ພົວ​ພັນ​ການ​ທູດ​ຢ່າງ​ເປັນ​ທາງ​ການ ​ນຳ​ກັນ. ເຖິງ​ແມ່ນ ສວີ​ເດັນ ຈະ​ເປັນ​ຜູ້​ຊ່ວຍ​ຈັດ​ການ​ເຈ​ລະ​ຈາ​ລະ​ຫວ່າງ ສະ​ຫະ​ລັດ ກັບ ເກົາຫຼີ​ເໜືອ ກໍ​ຕາມ, ທ່ານ ຮາ​ສ​ເຕັດ ໄດ້​ກ່າວ​ວ່າ ທ່ານ​ກໍ​ບໍ່​ໄດ້​ມີ​ສ່ວນ​ຮ່ວມ​ໃນ​ການ​ເຈ​ລະ​ຈາ​ນັ້ນ.

ໃນ​ທັນ​ທີຫຼັງ​ຈາກ​ການ​ເຈ​ລະ​ຈາ​ໃນ​ນະ​ຄອນຫຼວງ ສ​ຕັອກ​ໂຮມ ນັ້ນ, ບັນ​ດາ​ເຈົ້າ​ໜ້າ​ທີ່ ສະ​ຫະ​ລັດ ໄດ້​ອະ​ທິ​ບາຍ​ວ່າ​ການ​ເຈ​ລະ​ຈາ​ດັ່ງ​ກ່າວ​ແມ່ນ “ດີ” ແລະ ໃນ​ທາງກົງ​ກັນ​ຂ້າມ ເຂົາ​ເຈົ້າຢາກ​ໃຫ້ມັນ​ດຳ​ເນີນຕໍ່ໄປ. ແຕ່ ເກົາຫຼີ​ເໜືອ ເວົ້າ​ວ່າ ເຂົາ​ເຈົ້າ​ບໍ່​ມີ​ຈຸດ​ປະ​ສົງ​ທີ່​ຈະ​ພົວ​ພັນໃນ “ການ​ເຈ​ລະ​ຈາ​ທີ່ບໍ່​ມີ​ຄວາມ​ດຶງ​ດູດ​ໃຈ​ນັ້ນ” ຈົນ​ກວ່າ ສະ​ຫະ​ລັດ ຈະ​ເອົາ​ບາດ​ກ້າວ​ທີ່ບໍ່​ໄດ້​ລະ​ບຸ​ໄວ້ ເພື່ອ​ຖອນ “ນະ​ໂຍ​ບາຍ​ມຸ່ງ​ຮ້າຍ​ຂອງ​ເຂົາ​ເຈົ້າ.

ທ່ານ ຮາ​ສ​ເຕັດ ໄດ້​ກ່າວ​ວ່າ “ຂ້າ​ພະ​ເຈົ້າ​ຄິດ​ວ່າ​ມັນ​ດີ​ທີ່​ທັງ​ສອງ​ຝ່າຍ​ໄດ້​ສະ​ແດງ​ຄວາມ​ຄິດ​ເຫັນ​ຂອງ​ເຂົາ​ເຈົ້າ​ໃນ​ເວ​ລາ​ຕໍ່​ມາ.”

ນັບ​ຕັ້ງ​ແຕ່​ການ​ພັງ​ລົງ​ຂອງ​ການ​ເຈ​ລະ​ຈາ​ໃນນະ​ຄອນຫຼວງ ສ​ຕັອກ​ໂຮມ ນັ້ນ, ເກົາຫຼີ​ເໜືອ ກໍ​ໄດ້​ສະ​ແດງ​ສັນ​ຍານ​ຂອງ​ການ​ກັບ​ໄປ​ສູ່​ການ​ທ້າ​ທາຍ​ເກາະ​ຜິດ​ຄັ້ງ​ໃຫຍ່.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG