ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຮືອບິນ ຈາກກຳປັ່ນລົບ ສຫລ ໂຈມຕີ ທີ່ໝັ້ນ ກຸ່ມລັດອິສລາມ ໃນຊີເຣຍ


ເຮືອບິນລົບ F-18 ທີ່ຈອດໄວ້ ເທິງກຳປັ່ນບັນທຸກເຮືອບິນແຮຣີ ທຣູແມນ (Harry S. Truman) ໃນທະເລເມດິແຕເຣນຽນ. (ວັນທີ 5 ພຶດສະພາ 2018)
ເຮືອບິນລົບ F-18 ທີ່ຈອດໄວ້ ເທິງກຳປັ່ນບັນທຸກເຮືອບິນແຮຣີ ທຣູແມນ (Harry S. Truman) ໃນທະເລເມດິແຕເຣນຽນ. (ວັນທີ 5 ພຶດສະພາ 2018)

ເມື່ອໄວໆມານີ້ ກຸ່ມກຳປັ່ນລົບສະຫະລັດ ໄດ້ເລີ້ມການໂຈມຕີທາງອາກາດ ຕໍ່ອັນທີ່ເອີ້ນ
ວ່າ ລັດອິສລາມຢູ່ໃນຊີເຣຍ. ກຸ່ມກໍາປັ່ນລົບດັ່ງກ່າວ ໄດ້ເຂົ້າຮ່ວມສົມທົບ ໃນການໂຈມ
ຕີ ຂອງແນວໂຮມ ພາຍໃຕ້ການນຳພາ ຂອງສະຫະລັດ ເມື່ອກາງເດືອນເມສາຜ່ານມາ ທີ່ແນເປົ້າໝາຍ ໃສ່ອັນທີ່ປະເທດ ມະຫາອຳນາດຕາເວັນຕົກ ກ່າວວ່າ ເປັນສະຖານທີ່
ເກັບ ມ້ຽນອາວຸດເຄມີຂອງຊີເຣຍ. ແນວໂຮມຍັງສືບຕໍ່ ໃຫ້ການສະໜັບສະໜຸນ ຕໍ່ການ
ປະຕິບັດງານ ເປັນເວລານຶ່ງປີ ຕໍ່ຕ້ານກຸ່ມຫົວຮຸນແຮງລັດອິສລາມ ຢູ່ໃນຊີເຣຍ ທີ່ພວມ
ປະເຊີນກັບສົງຄາມກາງເມືອງ. ອາຣາສ ອາບາຊາດີ ມີລາຍງານ ກ່ຽວກັບເລື້ອງນີ້ ດັ່ງ
ໄພສານຈະນຳເອົາລາຍລະອຽດ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ຈາກລານບິນ ເທິງກໍາປັ່ນບັນທຸກເຮືອບິນແຮຣີ ທຣູແມນ ພວກນັກບິນແລະເຮືອບິນ
ຂອງໜ່ວຍໂຈມຕີ ກອງທັບເຮືອສະຫະລັດ ໄດ້ເລີ້ມບິນປະຕິບັດງານ ຕໍ່ຕ້ານກຳລັງ
ຂອງກຸ່ມລັດອິສລາມ ໃນປະເທດຊີເຣຍ.

ໜ່ວຍໂຈມຕີດັ່ງກ່າວໄດ້ເຂົ້າຮ່ວມສົມທົບກັບກອງທັບເຮືອທີ 6 ຂອງສະຫະລັດເມື່ອ
ກາງເດືອນເມສາ ເປັນເວລາເກືອບນຶ່ງອາທິດ ຫຼັງຈາກສະຫະລັດ ອັງກິດແລະຝຣັ່ງ
ເລີ້ມການປະຕິບັດງານ ຕໍ່ອັນທີ່ປະເທດ ມະຫາອຳນາດຕາເວັນນຕົກ ກ່າວວ່າ ເປັນ
ບ່ອນເກັບມ້ຽນອາວຸດເຄມີ ຂອງຊີເຣຍ. ການກັບຄືນໄປເພັ່ງເລັງໃສ່ການຕໍ່ຕ້ານກຸ່ມ ລັດອິສລາມນັ້ນ ແມ່ນເປັນສ່ວນນຶ່ງ ຂອງການປະຕິບັດງານ Inherent Rosolve.

ທະຫານເຮືອ ອາເມຣິກັນຄົນນຶ່ງ ພວມກວດເບິ່ງ ເຮືອບິນລົບ F-18 ແລະເຮືອບິນລົບ F-18 ກຽມລົງຈອດ ທີ່ເຮືອກຳປັ່ນ ບັນທຸກເຮືອບິນ ແຮຣີ ທຣູແມນ ໃນທະເລເມດິແຕເຣນຽນ. (ວັນທີ 4 ພຶດສະພາ 2018)
ທະຫານເຮືອ ອາເມຣິກັນຄົນນຶ່ງ ພວມກວດເບິ່ງ ເຮືອບິນລົບ F-18 ແລະເຮືອບິນລົບ F-18 ກຽມລົງຈອດ ທີ່ເຮືອກຳປັ່ນ ບັນທຸກເຮືອບິນ ແຮຣີ ທຣູແມນ ໃນທະເລເມດິແຕເຣນຽນ. (ວັນທີ 4 ພຶດສະພາ 2018)

ພັນເອກນິໂຄລັດ ດຽນນາ ກ່າວວ່າ “ການປະຕິບັດງານດັ່ງກ່າວ ໄດ້ສະແດງໃຫ້ເຫັນ ເຖິງຄວາມໝັ້ນໝາຍ ຂອງພວກເຮົາ ບໍ່ພຽງແຕ່ຕໍ່ການປະຕິບັດງານ ທີ່ປະຊາຊົນອາ
ເມຣິກັນໄດ້ມອບໝາຍໃຫ້ພວກເຮົາ ແຕ່ຍັງເປັນການຕັດສິນໃຈຂອງພວກເຮົາຕໍ່ບັນ
ດາປະເທດພາຄີ ແລະພັນທະມິດຂອງພວກເຮົາຢູ່ໃນຂົງເຂດ ແລະການສືບຕໍ່ສູ້ລົບ ຂອງພວກເຮົາ ເພື່ອກຳຈັດກຸ່ມລັດອິສລາມ ແລະຜົນກະທົບຂອງພວກເຂົາທີ່ໄດ້ມີຕໍ່
ຂົງເຂດນຳດ້ວຍ.”

ກອງທັບເຮືອສະຫະລັດກ່າວວ່າ ເຮືອບິນລົບຂອງຕົນເລີ້ມການໂຈມຕີຢູ່ໃນປະເທດ
ຊີເຣຍ ຈາກພາກຕາເວັນອອກ ຂອງທະເລເມດີແຕເຣນຽນ ເມື່ອວັນທີ​ 3 ພຶດສະພາ.
ຍັງບໍ່ທັນເປັນທີ່ຈະແຈ້ງເທື່ອວ່າ ການໂຈມຕີດັ່ງກ່າວ ຈະດໍາເນີນໄປອີກດົນປານໃດ.

ພົນເຮືອຕີຈີນ ແບລັກ ຜູ້ບັນຊາການ ກຸ່ມກຳລັງທີ່ທຳການໂຈມຕີກ່າວວ່າ “ເວລາໃດ
ທີ່ມັນສິ້ນສຸດລົງແລ້ວ ບາງທີອາດຈະມີການເຄື່ອນໄຫວແບບໃດແບບນຶ່ງ ທາງດ້ານ
ການທູດຫຼືການແກ້ໄຂແບບສັນຕິ. ຂ້າພະເຈົ້າບໍ່ມີຄວາມຫວັງໄປໃນແງ່ທີ່ດີປານໃດ
ແຕ່ຕາບໃດທີ່ພວກເຮົາຍັງມີຄວາມຈຳເປັນ ແລະຕາບໃດທີ່ຂ້າພະເຈົ້າຍັງຖືກສັ່ງໃຫ້
ປະຈຳການຢູ່ທີ່ນີ້ ພວກເຮົາກໍຈະຢູ່ທີ່ນີ້.”

ເຮືອບິນລົບ F-18 ກຽມບິນຂຶ້ນ ຈາກກຳປັ່ນບັນທຸກເຮືອບິນ ແຮຣີ ທຣູແມນ ໃນທະເລເມດີແຕເຣນຽນ. (ວັນທີ 4 ພຶດສະພາ 2018)
ເຮືອບິນລົບ F-18 ກຽມບິນຂຶ້ນ ຈາກກຳປັ່ນບັນທຸກເຮືອບິນ ແຮຣີ ທຣູແມນ ໃນທະເລເມດີແຕເຣນຽນ. (ວັນທີ 4 ພຶດສະພາ 2018)

ພວກພະນັກງານການບິນ ທີ່ໄດ້ຮັບການຝຶກແອບມາເປັນເວລາປະມານ 1 ປີເຄິ່ງເພື່ອ
ຄ້ຳປະກັນວ່າແມ່ນຫຍັງກໍຕາມ ທີ່ເປັນເປົ້າໝາຍຂອງການໂຈມຕີ ພວກເຂົາເຈົ້າ ແມ່ນ
ເປັນເຈົ້າການໃນການປະຕິບັດງານ.

ພັນຕີໄມເກີລ ມີລເລີ ທີ່ເປັນນັກບິນ ກ່າວວ່າ “ໃນແຕ່ລະມື້ພວກເຮົາແມ່ນພະຍາຍາມ
ທີ່ຈະນຳເອົາລະເບີດໄປຖິ້ມລົງໃສ່ເປົ້າໝາຍ ໃຫ້ຖືກຕ້ອງຕາມເວລາ ສໍາລັບຜູ້ທີ່ພວກ
ເຮົາ ເຮັດວຽກໃຫ້.”

ໃນເດືອນເມສາຜ່ານມາ ການໂຈມຕີຂອງກຳລັງແນວໂຮມ​ ເລີ້ມຂຶ້ນຫຼັງຈາກທີ່ໄດ້ເຫັນ
ວີດີໂອໃນອັນທີິ່ປາກົດວ່າເປັນການໂຈມຕີໂດຍໃຊ້ອາຍພິດທໍາລາຍປະສາດ ຢູ່ໃນປະ
ເທດຊີເຣຍ. ບັນດາປະເທດໃນກຸ່ມແນວໂຮມກ່າວວ່າ ເປົ້າໝາຍໃນການໂຈມຕີບໍ່ແມ່ນ ການປ່ຽນແປງອຳນາດການປົກຄອງ ຫຼືການແຊກແຊງເຂົ້າໃນສົງຄາມກາງເມືອງ ແຕ່
ຢ່າງໃດເລີຍ.

ຊີເຣຍເປັນພັນທະມິດ ຂອງຣັດເຊຍ ແລະໃນມື້ວັນສຸກອາທິດແລ້ວ ກອງທັບເຮືອສະ
ຫະລັດກ່າວວ່າ ຕົນໄດ້ສ້າງຕັ້ງກອງທັບເຮືອທີ 2 ຂອງຕົນຄືນໃໝ່ ທີ່ຮັບຜິດຊອບໃນ ເຂດມະຫາສະໝຸດແອັດແລນຕິກຕອນເໜືອ ທ່າມກາງຄວາມເຄັ່ງຕຶງທີ່ເພີ້ມທະວີຂຶ້ນ
ລະຫວ່າງວໍຊິງຕັນ ແລະມົສກູ.

A U.S. naval strike force recently began air attacks against the so-called Islamic State in Syria. The force joined a U.S.-led coalition in mid-April targeting what Western powers said were Syrian chemical weapons installations. The coalition continues its support of a years-long mission against IS-militants in the civil war-torn country. Arash Arabasadi reports.

From the flight deck of the USS Harry S. Truman, pilots and planes from a U.S. naval strike force launch attacks against Islamic State forces in Syria.

The strike force joined the U.S. Sixth Fleet in mid-April ((April 18, 2018)) nearly one week after the United States, Britain, and France commenced combat operations against what Western powers said were Syrian chemical weapons installations. Returning focus to the Islamic State is part of Operation Inherent Resolve.

"That operation demonstrates our commitment to not only the missions the American people assigned to us but also our resolve to our partners and allies in the region and our continuing fight to eliminate ISIS and their impact to the region."

The U.S. Navy says strike fighter squadrons commenced attacks)) over Syria from the eastern Mediterranean Sea on May third. It is not clear how long they will continue.

"When it is over, maybe there'll be some kind of diplomatic or peaceful solution. I'm not optimistic, but as long as we're needed and as long as I'm ordered to be here, we will be here."

These flight crews train for about a year and a half ((roughly 18 months)) to ensure that whatever the target, they've mastered the mission.

"At the end of the day, we are just trying to get the bomb on target on time for whoever we happen to be working for."

In April, the coalition's offensive came after a widely seen video of an apparent attack using a nerve agent in Syria. Coalition countries said the target was neither regime change nor intervening in the country's civil war.

Syria is a Russian ally, and last Friday, the U.S. Navy said it was re-establishing its Second Fleet, responsible for the Northern-Atlantic Ocean, amid heightened tensions between Washington and Moscow.

ເບິ່ງວີດີໂອ ພາສາອັງກິດ ກ່ຽວກັບຂ່າວເລື່ອງນີ້

XS
SM
MD
LG