ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ສະ​ຫະ​ລັດ: ການ​ຕັດ​ສິນ​ໃຈ​ຂອງ​ນາວ​ຣູ ທີ່​ຈະ​ຕັດ​ຄວາມ​ສຳ​ພັນ​ກັບ​ໄຕ້​ຫວັນ ເປັນ​ເລື້ອງ 'ທີ່​ໜ້າ​ເສຍ​ໃຈ'


ຫຼັກ​ເສົາ​ທີ​ສາມ​ຈາກ​ຂວາ ບ່ອນ​ທີ່​ເຄີຍ​ຫ້ອຍ​ທຸງ​ຊາດ​ນາວ​ຣູ ເວ​ລານີ້​ບໍ່​ມີ​ທຸງ​ຫ້ອຍ ຢູ່ນອກ​ຕຶກ​ສູນ​ກາງ​ການ​ທູດ ທີ່​ນະ​ຄອນ​ໄທ​ເປ ເມື່ອ​ວັນ​ທີ 15 ມັງ​ກອນ 2024. ປະ​ເທດ​ເກາະ​ດອນ​ນາວ​ຣູ ກ່າວ​ວ່າ ຕົນ​ໄດ້​ປ່ຽນ​ການ​ຮັບ​ຮູ້​ຄວາມ​ສຳ​ພັນ​ທາງ​ການ​ທູດ ຈາກ​ໄຕ້​ຫວັນ ໄປ​ເປັນ​ຈີນ.
ຫຼັກ​ເສົາ​ທີ​ສາມ​ຈາກ​ຂວາ ບ່ອນ​ທີ່​ເຄີຍ​ຫ້ອຍ​ທຸງ​ຊາດ​ນາວ​ຣູ ເວ​ລານີ້​ບໍ່​ມີ​ທຸງ​ຫ້ອຍ ຢູ່ນອກ​ຕຶກ​ສູນ​ກາງ​ການ​ທູດ ທີ່​ນະ​ຄອນ​ໄທ​ເປ ເມື່ອ​ວັນ​ທີ 15 ມັງ​ກອນ 2024. ປະ​ເທດ​ເກາະ​ດອນ​ນາວ​ຣູ ກ່າວ​ວ່າ ຕົນ​ໄດ້​ປ່ຽນ​ການ​ຮັບ​ຮູ້​ຄວາມ​ສຳ​ພັນ​ທາງ​ການ​ທູດ ຈາກ​ໄຕ້​ຫວັນ ໄປ​ເປັນ​ຈີນ.

ສະ​ຫະ​ລັດ ກ່າວ​ໃນ​ວັນ​ຈັນ​ວານນີ້​ວ່າ ​ການ​ຕັດ​ຄວາມ​ສຳ​ພັນທາງ​ການ​ທູດ​ຂອງ ລັດ​ຖະ​ບານ​ນາວ​ຣູ (Nauru) ກັບ​ໄຕ້​ຫວັນ ແມ່ນເປັນ​ເລື້ອງ “​ທີ່​ໜ້າ​ຜິດ​ຫວັງ” ເຖິງ​ແມ່ນ​ມັນ​ເປັນ​ການ​ຕັດ​ສິນ​ໃຈ​ທີ່​ມີ​ອະ​ທິ​ປະ​ໄຕກໍ​ຕາມ.

ປະ​ເທດ​ເກາະ​ດອນ​ປາ​ຊີ​ຟິກ​ປະ​ກາດ ​ການ​ຕັດ​ສິນ​ໃຈ​ຂອງ​ຕົນ ​ທີ່​ຈະການ​ປ່ຽນ​ການ​ຮັບ​ຮູ້ທາງ​ດ້ານ​ການ​ທູດ​ ຈາກ​ໄຕ້​ຫວັນ ໄປ​ເປັນຈີນ ບໍ່​ດົນ​ຫຼັງ​ຈາກການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ ແລະ​ສະ​ພາ​ນິ​ຕິ​ບັນ​ຢັດ​ຂອງປະ​ເທດ​ດັ່ງ​ກ່າວ.

“ໄຕ້​ຫວັນເປັນ​ປະ​ເທດ​ທີ່​ໜ້າ​ເຊື່ອ​ຖື ມີ​ຈິດ​ໃຈ​ແບບ​ດຽວ​ກັນ ແລະ​ພາ​ຄີ​ປະ​ຊາ​ທິ​ປະ​ໄຕ. ສ​ປ ຈີນ ມັກ​ຈະ​ໃຫ້​ຄຳ​ໝັ້ນ​ສັນ​ຍາ ໃນ​ການ​ແລກ​ປ່ຽນ​ຄວາມ​ສຳ​ພັນ​ທາງ​ດ້ານ​ການ​ທູດ ຊຶ່ງ​ໃນ​ທີ່​ສຸດ ກໍ​ບໍ່​ໄດ້​ມີ​ການ​ເຮັດ​ຫຼ້ອນ​ຄຳ​ສັນ​ຍາ​ດັ່ງ​ກ່າວ” ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ທ່ານ​ແມັດ​ທິວ ມີ​ລ​ເລີ້ ກ່າວ​ຢູ່​ໃນ​ຖະ​ແຫຼງ​ການ​ທີ່​ນຳ​ອອກ​ເຜີຍ​ແຜ່​ໃນ​ຕອນ​ແລງ​ຂອງ​ຄືນ​ວັນ​ຈັນ. ທ່ານ​ໝາຍ​ເຖິງ​ສາ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ​ຈີນ.

ທ່ານ​ມິ​ລ​ເລີ້​ກ່າ​ຕື່ມ​ວ່າ “ພວກ​ເຮົາ​ຊຸກ​ຍູ້​ໃຫ້​ທຸກ​ປະ​ເທດ ​ຂະ​ຫຍາຍ​ການ​ພົວ​ພັນ ​ກັບ​ໄຕ້​ຫວັນ ແລະ​ສືບ​ຕໍ່​ໃຫ້​ການ​ສະ​ໜັບ​ສະ​ໜຸນ​ປະ​ຊາ​ທິ​ປະ​ໄຕ ການ​ປົກ​ຄອງ​ທີ່​ດີ ຄວາມ​ໂປ່ງ​ໃສ ແລະ​ຍຶດ​ໝັ້ນ​ໃນ​ການ​ປົກ​ຄອງ​ດ້ວຍ​ຕົວ​ບົດ​ກົດ​ໝາຍ.”

ສາ​ທາ​ລ​ະ​ນະ​ລັດ​ນາວ​ຣູ “ຈະ​ບໍ່​ຮັບ​ຮູ້​ສາ​ທາ​ລະ​ນະ​ລັດ​ຈີນ (ໄຕ້​ຫວັນ) ອີກ​ຕໍ່​ໄປ​ໃນ​ຖາ​ນະ​ປະ​ເທດ​ນຶ່ງ​ຕ່າງ​ຫາກ ແຕ່​ເປັນ​ສ່ວນ​ນຶ່ງ​ທີ່​ແຍກ​ອອກ​ບໍ່​ໄດ້​ຂອງ​ດິນ​ແດນ​ຈີນ​ແທນ” ລັດ​ຖະ​ບານ​ນາວ​ຣູ ກ່າວ​ຢູ່​ໃນ​ຖະ​ແຫຼງ​ການ​ ໃນ​ວັນ​ຈັນ​ວານນີ້.

ຢູ່​ປັກ​ກິ່ງ ພວກ​ເຈົ້າ​ໜ້າ​ທີ່​ຈີນ​ໄດ້​ກ່າວ​ຍ້ອງ​ຍໍ​ການ​ເຄື່ອນ​ໄຫວ​ດັ່ງ​ກ່າວ.

XS
SM
MD
LG