ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງການ NATO ສະຫຼອງ ວັນຈັດຕັ້ງ ຄົບຮອບ 70 ປີ ທ່າມກາງ ຄວາມເຄັ່ງຕຶງ ຂ້າມມະຫາສະໝຸດ ແອັດແລນຕິກ


ລັດຖະມົນຕີວ່າການ ກະຊວງການຕ່າງປະເທດ ສະຫະລັດ ທ່ານ ໂມຄ໌ ພອມພຽວ, ຊ້າຍ, ໂອ້ລົມກັບ ເລຂາທິການໃຫຍ່ອົງການ NATO ທ່ານ ເຈັນສ໌ ສໂຕລເຕັນເບີກ ກ່ອນຈະເຂົ້າກອງປະຊຸມ ຢູ່ທີ່ສຳນັກງານໃຫຍ່ ຂອງ NATO ໃນນະຄອນຫຼວງ ບຣັສໂຊລສ໌, ວັນທີ 4 ທັນວາ 2018.
ລັດຖະມົນຕີວ່າການ ກະຊວງການຕ່າງປະເທດ ສະຫະລັດ ທ່ານ ໂມຄ໌ ພອມພຽວ, ຊ້າຍ, ໂອ້ລົມກັບ ເລຂາທິການໃຫຍ່ອົງການ NATO ທ່ານ ເຈັນສ໌ ສໂຕລເຕັນເບີກ ກ່ອນຈະເຂົ້າກອງປະຊຸມ ຢູ່ທີ່ສຳນັກງານໃຫຍ່ ຂອງ NATO ໃນນະຄອນຫຼວງ ບຣັສໂຊລສ໌, ວັນທີ 4 ທັນວາ 2018.

ບັນດາລັດຖະມົນຕີວ່າການຕ່າງປະເທດຂອງປະເທດສະມາຊິກ ອົງການເນໂຕ້ ກຳລັງ
ເຕົ້າໂຮມກັນຢູ່ໃນນະຄອນຫຼວງ ວໍຊິງຕັນ ດີຊີ ໃນສັບປະດານີ້ ເພື່ອສະເຫຼີມສະຫຼອງ ວັນ
ຄົບຮອບ 70 ປີ ຂອງການຈັດຕັ້ງອົງການສົນທິສັນຍາແອັດ ແລນຕິກເໜືອຫຼື NATO.
ປະທານາທິບໍດີ ດໍໂນລ ທຣຳ ໄດ້ຕ້ອງຕິກຸ່ມພັນທະ ມິດດັ່ງກ່າວ ພ້ອມທັງກ່າວໂຈມຕີ
ປະເທດສະມາຊິກອື່ນໆ ທີ່ໄດ້ລົງທຶນໃນດ້ານການປ້ອງກັນປະເທດ ຕ່ຳເກີນໄປ ແລະ
ກາງຕໍ່ ສະຫະລັດ ຢ່າງຫຼວງຫຼາຍ. ບັນດານັກສັງເກດການຈະຈັບຕາເບິ່ງຢ່າງໃກ້ຊິດວ່າ
ກຸ່ມພັນທະມິດນີ້ ຜ່ານຜ່າມໍລະ ສຸມພາຍໃນອົງການດ້ວຍວິທີໃດ ເນື່ອງໃນວັນຄົບຮອບ
70 ປີນີ້.

ທ່ານທຣຳ ຜູ້ທີ່ເປັນເຈົ້າພາບຕ້ອນຮັບເລຂາທິການໃຫຍ່ອົງການເນໂຕ້ ນາຍພົນ ເຈັນສ໌
ສໂຕລເຕັນເບີກ ສຳລັບການເຈລະຈາ ຢູ່ທີ່ທຳນຽບຂາວ ໃນວັນອັງຄືນມື້ນີ້ ກໍໄດ້ໃຫ້
ຄຳເຫັນຢ່າງຈະແຈ້ງ ກ່ຽວກັບອົງການເນໂຕ້ ໃນລະຫວ່າງການໂຄສະນາຫາສຽງ ເປັນ
ປະທານາທິບໍດີ ໃນປີ 2016 ຊຶ່ງໄດ້ເຮັດໃຫ້ຫຼາຍຝ່າຍ ຢູ່ທັງສອງຟາກຂອງມະຫາສະໝຸດ
ແອັດແລນຕິກ ຕົກອົກຕົກໃຈ ໂດຍການກ່າວເອີ້ນ ອົງການພັນທະມິດນີ້ວ່າ“ລ້າສະໄໝ.”

ທ່ານໄດ້ອ້າງໃນສິ່ງທີ່ທ່ານໄດ້ກ່າວໄປວ່າ ເປັນການເພັ່ງເລັງໃສ່ຜິດເປົ້າໝາຍໃນເລື້ອງ
ຂອງການກໍ່ການຮ້າຍ ໃນຂະນະທີ່ ທ່ານໄດ້ກ່າວອ້າງຊ້ຳແລ້ວຊ້ຳອີກວ່າ ສະຫະລັດ
ຈະຕ້ອງໄດ້ແບກຫາບພາລະ ໃນຄ່າໃຊ້ຈ່າຍຫຼາຍເກີນໄປ.

ບັນດານັກຊ່ຽວຊານດ້ານນະໂຍບານການຕ່າງປະເທດ ສ່ວນໃຫຍ່ ກ່າວວ່າ ອົງການ
ເນໂຕ້ ເປັນນຶ່ງໃນອົງການພັນທະມິດດ້ານການທະຫານທີ່ປະສົບຜົນສຳເລັດຫຼາຍທີ່ສຸດ
ໃນປະຫວັດສາດ ແລະ ກໍບໍ່ໄດ້ລ້າສະໄໝເລີຍ ແຕ່ຢ່າງໃດ.

“ອົງການນີ້ ໄດ້ສະແດງໃຫ້ເຫັນ ເຖິງຄວາມອາດສາມາດ ທີ່ຈະປັບປ່ຽນຕົນເອງ ໃນ
ສະໄໝເກົ່າ ຈາກການຮັບມືກັບການຟື້ນໂຕຂຶ້ນມາຂອງຣັດເຊຍ ຈົນເຖິງການຮັບ​ມື​
ກັບວິກິດການຢູ່ໃນເຂດດ້ານໃຕ້ຂອງອົງການເນໂຕ້ ພ້ອມກັນນັ້ນຍັງໄດ້ຮັບມືກັບ
ບັນຫາຕ່າງໆ ຄື ການ​ໂຈມ​ຕີໄຊເບີ ສະນັ້ນແລ້ວ ອົງການເນໂຕ້ ພວມປັບໂຕປ່ຽນ
ແປງ ແລະ ບັນດາພັນທະມິດ ກໍໃຊ້ຈ່າຍໃນເລື້ອງການປ້ອງກັນປະ​ເທດ ຫຼາຍຂຶ້ນ”

ນັ້ນແມ່ນຄຳເວົ້າ ຂອງທ່ານມາກຄ໌ ຊີມາຄອບສກີ ຈາກ ສະພາແອັດ ແລນຕິກ ທີ່ໄດ້
ກ່າວຕໍ່ ວີໂອເອ.

ການໃຊ້ຈ່າຍດ້ານການທະຫານ ໄດ້ເປັນບັນຫາຫຼັກສຳລັບທ່ານທຣຳ ຜູ້ທີ່ໄດ້ກົດດັນ
ບັນດາພັນທະມິດໃນທະວີບໂຣບໃຫ້ເພີ້ມລາຍຈ່າຍໃນດ້ານການປ້ອງປະເທດ ຂອງ
ພວກເຂົາເຈົ້າ.

ທ່ານທຣຳ ໄດ້ກ່າວບອກບັນດານັກຂ່າວ ໃນລະຫວ່າງກອງປະຊຸມສຸດຍອດກັບອົງການ
ເນໂຕ້ ເມື່ອປີກາຍນີ້ ວ່າ “ໝົດທຸກຄົນ ເຫັນດີ ໃຫ້ການໝັ້ນໝາຍທີ່ຈະ ເພີ້ມລາຍຈ່າຍ
ຂອງພວກເຂົາເຈົ້າ ພວກເຂົາເຈົ້າ ຈະເພີ້ມມັນຂຶ້ນ ໃນລະດັບທີ່ ພວກເຂົາເຈົ້າ ບໍ່ເຄີຍ
ຄາດຄິດມາກ່ອນ.”

ແນວທາງຊີ້ນຳຂອງອົງການເນໂຕ້ ກ່າວວ່າ ບັນດາປະເທດສະມາຊິກ ຄວນໃຊ້ຈ່າຍ
ຢ່າງໜ້ອຍ 2 ເປີເຊັນ ຂອງຍອດຜະລິດຕິພັນລວມພາຍໃນປະເທດ ຫຼື GDP ໃສ່​ດ້ານ
ການທະຫານ ໃນແຕ່ລະປີ. ພຽງແຕ່ 7 ປະເທດ ໃນຈຳນວນ 29 ປະເທດ ທີ່ເປັນສະ
ມາຊິກ ໄດ້ບັນລຸລະດັບດັ່ງກ່າວ ໃນປີ 2018. ບັນດານັກຊ່ຽວຊານ ບາງສ່ວນຄຶດວ່າ
ກົດລະບຽບຂອງ 2 ເປີເຊັນ ນັ້ນ ແມ່ນມີຄວາມສຳຄັນຢ່າງຍິ່ງ.

NATO Marks 70th Anniversary in Washington Amid Transatlantic Tensions
please wait

No media source currently available

0:00 0:02:27 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG