ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບໍ່ມີການຮັບປະກັນໃດໆ ຕໍ່ການຖອນກຳລັງທະຫານ ສຫລ ອອກຈາກອັຟການິສຖານ ອີງຕາມການກ່າວ ຂອງທີ່ປຶກສາດ້ານຄວາມໝັ້ນຄົງ


ທ່ານເຈັກ ຊູລລີວັນ ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດຂອງທຳນຽບຂາວ, ຢູ່ດ້ານໜ້າ, ລັດຖະມົນຕີກະຊວງການຕ່າງປະເທດ ທ່ານແອນໂທນີ ບລິງເກັນ, ຢູ່ດ້ານຫຼັງ-ຊາຍ, ເຂົ້າປະຊຸມກັບປະທານາທິບໍດີ ໂຈ ໄບເດັນ, ຂວາ, ໃນຫ້ອງໂຣສເຊີແວລຕ໌ ຂອງທຳນຽຍຂາວ, ໃນນະຄອນຫຼວງວໍຊິງຕັນ, ວັນທີ 1 ມີນາ 2021.
ທ່ານເຈັກ ຊູລລີວັນ ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດຂອງທຳນຽບຂາວ, ຢູ່ດ້ານໜ້າ, ລັດຖະມົນຕີກະຊວງການຕ່າງປະເທດ ທ່ານແອນໂທນີ ບລິງເກັນ, ຢູ່ດ້ານຫຼັງ-ຊາຍ, ເຂົ້າປະຊຸມກັບປະທານາທິບໍດີ ໂຈ ໄບເດັນ, ຂວາ, ໃນຫ້ອງໂຣສເຊີແວລຕ໌ ຂອງທຳນຽຍຂາວ, ໃນນະຄອນຫຼວງວໍຊິງຕັນ, ວັນທີ 1 ມີນາ 2021.

ບໍ່ມີໃຜສາມາດເວົ້າໄດ້ດ້ວຍຄວາມໝັ້ນໃຈວ່າ ແມ່ນຫຍັງຈະເກີດຂຶ້ນຢູ່ໃນອັຟການິສຖານ ເມື່ອປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ຖອນກຳລັງທະຫານສະຫະລັດທີ່ຍັງເຫຼືອຢູ່ 2,500 ຫາ 3,500 ຄົນອອກຈາກປະເທດດັ່ງກ່າວພາຍ ໃນວັນທີ 11 ກັນຍາ ເພື່ອສິ້ນສຸດສົງຄາມຍາວນານທີ່ສຸດຂອງປະເທດ ອີງຕາມການກ່າວຂອງເຈົ້າໜ້າທີ່ທຳນຽບຂາວ ໃນວັນອາທິດວານນີ້.

“ຂ້າພະເຈົ້າບໍ່ສາມາດຮັບປະກັນໃດໆໄດ້ ກ່ຽວກັບວ່າ ແມ່ນຫຍັງຈະເກີດຂຶ້ນຢູ່ພາຍໃນປະເທດນັ້ນ. ບໍ່ມີໃຜສາດມາດເວົ້າໄດ້” ນັ້ນແມ່ນຄຳເວົ້າຂອງທ່ານເຈັກ ຊູລລີວັນ ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດຂອງທຳນຽບຂາວ ໄດ້ກ່າວໄປໃນລາຍການຂ່າວ “Fox News Sunday”.

ທ່ານໄດ້ກ່າວອີກວ່າ “ໝົດທຸກຢ່າງທີ່ສະຫະລັດສາມາດເຮັດໄດ້ ແມ່ນສະໜອງໃຫ້ແກ່ກອງກຳລັງຮັກຄວາມປອດໄພອັຟການິສຖານ, ລັດຖະບານອັຟການິສຖານ ແລະປະຊາຊົນອັຟການິສຖານຄືຊັບພະຍາກອນແລະຄວາມອາດສາມາດ, ການຝຶກແອບ ແລະສະໜອງອຸປະກອນຕ່າງໆໃຫ້ແກ່ກອງກຳລັງຂອງພວກເຂົາເຈົ້າ, ສະຫະໜອງການຊ່ອຍເຫຼືອແກ່ລັດຖະບານຂອງພວກເຂົາເຈົ້າ. ພວກເຮົາກໍໄດ້ເຮັດເຊັ່ນນັ້ນ ແລະບັດນີ້ ມັນເຖິງເວລາແລ້ວ ສຳລັບກຳລັງທະຫານຂອງອາເມຣິກາ ທີ່ຈະກັບຄືນມາບ້ານ ແລະປະຊາຊົນອັຟການິສຖານຈະຕ້ອງກ້າວຂຶ້ນມາປ້ອງກັນປະເທດຂອງພວກເຂົາເຈົ້າເອງ.”

ການຕັດສິນໃຈທີ່ຈະຖອນກອງກຳລັງຍັງເຫຼືອຢູ່ນັ້ນ ກໍໄດ້ມີປະຕິກິລິຍາທີ່ແຕກຕ່າງກັນໄປຢູ່ໃນວໍຊິງຕັນ. ຜູ້ນຳສຽງສ່ວນນ້ອຍຂອງສະພາສູງ ທ່ານມິຈ ເມັກຄອນແນລ ໄດ້ເອີ້ນມັນ ເປັນຄວາມຜິດພາດທີ່ໃຫຍ່ຫຼວງ ແລະວ່າ “ເປັນການຖອນກຳລັງເມື່ອປະເຊີນໜ້າກັບສັດຕູ.” ສ່ວນທ່ານລິນຊີ ແກຣມ ສະມາຊິກສະພາສູງ ໄດ້ກ່າວວ່າ ມັນເປັນ “ຄວາມໂງ່ຈ້າກວ່າດິນ ແລະອັນຕະລາຍຮ້າຍແຮງ.” ແມ່ນກະທັງ ສະມາຊິກສະພາຈາກພັກເດໂມແຄຣັດບາງຄົນ ໄດ້ມີຄວາມເປັນຫ່ວງກັບການຕັດສິນໃຈດັ່ງກ່າວ ໂດຍລວມມີ ສະມາຊິກສະພາສູງ ທ່ານຣອບເບີດ ເມີເນັນເດສ ປະທານຄະນະກຳມະການສາຍສຳພັນກັບຕ່າງ ປະເທດ ຜູ້ທີ່ເປັນຫ່ວງວ່າ ສະຫະລັດ ອາດ “ສູນເສຍສິ່ງທີ່ພວກເຮົາຫາທາງທີ່ຈະບັນລຸ.”

ແຕ່ບັນດາສະມາຊິກສະພາຄົນອື່ນໆ ກ່າວວ່າ ມັນກາຍເວລາມາດົນນານແລ້ວທີ່ສະຫະລັດຈະຖອນກຳລັງທະຫານທີ່ຕົນໄດ້ສົ່ງໄປອັຟການິສຖານເພື່ອເອົາຊະນະພວກກໍ່ການຮ້າຍກຸ່ມອາລ-ກາອີດາ ທີ່ເປັນຜູ້ບົງການແລະດຳເນີນການໂຈມຕີ ໃນວັນທີ 11 ກັນຍາ ປີ 2001 ຢູ່ໃນສະຫະລັດທີ່ໄດ້ສັງຫານປະຊາຊົນເກືອບ 3,000 ຄົນ. ແຕ່ພວກຕຳໜິການຕັດສິນໃຈຖອນກຳລັງທະຫານຫຼັງຈາກ 20 ປີຕໍ່ມາຂອງທ່ານໄບເດັນນັ້ນ ກ່າວວ່າ ມັນອາດນຳໄປສູ່ການສ້າງຕັ້ງບ່ອນຫລົບລີ້ໃໝ່ຂອງກຸ່ມກໍ່ການຮ້າຍຢູ່ໃນອັຟການິສຖານ.

ເມື່ອຖືກຖາມໃນການສຳພາດຕ່າງຫາກຢູ່ອົງການຂ່າວ CNN ວ່າ ສະຫະລັດ “ຊະນະສົງຄາມ” ຫຼືບໍ່ຢູ່ໃນອັຟການິສຖານ ທ່ານຊູລລີວັນ ໄດ້ຕອບວ່າ ສະຫະລັດ ໄດ້ “ບັນລຸຈຸດປະສົງຂອງຕົນ” ໂດຍການຫລຸດຜ່ອນການມີໜ້າຂອງກຸ່ມອາລ-ກາອີດາ ແລະໄດ້ສັງຫານ ໂອຊາມາ ບິນ ລາເດັນ ຜູ້ນຳຂອງກຸ່ມອາລ-ກາອີດາ ໃນພາລະກິດຢູ່ໃນປາກິສຖານ ເມື່ອປີ 2011.

ທ່ານຊູລລີຫວັນ ໄດ້ກ່າວວ່າ ການຖອນກຳລັງທະຫານສະຫະລັດ ດຽວນີ້ ແມ່ນໄດ້ຮັບການຍອມຮັບທີ່ວ່າ ສະຫະລັດຕ້ອງ “ເພັ່ງເລັງໃສ່ການສູ້ລົບໃນ 20 ປີຂ້າງໜ້າ ບໍ່ແມ່ນ 20 ປີຫລັງ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG