ເອກອັກຄະລັດຖະທູດສະຫະລັດ ປະຈຳອົງການສະຫະປະຊາຊາດ ທ່ານນາງ Nikki
Haley ໄດ້ເຕືອນມຽນມາວ່າ ໃນຂະນະທີ່ວໍຊິງຕັນ ໃຫ້ການສະໜັບສະໜຸນໃນການຕໍ່
ສູ້ຕ້ານຄວາມຮຸນແຮງ ຢູ່ໃນລັດຣາໄຄນ໌ ຊຶ່ງຕັ້ງຢູ່ ໃນພາກຕາເວັນຕົກສຽງເໜືອ ຂອງ
ປະເທດດັ່ງກ່າວ ແຕ່ການຊ່ອຍເຫລືອທາງດ້ານມະນຸດສະທຳ ຕ້ອງໃຫ້ໄປເຖິງມືຂອງ
ພວກທີ່ຕ້ອງການ.
ທ່ານນາງ Haley ໄດ້ອອກຖະແຫຼງການສະບັບນຶ່ງໃນວັນສຸກວານນີ້ ກ່າວວ່າ “ພວກ
ເຮົາຂໍສະແດງຄວາມຍິນດີ ທີ່ລັດຖະບານມຽນມາ ໄດ້ໃຫ້ການຊ່ອຍເຫລືອ ທາງດ້ານ
ມະນຸດສະທຳ ຕໍ່ພວກອົບພະຍົບຫລົບໄພ ຍ້ອນຄວາມຮຸນແຮງທັງໝົດ. ແຕ່ແນວໃດ
ກໍຕາມ ພວກເຮົາຈະສືບຕໍ່ ຮຽກຮ້ອງໃຫ້ພວກເຂົາເຈົ້າ ເຮັດໃຫ້ເປັນທີ່ແນ່ໃຈວ່າ ການ
ຊ່ອຍເຫລືອນີ້ ໄດ້ຕົກໄປຮອດໄປເຖິງພວກທີ່ຕ້ອງການແທ້ໆໂດຍໄວເທົ່າທີ່ຈະໄວໄດ້
ແລະໄດ້ຖືກຈັດສົ່ງໄປໃຫ້ ໃນວິທີທີ່ເປັນການປົກປ້ອງສິດທິແລະກຽດສັກສີຂອງພວກ
ເຂົາເຈົ້າ.”
ໃນຕອນເຊົ້າວັນສຸກວານນີ້ ກະຊວງການຕ່າງປະເທດສະຫະລັດກ່າວວ່າ “ຕົນກຳລັງ
ເພັ່ງເລັງໃສ່” ການຟື້ນຟູ ໃນການໃຫ້ຄວາມຊ່ອຍເຫລືອ ທາງດ້ານມະນຸດສະທຳ ຢູ່ທີ່
ລັດຣາໄຄນ໌ໃນພາກເໜືອຂອງມຽນມາແລະມີຄວາມ “ກັງວົນເປັນທີ່ສຸດກ່ຽວກັບການ
ລ່ວງລະເມີດທີ່ມີມາຕິດຕໍ່ກັນ” ຢູ່ໃນເຂດດັ່ງກ່າວ.
ທ່ານ Patrick Murphy ຮອງລັດຖະມົນຕີຊ່ອຍວ່າການ ກະຊວງການຕ່າງປະເທດ
ສະຫະລັດ ຮັບຜິດຊອບ ກ່ຽວກັບ ເຂດເອເຊຍຕາເວັນອອກສຽງໃຕ້ ກ່າວຕໍ່ພວກນັກ
ຂ່າວທາງໂທລະສັບ ໃນວັນສຸກວານນີ້ວ່າ ສະຫະລັດ ຮຽກຮ້ອງໃຫ້ທຸກພັກຝ່າຍເອົາ
ບາດກ້າວເພື່ອຫຼຸດຜ່ອນຄວາມເຄັ່ງຕຶງ ໃນເຂດດັ່ງກ່າວ. ທ່ານເວົ້າວ່າ ນັບແຕ່ເດືອນ
ສິງຫາເປັນຕົ້ນມາ “ບາງທີ ອາດມີອົບພະຍົບຫຼາຍກວ່າ” 200,000 ຄົນໄດ້ຂ້າມຊາຍ
ແດນເຂົ້າໄປໃນບັງກລາແດັສ ເພື່ອຫຼົບໜີຄວາມຮຸນແຮງ.”
ທ່ານກ່າວວ່າ ພວກອົບພະຍົບພາຍໃນປະເທດ ຄືພວກທີ່ຫລົບໜີໄປຈາກເຮືອນຊານ
ແຕ່ບໍ່ໄດ້ອອກຈາກມຽນມາແມ່ນຍັງບໍ່ຮູ້ຈຳນວນຢ່າງຄັກແນ່. ແຕ່ທ່ານກໍເວົ້າວ່າ ພວກ
ອົບພະຍົບພາຍໃນປະເທດແມ່ນຮວມທັງພວກຊົນກຸ່ມນ້ອຍຊາວໂຣຮິງຢາແລະພວກ
ທີ່ບໍ່ແມ່ນຊາວໂຣຮິງຢາ ຢູ່ໃນເຂດດັ່ງກ່າວ.
ທ່ານເວົ້າວ່າ ການໂອ້ລົມກັບລັດຖະບານມຽນມາຍັງດຳເນີນຕໍ່ໄປ ໂດຍຜ່ານເອກອັກ
ຄະລັດຖະທູດສະຫະລັດ ປະຈຳປະເທດດັ່ງກ່າວ ຊຶ່ງຮູ້ກັນໃນອີກຊື່ນຶ່ງວ່າພະມ້ານັ້ນ.
ໃນວັນພະຫັດແລ້ວນີ້ ໂຄສົກກະຊວງຕ່າງປະເທດ ສະຫະລັດ ທ່ານນາງ Heather
Nauert ກ່າວຕໍ່ພວກນັກຂ່າວວ່າ ສະຫະລັດ ມີຄວາມກັງວົນຢ່າງເລິກເຊິ່ງ ກ່ຽວກັບ
ສະຖານະການຢູ່ທີ່ນັ້ນ. ທ່ານນາງເວົ້າວ່າ ກະຊວງການຕ່າງປະເທດ ໄດ້ຕິດຕໍ່ ຢ່າງ
ໃກ້ຊິດ ກັບລັດຖະບານມຽນມາ ກ່ຽວກັບສະຖານະການຢູ່ທີ່ລັດຣາໄຄນ໌.