ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຜູ້ລົງແຂ່ງຂັນ ເອົາຕຳແໜ່ງ ໃນສະພາໃຫຍ່ລັດ ອີລີນອຍ ຫວັງທີ່ຈະສ້າງ ປະຫວັດສາດ


General Assembly Candidate Hopes to Make History in Illinois
please wait

No media source currently available

0:00 0:02:29 0:00

ຊົມວິດີໂອ ກ່ຽວກັບ ລາຍງານນີ້

ຄວາມສົນໃຈທັງຫລາຍ ໃນການເລືອກຕັ້ງຂັ້ນຕົ້ນ ທີ່ລັດ Illinois ໃນ ວັນທີ 15 ມີນາມື້ນີ້ ແມ່ນເພັ່ງເລັງໃສ່ ບັນດາຜູ້ລົງແຂ່ງຂັນທີ່ພະ ຍາຍາມເອົາຊະນະໃນການໃຫ້ຖືກສະເໜີຊື່ ເຂົ້າແຂ່ງໃນການ ເລືອກຕັ້ງເອົາຕຳແໜ່ງປະທານາທິບໍດີໃນນາມພັກຂອງຕົນ, ແຕ່ວ່າ ນັກທຸລະກິດ ແລະ ຜູ້ຈັດຕັ້ງຂອງຊຸມຊົນລັດ Chicago ຄົນໜຶ່ງຊຶ່ງ ກໍເປັນຜູ້ໜຶ່ງທີ່ມີຊື່ຢູ່ໃນບັນຊີ ຜູ້ແຂ່ງຂັນທີ່ຫວັງວ່າຈະສ້າງປະຫວັດ ສາດຢູ່ໃນລັດຂອງຕົນ. ນັກຂ່າວ ວີໂອເອ Kane Farabaugh ມີ ລາຍງານເພີ່ມເຕີມຈາກລັດ Chicago ເຊິ່ງ ພຸດທະສອນ ຈະນຳ ເອົາລາຍລະອຽດມາສະເໜີທ່ານ.

ເຂດເມືອງທີ 40 ຂອງສະພາໃຫຍ່ລັດ ອີລີນອຍ ທາງພາກຕາເວັນຕົກສຽງເໜືອ ຂອງນະຄອນ ຊິຄາໂກ ເປັນບ່ອນທີ່ທ່ານ Paul Sack ເອີ້ນວ່າບ້ານຂອງທ່ານ, ເຖິງແມ່ນທ່ານຈະບໍ່ມັກວິທີ ການທີ່ທ່ານເຫັນຄວາມເປັນໄປຂອງການເມືອງຢູ່ໃນທ້ອງຖິ່ນນັ້ນກໍຕາມ.

ທ່ານ Paul Sack ກ່າວວ່າ “ສົມມຸດວ່າ ພວກເຮົາມີນັກການເມືອງນັບເປັນພັນໆຄົນຕາງໜ້າ ໃຫ້ພວກເຮົາຢູ່ໃນລະດັບເມືອງ, ຂັ້ນແຂວງ, ຂັ້ນລັດ ແລະ ຂັ້ນອື່ນໆ, ແຕ່ວ່າ ແທ້ຈິງແລ້ວ ມັນກໍແຕ່ມີພຽງສອງສາມຄົນເທົ່ານັ້ນທີ່ເປັນຜູ້ຮັບຜິດຊອບ.”

ແຕ່ວ່າສຽງເຄາະປະຕູຫ້ອງພັກຂອງລາວເມື່ອປີກາຍນີ້ ໄດ້ສ້າງຄວາມຫວັງໃໝ່ໃຫ້ລາວ.

ທ່ານ Paul Sack ກ່າວວ່າ “ຜູ້ໂຄສະນາຫາສຽງຄົນນີ້ໄດ້ບອກຂ້າພະເຈົ້າໜ້ອຍໜຶ່ງກ່ຽວ ກັບລາວ, ແລະກໍເບິ່ງຄືວ່າ ລາວມີຄວາມເຊື່ອໃນສິ່ງດຽວກັນກັບສິ່ງທີ່ຂ້າພະເຈົ້າເຊື່ອຖື. ແລະ ພ້ອມໆກັບສະຖານະການ ແລະ ຄວາມຫຍຸ້ງຍາກທີ່ມັນກຳລັງເກີດຂຶ້ນຢູ່ນັ້ນ, ເບິ່ງ ຄືວ່າ ມັນເປັນເວລາທີ່ເໝາະສົມແລ້ວສຳລັບຂ້າພະເຈົ້າທີ່ຈະເຂົ້າຮ່ວມໃນການເຮັດ ບາງສິ່ງບາງຢ່າງ.”

ດັ່ງນັ້ນໃນວັນທີ່ 15 ມີນານີ້, ທາງເລືອກສູງສຸດສຳລັບສະພາໃຫຍ່ ຂອງທ່ານ Sack ກໍຈະ ແມ່ນຜູ້ຍົກຍ້າຍເຂົ້າມາຕັ້ງຖິ່ນຖານໃໝ່ຊາວມຸສລິມ ສັນຊາດ ອາເມຣິກັນ ຜູ້ທີ່ບໍ່ເຄີຍໄດ້ ເຮັດວຽກຮັບໃຊ້ລັດຖະການມາກ່ອນ.

ທ່ານ Harish Partel ຜູ້ສະໝັກໃນນາມ “ນັກປະຊາທິປະໄຕອິດສະຫຼະ” ເຊິ່ງເປັນຜູ້ທີ່ບໍ່ ເຄີຍໄດ້ສັງກັດຢູ່ໃນພັກຂອງລັດມາກ່ອນ.

ທ່ານ Harish Partel ກ່າວວ່າ “ລັດຂອງຂ້າພະເຈົ້າບໍ່ນັບຖື ຫຼື ຕອບສະໜອງຄວາມ ຮຽກຮ້ອງຕ້ອງການຂອງຊຸມຊົນ. ດັ່ງນັ້ນຢູ່ໃນເຂດເມືອງນີ້, ຂ້າພະເຈົ້າຮູ້ສຶກວ່າ ມັນມີວິ ກິດການ ກ່ຽວກັບ ຄວາມເປັນປະຊາທິປະໄຕ.”

ເມື່ອທ່ານ Harish Partel ໄດ້ມາຮອດ ສະຫະລັດ ໃນປີ 1999 ພ້ອມກັບແມ່ຂອງລາວ ທີ່ເປັນແມ່ໝ້າຍ, ລາວເວົ້າພາສາອັງກິດບໍ່ໄດ້ຈັກໜ້ອຍເລີຍ. ແຕ່ຍ້ອນໂຄງການສາທາ ລະນະຫຼາຍຢ່າງ, ລາວຈຶ່ງໄດ້ຮັບການສຶກສາ ແລະ ປະລິນຍາບັດມະຫາວິທະຍາໄລ. ແລະ ມາບັດນີ້ລາວຈຶ່ງຢາກຕອບແທນຄືນ.

ທ່ານ Harish Partel ກ່າວວ່າ “ທຸກສິ່ງທຸກຢ່າງເຫຼົ່ານີ້ ມີຄວາມເປັນໄປໄດ້ກໍຍ້ອນການ ລົງທຶນຂອງຊຸມຊົນໃຫ້ກັບຂ້າພະເຈົ້າ. ຕອນນີ້ມັນຄ້າຍຄືວ່າຈະເປັນເວລາຂອງຂ້າພະ ເຈົ້າແລ້ວ ທີ່ຈະຄິດຫາວິທີ ເພື່ອເກັບຮັກສາໂຄງການນີ້ໄວ້ ເພື່ອຄົນອື່ນທີ່ຈະເຂົ້າມາຢູ່ ໃນເຂດຄຸ້ມນີ້ ຫຼື ຄົນອື່ນຜູ້ທີ່ໄດ້ສ້າງໝູ່ບ້ານນີ້ຂຶ້ນມາ, ເພື່ອໃຫ້ໄດ້ຮັບຜົນປະໂຫຍດອັນ ດຽວກັນກັບທີ່ຂ້າພະເຈົ້າໄດ້ຮັບ.”

ເຂດເມືອງທີ່ 40 ຂອງນະຄອນ ຊິຄາໂກ ແມ່ນເມືອງທີ່ມີຊົນເຜົ່າຫຼາກຫຼາຍອາໄສຢູ່ຫຼາຍທີ່ ສຸດໃນລັດ ທັງຍັງເປັນບ້ານຂອງວັດອິສລາມ 3 ແຫ່ງ ແລະ ມີປະຊາກອນ ມຸສລິມ ສັນຊາດ ອາເມຣິກັນຢ່າງຫຼວງຫຼາຍ.

ການເລືອກຕັ້ງຂັ້ນຕົ້ນເທື່ອນີ້ ແມ່ນການແຂ່ງຂັນຂອງຜູ້ຊາຍ 2​ ຄົນ ລະຫວ່າງ ທ່ານ Partel ກັບ ເຈົ້າໜ້າທີ່ປະຈຳບ່ອນນັ່ງຢູ່ແລ້ວ ຄື ທ່ານ Jaime Andrade. ຜູ້ໃດກໍຕາມທີ່ຈະໄດ້ຮັບ ໄຊຊະນະ ກໍເບິ່ງຄືວ່າຈະໄດ້ຮັບໄຊຊະນະໃນການເລືອກຕັ້ງທົ່ວໄປໃນເດືອນ ພະຈິກນີ້ ເພາະວ່າ ປະຈຸບັນນີ້ ບໍ່ມີຜູ້ທ້າຊິງຈາກພັກ ຣີພັບບລີກັນ.

ຖ້າທ່ານ Partel ໄດ້ຮັບໄຊຊະນະ, ທ່ານກໍຈະສ້າງສະຖິຕິ ເປັນຊາວ ມຸສລິມ ສັນຊາດ ອາ ເມຣິກາ ຄົນທຳອິດທີ່ຖືກເລືອກເຂົ້າໃນສະພາໃຫຍ່ລັດ ອີລີນອຍ, ເຊິ່ງເປັນສິ່ງທີ່ທ່ານ Paul ຫວັງວ່າຈະໄດ້ເປັນສັກຂີພິຍານ ບໍ່ພຽງແຕ່ໃນຖານະເປັນຜູ້ປ່ອນບັດລົງຄະແນນ ສຽງເທົ່າ
ນັ້ນ, ແຕ່ຍັງຈະເປັນດັ່ງສະມາຊິກໃໝ່ຄົນນຶ່ງຂອງການໂຄສະນາຫາສຽງຂອງທ່ານ Partel.

ທ່ານ Paul Sack ກ່າວວ່າ “ມັນດີຫຼາຍທີ່ມີບາງຄົນຈາກປະເທດອື່ນ, ຄົນຜູ້ທີ່ ບໍ່ໄດ້ຮຽນ ພາສາອັງກິດມາກ່ອນຈົນເຖິງອາຍຸ 14 ປີ, ເຊິ່ງອາດຈະໄດ້ເປັນຜູ້ແທນຂອງຂ້າພະເຈົ້າ.”

ການໄດ້ຮັບໄຊຊະນະໃນການເລືອກຕັ້ງ ອາດຈະເປັນພາກສ່ວນທີ່ມີຄວາມງ່າຍດາຍ. ແຕ່ ສະພາໃຫຍ່ໃນປີໜ້າຈະປະເຊີນໜ້າກັບຫຼາຍບັນຫາ, ລວມທັງການແກ້ໄຂບັນຫາ ການຂາດ ດຸນງົບປະມານປະຈຳປີ 9 ພັນລ້ານໂດລາຂອງລັດຖະບານນັ້ນນຳ.

XS
SM
MD
LG