ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສຫລ ເລື່ອນການນຳໃຊ້ ມາດຕະການ ຫ້າມເຂົ້າປະເທດ ໄວຂຶ້ນສອງວັນ ຊຶ່ງມີຜົນບັງຄັບໃຊ້ ມື້ນີ້


ສະຖານທີ່ກວດປີ້ຍົນສຳລັບຜູ້ໂດຍສານ ໃນສະໜາມບິນສາກົນແຫ່ງນຶ່ງ ໃນ ກົວຮູໂທ ໃກ້ກັບນະຄອນຊາວ ປາວໂລ ຂອງບຣາຊີລ ແມ່ນເປົ່າຫວ່າງ ບໍ່ມີຜູ້ໂດຍສານເລີຍ ຍ້ອນການລະບາດຂອງໄວຣັສໂຄໂຣນາ.
ສະຖານທີ່ກວດປີ້ຍົນສຳລັບຜູ້ໂດຍສານ ໃນສະໜາມບິນສາກົນແຫ່ງນຶ່ງ ໃນ ກົວຮູໂທ ໃກ້ກັບນະຄອນຊາວ ປາວໂລ ຂອງບຣາຊີລ ແມ່ນເປົ່າຫວ່າງ ບໍ່ມີຜູ້ໂດຍສານເລີຍ ຍ້ອນການລະບາດຂອງໄວຣັສໂຄໂຣນາ.

ການຫ້າມບໍ່ໃຫ້ເຂົ້າປະເທດຊຸດໃໝ່ຂອງສະຫະລັດຕໍ່ພວກທີ່ເດີນທາງມຈາກບຣາ ຊີລ ມີຜົນບັງຄັບໃຊ້ໃນວັນອັງຄານມື້ນີ້ ຊຶ່ງໄດ້ຖືກແຈ້ງອອກມາສອງວັນກ່ອນກຳ ນົດ ທີ່ທຳນຽບຂາວໄດ້ປະກາດໄປໃນເບື້ອງຕົ້ນ ໃນຄວາມພະຍາຍາມເພີ້ມຕື່ມ ເພື່ອຈະຢຸດຢັ້ງການແຜ່ລະບາດຂອງໄວຣັສໂຄໂຣນາ.

ບັນດາເຈົ້າໜ້າທີ່ ບໍ່ໄດ້ໃຫ້ເຫດຜົນທີ່ສະເພາະເຈາະຈົງໃດໆ ເພື່ອນຳໃຊ້ມາດຕະ ການຫ້າມໄວຂຶ້ນ ຈາກທີ່ຕົນໄດ້ວາງແຜນທີ່ຈະເລີ້ມນຳໃຊ້ ໃນວັນພະຫັດຈະມາເຖິງນີ້.

ການຫ້າມດັ່ງກ່າວ ນຳໃຊ້ກັບພວກຊາວຕ່າງຊາດທີ່ເຂົ້າມາໃນສະຫະລັດ ຜູ້ທີ່ໄດ້ເດີນທາງເຂົ້າໄປບຣາຊີລ ຊ່ວງໃດຊ່ວງນຶ່ງ ໃນລະຫວ່າງ 14 ວັນກ່ອນໜ້ານີ້. ບັນດາເຈົ້າໜ້າທີ່ສາທາລະນະສຸກ ກ່າວວ່າ ມັນອາດຈະໃຊ້ເວລາສອງຫາ 14 ວັນ ກ່ອນທີ່ອາການຕ່າງໆ ຈະປາກົດອອກມາໃຫ້ເຫັນໃນບາງຄົນ ຜູ້ທີ່ຕິດເຊື້ອໄວຣັສ COVID-19.

ບຣາຊີລ ໄດ້ກາຍມາເປັນຈຸດຮ້ອນແຮງແຫ່ງໃໝ່ຂອງໄວຣັສໂຄໂຣນາຊຶ່ງນຳຫຼັງ ສະຫະລັດພຽງເຫລັກນ້ອຍ ໃນຈຳນວນຂອງກໍລະນີຕິດເຊື້ອໄວຣັສທີ່ໄດ້ຮັບການຢືນຢັນ ອີງຕາມສະຖິຕິຂອງມະຫະວິທະຍາໄລ ຈອນສ໌ ຮັອບກິນສ໌.

ກະຊວງສາທາລະນະສຸກຂອງບຣາຊີລ ໄດ້ກ່າວໃນວັນຈັນວານນີ້ ວ່າ COVID-19 ໄດ້ເອົາຊີວິດ 807 ຄົນແລ້ວພາຍໃນ 24 ຊົ່ວໂມງກ່ອນໜ້ານີ້. ຊຶ່ງຈໍານວນການເສຍຊີວິດພາຍໃນນຶ່ງວັນຂອງສະຫະລັດ ແມ່ນ 620 ຄົນ.

ທຳນຽບຂາວ ໄດ້ກ່າວວ່າ ການຫ້າມເດີນທາງເຂົ້າມານັ້ນ “ຈະຊ່ອຍຮັບປະກັນວ່າ ພວກຊາວຕ່າງຊາດທັງຫຼາຍ ຜູ້ທີ່ໄດ້ຢູ່ໃນບຣາຊີລມາແລ້ວ ຈະບໍ່ເປັນແຫລ່ງຂອງການຕິດແປດເພີ້ມຕື່ມອີກ ຢູ່ໃນປະເທດຂອງພວກເຮົາ.”

ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ໄດ້ນຳໃຊ້ການຫ້າມພວກນັກເດີນທາງ ແບບດຽວກັນນີ້ ໃນສະຖານທີ່ເຊັ່ນວ່າ ຈີນ ອີຣ່ານ ອັງກິດ ໄອຣ໌ແລນ ແລະ 26 ປະເທດຢູ່ໃນເຂດເຊັງເກັນ (Schengen) ຂອງຢູໂຣບ.

ປະທານາທິບໍດີຂອງບາຣຊີລ ທ່ານ ແຈຣ ໂບໂຊນາໂຣ ທີ່ນິຍົມຂວາຈັດ ບໍ່ໄດ້ຖືວ່າ ໄວຣັສໂຄໂຣນາເປັນເລື້ອງຮ້າຍແຮງ ມາໄດ້ຫຼາຍເດືອນແລ້ວ ໂດຍຊຸກຍູ້ໃຫ້ທຸລະກິດທັງຫຼາຍເປິດຄືນໃໝ່ໄດ້ ແລະບໍ່ສົນໃຈເລີຍນຳຂໍ້ແນະນຳຕ່າງໆຂອງມາດຕະການຢູ່ຫ່າງຈາກກັນໃນສັງຄົມນັ້ນ.

ທ່ານໂບໂຊນາໂຣ ບໍ່ຫົວຊານຳໄວຣັສດັ່ງກ່າວ ຊຶ່ງທ່ານກ່າວໄປວ່າ ບໍ່ແມ່ນຫຍັງຫຼາຍດອກ ເປັນພຽງແຕ່ “ໄຂ້ຫວັດນ້ອຍໆ” ແລະວ່າ ເສດຖະກິດທີ່ລົ້ມແຫຼວ ຈະຂ້າປະຊາຊົນຫຼາຍກວ່າພະຍາດເຈັບປ່ວຍນີ້. ທ່ານໄດ້ເອີ້ນຄວາມກັງວົນກ່ຽວກັບໄວຣັສໂຄໂຣນາຂອງຊາວບຣາຊີລທັງຫຼາຍນັ້ນ ເປັນໂຣກປະສາດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG