ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງທັບ ສຫລ ຄົ້ນຫາ ນະ​ວັດຕະ​ກຳໃໝ່ໆ ໃນ ບໍລະສັດ ຢູ່ທີ່ Silicon Valley


US Military Taps into Innovations in Startup Tech World
please wait

No media source currently available

0:00 0:02:51 0:00

ເມື່ອບໍ່ນານມານີ້ ການລັກເຈາະຂໍ້ມູນຄອມພິວເຕີ ທີ່ໃຫຍ່ທີ່ສຸດ ​ເທົ່າ​ທີ່​ເຄີຍ​ມີ​ມາ ຕໍ່
ບັນດາບໍລິສັດ ແລະ ລັດຖະບານທັງຫຼາຍ ໃນທົ່ວໂລກ. ມັນເປັນແບບຢ່າງຂອງ
ຄວາມທ້າທາຍ ຕ່າງໆ ໃນດ້ານການປ້ອງກັນຄວາມປອດໄພຂອງລະບົບດິຈິໂຕລ
ແລະ ການພັດທະນາດ້ານເທັກໂນໂລຈີໃຫ້ລ້ຳໜ້າໄປເລື້ອຍໆ. ກອງທັບສະຫະລັດ
ໄດ້ພັດທະນາວິທີທາງອັນນຶ່ງ ເພື່ອຄົ້ນຄວ້າເບິ່ງການປະດິດຄິດຄົ້ນໃໝ່ ແລະ ຄວາມ
ວ່ອງໄວ ທີ່ເປັນສັນຍາລັກ ຂອງ Silicon Valley ແລະ ບັນດາບໍລິສັດ ເທັກໂນໂລຈີ
ທີ່ສ້າງຕັ້ງຂຶ້ນໃໝ່. Elizabeth Lee ນັກຂ່າວວີໂອເອ ມີລາຍລະ ອຽດຕື່ມ ກ່ຽວກັບ
ໂຄງການລິເລີ່ມດັ່ງກ່າວນີ້ ຊຶ່ງໄຊຈະເລີນສຸກ ຈະນຳມາສະເໜີທ່ານ ​ໃນອັນ​ດັບ​ຕໍ່​ໄປ.

ອັນນີ້ ອາດຈະເບິ່ງຄືວ່າ ເປັນບໍລິສັດ ຂອງ Silicon Valley ອີກບໍລິສັດນຶ່ງໂດຍຈະມີ
ພວກຜູ້ຄົນ ກຳລັງຂຽນໂປແກຣມ ຢູ່ທີ່ໂຕະຂອງພວກເຂົາເຈົ້າ ແຕ່ ບໍລິສັດ Capella
Space ມີລູກຄ້າພິເສດ ນັ້ນກໍຄື ກອງທັບສະຫະລັດ.

ທ້າວ Payam Banazadeh ຈາກບໍລິສັດ Capella Space ກ່າວວ່າ “ພວກເຮົາ
ມັກເຮັດວຽກກັບລັດຖະບານ ເພາະວ່າ ພວກເຮົາຄິດວ່າ ພວກເຮົາສາມາດຊ່ວຍ
ເຫຼືອ ລັດຖະບານ ປະຢັດເງິນ ໂດຍນຳເອົາຄວາມອາດສາມາດທີ່ບໍ່ເຄີຍມີມາກ່ອນ
ແລະ ຜ່ານວິທີການນັ້ນ ຫວັງວ່າ ຈະຊ່ວຍຊີວິດຜູ້ຄົນບາງສ່ວນໄດ້.”

ທ້າວ Banazadeh ຍົກຍ້າຍຖິ່ນຖານເຂົ້າມາຢູ່ໃນສະຫະລັດຈາກອີຣ່ານ ດຽວນີ້
ລາວກຳລັງສ້າງດາວທຽມພິເສດ ທີ່ໃຫຍ່ກວ່າກັບໃສ່ເກີບໜ້ອຍນຶ່ງ.

ທ້າວ Banazadeh ກ່າວວ່າ “ແທ້ຈິງແລ້ວ ອັນນີ້ ແມ່ນເທັກໂນໂລຈີທາງທະຫານ.
ບັນຫາກໍແມ່ນວ່າ ພວກດາວທຽມທີ່ກອງທັບນຳໃຊ້ຢູ່ນັ້ນແມ່ນໃຫຍ່ຫຼາຍ.”


ບໍລິສັດ Capella ສາມາດສ້າງພວກດາວທຽມທີ່ມີຂະໜາດນ້ອຍກວ່າ ຖືກກວ່າ
ແລະ ໄວກວ່າ ພວກດາວທຽມຂອງທະຫານ. ປັດຈຸບັນນີ້ ກອງທັບສະຫະລັດ
ສາມາດເປັນລູກຄ້າ ຂອງບໍລິສັດ Capella ທີ່ຂໍ້ມູນຈາກດາວທຽມຂອງຕົນ
ສົ່ງຜ່ານໜ່ວຍງານໃໝ່ ທີ່ເອີ້ນວ່າ ໜ່ວຍນະ​ວັດຕະ​ກຳ ກະຊວງປ້ອງກັນປະ​ເທດ
ເພື່ອການທົດລອງ ຫຼື Defense Innovation Unit Experimental ທີ່​ເອີ້ນ
ຫຍໍ້​ວ່າ DIUx.

ທ່ານ Raj Shah ຈາກໜ່ວຍ DIUx ກ່າວວ່າ “ສະນັ້ນແລ້ວ ກະຊວງປ້ອງກັນ
ປະເທດ ເປັນລະບົບລັດຖະການ ທີ່ໃຫຍ່ທີ່ສຸດຂອງໂລກ. ມີບາງສິ່ງບາງຢ່າງ
ທີ່ເປັນລັກສະນະ ຂອງຄວາມລັບ ແລະ ຕ້ອງໄດ້ປົກປັກຮັກສາໄວ້. ແລະ ແນ່
ນອນ ທຸກສິ່ງທຸກຢ່າງ ທີ່ພວກທະຫານຂອງພວກເຮົາສຳພັດ ອາດເປັນຜົນ
ສະທ້ອນເຖິງ ການເປັນ ຫຼື ການຕາຍ.”


ຍ້ອນຜົນອັນນັ້ນ ກອງທັບ ຈຶ່ງບໍ່ຄ່ອຍຢາກຈະສ່ຽງ ແລະ ໃນຫຼາຍໆກໍລະນີ ຕົນຈະ
ພຽງຮັບເອົາ ເທັກໂນໂລຈີ ໃນເວລາ ທີ່ມັນສົມບູນແບບ. ແຕ່ໃນເວລານັ້ນ ເທັກ
ໂນໂລຈີ ອາດຈະລ້າຫລັງໄປແລ້ວ.

ແຕ່ຢູ່ໃນວົງການຂອງບໍລິສັດ ເທັກໂນໂລຈີ ຕັ້ງຂຶ້ນໃໝ່ ແມ່ນກົງກັນຂ້າມ ຊຶ່ງເປັນ
ບ່ອນທີ່ ຄວາມສ່ຽງ ແລະ ຄວາມວ່ອງໄວ ຂັບດັນການປະດິດຄິດຄົ້ນ.

ທ້າວ Banazadeh ກ່າວວ່າ “ມີຜະລິດຕະພັນ ອັນນີ້ ຢ່າງໜ້ອຍສາມາດຢູ່ລອດ
ໄດ້ ທີ່ເຈົ້າໄດ້ເປີດໂຕເຂົ້າສູ່ຕະຫຼາດ ຢ່າງວ່ອງໄວແທ້ໆເລີຍ ແລະ ຮຽນກ່ຽວກັບ
ມັນ ຊ້ຳແລ້ວຊ້ຳອີກ ແລະ ພະຍາຍາມເຮັດຢ່າງວ່ອງໄວ ເທົ່າທີ່ເປັນໄປໄດ້.”

ຢູ່ທີ່ກອງປະຊຸມ Milken Institute Global ເມື່ອບໍ່ນານມານີ້ ພວກນັກຊ່ຽວຊານ
ຈາກ Silicon Valley ໄດ້ເນັ້ນໜັກເຖິງ ຄວາມສຳຄັນຂອງການຕິດແທດຢູ່ສະເໝີ
ກັບເທັກໂນໂລຈີ.

ທ່ານ Eric Schmidt ຈາກບໍລິສັດ Alphabet ກ່າວວ່າ “ເປັນຖະແຫລງການທີ່
ກວ້າງໆ ລະບົບຕ່າງໆຂອງລັດຖະບານ ແມ່ນບໍ່ນຳໃຊ້ ລະບົບຄວບຄຸມຄອມ
ພິວເຕີ ລະບົບການປ້ອງກັນຂໍ້ມູນ ຫຼື encryption ແລະ ລະບົບກົນໄກ ແບບ
ຫຼ້າສຸດ.”


ດັ່ງທີ່ການໂຈມຕີທາງຊາຍເບີ້ ໃນທົ່ວໂລກ ເມື່ອບໍ່ນານມານີ້ ໄດ້ພິສູດໃຫ້ເຫັນແລ້ວ
ນັ້ນ ມັນເປັນການແຂ່ງຂັນເພື່ອກ້າວ​ໄປໜ້າ ກ່ອນໄພຂົ່ມຂູ່ມາ​ເຖິງ ບາດ ກ້າວນຶ່ງ
ຕະຫຼອດເວລາ.

ອາຄານຢູ່ໃນໃຈກາງເຂດ Silicon Valley ແຫ່ງນີ້ ເປັນທີ່ຕັ້ງຂອງໜ່ວຍງານ DIUx
ແມ່ນເປັນຂົວທີ່ເຊື່ອມຕໍ່ເຂົ້າກັນ ວັດທະນະທຳອັນແຕກຕ່າງກັນ ລະຫວ່າງ ພວກ
ບໍລິສັດ ເລີ່ມຕົ້ນໃໝ່ ຂອງ Silicon Valley ແລະ ກອງທັບສະຫະລັດ ເພື່ອຕອບ
ສະໜອງຄວາມຮຽກຮ້ອງຕ້ອງການ ດ້ານຄວາມໝັ້ນຄົງແຫ່ງຊາດ.

ທ່ານ Shah ກ່າວວ່າ “ເທັກໂນໂລຈີ ແມ່ນປ່ຽນແປງຢູ່ສະເໝີ ແລະ ຖ້າທ່ານມີແຕ່
ພຽງອຸປະກອນເກົ່າແກ່ ທີ່ແທ້ຈິງແລ້ວ ເຮັດໃຫ້ພວກຄົນຮ້າຍ ມີເວລາຫຼາຍຂຶ້ນ
ເພື່ອທີ່ຈະຊອກຫາຈຸດອ່ອນຕ່າງໆໄດ້. ຖ້າຫາກພວກເຮົາ ວິວັດທະນາຢູ່ເລື້ອຍໆ
ມັນກໍຈະເປັນເກມ ຂອງແມວແລະໜູ ລະຫວ່າງພວກໂຈມຕີ ແລະ ພວກປ້ອງກັນ
ແລະ ພວກເຮົາກໍຢາກຈະຢູ່ເບື້ອງຂອງຜູ້ຊະນະ ຂອງເກມນັ້ນ.”

ອັນນັ້ນ ກໍເລີ່ມຕົ້ນ ຢູ່ກັບ ໜ່ວຍງານ DIUx ທີ່ຈະບໍ່ເອົາເລື່ອງຂອງເອກກະສານ
ທັງຫຼາຍ ແລະ ລະບົບລັດຖະການ ແບບດັ່ງເດີມ ເຂົ້າມາມີສ່ວນກ່ຽວຂ້ອງ ກັບການມີ
ທະຫານເປັນລູກຄ້າ. ນັບຕັ້ງແຕ່ ການກໍ່ຕັ້ງໜ່ວຍງານດັ່ງກ່າວຂຶ້ນມາ ເມື່ອ 18 ເດືອນ
ກ່ອນ DIUx ໄດ້ທຳງານຮ່ວມກັບ 30 ກວ່າ ບໍລິສັດເທັກໂນໂລຈີ ໃນທົ່ວສະຫະລັດ
ແລະ ທົ່ວໂລກ.

ສ່ວນບໍລິສັດ Capella Space ວາງແຜນທີ່ຈະສົ່ງ ດາວທຽມຂອງຕົນ ຂຶ້ນສູ່ວົງໂຄຈອນ
ໃນອີກປະມານ 6 ເດືອນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG