ການແຈ້ງການເທືື່ອທີສອງ ຂອງວໍຊິງຕັນ ກ່ຽວກັບການຂາຍອາວຸດໃຫ້ແກ່ໄຕ້ຫວັນ ໃນ
ຮອບສອງປີເພື່ອຊ່ວຍໃຫ້ປະເທດດັ່ງກ່າວໄດ້ຮັບອາວຸດ ໂດຍປາສະຈາກການເຮັດໃຫ້
ຈີນ ຊຶ່ງເປັນຄູ່ແຂ່ງທາງທະຫານ ມີຄວາມໂກດແຄ້ນຫລືເຮັດໃຫ້ຄວາມສຳພັນ ລະຫວ່າງ
ຈີນກັບສະຫະລັດ ທີ່ເຄັ່ງຕຶງຢູ່ແລ້ວນັ້ນ ຮ້າຍແຮງຂຶ້ນຕື່ມ.
ທຳນຽບຫ້າແຈໄດ້ແຈ້ງໃຫ້ລັດຖະສະພາຊາບໃນວັນຈັນຜ່ານມານີ້ ກ່ຽວກັບການຂາຍອາ
ວຸດມູນຄ່າ 330 ລ້ານໂດລາ ຮວມທັງເຄື່ອງອາໄຫລ່ເຮືອບິນລົບທີ່ເຮັດຢູ່ໃນອາເມຣິກາ
F-16 ແລະ F-5. ການຂາຍດັ່ງກ່າວ ບໍ່ໄດ້ກ່າວເຖິງເຮືອບິນລົບໃໝ່ເຊັ່ນວ່າ F-35 ຫລື
ເຄື່ອງເທັກໂນໂລຈີເຮືອດຳນ້ຳ ເຖິງແມ່ນວ່າໄຕ້ຫວັນໄດ້ຂໍຮ້ອງມາໄດ້ຫລາຍປີ. ແຕ່ວ່າ
ຂໍ້ຕົກລົງໄດ້ພາໃຫ້ມີການປະທ້ວງແບບທຳມະດາຈາກຈີນ ແທນທີ່ຈະເປັນຄວາມໂກດ
ແຄ້ນ ທີ່ຄາດໝາຍກ່ຽວກັບການຂາຍທີ່ໃຫຍ່ກວ່ານີ້.
ຈີນໄດ້ອ້າງເອົາອະທິປະໄຕເໜືອເກາະໄຕ້ຫວັນ ແລະເນັ້ນໜັກວ່າທັງສອງຝ່າຍໃນທີ່
ສຸດຈະທ້ອນໂຮມກັນ ດ້ວຍກຳລັງຖ້າຫາກມີຄວາມຈຳເປັນ. ຊາວໄຕ້ຫວັນມັກການປົກ
ຄອງຕົນເອງມາໄດ້ 70 ປີແລ້ວ. ເພື່ອຕ້ານຢັນຈີນ ໄຕ້ຫວັນໄດ້ຮັກສາຄວາມເຂັ້ມແຂງ
ທາງທະຫານ ທີ່ຢູ່ໃນຖານຂໍ້ມູນທາງອິນເຕີແນັດ GlobalFirePower.com ໃນລະ
ດັບທີ 24 ທີ່ເຂັ້ມແຂງທີ່ສຸດຂອງໂລກ. ຄວາມສຳພັນລະຫວ່າງຈີນສະຫະລັດໄດ້ມີ
ຄວາມຕຶງຄຽດຢູ່ແລ້ວຈາກການໂຕ້ແຍ້ງດ້ານການຄ້າທີ່ເພີ້ມທະວີຂຶ້ນ.
ທ່ານຊອນ ຄິ້ງ ຮອງປະທານ ອົງການພາກ ຍຸດທະສາດປືກສາການເມືອງໃນນະຄອນ
ນິວຢອກ ກ່າວວ່າ “ຈຳນວນນຶ່ງເຫັນວ່າ ການຂາຍເຄື່ອງອາໄຫລ່ນັ້ນ ເປັນການປະຕິ
ເສດ ເພາະວ່າສິ່ງທີ່ໄຕ້ຫວັນຕ້ອງການຈາກສະຫລັດນັ້ນມີຫລາຍຢ່າງທີ່ໃຫຍ່ກວ່ານັ້ນ.
ແຕ່ດັ່ງທີ່ຂ້າພະເຈົ້າເຫັນ ການຂາຍດັ່ງກ່າວນີ້ ເປັນພຽງບາດກ້າວໃນການພົວພັນຂອງ
ປະທານາທິບໍດີທຣຳເພື່ອໃຫ້ການສະໜັບສະໜູນແກ່ໄຕ້ຫວັນໃນຮອບ 15 ເດືອນທີ່
ຜ່ານມາ.