ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ກອງທັບ ສຫລ ປົດເຈົ້າໜ້າທີ່ ທີ່ເຕືອນວ່າ ມີການລະບາດຂອງ ໂຄວິດ-19 ຢູ່ເທິງກໍາປັ່ນ USS Roosevelt 


ກໍາປັ່ນ USS Theodore Roosevelt ກໍາລັງລ່ອງເຂົ້າໄປຫາທ່າເຮືອດານັ່ງ ຂອງຫວຽດນາມໃນວັນທີ 5 ມີນາ 2020.
ກໍາປັ່ນ USS Theodore Roosevelt ກໍາລັງລ່ອງເຂົ້າໄປຫາທ່າເຮືອດານັ່ງ ຂອງຫວຽດນາມໃນວັນທີ 5 ມີນາ 2020.

ກອງທັບເຮືອສະຫະລັດ ໄດ້ປົດຕໍາແໜ່ງກັບຕັນກໍາປັ່ນບັນທຸກເຮືອບິນ USS Theodore Roosevelt ອອກພາຍຫລັງທີ່ທ່ານໄດ້ສົ່ງຄຳເຕືອນກ່ຽວກັບການ ລະບາດຂອງໄວຣັສໂຄໂຣນາ ຢູ່ເທິງກໍາປັ່ນດັ່ງກ່າວ.

ຮັກສາການ ເລຂາທິການກອງທັບເຮືອ, ທ່ານ ໂທມັສ ມອດລີ (Thomas Modly) ກ່າວຕໍ່ພວກນັກຂ່າວຢູ່ໃນທໍານຽບຫ້າແຈ ໃນວັນພະຫັດວານນີ້ວ່າ ພົນເຮືອຕີ ຄາລົສ ຊາດິແອລໂລ (Carlos Sardiello) ໄດ້ຖືກເລືອກໃຫ້ ໄປຮັບໜ້າທີ່ແທນອະດີດກັບຕັນຄົນກ່ອນ ເບຣດ ໂຄຣຊິເອີ (Brett Crozier).

ທ່ານມອດລີ ກ່າວວ່າ “ຕ້ອງມີຄວາມຄິດທີ່ສະຫລາດວ່ອງໄວ ແລະອົດທົນສູງ ຂຶ້ນ ແລະລົງມາຈາກສາຍການບັງຄັບບັນຊາ,” ທ່ານກ່າວຕໍ່ໄປວ່າ “ພວກເຮົາ ຮຽກຮ້ອງໃຫ້ມີຜູ້ບັງຄັບບັນຊາທີ່ມີຄວາມສາມາດສັ່ງຊາເບິ່ງເຫດການ, ມີຄວາມ ເປັນຜູ້ໃຫຍ່ ແລະ ມີການນໍາພາທີ່ຮອບຄອບສຸກຂຸມ ຢູ່ພາຍໃຕ້ຄວາມກົດດັນ ໃຫ້ເຂົ້າໃຈ ເຖິງຜົນຕາມາຂອງການກະທໍາຂອງພວກເຂົາເຈົ້າ ຢູ່ພາຍໃນສະ ພາບການ ຍຸດທະສາດທີ່ມີພະລັງທີ່ໃຫຍ່ກວ່າ.”

ທ່ານມອດລີ ຍັງເວົ້າອີກວ່າ ທ່ານໄດ້ “ໝົດຄວາມໝັ້ນໃຈ” ໃນຕົວຂອງກັບຕັນ ທີ່ ຈະປ່ອຍໃຫ້ຜູ້ກ່ຽວ ຢູ່ໃນກອງທັບເຮືອອີກຕໍ່ໄປ, ອີງຕາມພວກເຈົ້າໜ້າທີ່ ຫລາຍຄົນ ເວົ້າ.

ທ່ານນາງ ແຄລລີ ແມັກຊາເມັນ (Kelly Magsamen), ຮອງປະທານຂອງ ສູນ ກາງດ້ານຄວາມກ້າວໜ້າຂອງຊາວອາເມຣິກັນ ຮັບຜິດຊອບດ້ານນະໂຍ ບາຍຄວາມໝັ້ນຄົງແຫ່ງຊາດແລະສາກົນ ແລະເປັນອະດີດເຈົ້າໜ້າທີ່ຂັ້ນສູງໃນ ທໍານຽບຂາວເວົ້າວ່າ ການຕັດສິນໃຈປົດຕໍາແໜ່ງຂອງທ່ານ ໂຄຣຊິເອີ ອອກ ເປັນການກະທໍາທີ່ “ຮຸນແຮງຫລາຍ” ແລະສະເໜີວ່າ ກັບຕັນຄົນນັ້ນ ຄວນໄດ້ ຖືກເລື່ອນຊັ້ນຊໍ້າ.

ທ່ານນາງ ແມັກຊາເມັນ (Magsamen) ເວົ້າວ່າ “ມັນເປັນການລົງໂທດທີ່ບໍ່ ເໝາະສົມອີກອັນນຶ່ງຕໍ່ຜູ້ແຈ້ງເຫດການກະທໍາຜິດ ຜູ້ທີ່ໄດ້ໄປຜ່ານສາຍການ ບັງຄັບບັນຊາຢ່າງຖືກຕ້ອງເພື່ອຍົກບັນຫາຂຶ້ນມາ.” ທ່ານນາງ ກ່າວຕໍ່ໄປອີກວ່າ “ພຽງແຕ່ມື້ນຶ່ງກ່ອນໜ້ານີ້, ການນໍາຂອງກອງທັບເຮືອໄດ້ຍົກຍ້ອງກັບຕັນຄົນນີ້ ທີ່ໄດ້ຍົກ ບັນຫາຂຶ້ນມາ ແລ້ວມື້ນີ້ກັບມາຖືກປົດຕໍາແໜ່ງອອກໄປໂດຍ ບໍ່ມີ ເຫດຜົນທີ່ດີ ທ້າມກາງການກ່າວຫາທີ່ບໍ່ມີຄວາມຈິງວ່າເຮັດໃຫ້ຄົນແຕກຕື່ນ ໂດຍບໍ່ຈໍາເປັນ.”

ກ່ອນໜ້ານັ້ນ ໃນອາທິດນີ້ ກັບຕັນຂອງກໍາປັ່ນ USS Roosevelt ໄດ້ຂຽນຈົດ ໝາຍທີ່ສະແດງຄວາມເປັນຫ່ວງເປັນໃຍໄປຫາບັນດາຫົວໜ້າຂອງທ່ານ ຂໍຮ້ອງ ໃຫ້ພວກເພິ່ນ “ກະທໍາການຢ່າງເດັດດ່ຽວ” ເພື່ອປ້ອງກັນການເສຍຊີວິດຂອງຄົນ ຍ້ອນໄວຣັສໂຄໂຣນາ. ຈົດໝາຍດັ່ງກ່າວໄດ້ຮົ່ວໄຫລໄປຫາມືຂອງພວກຂ່າວ ສານ ໃນເວລາຕໍ່ມາ.

“ພວກເຮົາບໍ່ໄດ້ຢູ່ໃນສົງຄາມ ເພາະສະນັ້ນ ບໍ່ສາມາດອະນຸຍາດໃຫ້ທະຫານເຮືອ ຄົນໃດສູນຫາຍໄປແບບບໍ່ຈໍາເປັນ ຍ້ອນການລະບາດລະດັບໂລກຂອງ ເຊື້ອໄວ ຣັສນີ້,” ນັ້ນຄືຄໍາເວົ້າຂອງທ່ານ ໂຄຣຊິເອີ ຂຽນຢູ່ໃນຈົດໝາຍທີ່ທໍາອິດ ແມ່ນ ໜັງສືພິມ San Francisco Chronicle ເປັນຜູ້ໄດ້ຮັບກ່ອນໝູ່.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG