ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງທັບ ສະຫະລັດ ຈະສົ່ງກຳປັ່ນໂຮງໝໍ ໄປຊ່ວຍເຫຼືອ ໃນການຕອບໂຕ້ ໄວຣັສໂຄໂຣນາ


ກຳປັ່ນ USNS Comfort ແມ່ນກຳປັ່ນໂຮງໝໍຂອງກອງທັບ ສະຫະລັດ. (Courtesy of the US Embassy in Trinidad and Tobago)
ກຳປັ່ນ USNS Comfort ແມ່ນກຳປັ່ນໂຮງໝໍຂອງກອງທັບ ສະຫະລັດ. (Courtesy of the US Embassy in Trinidad and Tobago)

ກອງທັບ ສະຫະລັດ ຈະສົ່ງກຳປັ່ນໂຮງໝໍ ສອງລຳ ເພື່ອສະ ໜອງຜູ້ຊ່ຽວຊານດ້ານການແພດ ແລະ ຕຽງທີ່ມີຄວາມຕ້ອງການສຳລັບ ຜູ້ປ່ວຍໄວຣັສໂຄໂຣນາ.

ກຳປັ່ນ USNS Comfort ແມ່ນກຳລັງຢູ່ໃນການບຳລຸງສ້ອມແປງ ຢູ່ເມືອງ ນໍຟອກ ລັດ ເວີຈິເນຍ ແລະ ຈະຖືກສົ່ງໄປທ່າເຮືອ ນິວຢອກ ໃນບໍ່ເທົ່າໃດ ອາທິດຂ້າງໜ້ານີ້.

ກຳປັ່ນ USNS Mercy ຢູ່ທ່າເຮືອໃນເມືອງ ແຊນ ດີເອໂກ, “ຈະຖືກກຽມ ພ້ອມໃຫ້ເດີນທາງອອກໄປໄວກວ່າ” ກຳປັ່ນ Comfort ແລະ ຈະຖືກສົ່ງໄປ ບ່ອນອື່ນເຊິ່ງກຳລັງຖືກພິຈາລະນາຢູ່ຊາຍຝັ່ງກໍ້າຕາເວັນຕົກຂອງ ສະຫະລັດ “ໃນບໍ່ເທົ່າໃດມື້, ບໍ່ແມ່ນອາທິດ,” ອີງຕາມການກ່າວຂອງໂຄສົກທຳ ນຽບຫ້າແຈ ທ່ານ ໂຈນາທານ ຮັອຟແມນ ໃນວັນພຸດວານນີ້. ປະທານຂອງເສນາທິການຮ່ວມ ນາຍ ພົນ ມາກ ມິລລີ, ໄດ້ແຈ້ງໜ່ວຍປະຕິບັດການພາລະກິດ ໃຫ້ຕື່ນ ຕົວຕໍ່ຄວາມເປັນໄປໄດ້ໃນການເດີນທາງ ແລະ ສ້າງໂຮງໝໍໃນສະໜາມຢູ່ຂົງ ເຂດຕ່າງໆທົ່ວປະເທດ, ອີງຕາມການກ່າວຂອງນາຍພົນ ພອລ ຟຣາຍດຣິຈ໌. ແຕ່ບັນດາເຈົ້າໜ້າທີ່ໄດ້ກ່າວເນັ້ນວ່າ ແຫຼ່ງຊັບພະຍາກອນປ້ອງກັນປະເທດ ພວກນີ້ແມ່ນຖືກອອກແບບມາເພື່ອຊ່ວຍເຫຼືອກັບການເບິ່ງຜູ້ເສຍຊີວິດ ແລະ ບາດເຈັບໃນການຕໍ່ສູ້, ບໍ່ແມ່ນຄົນໄຂ້ໂຣກຕິດຕໍ່.

ທ່ານ ມາກ ເອັສເປີ ລັດຖະມົນຕີປ້ອງກັນປະເທດໄດ້ກ່າວຕໍ່ບັນດານັກຂ່າວ ຢູ່ທຳນຽບຫ້າແຈໃນວັນອັງຄານທີ່ຜ່ານມາວ່າ “ເຂົາເຈົ້າບໍ່ມີພື້ນທີ່ຢ່າງແນ່ນອນ, ພື້ນທີ່ໆແຍກອອກຈາກັນ, ເຈົ້າຕ້ອງຮັບມືກັບພະຍາດຕິດຕໍ່ນີ້. ສະນັ້ນວິທີນຶ່ງ ເຊິ່ງເຈົ້າສາມາດໃຊ້ກໍແມ່ນໂຮງໝໍໃນສະໜາມ, ກຳປັ່ນໂຮງ ໝໍ ຫຼື ສິ່ງຕ່າງໆ ໃນລະຫວ່າງນັ້ນ, ແມ່ນເພື່ອຮັບເອົາຄວາມກົດດັນອອກຈາກໂຮງໝໍພົນລະເຮືອນ ເມື່ອເວົ້າເຖິງກໍລະນີຮ້າຍແຮງ, ເພື່ອເປີດຫ້ອງຕ່າງໆໃນໂຮງໝໍພົນລະເຮືອນ ສຳລັບພະຍາດຕິດຕໍ່ທັງຫຼາຍ.”

ກອງທັບອາກາດ ຍັງໄດ້ນຳສົ່ງວັດສະດຸທົດສອບໄວຣັສໂຄໂຣນາໄປໃຫ້ເຂດທີ່ ມີຄວາມຕ້ອງການເປັນຢ່າງສູງ, ອີງຕາມ ຫົວໜ້າກອງທັບອາກາດ ນາຍພົນ ເດວິດ ໂກລໄຟນ໌.

ທຳນຽບຫ້າແຈ ກ່າວວ່າ ຮອດຕອນເຊົ້າວັນພຸດວານນີ້, ກໍໍລະນີໄວຣັສໂຄໂຣນາຢ່າງໜ້ອຍ 89 ກໍລະ ນີ ໃນທົ່ວໂລກແມ່ນກ່ຽວຂ້ອງກັບກອງທັບ ສະຫະລັດ, ກໍລະນີ ກ່ຽວກັບ ທະ ຫານ 49 ກໍລະນີ, ພົນ ລະເຮືອນ 14 ກໍລະນີ, ບຸກຄົນທີ່ ບໍ່ຂຶ້ນກັບໃຜ 19 ກໍລະນີ ແລະ ສັນຍາຈ້າງ 7 ຄົນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດຢູ່ຂ້າງລຸ່ມນີ້

The U.S. military will deploy two U.S. hospital ships to freeup medical professionals and beds needed for coronavirus patients.The USNS Comfortis undergoing maintenance in Norfolk, Virginia, and will deploy to New York Harbor in the coming weeks.

The USNS Mercy, at port in San Diego, "will be prepared to go much sooner" than the Comfortand will deploy somewhere yet to be determined on the West Coast "in days, not weeks," Pentagon spokesman Jonathan HoffmansaidWednesday.

The Chairman of the Joint Chiefs ofStaff, Gen. Mark Milley, has placed some active duty units on alert to potentially deploy and build field hospitals in areas across the country, according to Joint Staff Surgeon Gen Paul Friedrichs. But officials have stressed that these defense resources are designed to help with combat casualty care, not infectious disease patients.

“They don’t have necessarily the space, the segregated spaces, you need to deal with infectious diseases,” Esper told reporters Tuesday at the Pentagon. “So,one of the ways bywhich you could use either field hospitals, the hospital ships or things in between, is to take the pressure off of civilian hospitals when it comes to trauma cases, is to open up civilian hospital rooms for infectious diseases.”

The Air Force also is flying coronavirus testing supplies to high-need areas, according to Air Force Chief Gen David Goldfein.The Pentagon says as of early Wednesday, at least89coronavirus cases across the globeare related to the U.S. military—49 service member cases, 14civilian cases, 19 dependents and sevencontractors.

XS
SM
MD
LG