ພວກເດັກນ້ອຍເຂົ້າເມືອງ ທີ່ຖືກແຍກອອກຈາກພໍ່ແມ່ເຂົາເຈົ້າ ໂດຍເຈົ້າໜ້າທີ່ປ້ອງກັນຊາຍແດນສະຫະລັດ ຢູ່ຊາຍແດນຕິດກັບເມັກຊິໂກປີກາຍນີ້ ໄດ້ຮັບຄວາມຄວາມທຸກໂສກເສົ້າຢ່າງໃຫຍ່ຫຼວງ, ມີຄວາມຮູ້ສຶກຖືກປະປ່ອຍ, ແລະມີບັນຫາໂຣກຈິດອັນອື່ນໆ ອີງຕາມ ຜົນສະຫລຸບຂອງອົງການສິ້ງຊອມລັດຖະບານໃນວັນພຸດມື້ວານນີ້.
ຫ້ອງການກວດກາທົ່ວໄປຢູ່ກະຊວງສາທາລະນະສຸກ ແລະບໍລິການສັງຄົມ ກ່າວວ່າ ຄວາມລຳບາກຂອງພວກເດັກນ້ອຍຢ່າງໜ້ອຍ 2,500 ຄົນ ແລະອາດຈະຫຼາຍກວ່ານັ້ນ ທີ່ຖືກແບ່ງແຍກຈາກພໍ່ແມ່ ແມ່ນຮ້າຍແຮງກວ່າພວກເດັກນ້ອຍເຂົ້າເມືອງທີ່ໄດ້ຖືກຂັງຢູ່ກັບພໍ່ແມ່ເຂົາເຈົ້າ ຫຼັງຈາກຄອບຄົວທີ່ບໍ່ມີເອກະສານ ຊຶ່ງສ່ວນໃຫຍ່ແມ່ນມາຈາກບັນດາປະເທດໃນເຂດອາເມຣິກາກາງ ໄດ້ຂ້າມຊາຍແດນເຂົ້າມາ ເພື່ອຫລົບໜີຈາກຄວາມຮຸນແຮງ ແລະທຸກຈົນຢູ່ໃນບ້ານເກີດເມືອງນອນເຂົາເຈົ້າ ເພື່ອຫາທາງຂໍລີ້ໄພຢູ່ໃນສະຫະລັດ.
ລາຍງານ ທີ່ອ້າງອີງໃສ່ການສຳພາດກັບເຈົ້າໜ້າທີ່ໂຣກຈິດປະມານ 100 ຄົນ ທີ່ໄດ້ພົວພັນກັບພວກເດັກນ້ອຍທີ່ຖືກແຍກອອກຈາກພໍ່ແມ່ ແມ່ນເປັນການດຳເນີນ ຄວາມພະຍາຍາມເທື່ອທຳອິດ ທີ່ລັດຖະບານຈະປະເມີນ ເຖິງຜົນກະທົບຂອງການແຍກຄອບຄົວອອກຈາກກັນ. ສະຫະພາບດ້ານເສລີພາບຂອງພົນລະເຮືອນອາເມຣິກັນ ທີ່ໄດ້ຊະນະໃນການໄດ້ຮັບຄຳສັ່ງຂອງສານ ເພື່ອບັງຄັບໃຫ້ລັດຖະບານສົ່ງເດັກນ້ອຍກັບຄືນໄປຫາພໍ່ແມ່ເຂົາເຈົ້ານັ້ນ ໄດ້ກ່າວວ່າ ໂດຍທົ່ວໄປແລ້ວການແຍກກັນແກ່ຍາວເຖິງ 154 ມື້ ເຖິງແມ່ນວ່າເດັກນ້ອຍຈຳນວນນຶ່ງເຊື່ອວ່າຍັງຖືກແຍກອອກຈາກພໍ່ແມ່ເຂົາເຈົ້າຢູ່.
ກຸ່ມສິ້ງຊອມນັ້ນຍັງກ່າວອີກວ່າ ບັນດາຜູ້ດູແລພວກເດັກນ້ອຍພວກນັ້ນໄດ້ລາຍງານວ່າ ເດັກນ້ອຍຈຳນວນນຶ່ງແມ່ນພາກັນຮ້ອງໃຫ້ຢ່າງບໍ່ຢຸດເຊົາ ໃນຂະນະທີ່ເດັກນ້ອຍຄົນອື່ນໆ ເຊື່ອວ່າພໍ່ແມ່ເຂົາເຈົ້າໄດ້ປະປ່ອຍເຂົາເຈົ້າ ແລະມີຄວາມໂກດແຄ້ນ ແລະຮູ້ສຶກສັບສົນ.
ລາຍງານກ່າວວ່າ “ພວກເດັກນ້ອຍຄົນອື່ນໆ ໄດ້ສະແດງຄວາມຮູ້ສຶກຢ້ານກົວ ຫຼືມີຄວາມຜິດ ແລະໄດ້ເກີດມີຄວາມເປັນຫ່ວງຕໍ່ຄວາມຢູ່ດີເປັນສຸກຂອງພໍ່ແມ່ຂອງເຂົາເຈົ້າ.”
ຢູ່ໃນກໍລະນີນຶ່ງ ລາຍງານກ່າວວ່າເດັກນ້ອຍຄົນນຶ່ງ ປະມານ 7 ຫຼື 8 ປີ ໄດ້ແຍກຈາກພໍ່ຂອງລາວ ແລະບໍ່ຮູ້ວ່າເປັນຫຍັງ ແຕ່ໄດ້ເຊື່ອວ່າພໍ່ຂອງລາວໄດ້ຖືກຂ້າຕາຍ ແລະລາວກໍຈະຖືກຂ້າຕາຍເຊັ່ນກັນ.
ຫົວໜ້າໂຄງການໄດ້ກ່າວຕໍ່ບັນດາຜູ້ສືບສວນວ່າ “ເດັກນ້ອຍຄົນນີ້ ໃນທີ່ສຸດກໍຈະຕ້ອງໄດ້ຮັບການປິ່ນປົວທາງດ້ານຈິດໃຈ ເພື່ອແກ້ໄຂບັນຫາໂຣກຈິດຂອງລາວ.