ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

21 ປີ​ ຕໍ່​ມາ ​ຊາວ​ອາ​ເມ​ຣິ​ກັນ ພາ​ກັນຢືນ​ສະ​ຫງົບ​ ເພື່ອຫວນຄືນລະ​ນຶກ​ເຖິງວັນຄົບຮອບ ໃນການໂຈມຕີຂອງ​ພວກກໍ່​ການ​ຮ້າຍ ເມື່ອວັນ​ທີ 11 ເດືອນ 9


ປະທານາທິບໍດີໂຈ ໄບ​ເດັນຢືນ​ຢູ່​ກັບທ່ານ Lloyd Austin, ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ແລະນາຍ​ພົນ Mark Milley, ປະ​ທານ​ເສ​ນາ​ທິ​ການ​ຮ່ວມ ໃນ​ຂະ​ນະ​ທີ່​ຢືນ​ຢູ່​ດ້ວຍ​ຄວາມ​ມິດ​ງຽບ​ ໃນ​ພິ​ທີລະ​ນຶກ​ເຖິງວັນ​ທີ 11 ກັນ​ຍາ ຢູ່​ທຳ​ນຽບ​ຫ້າ​ແຈ (ພາບ​ຖ່າຍ​ໃນ​ວັນ​ທີ 11 ກັນ​ຍາ, 2022)
ປະທານາທິບໍດີໂຈ ໄບ​ເດັນຢືນ​ຢູ່​ກັບທ່ານ Lloyd Austin, ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ແລະນາຍ​ພົນ Mark Milley, ປະ​ທານ​ເສ​ນາ​ທິ​ການ​ຮ່ວມ ໃນ​ຂະ​ນະ​ທີ່​ຢືນ​ຢູ່​ດ້ວຍ​ຄວາມ​ມິດ​ງຽບ​ ໃນ​ພິ​ທີລະ​ນຶກ​ເຖິງວັນ​ທີ 11 ກັນ​ຍາ ຢູ່​ທຳ​ນຽບ​ຫ້າ​ແຈ (ພາບ​ຖ່າຍ​ໃນ​ວັນ​ທີ 11 ກັນ​ຍາ, 2022)

ຊາວ​ອາ​ເມຣິ​ກັນ ພາກັນ​ຢຸດ​ພັກ​ດ້ວຍ​ຄວາມ​ໂສກ​ເສົ້າ ​ແລະ​ຫວນ​ຄືນ​ວັນ​ຄົບ​ຮອບ​ຂອງ​ການ​ໂຈມ​ຕີ ​ດ້ວຍການກໍ່​ການ​ຮ້າຍ​ທີ່​ຮ້າຍ​ແຮງ​ທີ່​ສຸດ​ ໃນ​ດິນ​ແດນ​ຂອງ​ສະຫະລັດ ​ໃນ​ວັນ​ທີ 11 ກັນຍາ​ປີ 2001 ​ທີ່ເຮັດ​ໃຫ້​ເຮືອບິນ​ໂດຍສານ 4 ລຳ ​ທີ່​ຖືກຈີ້ໂດຍ​ພວກ​ກໍ່​ການ​ຮ້າຍອາ​ລ-ຄາຍ​ດາ ​ສັງຫານ​ຊີ​ວິດເກືອບຮອດ 3,000 ຄົນ.

ປະທານາທິບໍດີໂຈ ໄບ​ເດັນ ​ໄດ້ລະ​ນຶກ​ເຖິງ​ຂີດ​ໝາຍ​ຂອງ​ວັນ​ດັ່ງ​ກ່າວ​ດ້ວຍພິທີ​ທີ່ເຄັ່ງ​ຂຶມ ຢູ່​ທີ່​ທຳ​ນຽບຫ້າ​ແຈ ບ່ອນທີ່​ພວກ​ກໍ່​ການ​ຮ້າຍ​ໄດ້​ເອົາ​ເຮືອ​ບິນ ບິນ​ເຂົ້າ​ໄປ​ຫາ​ນຶ່ງ​ໃນ​ຫ້າ​ດ້ານ​ຂອງ​ຕຶກ​ກະຊວງ​ປ້ອງ​ກັນ​ປະ​ເທດ ທີ່​ຢູ່​ນອກ​ນະ ຄອນຫຼວງ​ວໍ​ຊິງ​ຕັນ ຊຶ່ງ​ເຮັດ​ໃຫ້ 184 ຄົນ​ເສຍ​ຊີວິດ.

ທ່ານໄບ​ເດັນ ບອກຜູ້ຄົນທີ່ກັ້ງ​ຄັນຮົ່ມຢູ່ໃນມື້ທີ່ຝົນຕົກລິນວ່າ "21 ປີ ແລະພວກ ເຮົາຍັງຮັກສາຄຳສັນຍານັ້ນໂດຍບໍ່ລືມມັນຈັກ​ເທື່ອ." "ເລື່ອງລາວ​ຂອງຄົນອາເມຣິ​ກັນ ໄດ້ປ່ຽນແປງໄປໃນມື້ນັ້ນ, ແຕ່ພວກເຮົາຈະບໍ່ມີວັນປ່ຽນແປງລັກ​ສະ​ນະຂອງ ປະເທດຊາດຈັກ​ເທື່ອ."

ທ່ານ​ກ່າວ​ວ່າ ການຕັດ​ສິນ​ໃຈ​ອັນ​ແນ່ວ​ແນ່​ຂອງ​ປະ​ເທດໃນ​ການ​ຕ້ານ​ພວກ​ກໍ່​ການ​ຮ້າຍ​ຕ່າງປະ​ເທດ "ບໍ່​ເຄີຍ​ສັ່ນ​ຄອນ​ໄປ​ຈັກ​ເທື່ອ", ​ໂດຍ​ອ້າງ​ເຖິງ​ການ​ໂຈມ​ຕີ​ກອງ​ບັນຊາ​ການ​ຂອງ​ສະຫະລັດ ​ໃນ​ປີ 2011 ທີ່​ໄດ້​ສັງຫານທ້າວໂອ​ຊາ​ມາ ບິນ ລ​າ​ເດັນ ທີ່​ເປັນ​ຜູ້​ວາງ​ແຜນ​ການ​ໂຈມ​ຕີໃນ​ວັນ​ທີ 9/11 ຢູ່​ໃນ​ປາ​ກິ​ສຖານ ​ແລະ​ການ​ໂຈມ​ຕີ​ດ້ວຍ​ເຮືອບິນ​ບໍ່​ມີ​ຄົນ​ຂັບ​ໃນ​ຫວ່າງ​ມໍ່ໆ​ມາ​ນີ້ ທີ່​ທ່ານໄບ​ເດັນອອກ​ຄຳ​ສັ່ງ​ໃຫ້ສັງຫານ​ຜູ້ນຳ​ຄົນ​ໃໝ່​ຂອງກຸ່ມອາ​ລ-ຄາຍ​ດາ, ທ້າວ​ເອ​ເມນ ອາ​ລ ຊາ​ວາ​ຮິ​ຣີ (Aymen al-Zawahiri) ໃນນະຄອນຫຼວງກາ​ບູ​ລຂອງອັຟການິສຖານ.

ທ່ານໄບ​ເດັນກ່າວວ່າສະຫະລັດ "ບໍ່ລັ່ງເລ​ໃຈທີ່ຈະເຮັດທຸດສິ່ງທຸກ​ຢ່າງທີ່ຕ້ອງເຮັດ ເພື່ອປົກປ້ອງປະຊາຊົນອາເມຣິ​ກັນ."

ມີຜູ້ເສຍຊີວິດຫຼາຍກວ່າ 2,700 ຄົນ ເມື່ອເຮືອບິນ 2 ລຳ ທີ່ຖືກ​ຈີ້ ບິນເຂົ້າໄປ ຕຳຕຶກແຝດຂອງສູນການຄ້າໂລກ ຫລື World Trade Center ໃນນະຄອນນິວຢອກ.

ຮອງປະທານາທິບໍດີຄາ​ມາ​ຣາ ແຮ​ຣີ​ສ ແລະສາມີຂອງທ່ານນາງ ຄື​ທ່ານດັກ ເອມ​ຮອ​ຟ (Doug Emhoff) ໄດ້ໄປຢ້ຽມຢາມເຂດ ground zero ໃນນະ ຄອນນິວຢອກເພື່ອລະນຶກເຖິງວັນດັ່ງກ່າວ, ໂດຍ​ໄດ້ເຫັນການອ່ານຊື່ຂອງ ບັນດາ ຜູ້ເຄາະຮ້າຍຈາກການໂຈມຕີດັ່ງ​ທີ່​ເຄີຍໄດ້​ເຮັດ​ມາ, ໃນຂະນະທີ່ພັນລະ ຍາຂອງທ່ານໄບ​ເດັນ, ສະຕີໝາຍ​ເລກ​ນຶ່ງຈີ​ລ ໄບ​ເດັນ, ໄດ້ໄປຢ້ຽມຢາມອະນຸ ສອນສະຖານຢູ່ທີ່ເມືອງແຊງ​ຄ໌ສ​ວີ​ລ (Shanksville), ລັດເພັນຊິລເວເນຍ.

40 ຄົນ​ ເສຍ​ຊີ​ວິດ​ຢູ່​ເຂດ​ຊົນ​ນະ​ບົດ ​ທີ່ລັດເພັນຊິລເວເນຍ ທາງ​ພາກ​ຕາ​ເວັນ​ອອກຂອງ​ສະ​ຫະ​ລັດ ຫຼັງ​ຈາກ​ເຮືອ​ບິນ​ລຳ​ນຶ່ງ​ຕົກ​ໃສ່​ທົ່ງ​ນາ. ພວກ​ຜູ້​ໂດຍສານ​ໄດ້​ບຸກ​ເຂົ້າ​ໄປ​ໃນ​ຫ້ອງ​ຄົນ​ຂັບ​ເຮືອບິນ​ຂອງ​ສາຍ​ການບິນ ​ແລະພະຍາຍາມແຕ່ບໍ່​ໄດ້​ຜົນ ​ທີ່​ຈະ​ເອົາ​ຊະນະ​ພວກ​ຈີ້​ເຮືອ​ບິນ ທີ່ບັນຊາ​ເຮືອບິນ​ລຳ​ນັ້ນ ​ແລະ​ພະຍາຍາມ​ບິນ​ໄປ​ວໍ​ຊິງ​ຕັນ ​ເພື່ອ​ຈະ​ທຳ​ການໂຈມ​ຕີອີກ​ຄັ້ງ​ນຶ່ງ ​ຕໍ່​ນະຄອນຫຼວງ​ຂອງ​ປະ​ເທດ​.

ອ່ານ​ຂ່າວນີ້​ເພີ້​ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG