ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສ​ຫລ ມອງ​ຫາ​ຍີ່​ປຸ່ນ, ເກົາ​ຫລີ​ໃຕ້ ທີ່​ເປັນ​ພັນ​ທະ​ມິດນັ້ນ ເພື່ອຊ່ວຍ​ຕ້ານ​ຢັນ​ ການ​ແຜ່​ອຳ​ນາດ​ຂອງ​ຈີນ 


ທ່ານ Antony Blinken, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສ​ຫລ ກ່າວຢູ່ກອງ​ປະ​ຊຸມ​ຖະ​ແຫລງ​ການ​ຮ່ວມ​ກັບທ່ານ Chung Eui-yong, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ເກົາ​ຫລີ​ໃຕ້ ແລະ​ທ່ານ Yoshimasa Hayashi, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຍີ່​ປຸ່ນຫລັງ​ກອງ​ປະ​ຊຸມ​ໃນ​ລັດ​ຮາ​ວາຍ, ວັນ​ທີ 12 ກຸມ​ພາ, 2022.
ທ່ານ Antony Blinken, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສ​ຫລ ກ່າວຢູ່ກອງ​ປະ​ຊຸມ​ຖະ​ແຫລງ​ການ​ຮ່ວມ​ກັບທ່ານ Chung Eui-yong, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ເກົາ​ຫລີ​ໃຕ້ ແລະ​ທ່ານ Yoshimasa Hayashi, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຍີ່​ປຸ່ນຫລັງ​ກອງ​ປະ​ຊຸມ​ໃນ​ລັດ​ຮາ​ວາຍ, ວັນ​ທີ 12 ກຸມ​ພາ, 2022.

ນັກວິເຄາະກ່າວວ່າ ການສົນທະນາກ່ຽວ​ກັບໄຕ້ຫວັນຢູ່ໃນການພົບ​ປະທ້າຍອາທິດແລ້ວນີ້​ຂອງຍີ່ປຸ່ນ, ເກົາຫຼີໃຕ້ ແລະສະຫະລັດອາດຈະເປັນສັນຍານບົ່ງ​ບອກວ່າ ປະທານາທິບໍດີສະຫະລັດ, ທ່ານ​ໂຈ ໄບ​ເດັນ ມີຈຸດປະສົງທີ່​ຈະຂະຫຍາຍເຄືອ ຂ່າຍຂອງບັນດາປະເທດເອ​ເຊຍປາຊີຟິກ ທີ່ສາມາດຕ້ານຢັນການແຜ່ຂະຫຍາຍ ຂອງຈີນໄດ້.

ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະ​ຫະ​ລັດ, ທ່ານ​ແອນ​ໂຕ​ນີ ບ​ລິງ​ເຄັນ, ລັດຖະ ມົນຕີ​ການ​ຕ່າງປະ​ເທດ​ຍີ່ປຸ່ນ, ທ່ານ​ຮາ​ຢະ​ຊິ ໂຢ​ຊິ​ມາ​ຊະ (Hayashi Yoshimasa) ​ແລະ ລັດຖະມົນຕີ​ການ​ຕ່າງປະ​ເທດ​ເກົາຫຼີໃຕ້, ທ່ານ​ຈູງ ເອິຍ-ຢອງ (Chung Eui-yong) ​ໄດ້​ເນັ້ນ​ໜັກ​ຢູ່​ໃນ​ຖະ​ແຫຼ​ງການ​ຮ່ວມເຖິງ “ຄວາມ​ສຳຄັນ” ຂອງ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ ​ໃນ​ຊ່ອງ​ແຄບ​ທີ່​ແບ່ງ​ໄຕ້​ຫວັນ​ອອກຈາກ​ຈີນ.

ຖະ​ແຫຼງການ​ຮ່ວມ​ຈາກ​ກອງ​ປະຊຸມ​ໃນ​ທ້າຍອາ​ທິດ​ແລ້ວນີ້​ທີ່​ລັດຮາ​ວາຍ ຍັງ​ໄດ້​ກ່າວ​ປະນາມ​ການ​ຍິງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດຫວ່າງ​ມໍ່ໆ​ມາ​ນີ້​ຂອງ​ເກົາຫຼີ​ເໜືອ ​ແລະ​ໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງນຳ​ກັນກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ທີ່ບ່ອນ​ທຳລາຍ​ຄວາມ​ເປັນ​ລະບຽບຂອງສາກົນ.

ທ່ານໄລ​ຟ໌-ເອີ​ຣິກ ອີ​ສ​ລີ (Leif-Eric Easley), ຮອງ​ສາດ​ສະ​ດາຈານສອນ ວິຊາການສຶກສາ​ສາ​ກົນທີ່ມະຫາວິທະຍາໄລອີ​ວາ ວູ​ແມນ​ສ໌ (Ewha Womans) ໃນນະ​ຄອນ​ຫລວງໂຊລ ກ່າວວ່າ ຝ່າຍສະຫະລັດ ໄດ້ຍົກ​ເອົາໄຕ້ຫວັນຂຶ້ນ​ມາ​ລົມເພື່ອເຕົ້າໂຮມກຳລັງໃຫ້​ຫລາຍຂຶ້ນເພື່ອ​ສະ​ໜັບ​ສະ​ໜຸນເກາະທີ່ປ້ອງ ກັນຕົນເອງທີ່ຈີນອ້າງວ່າເປັນຂອງຕົນ ແລະຢືນຢັດທີ່​ຈະ​ປົກ​ຄອງ​ມັນໃຫ້​ໄດ້ໃນ ທີ່ສຸດນັ້ນ.

ທ່ານອີ​ສ​ລີ ກ່າວ​ວ່າ “ຄວາມ​ພະ​ຍາ​ຍາມ​ຫຼາຍ​ຝ່າຍ​ດັ່ງ​ກ່າວ​ມີ​ຈຸດ​ປະ​ສົງ​ເພື່ອ​ໃຫ້​ໄທ​ເປ​ໝັ້ນ​ໃຈ​ຄືນ​ມາອີກ ແລະ​ກີດ​ກັ້ນ​ການ​ບີບ​ບັງ​ຄັບ​ເພີ້ມ​ຂຶ້ນ​ອີກຂອງ​ປັກ​ກິ່ງ​.” ທ່ານ​ກ່າວ​ອີກວ່າ "ເພື່ອປ້ອງກັນບໍ່ໃຫ້ເກີດຄວາມຂັດແຍ້ງບໍ່​ໃຫ້​ສູງ​ຂຶ້ນໃນເອ​ເຊຍ, ພັນທະມິດຂອງສະຫະລັດທີ່ຈິງແລ້ວ ຈໍາເປັນຕ້ອງກຽມພ້ອມສໍາລັບການຮຸກ ຮານຂອງຈີນທີ່​ອາດ​ເກີດ​ຂຶ້ນເມື່ອ​ໃດ​ກໍໄດ້."

ທ່ານ Antony Blinken (ຊ້າຍ), ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສ​ຫລ ພົບ​ກັບທ່ານ Chung Eui-yong, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ເກົາ​ຫລີ​ໃຕ້​ໃນ​ເກາະ Honolulu, ລັດ​ຮາ​ວາຍ, ວັນ​ທີ 12 ກຸມ​ພາ, 2022.
ທ່ານ Antony Blinken (ຊ້າຍ), ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສ​ຫລ ພົບ​ກັບທ່ານ Chung Eui-yong, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ເກົາ​ຫລີ​ໃຕ້​ໃນ​ເກາະ Honolulu, ລັດ​ຮາ​ວາຍ, ວັນ​ທີ 12 ກຸມ​ພາ, 2022.

ຈີນ​ໄດ້​ອ້າງ​ເອົາ​ໄຕ້​ຫວັນ​ທີ່ປົກຄອງ​ຕົນ​ເອງວ່າ​ເປັນ​ສ່ວນ​ນຶ່ງ​ຂອງ​ດິນ​ແດນຕົນ​ນັບ​ຕັ້ງ​ແຕ່​ສົງຄາມ​ກາງ​ເມືອງ​ຂອງ​ຈີນ​ໃນ​ຊຸມ​ປີ 1940, ​ເມື່ອພວກ​ຮັກ​ຊາດ​ຂອງ​ຈຽງ​ໄຄ​ເຊັກ​ໄດ້ເສຍໄຊ​ໃຫ້ແກ່​ພວກ​ຄອມ​ມິ​ວນິສ​ຂອງ​ເໝົາເຊ​ຕຸງ ​ແລະ​ຕັ້ງ​ລັດຖະບານ​ຄືນ​ໃໝ່ຂຶ້ນ​ຢູ່​ທີ່ໄທ​ເປ. ຈີນ​ບໍ່​ເຄີຍ​ລົດ​ຫລະ​ທີ່​ຈະໃຊ້​ກຳ​ລັງ​ທະ​ຫານ, ຖ້າ​ຈຳ​ເປັນ, ເພື່ອ​ທ້ອນ​ໂຮມ​ກັນ​ກັບ​ໄຕ້​ຫວັນ. ນັບ​ແຕ່​ກາງ​ປີ 2020 ​ເປັນ​ຕົ້ນ​ມາ, ມັນ​ໄດ້​ເອົາ​ເຮືອ​ບິນບິນ​ເຂົ້າໄປ​ໃນ​ເຂດ​ທີ່​ລະ​ບຸ​ວ່າ​ເປັນ​ໜ່ານຟ້າທີ່ຢູ່ການ​ປ້ອງ​ກັນ​ຂອງ​ໄຕ້​ຫວັນ​ເປັນ​ປະຈຳ.

ວໍຊິງຕັນຂາຍອາວຸດໃຫ້ໄຕ້ຫວັນ, ຮັກສາເຮືອບັນທຸກເຮືອບິນຢູ່ໃກ້ໆທີ່ນັ້ນ ແລະ ໄດ້ເອົາກົດຫມາຍວ່າດ້ວຍຄວາມສໍາພັນກັບໄຕ້ຫວັນປີ 1979 ເຊິ່ງລະ​ບຸວ່າ ສະຫະລັດຮັກສາ​ຄວາມ​ສາມາດ "ຕ້ານ​ການ​ບັງຄັບ ​ຫຼື​ການ​ບີບ​ບັງ​ຄັບ​ໃນທຸກ​ຮູບ​ແບບ​ທີ່​ຈະ​ເປັນ​ອັນຕະລາຍ​ຕໍ່​ຄວາມ​ໝັ້ນຄົງ ຫຼື​ລະບົບ​ສັງຄົມ ຫຼື​ເສດຖະກິດ​ຂອງ​ປະຊາຊົນ​ໃນ​ໄຕ້​ຫວັນ," ນັ້ນ​ກຽມ​ໄວ້. ພວກນັກວິ​ເຄາະ​ໄດ້​ບອກ​ວີ​ໂອ​ເອວ່າ ວໍ​ຊິງ​ຕັນ​ຈະ​ເຫັນ​ວ່າ ການ​ຍົກໄຕ້​ຫວັນໃຫ້​ແກ່​ຈີນ ​ແມ່ນເປັນ​ການທັບ​ມ້າງໃນ​ຕ່ອງ​ໂສ້​ຂອງ​ພັນທະ​ມິດ​ເອ​ເຊຍ​ປາຊີ​ຟິກ​ໃນ​ຍຸກ​ສົງຄາມ​ເຢັນຂອງ​ຕົນ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG