ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພັນທະມິດນຳໜ້າໂດຍ ສຫລ ມີແຮງກະຕຸ້ນ ໃນການຕໍ່ສູ້ກັບ ກຸ່ມຫົວຮຸນແຮງ ລັດອິສລາມ


Obama Islamic State
please wait
Embed

No media source currently available

0:00 0:00:35 0:00

ປະທານາທິບໍດີ ສະຫະລັດ ທ່ານ ບາຣັກ ໂອບາມາ ກ່າວວ່າ ພັນທະມິດນຳໜ້າໂດຍ ສະຫະລັດ ມີແຮງກະຕຸ້ນ ແລະ ແຜນການທີ່ຈະຮັກສາແຮງຜັກດັນ ໃນການຕໍ່ສູ້ກັບ ກຸ່ມຫົວຮຸນແຮງລັດອິສລາມ ນັ້ນໄວ້.

ທ່ານ ໂອບາມາ ໄດ້ກ່າວໃນວັນພຸດວານນີ້ວ່າ “ມື້ນີ້ຢູ່ເທິງພື້ນດິນໃນປະເທດຊີເຣຍ ແລະ ອີຣັກ, ພວກ ISIL ແມ່ນໄດ້ຕົກຢູ່ໃນທ່າຮັບ, ພັນທະມິດທີ່ມີສະມາຊິກຮ່ວມ 66 ປະເທດ ຂອງພວກເຮົາ, ລວມທັງຄູ່ຮ່ວມຈາກບັນດາປະເທດ ອາຣັບ ແມ່ນກຳລັງທຳການໂຈມຕີຕໍ່ພວກເຂົາ.”

ພວກທະຫານຊີເຣຍ ສະເຫຼີມສະຫຼອງ ໄຊຊະນະ ການຕໍ່ຕ້ານ ພວກກຸ່ມລັດອິສລາມ ຂອງພວກເຂົາເຈົ້າ ໃນເມືອງ Qaryatain, ຂອງຊີເຣຍ, ວັນທີ 4 ເມສາ 2016.
ພວກທະຫານຊີເຣຍ ສະເຫຼີມສະຫຼອງ ໄຊຊະນະ ການຕໍ່ຕ້ານ ພວກກຸ່ມລັດອິສລາມ ຂອງພວກເຂົາເຈົ້າ ໃນເມືອງ Qaryatain, ຂອງຊີເຣຍ, ວັນທີ 4 ເມສາ 2016.

ຢືນຢູ່ຄຽງຂ້າງດ້ວຍ ທະຫານ ສະຫະລັດ ຂັ້ນສູງ ແລະ ບັນດາຜູ້ນຳສືບລັດຖະການລັບ ທ່ານປະທານາທິບໍດີ ໄດ້ກ່າວເນັ້ນເຖິງຄວາມກ້າວໜ້າໃນການຕໍ່ສູ້, ລວມທັງການໂຈມຕີ ຫຼາຍກວ່າ 11,500 ຄັ້ງ ທີ່ໄດ້ກວາດລ້າງພວກຫົວໜ້າລະດັບສູງຂອງກຸ່ມຫົວຮຸນແຮງ ຊຸນນີ ແລະ ພວກນັກຮົບຫຼາຍກວ່າ 1000 ຄົນຂອງພວກເຂົາ.

ທ່ານ ໂອບາມາ ໄດ້ກ່າວວ່າ “ແກນຫຼັກຂອງພວກ ISIL ໃນ ຊີເຣຍ ແລະ ອີຣັກ ໄດ້ສືບຕໍ່ ຫລຸດນ້ອຍຖອຍລົງ. ລະດັບຊັ້ນຕ່າງໆ ຂອງພວກນັກຮົບຂອງພວກເຂົາ ແມ່ນຄາດວ່າ ຈະຕ່ຳທີ່ສຸດໃນຮອບປະມານ 2 ປີ, ແລະ ມີອີກຕື່ມຫຼາຍຄົນໃນກຸ່ມຂອງພວກເຂົາ ເລີ່ມ ທີ່ຈະຮູ້ຕົວແລ້ວວ່າ ຄວາມມຸ່ງໝາຍຂອງພວກເຂົາໄດ້ສູນເສຍໄປແລ້ວ.”

ອ່ານຂ່າວ ເລື່ອງນີ້ ເປັນພາສາອັງກິດ

XS
SM
MD
LG