ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ບັນດາຜູ້ນຳ ສະຫະລັດ ບັນລຸຂໍ້ຕົກລົງ ເພື່ອກອບກູ້ເສດຖະກິດ 2 ພັນຕື້ໂດລາ ຈາກໄວຣັສໂຄໂຣນາ 


ຜູ້ນຳສະພາສູງສຽງສ່ວນຫຼາຍ ທ່ານມິຈ ແມັກຄໍແນລ.
ຜູ້ນຳສະພາສູງສຽງສ່ວນຫຼາຍ ທ່ານມິຈ ແມັກຄໍແນລ.

ບັນດາຜູ້ນຳສະຫະລັດກ່າວວ່າ ເຂົາເຈົ້າໄດ້ບັນລຸຂໍ້ຕົກລົງໃນວັນພຸດມື້ນີ້ ກ່ຽວກັບ ແຜນການ
ກອບກູ້ເສດຖະກິດມູນຄ່າ 2 ພັນຕື້ໂດລາເພື່ອຊ່ວຍເຫຼືອຄົນງານແລະ ທຸລະກິດ ທີ່ປະເຊີນ
ໜ້າກັບການແຜ່ລະບາດໄວຣັສໂຄໂຣນາ.

ຮ່າງກົດໝາຍສະບັບນີ້ ມີກຳນົດທີ່ຈະເປີດເຜີິຍໃນຕອນເຊົ້າວັນພຸດມື້ນີ້ ຕິດຕາມ ດ້ວຍການ
ລົງຄະແນນສຽງຢູ່ໃນສະພາສູງ. ຖ້າຫາກສະພາສູງ ໃຫ້ການອະນຸມັດ ມາດຕະການດັ່ງກ່າວ
ກໍຈະຖືກສົ່ງໄປຫາສະພາຕໍ່າ. ຜູ້ນຳສຽງສ່ວນນ້ອຍໃນສະພາສູງ ທ່ານຈັກ ຊູເມີ ກ່າວວ່າ ຮ່າງກົດໝາຍສະບັບ ນີ້ “ຍັງຫ່າງໄກຢູ່ຈາກຄວາມສົມບູນ” ແຕ່ຫຼັງຈາກໄດ້ມີການປັບປຸງມາຫຼາຍມື້
ໃນ ການເຈລະຈາກັນແລ້ວ ມັນຄວນທີ່ຈະໄດ້ຮັບການອະນຸມັດຢ່າງວ່ອງໄວ.

ທ່ານຊູເມີກ່າວວ່າ “ພວກເຮົາມີຂໍ້ຕົກລົງຂອງທັງສອງພັກກ່ຽວກັບແຜນການກອບ ກູ້ເສດ
ຖະກິດທີ່ໃຫຍ່ສຸດ ໃນປະຫວັດສາດ ອາເມຣິກາ” ນີ້ບໍ່ແມ່ນເວລາທີ່ຈະສະຫຼອງກັນ ແຕ່
ເປັນນຶ່ງໃນຄວາມຈຳເປັນ.”

ຜູ້ນຳສຽງສ່ວນຫຼາຍ ທ່ານມິຈ ແມັກຄໍແນລ ກ່າວວ່າ “ການຊ່ວຍເຫຼືອກຳລັງ ມາເຖິງ.”
ທ່່ານອະທິບາຍວ່າ ມາດຕະການດັ່ງກ່າວເປັນຂ່າວດີ ສໍາລັບພວກທ່ານໝໍ ແລະ ພະຍາ
ບານຢູ່ທົ່ວປະເທດ ຜູ້ທີ່ຕ້ອງການເງິນທຶນແລະອຸບປະກອນປ້ອງກັນ ເຊັ່ນ ວ່າ ໜ້າກາກ
ເພື່ອປິ່ນປົວພວກຄົນປ່ວຍ ທີ່ຕິດເຊື້ອໄວຣັສໂຄໂຣນາ ພ້ອມດ້ວຍ ບັນດາຄອບຄົວທີ່ມີກຳ

ນົດວ່າ ຈະໄດ້ຮັບເງິນ ອັນເປັນພາກສ່ວນນຶ່ງ ໃນຄວາມ ພະຍາຍາມ “ສົ່ງເງິນຫຼາຍພັນຕື້”
ໂດລາ ເຂົ້າສູ່ເສດຖະກິດຂອງສະຫະລັດ.

ທ່ານແມັກຄໍແນລ ກ່າວວ່າ “ທີ່ຈິງແລ້ວ ນີ້ແມ່ນຢູ່ໃນລະດັບຂອງສົງຄາມສຳລັບ ການລົງ
ທຶນສູ່ປະເທດຂອງພວກເຮົາ.”

ປະທານາທິບໍດີດໍໂນລ ທຣໍາ ກ່າວວ່າ ທ່ານຕ້ອງການຢາກລິເລີ້ມເສດຖະກິດ ສະຫະລັດ
ຄືນໃໝ່ໂດຍໄວເທົ່າທີ່ຈະໄວໄດ້ ໃນຂະນະທີ່ມີການປິດເມືອງຕ່າງໆຢູ່ໃນຫຼາຍໆລັດ ໄດ້
ເຮັດໃຫ້ພວກຄົນງານພາກັນຢູ່ບ້ານແລະທຸລະກິດຕ່າງໆປິດ ເຊັ່ນວ່າຮ້ານອາຫານ ບາ
ແລະບັນດາໂຮງຮູບເງົາ.

U.S. leaders said early Wednesday they have reached an agreement on a $2 trillion economic rescue package to help workers and businesses cope with the coronavirus outbreak.

The text of the bill is due to be released Wednesday morning with a vote in the Senate to follow. If the Senate gives its approval, the measure will go to the House of Representatives.

Senate Minority Leader Chuck Schumer said the bill is "far from perfect," but that after improvements from days of negotiations it should be quickly approved.

"We have a bipartisan agreement on the largest rescue package in American history," Schumer said. "This is not a moment of celebration, but one of necessity."

"Help is on the way," Majority Leader Mitch McConnell said.

He described the measure as good news for doctors and nurses around the country who need more funding and protective equipment such as masks to care for coronavirus patients, as well as for families who are set to get checks as part of an effort to "inject trillions" of dollars into the U.S. economy.

“In effect, this is a wartime level of investment into our nation,” McConnell said.

President Donald Trump says he wants to restart the U.S. economy as quickly as possible as lockdown orders in many states have kept workers home and closed businesses like restaurants, bars and movie theaters.

XS
SM
MD
LG