ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສ​ຫລ ໄດ້​ວາງ​ຍຸດ​ທະ​ສາດ​ ໃນ​ການ​ເອົາຊະ​ນະ​ ການ​ແຂ່ງ​ຂັນ​ກັບ​ຈີນ​ ອອກ​ມາ​ແລ້ວ


ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​, ທ່ານ​ແອນ​ໂທ​ນີ ບ​ລິງ​ເຄັນກ່າວ​ຄຳ​ປາ​ໄສ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ George Washington, ວັນ​ທີ 26 ພຶດ​ສະ​ພາ, 2022, ໄດ້​ຊີ້​ແຈງໃຫ້​ເຫັນ​ນະ​ໂຍ​ບາຍ​ຂອງ ສ​ຫລ ຕໍ່​ຈີນ ທີ່​ເປັນ​ເຈົ້າ​ພາບ​ຈັດ​ຂຶ້ນ​ໂດຍ ສະ​ມາ​ຄົມ​ເອ​ເຊຍ ຫລື Asia Society.
ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​, ທ່ານ​ແອນ​ໂທ​ນີ ບ​ລິງ​ເຄັນກ່າວ​ຄຳ​ປາ​ໄສ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ George Washington, ວັນ​ທີ 26 ພຶດ​ສະ​ພາ, 2022, ໄດ້​ຊີ້​ແຈງໃຫ້​ເຫັນ​ນະ​ໂຍ​ບາຍ​ຂອງ ສ​ຫລ ຕໍ່​ຈີນ ທີ່​ເປັນ​ເຈົ້າ​ພາບ​ຈັດ​ຂຶ້ນ​ໂດຍ ສະ​ມາ​ຄົມ​ເອ​ເຊຍ ຫລື Asia Society.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຂອງ​ສະ​ຫະ​ລັດ, ທ່ານ​ແອນ​ໂທ​ນີ ບ​ລິງ​ເຄັນ ໄດ້​ຊີ້​ແຈງໃຫ້​ເຫັນ​ຍຸດ​ທະ​ສາດ​ຂອງຄະ​ນະ​ລັດ​ຖະ​ບານ​ທ່ານ​ໄບ​ເດັນໃນ​ການ​ເອົາ​ຊະ​ນະ​ການ​ແຂ່ງ​ຂັນ​ກັບ​ຈີນ​ໃນ​ທົດ​ສະ​ວັດ​ຕໍ່​ໄປ ໂດຍ​ການ​ລົງ​ທຶນ​ເຂົ້າໃສ່​ໂຄງ​ລ່າງ​ພື້ນ​ຖານ​ທີ່​ສຳ​ຄັນ, ເພີ້ມຄວາມ​ໝັ້ນ​ຄົງ​ຂອງ​ຕ່ອງ​ໂສ້​ການ​ສະ​ໜອງສິນ​ຄ້າ ແລະ​ເຮັດ​ວຽກ​ຮ່ວມ​ກັບ​ບັນ​ດາປະ​ເທດ​ພັນ​ທະ​ມິດ.

ໃນ​ຄຳ​ປາ​ໄສ​ທີ່​ຄາດ​ໄວ້ລ່ວງ​ໜ້າມາ​ເປັນ​ເວລາ​ດົນ​ນານແລ້ວ ​ຕໍ່​ຜູ້​ຟັງ​ໃນນະ​ຄອນ​ຫລວງ​ວໍ​ຊິງ​ຕັນນັ້ນ ທ່ານ​ກ່າວ​ວ່າ ສະ​ຫະ​ລັດ​ຕັ້ງ​ໃຈທີ່​ຈະ "ສ້າງ​ສະພາບ​ແວດ​ລ້ອມທີ່​ມີ​ລັກ​ສະ​ນະ​ຍຸດ​ທະ​ສາດ" ​ເພື່ອ​ຮັບປະກັນ​ວ່າ ປັກ​ກິ່ງຈະ​ບໍ່ເອົາໂລກ​ໜີ​ໄປ​ຈາກ​ຄ່ານິ​ຍົມ​ທົ່ວ​ໄປ​ ທີ່​ໄດ້​ຊ່ວຍ​ສ້າງ​ລະ​ບົບລະບຽບ​ຂອງ​ສາກົນສຳ​ລັບ​ 75 ປີຜ່ານ​ມານີ້.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ກ່າວອີກ​ວ່າ ສະ​ຫະ​ລັດ​ຢາກ​ປ້ອງ​ກັນ​ວິ​ກິດ​ການ​ທີ່ເກີດ​ຂຶ້ນ​ໂດຍ​ບໍ່​ໄດ້​ຕັ້ງ​ໃຈ ແລະ​ຫຼີກ​ເວັ້ນ​ການ​ສ້າງ​ສົງ​ຄາມ​ເຢັນ​ຄັ້ງ​ໃໝ່. ​ແຕ່​ທ່ານກໍ​ຍັງ​ໄດ້​ຍົກ​ໃຫ້​ເຫັນ ​ເຖິງ​ຄວາມ​ເປັນ​ຫ່ວງ​ຫລາຍ​ຢ່າງ, ລວມທັງ​ການ​ປະຕິບັດ​ດ້ານສິດທິ​ມະນຸດ​ຢູ່ພາຍ​ໃນ​ປະ​ເທດຂອງ​ຈີນ, ການ​ຂັດ​ແຍ້​ງດ້ານ​ດິນ​ແດນ​ກັບ​ປະ​ເທດ​ເພື່ອນ​ບ້ານ ​ແລະ​ການ​ຄ້າ​ສາກົນ ບ່ອນ​ທີ່​ສະຫະລັດ​ມີ​ແຜນ​ທີ່​ຈະ​ສືບ​ຕໍ່​ຕ້ານ​ກັບ​ສິ່ງ​ທີ່​ທ່ານ​ພັນ​ລະ​ນາ​ວ່າ ຈີນ​ທີ່​ມີ​ລັກ​ສະ​ນະ​ຮຸກ​ຮານສາກົນ ຫລາຍ​ຂຶ້ນນັ້ນ.

ພາບ​ທີ່ບໍ່​ໄດ້​ບອກວ່າ​ຖ່າຍມື້​ໃດ ທີ່​ເອົາ​ໃຫ​້​ໂດຍ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ໄຕ້​ຫວັນ ສະ​ແດງ​ໃຫ້​ເຫັນ​ວ່າ ເຮືອ​ບິນ​ອາຍ​ພົ່ນ​ລົບ PLA J-16 ຂອງ​ຈີນ​ບິນ​ໄປ​ຜ່ານດິນ​ແດນ​ແຫ່ງ​ນຶ່ງ​ທີ່ບໍ່​ໄດ້​ບອກວ່າ​ແມ່ນ​ບ່ອນ​ໃດ.
ພາບ​ທີ່ບໍ່​ໄດ້​ບອກວ່າ​ຖ່າຍມື້​ໃດ ທີ່​ເອົາ​ໃຫ​້​ໂດຍ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ໄຕ້​ຫວັນ ສະ​ແດງ​ໃຫ້​ເຫັນ​ວ່າ ເຮືອ​ບິນ​ອາຍ​ພົ່ນ​ລົບ PLA J-16 ຂອງ​ຈີນ​ບິນ​ໄປ​ຜ່ານດິນ​ແດນ​ແຫ່ງ​ນຶ່ງ​ທີ່ບໍ່​ໄດ້​ບອກວ່າ​ແມ່ນ​ບ່ອນ​ໃດ.

ກ່ຽວ​ກັບໄຕ້​ຫວັນນັ້ນ, ທ່ານບ​ລິງ​ເຄັນກ່າວ​ວ່າສະ​ຫະ​ລັດ​ຄັດຄ້ານ​ການ​ປ່ຽນ​ແປງ​ແຕ່​ຝ່າຍ​ດຽວ​ຕໍ່​ສະຖານະ ພາບ​ທີ່​ເປັນ​ຢູ່ໂດຍປັກ​ກິ່ງ ​ຫຼື​ໄຕ້​ຫວັນ. ວໍ​ຊິງ​ຕັນ​ຍັງ​ບໍ່​ສະ​ໜັບ​ສະ​ໜູນ​ການ​ເປັນ​ເອ​ກະ​ລາດ​ຂອງ​ໄຕ້​ຫວັນ ແລະ​ຄາດ​ວ່າ​ ຄວາມ​ແຕກ​ຕ່າງ​ຂ້າມ​ຊ່ອງ​ແຄບ ​ຈະ​ໄດ້​ຮັບ​ການ​ແກ້​ໄຂ​ໂດຍ​ສັນ​ຕິ​ວິ​ທີ.

"ໃນຂະນະທີ່ນະໂຍບາຍຂອງພວກເຮົາບໍ່ມີການປ່ຽນແປງ, ສິ່ງທີ່ມີການປ່ຽນແປງ ແມ່ນການບີບບັງຄັບຂອງປັກກິ່ງທີ່ເພີ່ມຂຶ້ນ - ເຊັ່ນການພະຍາຍາມທີ່​ຈະຕັດສາຍພົວພັນຂອງໄຕ້ຫວັນ ກັບບັນດາປະເທດໃນທົ່ວໂລກ ແລະຂັດຂວາງ ໄຕ້​ຫວັນ ບໍ່​ໃຫ້ເຂົ້າຮ່ວມໃນອົງການຈັດຕັ້ງສາກົນ."

US Secretary of State Outlines China Policy: Invest, Align, Compete 
please wait

No media source currently available

0:00 0:02:47 0:00

ຄຳ​ປາ​ໄສ​ຂອງ​ຫົວໜ້າ​ນັກ​ການ​ທູດ​ສະ​ຫະ​ລັດ​ທ່ານນີ້ ແມ່ນ​ມີ​ຂຶ້ນ​ຫລັງ​ຈາກການ​ຢ້ຽມຢາມ​ຍີ່ປຸ່ນ​ຂອງ​ປະທາ ນາທິບໍດີ​ສະ​ຫະ​ລັດ ທ່ານ​ໂຈ ໄບ​ເດັນ ​ເຊິ່ງທ່ານ​ກ່າວ​ວ່າ ສະ​ຫະ​ລັດ​ຍິນ​ດີ​ເຂົ້າ​ແຊກ​ແຊງ​ທາງ​ການ​ທະຫານ​ເພື່ອ​ປ້ອງ​ກັນ​ໄຕ້​ຫວັນ ຖ້າຈີນ ຫາກ​ບຸກ​ລຸກເກາະ​ດັ່ງກ່າວ. ຕໍ່ມາທ່ານ​ໄບ​ເດັນໄດ້ໃຫ້​ຄວາມ​ກະ​ຈ່າງ​ແຈ້ງວ່າ ບໍ່ມີການປ່ຽນແປງອັນ​ໃດ ໃນນະໂຍບາຍຂອງສະຫະລັດ ກ່ຽວກັບຄວາມບໍ່ຊັດ​ເຈນດ້ານຍຸດທະສາດຕໍ່ໄຕ້ຫວັນ.

ຢ່າງໃດກໍຕາມ ທ່ານບ​ລິງ​ເຄັນກ່າວວ່າ ສິ່ງທີ່ມີການປ່ຽນແປງກໍ​ຄືພຶດຕິກໍາຂອງປັກກິ່ງ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG