ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ມີຄຳຖາມຫຼາຍຢ່າງ ກ່ຽວກັນ ການຢ້ຽມຢາມ ທິເບດສຳລັບບັນດາສະມາຊິກສະພາ ສຫລ


ໝອກຢາມເຊົ້າ ປົກຄຸມ ກາງເມືອງ ທີ່ມອງເຫັນໄດ້ ຈາກເທິງວັງ Potala ໃນເມືອງ Lhasa ຂອງຂົງເຂດ Tibet ທີ່ປົກຄອງດ້ວຍຕົນເອງ ໃນປະເທດຈີນ .
ໝອກຢາມເຊົ້າ ປົກຄຸມ ກາງເມືອງ ທີ່ມອງເຫັນໄດ້ ຈາກເທິງວັງ Potala ໃນເມືອງ Lhasa ຂອງຂົງເຂດ Tibet ທີ່ປົກຄອງດ້ວຍຕົນເອງ ໃນປະເທດຈີນ .

ຄະນະ ບັນດາສະມາຊິກສະພາ ສະຫະລັດ ໄດ້ເດີນທາງໄປ
ຢ້ຽມຢາມ Tibet ທີ່ບໍ່ຄ່ອຍມີມາກ່ອນ ໃນອາທິດແລ້ວນີ້ ອັນ
ທີ່ພວກເພິ່ນເອີ້ນວ່າ “ການສົນທະນາທີ່ຮ້ອນແຮງ” ກັບບັນ
ດາເຈົ້າໜ້າທີ່ຈີນ ຂະນະທີ່ພວກເພິ່ນ ໄດ້ຮຽກຮ້ອງໃຫ້ປັກກິ່ງ
ເປີດການເຈລະຈາຄືນໃໝ່ ກັບຜູ້ນຳທາງຈິດໃຈ ອົງ Dalai
Lama ຜູ້ທີ່ລີ້ໄພຢູ່ຕ່າງປະເທດ ອີງຕາມຄຳເວົ້າຂອງຜູ້ທີ່ມີ
ສ່ວນຮ່ວມທ່ານນຶ່ງ ເມື່ອວັນອັງຄານວານນີ້.

ສະມາຊິກສະພາ ສັງກັດພັກເດມໂມແຄັດ 7 ທ່ານ ນຳພາໂດຍ
ປະທານສະພາຕ່ຳສຽງສ່ວນນ້ອຍ ທ່ານນາງ Nancy Pelosi
ໄດ້ເດີນທາງໄປຢ້ຽມຢາມ Tibet ເປັນຄັ້ງທຳອິດ ໂດຍບັນດາ
ສະມາຊິກສະພາ ນັບຕັ້ງແຕ່ ການຕໍ່ຕ້ານລັດຖະບານ ທີ່ວຸ້ນວາຍເກີດຂຶ້ນເມືອປີ 2008.
ຂົງເຂດແຫ່ງດັ່ງກ່າວ ສ່ວນໃຫຍ່ ໄດ້ກາຍເປັນເຂດຫວງຫ້າມ ຕໍ່ສື່ມວນຊົນຕ່າງຊາດ ແລະ
ບັນດານັກການທູດ.

ຜູ້ນຳທາງຈິດໃຈ ຂອງຊາວທິເບດ ອົງດາໄລ ລາມາ (ຊ້າຍ) ຊົງທັກທາຍ ບັນດາຜູ້ເຄົາລົບນັບຖື ຂະນະທີ່ ເດີນທາງໄປກ່າວຄຳໂອວາດ ຢູ່ທີ່ວັດ Tsuglakhang ໃນເມືອງ Dharmsala, ປະເທດອິນເດຍ, ວັນທີ 7 ກັນຍາ 2015.
ຜູ້ນຳທາງຈິດໃຈ ຂອງຊາວທິເບດ ອົງດາໄລ ລາມາ (ຊ້າຍ) ຊົງທັກທາຍ ບັນດາຜູ້ເຄົາລົບນັບຖື ຂະນະທີ່ ເດີນທາງໄປກ່າວຄຳໂອວາດ ຢູ່ທີ່ວັດ Tsuglakhang ໃນເມືອງ Dharmsala, ປະເທດອິນເດຍ, ວັນທີ 7 ກັນຍາ 2015.

ຜູ້ແທນ ທ່ານ Jim McGovern ກ່າວວ່າ ການຢ້ຽມຢາມເປັນການສະແດງທ່າທີ ທີ່ສຳຄັນ
ໂດຍລັດຖະບານຈີນ ແຕ່ວ່າ “ຫຼາຍເກີນໄປ” ທີ່ບັນດາສະມາຊິກສະພາ ໄດ້ຍິນການຕີລາຄາ
ລັກສະນະຂອງ Tibet ແລະອົງ Dalai Lama ທີ່ໄດ້ສະທ້ອນເຖິງການລຳອຽງແບບເກົ່າໆ.

ທ່ານ McGovern ເວົ້າວ່າ “ຂ້າພະເຈົ້າເຊື່ອວ່າ ອົງ Dalai Lama ແມ່ນສ່ວນນຶ່ງ ຂອງ
ຄຳຕອບ ບໍ່ແມ່ນບັນຫາ ເພື່ອການແກ້ໄຂບັນຫາຕ່າງໆ ທີ່ປະເຊີນໜ້າ ການປົກຄອງ
ດ້ວຍຕົນເອງ ຂອງຊາວທິເບດ.”

ຂົງເຂດປົກຄອງດ້ວຍຕົວເອງ ຂອງທິເບດ
ຂົງເຂດປົກຄອງດ້ວຍຕົວເອງ ຂອງທິເບດ

ທ່ານນາງ Pelosi ຜູ້ທີ່ໄດ້ເດີນທາງໄປຈີນ ໃນປີ 2009 ກ່າວວ່າ ຄະນະຜູ້ແທນ ທີ່ໄດ້ໄປ
ຢ້ຽມຢາມທິເບດ ຫຼັງຈາກການເຊື້ອເຊີນ ໃຫ້ “ໄປເບິ່ງດ້ວຍຕົວຂອງທ່ານເອງ” ໃນເວລາ
ທ່ານນາງ ໄດ້ຍົກຂຶ້ນຄວາມເປັນຫ່ວງຂອງສະພາ ກ່ຽວກັບ ສິດທິມະນຸດ ກັບປະທານປະ
ເທດຈີນ ທ່ານ ສີ ຈິ້ນຜິງ ໃນລະຫວ່າງ ການຢ້ຽມຢາມວໍຊິຕັນເມື່ອເດືອນກັນຍາຜ່ານມາ.

ທ່ານນາງ ເວົ້າອີກວ່າ “ຂ້າພະເຈົ້າໄດ້ພິຈາລະນາວ່າ ການເດີນທາງນີ້ເປັນແບບສ້າງສັນ
ການສ້າງສະພານເຊື່ອມກັນ ແລະ ພວກເຮົາຢາກສືບຕໍ່ສ້າງຂົວອັນນັ້ນ ໂດຍຜ່ານການ
ປະນີປະນອມກັນ ແລະໃຫ້ມີຄວາມເຂົ້າໃຈກັນແຈ້ງຂຶ້ນຕື່ມ.”
ພວກເພິ່ນຍັງໄດ້ປຶກສາ
ຫາລື ເລື້ອງຄວາມໝັ້ນຄົງທາງດ້ານອິນເຕີເນັດ ແລະ ເລື້ອງການປ່ຽນແປງ ຂອງດິນຟ້າ
ອາກາດ.

XS
SM
MD
LG