ການດຳເນີນຄວາມພະຍາຍາມ ຂອງສະຫະລັດ ທີ່ຈະປົດຜູ້ນຳສັງຄົມນິຍົມ ໃນເວເນຊູເອລາ ທ່ານນິໂຄລັສ ມາດູໂຣ ອອກຈາກຕຳແໜ່ງນັ້ນ ຍັງໄດ້ແນໃສ່ການປະເຊີນໜ້າກັບລັດຖະບານຄອມມູນິສຄິວບາ ທີ່ພວກຕ້ອງຕິອະນຸລັກນິຍົມ ກ່າວວ່າ ຍັງສືບຕໍ່ສ້າງຄວາມບໍ່ທຸ່ນທ່ຽງ ໃຫ້ແກ່ບັນດາປະເທດເພື່ອນບ້ານ ຢູ່ໃນອາເມຣິກາລາຕິນໂດຍສົ່ງອອກລະບອບເສດຖະກິດທີ່ປະສົບກັບຄວາມລົ້ມແຫຼວ ແລະຊຸກຍູ້ໃຫ້ມີການກົດຂີ່ທາງດ້ານການເມືອງ. Brian Padden ນັກຂ່າວວີໂອເອ ມີລາຍງານວ່າ ວໍຊິງຕັນໄດ້ຍົກເອົາວິກິດການ ໃນເວເນຊູເອລາ ຂຶ້ນມາເປັນເຫດຜົນ ເພື່ອເພີ້ມຄວາມກົດດັນ ຕໍ່ພວກຄອມມູນິສທີ່ເປັນປໍລະປັກຢູ່ຮາວານາ ຊຶ່ງໄພສານ ຈະນຳເອົາ ລາຍລະອຽດ ມາສະເໜີທ່ານ ໃນອັນດັບຕໍ່ໄປ.
ພວກທີ່ຕ້ອງຕິ ກ່າວວ່າ ນະໂຍບາຍທີ່ໄດ້ຮັບອິດທິພົນຈາກຄິວບາ ແມ່ນເປັນສາເຫດພາໃຫ້ເນເນຊູເອລາ ຂາດແຄນອາຫານ ແລະຢາປົວພະຍາດ ແບບຊຳເຮື້ອ ແລະພາໃຫ້ເກີດເງິນເຟີ້ ຢ່າງຮຸນແຮງ ໃນປະເທດທີ່ອຸດົມສົມບູນໄປດ້ວຍນ້ຳມັນ.
ວິກິດການດັ່ງກ່າວ ໄດ້ບັງຄັບໃຫ້ຫຼາຍໆລ້ານຄົນຕ້ອງຫລົບໜີຄວາມທຸກຍາກຢູ່ໃນບ້ານເກີດ ທີ່ນັບມື້ນັບຮ້າຍແຮງຂຶ້ນ ໄປຢູ່ຕ່າງປະເທດ. ທ່ານໂຣເຈີ ນໍຣິເອກາ ຈາກສະຖາບັນເອັນເຕີໄພຣສ໌ ກ່າວວ່າ:
“ອຳນາດການປົກຄອງຄິວບາ ແມ່ນເປັນຜູ້ຊັກຊວນໃຫ້ມີການພັງທະລາຍລົງຢູ່ໃນເວເນຊູເອລາ ແລະພວກອົບພະຍົບພ້ອມທັງການກົດຂີ່ ແມ່ນເປັນໂຕຢ່າງທີ່ສຳຄັນ ບໍ່ແມ່ນບັນຫາຂອງໂຕຢ່າງແບບຄິວບານັ້ນ.”
ເວລາທ່ານເຂົ້າກຳອຳນາດເມື່ອ 2 ທົດສະວັດກ່ອນ ມື້ລາງປະທານາທິບໍດີເວເນຊູເອລາ ທ່ານຮູໂກ ຊາເວສ ໄດ້ຕັ້ງໂຕເປັນພັນທະມິດທີ່ໃກ້ຊິດ ກັບຜູ້ນຳຄິວບາທ່ານຟີແດລ ກາສໂຕຣ ແລະນ້ອງຊາຍຂອງທ່ານ. ພວກທ່ານໄດ້ສ້າງຕັ້ງຄວາມສຳພັນ ທີ່ໃຫ້ການສະໜັບສະໜຸນຊຶ່ງກັນແລະກັນ ຊຶ່ງຮາວານາໄດ້ຮັບນ້ຳມັນປະມານ 50,000 ຖັງ ໃນແຕ່ລະມື້ ເພື່ອແລກປ່ຽນກັບການສົ່ງທ່ານໝໍ ແລະນາຍຄູຄິວບາ 20,000 ຄົນໄປເຮັດວຽກໃນເວເນຊູເອລາ.
ແຕ່ປະທານາທິບໍດີ ດໍໂນລ ທຣຳ ກ່າວວ່າ ນອກນັ້ນ ຄິວບາຍັງໄດ້ສົ່ງເຈົ້າໜ້າທີ່ຮັກສາຄວາມສະຫງົບ ທະຫານ ໜ່ວຍປະຕິບັດງານສືບລັບ ແລະທີ່ປຶກສາທາງດ້ານການເມືອງ ໄປຊ່ວຍຜູ້ທີ່ສືບທອດອຳນາດຈາກທ່ານຊາເວສຄືທ່ານນິໂກລັສມາດູໂຣ ຮັກການປົກຄອງແບບຜະເດັດການ ເພື່ອຄວບຄຸມແລະບ່ອນທຳລາຍຕໍ່ຂັ້ນຕອນປະຊາທິປະໄຕໃນເວເນຊູເອລາ.
ທ່ານບຣູໂນ ໂຣດຣີເກວສ ລັດຖະມົນຕີການຕ່າງປະເທດຄິວບາ ກ່າວກ່ຽວກັບເລື້ອງນີ້ວ່າ:
“ມັນເປັນການກ່າວຫາທີ່ໜ້າລະອາຍ ໂດຍປະທານາທິບໍດີ ຂອງສະຫະລັດ ເວລາທ່ານກ່າວວ່າ ຄິວບາມີກອງທັບສ່ວນໂຕຢູ່ໃນເວເນຊູເອລາ. ຂ້າພະເຈົ້າຢາກໃຫ້ທ່ານສະແດງຫຼັກຖານກ່ຽວກັບເລື້ອງນີ້.”
ອົງການນິລະໂທດກຳສາກົນ ຊຶ່ງເປັນກຸ່ມປົກປ້ອງສິດທິມະນຸດ ໄດ້ຈົດບັນທຶກໃນປີນີ້ວ່າ ລັດຖະບານມາດູໂຣໄດ້ໃຊ້ກຳລັງຮັກສາຄວາມສະຫງົບຢ່າງກວ້າງຂວາງ ເພື່ອຄາດຕະກຳ ຈັບກຸມຄຸມຂັງ ແລະຂົ່ມຂູ່ຕໍ່ພວກຄັດຄ້ານທາງການເມືອງພ້ອມທັງປາບປາມການປະທ້ວງຂອງປະຊາຊົນ ທີ່ນັບມື້ນັບຮ້າຍແຮງ.
ສະຫະລັດ ພ້ອມດ້ວຍ 50 ກວ່າປະເທດ ໄດ້ຮຽກຮ້ອງໃຫ້ຂັບໄລ່ທ່ານມາດູໂຣອອກຈາກອຳນາດ ຍ້ອນສໍ້ໂກງຄະແນນ ໃນການເລືອກຕັ້ງປະທານາທິບໍດີໃນປີກາຍນີ້ ແລະປະເທດເຫຼົ່ານີ້ກໍໄດ້ຮັບຮູ້ທ່ານຮວານ ກວາອີໂດ ຜູ້ນຳຝ່າຍຄ້ານພ້ອມທັງເປັນປະທານສະພາແຫ່ງຊາດຂອງເວເນຊູເອລາ ເປັນປະທານາທິບໍດີຊົ່ວຄາວຂອງປະເທດ.
ລັດຖະບານຂອງປະທານາທິບໍດີທຣຳ ໄດ້ທຳການລົງໂທດຢ່າງໜັກ ໂດຍໄດ້ກັກຊັບສິນຂອງບໍລິສັດນ້ຳມັນເວເນຊູເອລາ ຢູ່ໃນສະຫະລັດ.
ສະຫະລັດ ໃນອາທິດແລ້ວນີ້ ຍັງໄດ້ເພີ້ມການລົງໂທດຕໍ່ຄິວບາ ແລະຂູ່ວ່າ ຈະນຳໃຊ້ຄືນໃໝ່ ກົດໝາຍ Helms-Burton ທີ່ຈະອະນຸຍາດໃຫ້ອາເມຣິກັນຟ້ອງຮ້ອງເອົາຊັບສິນທີ່ຖືກຢຶດຢູ່ປະເທດຄິວບາ ໃນລະຫວ່າງການປະຕິວັດປີ 1959.
ທ່ານຈອນ ໂບລຕັນ ທີ່ປຶກສາທາງດ້ານຄວາມໝັ້ນຄົງແຫ່ງຊາດ ໄດ້ກ່າວເຖິງ “ບົດບາດຂອງຄິວບາ ໃນການເຂົ້າຄວບຄຸມປະຊາທິປະໄຕ ແບບຜິດກົດໝາຍແລະຊຸກຍູ້ການກົດຂີ່ໃນເວເນຊູເອລາ” ໃນການຂຽນລົງທວີດເຕີ້ໃນວັນຈັນຜ່ານມາ ເພື່ອໃຫ້ເຫດຜົນ ໃນການເພີ້ມການລົງໂທດຕໍ່ປະເທດດັ່ງກ່າວ.
ພວກຕ້ອງຕິທ່ານທຣຳກ່າວວ່າ ຍຸດທະສາດໃນການຕໍ່ຕ້ານຄອມມູນິສຂອງທ່ານແມ່ນເພື່ອຢາກໄດ້ຄະແນນສຽງຂອງຜູ້ມີສິດປ່ອນບັດຊາວຄິວບາ ຢູ່ລັດຟລໍຣິດາ ຊຶ່ງເປັນລັດສຳຄັນໃນການພະຍາຍາມເພື່ອໃຫ້ຖືກເລືອກເຂົ້າຮັບຕຳແໜ່ງຄືນອີກ ໃນປີ 2020 ນັ້ນ.
ທ່ານມາກ ວາຍບຣັອດ ຈາກສູນກາງຄົ້ນຄວ້າດ້ານເສດຖະກິດແລະນະໂຍບາຍ ກ່າວວ່າ:
“ຂ້າພະເຈົ້າຄິດວ່າ ທ່ານທຣຳໃນການຄິດໄລ່ຄຳນວນຂອງທ່ານແລ້ວ ທ່ານຈະລົງສະໝັກເຂົ້າແຂ່ງຂັນເລືອກຕັ້ງເອົາຕຳແໜ່ງຕື່ມອີກແລະລັດຟລໍຣິດາ ຊຶ່ງເປັນລັດທີ່ທັງສອງພັກຕ່າງກໍມີຄະແນນສຽງພໍປານໆກັນ ແລະເຈົ້າກໍມີກຸ່ມຜູ້ມີສິດລົງຄະແນນສຽງຢູ່ທີ່ນັ້ນ ທີ່ຕ້ອງການຢາກໂຄ່ນລົ້ມລັດຖະບານດັ່ງກ່າວນີ້.”
ແມ່ນແຕ່ພວກນິຍົມແນວທາງເດີມຫຼາຍໆຄົນ ທີ່ໃຫ້ການສະໜັບສະໜຸນຕໍ່ນະໂຍບາຍຄິວບາຂອງທ່ານທຣຳນັ້ນ ກໍຍອມຮັບວ່າ ພັນທະມິດສະຫະລັດ ຫຼາຍໆປະເທດ ທີ່ເຫັນພ້ອມ ກັບການກຳຈັດທ່ານມາດູໂຣນັ້ນ ກໍບໍ່ມີທ່າທາງວ່າຈະສະໜັບສະໜຸນການດຳເນີນຄວາມພະຍາຍາມໃນຂອບເຂດທີ່ກວ້າງຂວາງຕໍ່ຮາວານາ.
U.S. efforts to unseat Venezuelan socialist leader Nicolas Maduro are also aimed at confronting the communist government in Cuba that conservative critics say continues to destabilize its neighbors in Latin America by exporting its failed economic model and fostering political repression.VOA's Brian Padden reports on how Washington cites the Venezuelan crisis to justify increasing pressure against its longstanding communist adversary in Havana.
Cuba-influenced policies, critics say, are responsible for Venezuela's chronic food and medicine shortages and hyperinflation in the oil rich country.
The crisis has driven millions abroad to escape increasing poverty at home.
Roger Noriega, American Enterprise Institute:
"The Cuban regime is the intellectual author of the collapse in Venezuela.And the refugees, and the repression, are a feature not a bug of that Cuban model."
When he took office two decades ago, the late Venezuelan President Hugo Chavez aligned himself closely with Cuban leaders Fidel Castro and his brother Raul. They established a mutually supportive relationship in which Havana receives an estimated 50,000 barrels of oil a day in exchange for sending 20,000 Cuban doctors and teachers to work in Venezuela.
But President Trump says Cuba has also sent thousands of security personnel, military intelligence operatives and political advisers, to help Chavez's successor, Nicolas Maduro, maintain authoritarian control and subvert Venezuela's democratic process.
Cuba's Foreign Minister Bruno Rodriguez rejects these charges.
Bruno Rodriguez, Cuban Foreign Minister:
"It is a vile accusation from the President of the United States when he says Cuba has a private army in Venezuela.I order him to show evidence of this."
The human rights group Amnesty International this year documented the Maduro government's widespread use of security forces to murder, detain and threaten political opponents and suppress growing public protests.
The U.S. along with over 50 other nations have called for Maduro's ouster for rigging last year's presidential election. And they have recognized opposition leader Juan Guaido, the head of Venezuela's National Assembly as the country's interim president.
The Trump administration has imposed tough sanctions that seize Venezuela's oil assets in the U.S.
The U.S. this week also increased sanctions against Cuba, and threatened to reinstate the suspended Helms-Burton act to allow Americans to sue for property in Cuba that was seized during the 1959 revolution.
National Security Adviser John Bolton cited "Cuba's role in usurping democracy and fomenting repression in Venezuela," in a Twitter post on Monday, to justify increased sanctions.
Trump's critics say his anti-communist strategy is more about appealing to Cuban voters in Florida, a key state for the president's possible re-election bid in 2020.
((Mark Weisbrot, Center for Economic and Policy Research))
"I think, Trump in his calculations, he was looking to run for re-election, and Florida is a swing state, and you have a constituency there that wants to overthrow this government."
Even many conservative supporters of Trump's Cuba policy concede that many U.S. allies supporting Maduro's removal, are not likely to back a wider effort against Havana.