ໃນມື້ວັນຈັນວານນີ້, ກຸ່ມສະມາຊິກສະພາເກືອບທັງໝົດ ທີ່ເປັນພັກເດໂມແຄຣັດນັ້ນ ໄດ້ຂຽນຈົດໝາຍເຖິງປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ, ໂດຍກົດດັນທ່ານໃຫ້ດໍາເນີນງານຢ່າງ “ມີສະຕິ ແຕ່ຮີບດ່ວນ” ເພື່ອຫຼີກລ້ຽງໄພພິບັດດ້ານມະນຸດສະທໍາ ທີ່ກໍາລັງຈະເກີດຂຶ້ນ ຢູ່ໃນອັຟການິສຖານ.
ສະມາຊິກສະພາໄດ້ຂໍໃຫ້ທ່ານ ໄບເດັນ ຫຼຸດຜ່ອນການຂວໍ້າບາດຢ່າງຕໍ່ເນື່ອງ ແລະປ່ອຍເງິນທຶນສໍາຮອງຕ່າງປະເທດ ຂອງທະນາຄານກາງອັຟການິສຖານ, ເຊິ່ງວໍຊິງຕັນໄດ້ລະງັບ ໃນທັນທີຫຼັງຈາກການເຂົ້າຢຶດອໍານາດຂອງກຸ່ມຕາລິບານ ຈາກລັດຖະບານທີ່ສະໜັບສະໜຸນໂດຍສະຫະ ລັດໃນຊ່ວງກາງເດືອນສິງຫາທີ່ຜ່ານມາ.
“ພວກເຮົາຍັງຄົງກັງວົນເປັນຢ່າງຍິ່ງວ່າ ການຂວໍ້າບາດເຈົ້າໜ້າທີ່ຕາລິບານ ທີ່ຮັບຜິດຊອບໜ້າທີ່ເປັນລັດຖະບານ ໃນເວລານີ້ ກໍາລັງສ້າງຜົນກະທົບທີ່ໜ້າເປັນຫ່ວງ ໃຫ້ແກ່ສະຖາບັນການເງິນ ແລະອົງກອນຊ່ວຍເຫຼືອຕ່າງໆ ທີ່ໃຫ້ການຊ່ວຍເຫຼືອຢູ່ໃນອັຟການິສຖານ,” ຕາມການອ່ານໃນຈົດໝາຍ.
ທໍານຽບຂາວ ໄດ້ໂຕ້ຕອບໃນເວລາຕໍ່ມາວ່າ ມືຂອງປະເທດດັ່ງກ່າວຖືກຜູກໝັດກັບເງິນທຶນທີ່ຖືກລະງັບ, ແຕ່ສະຫະລັດ ຈະຍັງຄົງສະໜັບສະໜຸນຄວາມພະຍາ ຍາມທາງດ້ານມະນຸດສະທໍາຢູ່ໃນອັຟການິສຖານ.
ການຂວໍ້າບາດ ແລະການລະງັບການຊ່ວຍເຫຼືອຈາກນານາຊາດຢ່າງທັນທີທັນໃດນັ້ນ ແມ່ນສົ່ງຜົນຕໍ່ລະບົບເສດຖະກິດຂອງອັຟການິສຖານ, ເຊິ່ງເພິ່ງພາອາໄສຈາກພາຍນອກເປັນຈຸດໜັກໃນຊ່ວງ 20 ປີທີ່ຜ່ານມາ, ເຊິ່ງກໍາລັງຈະຫຼົ້ມສະຫຼາຍແລ້ວ.
ວິກິດການດັ່ງກ່າວ ໄດ້ເພີ້ມຄວາມຕ້ອງການທາງດ້ານມະນຸດສະທໍາ, ອັນເນື່ອງມາຈາກສົງຄາມມາດົນຫຼາຍປີ, ຄວາມແຫ້ງແລ້ງ ແລະຄວາມທຸກຍາກຂັ້ນຮຸນແຮງຢູ່ໃນອັຟການິສຖານ. ອົງການສະຫະປະຊາຊາດຄາດຄະເນວ່າ ຫຼາຍກວ່າເຄິ່ງນຶ່ງຂອງປະຊາກອນ 40 ລ້ານຄົນ ແມ່ນກໍາລັງປະເຊີນກັບຄວາມອຶດຢາກ, ໂດຍມີເດັກນ້ອຍ 1 ລ້ານຄົນສ່ຽວຕໍ່ການເສຍຊີວິດຈາກ “ພາວະຂາດສານອາ ຫານທີ່ຮຸນແຮງ.”