ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະມາຊິກລັດຖະສະພາ ຍັບ​ເຂົ້າໃກ້ ອີກ​ບາດ​ກ້າວ​ນຶ່ງ ທີ່​ຈະເຮັດ​ໃຫ້ສົງ​ຄາມ​ສະ​ຫະ​ລັດ ໃນ​ອີ​ຣັກ​ ສິ້ນ​ສຸດ​ລົງ ຢ່າງ​ເປັນ​ທາງ​ການ


(ພາບ​ໃນ​ແຟ​ມ) ແສງ​ແດດ​ຕ້ອງ​ໃສ່​ຈອມຂອງ​ຫໍ​ລັດ​ຖະ​ສະ​ພາ​ສະ​ຫະ​ລັດ ໃນ​ນະ​ຄອນ​ຫລວງວໍ​ຊິງ​ຕັນ, ວັນ​ທີ 4 ມັງ​ກອນ, 2023
(ພາບ​ໃນ​ແຟ​ມ) ແສງ​ແດດ​ຕ້ອງ​ໃສ່​ຈອມຂອງ​ຫໍ​ລັດ​ຖະ​ສະ​ພາ​ສະ​ຫະ​ລັດ ໃນ​ນະ​ຄອນ​ຫລວງວໍ​ຊິງ​ຕັນ, ວັນ​ທີ 4 ມັງ​ກອນ, 2023

ບັນດາສະມາຊິກລັດຖະສະພາສະຫະລັດ ໄດ້ເອົາບາດກ້າວອັນສຳຄັນ ໄປສູ່ການຍົກ ເລີກສິດອຳນາດ ໃນ​ການເຮັດສົງຄາມຂອງປະທານາທິບໍດີທີ່ໄດ້ມີມາຫຼາຍທົດສະວັດແລ້ວນັ້ນ ໃນວັນພຸດວານນີ້, ຂະ​ນະ​ທີ່ຄວາມພະຍາຍາມທີ່ຈະຢືນຢັນສິດອຳນາດຂອງລັດຖະສະພາຄືນໃໝ່ປາ​ກົດວ່າໄດ້​ຮັບການສະໜັບສະໜຸນເພີ່ມຂຶ້ນ.

ດ້ວຍ​ຄະ​ແນນ​ສຽງ 13 ຕໍ່ 8, ຄະ​ນະ​ກຳ​ມະ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ ຂອງ​ສະ​ພາ​ສູງ​ສະ​ຫະ​ລັດ ໄດ້​ຍົກ​ເລີກການອະນຸຍາດໃນປີ 2001 ແລະ 2002 ສໍາລັບການໃຊ້ກໍາລັງທະຫານ, ຫຼື AUMFs ເຊິ່ງ​ຈະ​ເຮັດ​ໃຫ້​ສົງ​ຄາມ​ອ່າວເປີ​ເຊຍ ແລະອີ​ຣັກສິ້ນ​ສຸດ​ລົງຢ່າງ​ເປັນ​ທາງ​ການ.

“AUMFs ທັງສອງອັນນີ້ ແມ່ນລ້າສະໄຫມແລ້ວ ມັນບໍ່ໄດ້ແກ້ໄຂບັນຫາໄພຂົ່ມຂູ່ ຕໍ່ ຜົນປະໂຫຍດຂອງສະຫະລັດໃນປັດຈຸບັນ ແລະບໍ່ຄວນຖືກນໍາມາໃຊ້ເພື່ອໃຫ້ເປັນ​ເຫດ​ຜົນຂອງການໃຊ້ກໍາລັງທະຫານຂະຫນາດໃຫຍ່. ການ​ຍົກ​ເລີກ​ສິດ​ອຳ​ນາດ​ທັງ​ສອງ​ຢ່າງນີ້ ​ແມ່ນ​ຢູ່​ໃນ​ຜົນ​ປະ​ໂຫຍດ​ແຫ່ງ​ຊາດ​ຂອງ​ສະ​ຫະ​ລັດ ແລະ​ເພື່ອ​ຜົນ​ປະ​ໂຫຍດ​ຂອງ ​ການ​ເປັນ​ຄູ່​ຮ່ວມ​ມືທາງ​ຍຸດ​ທະ​ສາດ​ຂອງ​ພວກ​ເຮົາ​ກັບ​ອີ​ຣັກ ແລະຢູ່​ໃນ​ຂົງ​ເຂດ,” ນັ້ນ​ຄື​ຄຳ​ເວົ້າ​ຂອງທ່ານບອບ ເມ​ເນນ​ເດ​ສ (Bob Menendez), ປະ​ທານ​ຄະ​ນະ​ກຳ​ມະ​ການ​ພົວ​ພັນ​ຕ່າງ​ປະ​ເທດຂອງ​ສະ​ພາ​ສູງທີ່​ກ່າວຢູ່​ໃນ​ຖະ​ແຫຼງ​ການສະ​ບັບ​ນຶ່ງ.

ບັນດາສະມາຊິກສະພາໄດ້ພະຍາຍາມໃນຊຸມປີມໍ່ໆມານີ້ ເພື່ອຍົກເລີກ AUMFs ປີ 2001 ແລະ 2002 ທີ່ໄດ້ຮັບ​ຮອງ​ເອົາຫຼັງຈາກມີການໂຈມຕີກໍ່ການຮ້າຍໃນວັນທີ 11 ກັນຍາປີ 2001, ຊຶ່ງໃຫ້ປະທານາທິບໍດີສະຫະລັດມີສິດມີອໍານາດອັນກວ້າງຂວາງໃນການປະຕິບັດການທາງທະຫານ ໂດຍບໍ່ໄດ້​ໃຫ້​ສິດ​ທາງ​ລັດຖະທຳ​ມະນູນ​ ແກ່​ລັດ​ຖະ​ສະພາໃນ​ການ​ອະນຸມັດເລີຍ.

ມາ​ຮອດທຸກວັນ​ນີ້, ຄວາມ​ພະຍາຍາມ​ແຕ່​ລະ​ເທື່ອແມ່ນ​ປະສົບກັບ​ຄວາມ​ລົ້ມ​ແຫຼວທ່າມ ກາງ​ສຽງ​ຕຳ​ໜິ​ທີ່​ເວົ້າວ່າ​ ການ​ຍົກ​ເລີກສິດອຳ​ນາດ​ດັ່ງກ່າວ ​ເປັນ​ອັນຕະລາຍ​ຕໍ່​ຄວາມ ​ໝັ້ນຄົງ​ແຫ່ງ​ຊາດ​ຂອງ​ສະຫະລັດ ​ແລະ​ກຳລັງທະ​ຫານ​ຂອງ​ສະຫະລັດ​ຢູ່​ຕ່າງປະ​ເທດ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG