ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນດາສະມາຊິກສະພາ ສະຫະລັດ ສະແດງໃຫ້ການສະໜັບສະໜຸນດ້ານການຊ່ວຍເຫຼືອແກ່ ຢູເຄຣນ


ວີດີໂອ ກ່ຽວກັບລາຍງານບັນດາສະມາຊິກສະພາ ສະຫະລັດ ສະແດງໃຫ້ການສະໜັບສະໜຸນດ້ານການຊ່ວຍເຫຼືອແກ່ ຢູເຄຣນ

ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານແອນໂຕນີ ບລິງເກັນ ກຳລັງເຕືອນວ່າ ສົງຄາມສຳ​ລັບປ້ອງກັນປະເທດຂອງຢູເຄຣນ ໃນການຕໍ່ຕ້ານ ຣັດເຊຍ ແມ່ນຢູ່ໃນຄວາມສ່ຽງ ຖ້າປາດສະຈາກການຊ່ວຍເຫຼືອຮອບໃໝ່ ທີ່ໄດ້ຮັບການອະນຸມັດໂດຍລັດຖະສະພາ. ການຮຽກຮ້ອງຂໍທຶນຊ່ວຍເຫຼືອມີຂຶ້ນຂະນະທີ່ສະຫະພາບຢູໂຣບ ກ່າວວ່າ ຄວາມປອດໄພຂອງຢູໂຣບ ແມ່ນຢູ່ໃນການເດີມພັນເຊັ່ນກັນ. ຊິນດີ ເຊນ ນັກຂ່າວອະວຸໂສ ດ້ານການທູດ ມີລາຍງານເລື້ອງນີ້ ຊຶ່ງ ໄຊຈະເລີນສຸກ ຈະນຳມາສະເໜີທ່ານໃນອັນດັບຕໍ່ໄປ.

ໃນຂະນະທີ່ຣັດເຊຍສືບຕໍ່ໂຈມຕີບໍລິເວນທີ່ຢູ່ອາໃສຂອງພົນລະເມືອງໃນຢູເຄຣນ, ລັດຖະມົນຕີການຕ່າງປະເທດ ແອນໂຕນີ ບລິງເກັນ ໄດ້ອອກຄຳເຕືອນຢ່າງໜັກແໜ້ນທີ່ສຸດຂອງທ່ານ ທີ່ວ່າ ລັດຖະສະພາສະຫະລັດ ຕ້ອງຮັບຜ່ານຮ່າງກົດໝາຍງົບປະມານ ທີ່ລວມທັງການຊ່ວຍເຫຼືອດ້ານການທະຫານທີ່ຕ້ອງການຫຼາຍທີ່ສຸດສຳລັບກີຢິບ.

ທ່ານບລິງເກັນ ເວົ້າວ່າ “...ມັນເປັນເລື້ອງສຳຄັນຍິ່ງທີ່ວ່າ ລັດຖະສະພາຮັບຜ່ານງົບປະມານເພີ້ມຕື່ມທີ່ປະທານາທິບໍດີ ຂໍໄປກ່ອນໜ້ານັ້ນ. ປາດສະຈາກມັນແລ້ວ ເວົ້າງ່າຍໆ ທຸກສິ່ງທຸກຢ່າງທີ່ຊາວຢູເຄຣນໄດ້ບັນລຸ ແລະທີ່ພວກເຮົາໄດ້ຊ່ວຍພວກເຂົາເຈົ້າບັນລຸນັ້ນ ກໍຈະຕົກຢູ່ໃນອັນຕະລາຍ.”

ນັກຊ່ຽວຊານທ່ານນຶ່ງກ່າວຕໍ່ວີໂອເອ ວ່າ ອະດີດປະທານາທິບໍດີ ແລະຜູ້ສະໝັກເປັນປະທານາທິບໍດີທີ່ນຳໜ້າໝູ່ຂອງພັກຣີພັບບລີກັນ ທ່ານດໍໂນລ ທຣຳ ທີ່ມີອິດທິພົນຕໍ່ບັນດາສະມາຊິກສະພາຕ່ຳ ນຳພາໂດຍພັກຣີພັບບລີກັນ ຜູ້ທີ່ກຳຮ່າງງົບປະມານໄວ້ ຍ້ອນສິ່ງທີ່ພວກເຂົາເຈົ້າກ່າວວ່າ ແມ່ນຄວາມເປັນຫ່ວງກ່ຽວກັບຄົນເຂົ້າເມືອງ ແລະຄວາມປອດໄພ ຢູ່ຊາຍແດນທາງພາກໃຕ້ ຂອງສະຫະລັດ ຕິດກັບເມັກຊິໂກ.

ທ່ານໄມໂກລ ຄິມເມັຈ ເປັນອາຈານສອນປະຫວັດສາດຢູ່ມະຫາວິທະຍາໄລ ກາໂທລິກຂອງອາເມຣິກາ ກ່າວຜ່ານທາງຊູບວ່າ “ອະດີດປະທານາທິບໍດີ ດໍໂນລ ທຣຳ ເບິ່ງຄືວ່າ ກຳລັງໄປຕາມເສັ້ນທາງທີ່ຈະຖືກເລືອກເປັນຜູ້ສະໝັກຂອງພັກຣີພັບບລີກັນ. ຄຳເວົ້າຂອງທ່ານກ່ຽວກັບວິກິດການຢູເຄຣນ ເລີ້ມຈະໄດ້ມີນ້ຳໜັກຫຼາຍຂຶ້ນກວ່າເກົ່າ ແລະຄຳເວົ້າຂອງທ່ານກ່ຽວກັບວິກິດການຂອງຢູເຄຣນ ແມ່ນບໍ່ໃຫ້ກ້າວໄປໜ້າ ແຕ່ໃນບາງປະເດັນ ກໍພຽງແຕ່ສ້າງການກີດຂວາງຕ່າງໆສຳລັບລັດຖະບານຂອງທ່ານໄບເດັນ.”

ຢູ່ທີ່ການໂຮມຊຸມນຸມໂຄສະນາຫາສຽງໃນລັດເນວາດາ ເມື່ອວັນເສົາຜ່ານມານີ້ ທ່ານທຣຳ ໄດ້ຄັດຄ້ານຕໍ່ການຮັບຜ່ານຮ່າງກົດໝາຍງົບປະມານຂອງສະພາຕ່ຳ.

ທ່ານດໍໂນລ ທຣຳ ຄືຄວາມຫວັງທີ່ຈະໄດ້ເປັນປະທານາທິບໍດີຂອງພັກຣີພັບບລີກັນ ເວົ້າວ່າ “ອັນທີ່ເອີ້ນວ່າ ຂໍ້ຕົກລົງດ້ານຄວາມປອດໄພຢູ່ຊາຍແດນ ທີ່ ໄບເດັນ ຜັກດັນອອກມາ ແລະຊຸກຍູ້ອອກມານັ້ນ ແມ່ນບໍ່ໄດ້ອອກແບບມາເພື່ອຢຸດຢັ້ງການເຂົ້າເມືອງທີ່ຜິດກົດໝາຍ. ມັນໄດ້ຖືກອອກແບບມາເພື່ອສືບຕໍ່ການບຸກລຸກອາເມຣິກາ ໃນຂະນະດຽວກັນ ສົ່ງເງິນຫຼາຍຕື້ໂດລາ ໄປໃຫ້ຢູເຄຣນ ແລະປະເທດອື່ນໆ.”

ຢູ່ທີ່ລັດຖະສະພາ ຫຼື Capitol Hill ໃນວັນອັງຄານຜ່ານມາ ບັນດາກຸ່ມສະມາ ຊິກສະພາຂອງຢູເຄຣນ ໄດ້ເຕົ້າໂຮມກັນເພື່ອເລີ້ມຕົ້ນ ອາທິດຂອງຢູເຄຣນ ປີ 2024 ດ້ວຍການຢ້ຽມຢາມພວກທະຫານຂອງຢູເຄຣນ, ບັນດາສະມາຊິກສະພາ ແລະບັນດາເຈົ້າໜ້າທີ່. ສະມາຊິກສະພາສະຫະລັດຈຳນວນນຶ່ງ ໄດ້ສະແດງການສະໜັບສະໜຸນແກ່ກີຢິບ ລວມທັງ ສະມາຊິກສະພາຕ່ຳສັງກັດພັກຣີພັບບລີກັນ ທ່ານແອນດີ ແຮຣິສ ຈາກລັດແມຣີແລນ ນຳດ້ວຍ.

ທ່ານແອນດີ ແຮຣິສ ເວົ້າວ່າ “ໃນທີ່ສຸດແລ້ວກໍແມ່ນວ່າ ອັນນີ້ບໍ່ຄວນເປັນເລື້ອງຂອງພັກເດໂມແຄຣັດ ຫຼື ຣີພັບບລີກັນ. ອັນນີ້ບໍ່ຄວນເປັນເລື້ອງຂອງຝ່າຍຂວາຈັດ, ເລື້ອງຂອງຝ່າຍຊ້າຍຈັດ. ອັນນີ້ແມ່ນເລື້ອງທີ່ຊາວອາເມຣິກັນໝົດທຸກຄົນ ຄວນເຫັນດີນຳກັນ ແລະຂ້າພະເຈົ້າຍິນດີຕ້ອນຮັບທ່ານ ນະທີ່ນີ້ ທີ່ວໍຊິງຕັນ ເພື່ອດຳເນີນຄະດີ!”

ສະມາຊິກສະພາຕ່ຳສັງກັດພັກເດໂມແຄຣັດ ທ່ານນາງມາຣຊີ ແຄັປເທີ ໄດ້ກ່າວວ່າ ການຊ່ວຍເຫຼືອດ້ານການທະຫານຂອງສະຫະລັດ ແມ່ນຕ້ອງການດຽວນີ້.

ທ່ານນາງແຄັປເທີ ເວົ້າວ່າ “ດຽວນີ້ ແມ່ນຊ່ວງເວລາສຳລັບປະເທດຂອງພວກເຮົາ ແລະລັດຖະສະພານີ້ຈະຢືນຢັນອີກຄັ້ງນຶ່ງ ເຖິງຄວາມໝັ້ນໝາຍຂອງພວກເຮົາ ຕໍ່ນະໂຍບາຍການຕ່າງປະເທດ ທີ່ສົ່ງເສີມເສລີພາບ ແລະເສລີພາບຢູ່ທົ່ວໂລກຂອງພວກເຮົາ.”

ໃນຢູໂຣບ ບັນດາຜູ້ນຳຂັ້ນສູງຈຳນວນນຶ່ງ ລວມທັງ ປະທານາທິບໍດີຂອງຝຣັ່ງ ທ່ານເອັມມານູແອລ ມາກຣົງ ຍັງໄດ້ອອກສຽງເຖິງຄຳເຕືອນ ອັນທີ່ເປັນໄຊຊະນະຂອງຣັດເຊຍເໜືອຢູເຄຣນນັ້ນ ໝາຍຄວາມວ່າຫຍັງ.

ທ່ານເອມມານູແອລ ມາກຣົງ ເວົ້າວ່າ “ສະນັ້ນ ຄ່າສູນເສຍ, ຄ່າສູນເສຍທີ່ແທ້ຈິງກ່ຽວກັບໄຊຊະນະຂອງຢູເຄຣນ ບໍ່ວ່າ ໄລຍະສັ້ນ ຫາໄລຍະຍາວ ແມ່ນສູງເກີນໄປສຳລັບພວກເຮົາທັງໝົດ. ອັນນີ້ເປັນເຫດຜົນ ກ່ຽວກັບການຕອບສະໜອງທີ່ສົມເຫດສົມຜົນນັ້ນ ແມ່ນໃຫ້ເອົາພວກເຮົາຢູ່ໃນສະຖານະການເອງ ເພື່ອສະໜັບສະໜຸນຢູເຄຣນ ໃນລະຫວ່າງປີນີ້ ແລະຫຼາຍປີຈະມາເຖິງນີ້ ບໍ່ວ່າມັນຕ້ອງໃຊ້ແມ່ນຫຍັງກໍຕາມ ບໍ່ວ່າມັນຈະຕ້ອງສູນເສຍແມ່ນຫຍັງກໍຕາມ.”

ບັນດານັກຊ່ຽວຊານບາງຄົນ ກ່າວວ່າ ພວກເຂົາເຈົ້າເຊື່ອວ່າ ປະທານາທິບໍດີ ຣັດເຊຍ ທ່ານວລາດີເມຍ ປູຕິນ ກຳລັງລໍຖ້າເພື່ອເບິ່ງຜົນທີ່ຈະອອກມາຂອງການເລືອກຕັ້ງປະທານາທິບໍດີ ສະຫະລັດ ໃນເດືອນພະຈິກນີ້ ກ່ອນທີ່ຈະປ່ຽນແນວທາງກ່ຽວກັບຢູເຄຣນ, ໂດຍຫວັງວ່າ ການສະໜັບສະໜຸນຂອງສະຫະລັດ ຈະຫາຍໄປ ພາຍໃຕ້ ທ່ານທຣຳ ປະຈຳຢູ່ທຳນຽບຂາວ.

U.S. Secretary of State Antony Blinken is warning that Ukraine’s defensive war against Russia is at risk without a new round of aid approved by Congress. The plea for funding comes as the European Union says that Europe's safety is at stake. VOA's Senior Diplomatic Correspondent Cindy Saine reports.

As Russia continues to pound residential areas in Ukraine, Secretary of State Antony Blinken issued his starkest warning yet that the U.S. Congress must pass a budget that includes desperately needed military aid for Kyiv.

((Antony Blinken, Secretary of State))

“…it is vital that Congress pass the supplemental budget request the president's put before it. Without it, simply put, everything that Ukrainians achieved and that we've helped them achieve will be in jeopardy."

One expert told VOA that former president and Republican presidential frontrunner Donald Trump has significant sway over members of the Republican-led House of Representatives, who are holding up the budget over what they say are concerns over immigration and security at the U.S. southern border with Mexico.

((Michael Kimmage, Catholic University of America)) ((courtesy: Zoom))

“Former President Trump seems to be pretty much on route to being the Republican candidate. His word on the Ukraine crisis starts to acquire greater weight and his word on the Ukraine crisis is not to go forward, but in some respects just to create obstacles for the Biden administration.”

At a campaign rally in Nevada on Saturday, Trump opposed Congress passing the budget.

((Donald Trump, Republican Presidential Hopeful))

"The so-called border security deal Biden is gushing out and pushing out is not designed to stop illegal immigration. It's designed to continue the invasion of America while sending billions of dollars to Ukraine and other countries. "

On Capitol Hill Tuesday, members of the Ukrainian House Caucus gathered to kick off Ukrainian Week 2024 with visiting Ukrainian soldiers, lawmakers and officials. Several U.S. lawmakers expressed support for Kyiv, including one Republican, Representative Andy Harris of Maryland.

((Rep. Andy Harris, Republican))

“The bottom line is this should not be a Democratic or Republican issue. This shouldn’t be a far-right, far-left issue. This is an issue that all Americans should agree with, and I welcome you here to Washington to prosecute the case!”

Democratic Representative Marcy Kaptur said U.S. military aid is needed now.

((Rep. Marcy Kaptur, Democrat))

“Now is the moment for our nation and this Congress to reaffirm our commitment to a foreign policy that promotes liberty, and liberty across our world.”

In Europe, several top leaders, including French President Emmanuel Macron, are also sounding the alarm of what a Russian victory over Ukraine would mean.

((Emmanuel Macron, French President)) [[English]]

"So the cost, the real cost on the short to long run of a Russian victory is too high for all of us. This is why the reasonable answer is to put ourselves in a situation to support Ukraine during this year and the years to come, whatever it takes, whatever it costs.”

Some experts say they believe Russian President Vladimir Putin is waiting to see the results of the November U.S. presidential election before changing course on Ukraine, hoping U.S. support would vanish under a Trump White House.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG