ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນດາສະມາຊິກສະພາ ຕົກລົງກັນ ກ່ຽວກັບການຊ່ອຍເຫຼືອ ໄວຣັສໂຄໂຣນາ ມູນຄ່າ 900 ພັນລ້ານໂດລາ


ຕຶກຂອງລັດຖະສະພາສະຫະລັດ ຫຼື Capitol Hill, ຟາກກຳ້ຕາເວັນອອກ, ໃນຕອນອາລຸນໃໝ່ ແມ່ນເຫັນໄດ້ຢູ່ໃນທິວທັດທົ່ວໄປ, ວັນທີ 27 ມັງກອນ 2020, ໃນນະຄອນຫຼວງ ວໍຊິງຕັນ.
ຕຶກຂອງລັດຖະສະພາສະຫະລັດ ຫຼື Capitol Hill, ຟາກກຳ້ຕາເວັນອອກ, ໃນຕອນອາລຸນໃໝ່ ແມ່ນເຫັນໄດ້ຢູ່ໃນທິວທັດທົ່ວໄປ, ວັນທີ 27 ມັງກອນ 2020, ໃນນະຄອນຫຼວງ ວໍຊິງຕັນ.

ບັນດາສະມາຊິກສະພາຕ່ຳແລະສູງຂອງສະຫະລັດ ຄາດກັນວ່າ ໃນວັນຈັນມື້ນີ້ ຈະລົງຄະແນນສຽງເພື່ອຮັບຜ່ານຊຸດງົບປະມານຊ່ອຍເຫຼືອຍ້ອນໄວຣັສໂຄໂຣນາ ມູນຄ່າ 900 ພັນລ້ານໂດລາ ທີ່ຈະສະໜອງການຊ່ອຍເຫຼືອໃຫ້ແກ່ຄອບຄົວຊາວອາເມຣິກັນ ແລະທຸລະກິດທັງຫຼາຍ.

ມາດຕະການດັ່ງກ່າວອອກມາຫຼັງຈາກໄດ້ມີການເຈລະຈາກັນຫຼາຍອາທິດ ຊຶ່ງໃນລະຫວ່າງນັ້ນ ບັນດາຜູ້ນຳຂອງທັງພັກເດໂມແຄຣັດແລະຣີພັບບລີກັນໄດ້ຖົກຖຽງກັນໃນເລື້ອງຈຳນວນເງິນຊ່ອຍເຫຼືອຫຼາຍປານໃດ ທີ່ຈະສະໜອງແກ່ລັດຖະບານ ແລະວ່າຄວນຈະເພັ່ງເລັງໃສ່ພາກສ່ວນໃດນຶ່ງຫຼືບໍ່ ເຊັ່ນວ່າ ໃຫ້ການຊ່ອຍເຫຼືອແກ່ພວກທີ່ບໍ່ມີວຽກເຮັດ ຫຼື ຈະເປີດເສດຖະກິດໄປເລື້ອຍໆ.

ມັນຍັງໄດ້ອອກມາໃນລະຫວ່າງການເພີ້ມສູງຂຶ້ນຂອງກໍລະນີຕິດເຊື້ອໂຄວິດ-19 ໂດຍທີ່ສະຫະລັດ ໄດ້ບັນທຶກຈຳນວນຄົນຕິດເຊື້ອທີ່ໄດ້ຖືກຢັ້ງຢືນເກືອບຮອດ 18 ລ້ານຄົນ ຊຶ່ງບວກເຂົ້າກັບກໍລະນີຕິດເຊື້ອຫຼາຍກວ່າ 200,000 ຄົນໃນແຕ່ລະວັນ ແລະພ້ອມດ້ວຍການເສຍຊີວິດທັງໝົດຂອງປະເທດແມ່ນຢູ່ທີ່ຈຳນວນຫຼາຍກວ່າ 317,000 ຄົນ ອີງຕາມສູນກາງແຫຼ່ງຂໍ້ມູນ ດ້ານໄວຣັດໂຄໂຣນາ ຂອງຈອນສ໌ ຮັອບກິນສ໌.

ບັນດາຜູ້ນຳຂອງພັກເດໂມແຄຣັດແລະຣີພັບບລີກັນ ໄດ້ປະກາດໃນວັນອາທິດວານນີ້ ມາດຕະການດັ່ງກ່າວ ທີ່ລວມທັງ ເງິນ 600 ໂດລາເພື່ອຈ່າຍເຂົ້າບັນຊີໂດຍກົງໃຫ້ແກ່ປະຊາຊົນສ່ວນໃຫຍ່ ໂດຍຈຳພວກທີ່ມີລາຍໄດ້ສູງກວ່າ 75,000 ໂດລາຕໍ່ປີ ຈະບໍ່ໄດ້ຮັບເງິນຈໍານວນດັ່ງກ່າວ. ການຈ່າຍເງິນກະຕຸ້ນເສດຖະກິດຮອບກ່ອນໜ້ານີ້ 1,200 ໂດລາໃຫ້ແກ່ປະຊາຊົນ ໄດ້ລວມຢູ່ໃນຮ່າງກົດໝາຍບັນເທົ່າທຸກຍ້ອນໄວຣັສໂຄໂຣນາໃນເດືອນມີນາທີ່ໃຫຍ່ກວ່ານັ້ນອີກ.

ຮ່າງກົດໝາຍງົບປະມານໃໝ່ນີ້ ຍັງລວມມີ ໂຄງການປົກປ້ອງເງິນເດືອນຂອງພວກຄົນງານ ຫຼື PPP ມູນຄ່າ 284 ພັນລ້ານໂດລາ ອັນເປັນໂຄງການລິເລີ້ມ ທີ່ມີຈຸດປະສົງເພື່ອຊ່ອຍພວກທຸລະກິດຮັກສາພວກຄົນງານທັງຫຼາຍຂອງເຂົາເຈົ້າໄວ້ ໃນຊ່ວງໄລຍະທີ່ເສດຖະກິດຖືກກົດດັນໂດຍໂຣກລະບາດ ທີ່ອາດກົດດັນ ພວກທຸລະກິດໃຫ້ປົດຄົນງານອອກຕື່ມອີກນັ້ນ.

ງົບປະມານໃໝ່ນີ້ຍັງປະກອບດ້ວຍ ເງິນຊ່ອຍເຫຼືອຈ່າຍໃຫ້ແກ່ພວກທີ່ຫວ່າງງານ 300 ໂດລາຕໍ່ອາທິດເປັນເວລາໄລຍະ 11 ອາທິດ ພ້ອມກັນນັ້ນ ຍັງມີ 82 ພັນລ້ານໂດລາ ເພື່ອຊ່ອຍພວກໂຮງຮຽນ ແລະມະຫາວິທະຍາໄລຂອງທ້ອງຖິ່ນ, 25 ພັນລ້ານໂດລາ ໃນການຊ່ອຍເຫຼືອຄ່າເຊົ່າເຮືອນ, 15 ພັນລ້ານໂດສໍາລັບໂຮງມະຫໍລະສົບ ແລະ 10 ພັນລ້ານໂດລາ ສຳລັບການເບິ່ງແຍງສຸຂະພາບຂອງເດັກ ນ້ອຍ. ແລະຍັງມີອີກ 4 ພັນລ້ານໂດລາ ເພື່ອຊ່ອຍເຫຼືອປະເທດອື່ນໆ ໃນຄວາມພະຍາຍາມເພື່ອສະໜອງຢາວັກຊີນປ້ອງກັນໂຄວິດ-19 ຊຶ່ງເປັນພະຍາດເກີດຈາກໄວຣັສໂຄໂຣນາ.

“ຍັງຈະມີຊຸດກູ້ໄພທີ່ສໍາຄັນອີກຊຸດນຶ່ງ ສໍາລັບປະຊາຊົນຊາວອາເມຣິກັນ” ຜູ້ນໍາສຽງສ່ວນຫຼາຍສະພາສູງ ທ່ານມິດຈ໌ ແມັກຄອນແນລໄດ້ກ່າວໄປໃນຖະແຫລງ ການເມື່ອວັນອາທິດວານນີ້. ທ່ານກ່າວໄປອີກວ່າ “ໃນຂະນະທີ່ພົນລະເມືອງຂອງພວກເຮົາສືບຕໍ່ສູ້ຊົນກັບໄວຣັສໂຄໂຣນາໃນລະດູການຂອງວັນພັກຢູ່ນີ້ ພວກເຂົາເຈົ້າຈະບໍ່ຕໍ່ສູ້ກັບມັນພຽງລຳພັງ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG