ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ແລະ ລາວ ເຊັນບົດບັນທຶກຂໍ້ຕົກລົງ ສືບຕໍ່ການຊ່ວຍເຫຼືອ ເປັນເວລາສອງປີ


ທີ່ເຫັນຢູ່ທາງກາງຂອງແຖວຫຼັງ ທ່ານຄອລລິນ ຄຣອສບີ ຮອງຫົວໜ້າສະຖານທູດ ສຫລ ປະຈຳ ສປປ ລາວ ເປັນສັກຂີພິຍານ ລົງນາມໂດຍ ທ່ານໂຈມແຍງ ແພງທອງສະຫວັດ ຫົວໜ້າ​ຫ້ອງ​ການ ຄຊກລ ແລະ ທ່ານນາງຊາຣາ ບຣູນາກີ ຫົວໜ້າອົງການ​ເວີລດ໌​ເອດ​ຢູ​ເຄຊັນ ປະຈໍາລາວ.
ທີ່ເຫັນຢູ່ທາງກາງຂອງແຖວຫຼັງ ທ່ານຄອລລິນ ຄຣອສບີ ຮອງຫົວໜ້າສະຖານທູດ ສຫລ ປະຈຳ ສປປ ລາວ ເປັນສັກຂີພິຍານ ລົງນາມໂດຍ ທ່ານໂຈມແຍງ ແພງທອງສະຫວັດ ຫົວໜ້າ​ຫ້ອງ​ການ ຄຊກລ ແລະ ທ່ານນາງຊາຣາ ບຣູນາກີ ຫົວໜ້າອົງການ​ເວີລດ໌​ເອດ​ຢູ​ເຄຊັນ ປະຈໍາລາວ.

ອົງການ​ເວີລດ໌​ເອດ​ຢູ​ເຄຊັນ ແລະ ຫ້ອງການຄະນະກໍາມະການຄຸ້ມຄອງແຫ່ງຊາດເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ຢູ່ ສປປ ລາວ (ຄຊກລ) ໄດ້ເຊັນບົດບັນທຶກຂໍ້ຕົກລົງ ທີ່ຫ້ອງການ ຄຊກລ ນະຄອນຫຼວງວຽງຈັນ ເມື່ອວັນທີ 3 ກໍລະກົດຜ່ານມາ ເພື່ອສືບຕໍ່ຈັດຕັ້ງປະຕິບັດ “ເງິນຊ່ວຍເຫຼືອການປິ່ນປົວ ແລະອຸດໜູນຜູ້ຖືກເຄາະຮ້າຍຈາກລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ.” ບົດບັນທຶກຂໍ້ຕົກລົງສະບັບນີ້ແມ່ນມີກໍານົດເວລາ 2 ປີ (2020-2022) ຈໍານວນ 100,000 ໂດລາສະຫະລັດໂດຍທຶນສະໜັບສະໜູນ ຈາກລັດຖະບານສະຫະລັດອາເມຣິກາ

ອົງການ​ເວີລດ໌​ເອດ​ຢູ​ເຄຊັນ ແມ່ນອົງການຈັດຕັ້ງສາກົນທີ່ບໍ່ຫວັງຜົນກໍາໄລ ມີສໍານັກງານໃຫຍ່ ຕັ້ງຢູ່ປະເທດສະຫະລັດ ຊຶ່ງ​ໄດ້​ດໍາ​ເນີນ​ວຽກ​ງານ​ຢູ່​ໃນ ສປປ ລາວ ເລີ່ມ​ແຕ່​ປີ 1992 ​ເປັນຕົ້ນມາ. ບັນດາໂຄງການຂອງອົງການໄດ້ຖືກອອກແບບເພື່ອເສີມສ້າງຄວາມອາດສາມາດ ສົ່ງເສີມການເພີ່ງພາໂຕເອງ ແລະການມີສ່ວນ ຮ່ວມຂອງທຸກຄົນໂດຍຜ່ານໂຄງການກ່ຽວກັບ ຂະແໜງການສຶກສາ ສຸຂະພາບ ລະເບີດບໍ່ທັນແຕກ ແລະການພັດທະນາເສດຖະກິດ. ນັບ​ຕັ້ງ​ແຕ່​ປີ 1996 ​ເປັນ​ຕົ້ນ​ມາ ອົງການ​ເວີລດ໌​ເອດ​ຢູ​ເຄຊັນ​ ໄດ້ເຮັດວຽກເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງ ໃນ ສປປ ລາວ ໂດຍຜ່ານການຊ່ວຍ​ເຫຼືອຜູ້​ເຄາະຮ້າຍ ຈາກລະເບີດບໍ່ທັນແຕກທີ່​ຕົກ​ຄ້າງ ເສີມສ້າງຄວາມອາດສາມາດ ໃຫ້ລະບົບສາທາລະ ນະສຸກ ແລະການໃຫ້ຄວາມຮູ້ກ່ຽວກັບອັນຕະລາຍຈາກລະເບີດບໍ່ທັນແຕກ. ໂດຍຜ່ານທີມງານຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກລະເບີດບໍ່ທັນແຕກ ປີ 2014-2017 ອົງການໄດ້ຊ່ວຍເຫຼືອ ຜູ້ລອດຊີວິດຈາກອຸບັດຕິເຫດລະເບີດບໍ່ທັນແຕກ ຈໍານວນ 200 ຄົນ ແລະ ຄອບຄົວຂອງພວກເຂົາ ສ້າງແຜນວຽກເຊິ່ງລວມມີ ການດໍາລົງຊີວິດ ການຊ່ວຍເຫຼືອດ້ານຈິດຕະສັງຄົມ ແລະ ການຝຶກອົບຮົມວິຊາຊີບ. ໂດຍຜ່ານໂຄງການໃຫ້ຄວາມຮູ້ກ່ຽວກັບອັນຕະລາຍຈາກລະເບີດບໍ່ທັນແຕກ ປີ 2018-2021 ອົງການ​ເວີລດ໌​ເອດ​ຢູ​ເຄຊັນ ກໍາລັງສະໜັບສະໜູນ ລັດຖະບານລາວໃນການເຊື່ອມສານຫຼັກສູດການໃຫ້ຄວາມຮູ້ກ່ຽວກັບອັນຕະລາຍຈາກລະເບີດບໍ່ທັນແຕກ ເຂົ້າໃນຫຼັກສູດແຫ່ງຊາດ ສາມາດເຮັດໃຫ້ເດັກນ້ອຍ ຫຼາຍກວ່າ 500,000 ຄົນໄດ້ຮັບຄວາມຮູ້ ກ່ຽວກັບຄວາມປອດໄພ ຈາກລະເບີດບໍ່ທັນແຕກ. ເງິນຊ່ວຍ ເຫຼືອການປິ່ນປົວ ແລະອຸດໜູນຜູ້ຖືກເຄາະຮ້າຍຈາກລະເບີດບໍ່ທັນແຕກທີ່ຕົກຄ້າງ ໄດ້ສ້າງຕັ້ງຂື້ນ ໃນປີ 1996 ເພື່ອຊ່ວຍຜູ້ຖືກເຄາະຮ້າຍຈາກລະເບີດບໍ່ທັນແຕກທີ່ຕົກຄ້າງໃນ ສປປ ລາວ ເຂົ້າເຖີງການປິ່ນປົວທາງດ້ານການແພດໃນເວລາເກີດອຸບັດຕິເຫດ ແລະໃນໄລຍະຍາວ ການບໍລິການດ້ານທັນຕະແພດ ອຸປະກອນເຄື່ອງຊ່ວຍ ອັດຕາກິນໃຫ້ແກ່ຄົນເຈັບ ແລະ ຄອບຄົວຄົນເຈັບໃນເວລາປິ່ນປົວຢູ່ໂຮງໝໍ ປະກອບສ່ວນສໍາລັບພິທີທາງສາດສະໜາ ຫຼື ປະກອບສ່ວນງານຊາປະນະກິດສົບ. ເປົ້າໝາຍຂອງເງິນຊ່ວຍເຫຼືອນີ້ ແມ່ນເພື່ອບໍ່ໃຫ້ຜູ້ຖືກເຄາະຮ້າຍທີ່ໄດ້ຮັບຜົນກະທົບໂດຍກົງຈາກອຸບັດຕິເຫດລະເບີດບໍ່ທັນແຕກ ໃນ ສປປ ລາວ ເປັນໜີ້ສິນຍ້ອນເຂົ້າຮັບການປິ່ນປົວທາງການແພດ ແລະ ການຈັດງານຊາປະນະກິດສົບ.ມາເຖິງປະຈຸບັນມີຜູ້ຖືກເຄາະຮ້າຍ ຈໍານວນ 1058 ຄົນ ແລະ ຄອບຄົວຂອງພວກເຂົາ ໄດ້ຮັບການຊ່ວຍເຫຼືອຈາກ ເງິນທຶນດັ່ງກ່າວນີ້.

ເລີ່ມແຕ່ເດືອນກໍລະກົດ 2016 ອົງການ​ເວີລດ໌​ເອດ​ຢູ​ເຄຊັນ ໄດ້ດໍາເນີນກິດຈະກໍາ ເງິນຊ່ວຍເຫຼືອການປິ່ນປົວ ແລະ ອຸດໜູນຜູ້ຖືກເຄາະຮ້າຍຈາກລະເບີດບໍ່ທັນແຕກທີ່ຕົກຄ້າງຮ່ວມກັ[ຫ້ອງການ ຄະນະກໍາມະການຄຸ້ມຄອງແຫ່ງຊາດເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ຢູ່ ສປປ ລາວ (ຄຊກລ). ອົງການ​ເວີລດ໌​ເອດ​ຢູ​ເຄຊັນ ຮ່ວມກັບຫ້ອງການ ຄຊກລ ໄດ້ຕິດຕາມຢ້ຽມຢາມຄອບຄົວຜູ້ຖືກເຄາະຮ້າຍ ແລະ ປະສານງານກັບໂຮງໝໍເພື່ອຮັບປະກັນຜູ້ຖືກເຄາະຮ້າຍໄດ້ຮັບການປິ່ນປົວທີ່ຈໍາເປັນຕາມຄວາມຕ້ອງການ.

ບັນດາໂຄງການທີ່ ສະຫະລັດອາເມຣິກາສະໜັບສະໜູນຢູ່ໃນ ສປປ ລາວ ໄດ້ໃຫ້ການຊ່ວຍເຫຼືອ ແກ້ໄຂມໍລະດົກທາງປະຫວັດສາດກ່ຽວກັບບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ແລະ ເຮັດໃຫ້ຊຸມຊົນໃນທົ່ວປະເທດລາວມີຄວາມປອດໄພຈາກ ລະເບີດບໍ່ທັນແຕກ ແລະ ຟື້ນຟູການເຂົ້າເຖິງການນໍາໃຊ້ທີ່ດິນ ແລະ ພື້ນຖານໂຄງລ່າງຢ່າງປອດໄພ. ຄວາມພະຍາຍາມຮ່ວມກັນນີ້ ເປັນການສະໜັບສະໜູນລັດຖະບານ ແລະ ປະຊາຊົນລາວ ໃນການບັນລຸເປົ້າໝາຍການພັດທະນາແບບຍືນຍົງຂອງປະເທດ ລວມທັງເປົ້າໝາຍທີ່ 18 ເພື່ອກໍາຈັດລະເບີດບໍ່ທັນແຕກທີ່ຕົກຄ້າງ ຊຶ່ງເປັນສິ່ງກີດຂວາງຂອງການພັດທະນາປະເທດຊາດ.

ພິທີເຊັນບົດບັນທຶກຂໍ້ຕົກລົງເງິນຊ່ວຍເຫຼືອການປິ່ນປົວ ແລະ ອຸດໜູນຜູ້ຖືກເຄາະຮ້າຍ ຈາກລະເບີດບໍ່ທັນແຕກທີ່ຕົກຄ້າງ ໄດ້ລົງນາມໂດຍ ທ່ານໂຈມແຍງ ແພງທອງສະຫວັດ ຫົວໜ້າ​ຫ້ອງ​ການ ຄຊກລ ແລະ ທ່ານນາງຊາຣາ ບຣູນາກີ ຫົວໜ້າອົງການ​ເວີລດ໌​ເອດ​ຢູ​ເຄຊັນ ປະຈໍາລາວ.

ໃຫ້ກຽດເຂົ້າຮ່ວມ ເປັນສັກຂີພິຍານ ໃນພິທີເຊັນບົດບັນທຶກຂໍ້ຕົກລົງ ແມ່ນທ່ານ ຄໍລິນ ຄຣອສບີ (Colin Crosby) ອຸປະທູດສະຫະລັດອາເມຣິກາ ແລະທ່ານ Olivier Bauduin ທີ່ປຶກສາດ້ານແຜນງານໂຄງການກ່ຽວກັບບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ຈາກສະຖານທູດອາເມຣິກາ ແລະ ຕາງໜ້າຈາກຫ້ອງການ ຄຊກລ ກະຊວງສາທາລະນະສຸກ ແລະກະຊວງແຮງງານແລະສະຫວັດດີການສັງຄົມ. ສະຫະລັດອາເມຣິກາ ໃຫ້ທຶນສະໜັບສະໜູນກິດຈະກໍານີ້ ໂດຍຜ່ານກະ ຊວງການຕ່າງປະເທດສະຫະລັດ.

ພິທີໄດ້ຈັດຂື້ນທີ່ຫ້ອງການ ຄຊກລ ຢູ່ນະຄອນຫຼວງວຽງຈັນ ໃນເວລາ 14:00-15:00 ໂມງ.

ພິທີເຊັນບົດບັນທຶກຂໍ້ຕົກລົງເງິນຊ່ວຍເຫຼືອການປິ່ນປົວ ແລະ ອຸດໜູນຜູ້ຖືກເຄາະຮ້າຍ ຈາກລະເບີດບໍ່ທັນແຕກທີ່ຕົກຄ້າງ ໄດ້ລົງນາມໂດຍ ທ່ານໂຈມແຍງ ແພງທອງສະຫວັດ ຫົວໜ້າ​ຫ້ອງ​ການ ຄຊກລ ແລະ ທ່ານນາງຊາຣາ ບຣູນາກີ ຫົວໜ້າອົງການ​ເວີລດ໌​ເອດ​ຢູ​ເຄຊັນ ປະຈໍາລາວ.
ພິທີເຊັນບົດບັນທຶກຂໍ້ຕົກລົງເງິນຊ່ວຍເຫຼືອການປິ່ນປົວ ແລະ ອຸດໜູນຜູ້ຖືກເຄາະຮ້າຍ ຈາກລະເບີດບໍ່ທັນແຕກທີ່ຕົກຄ້າງ ໄດ້ລົງນາມໂດຍ ທ່ານໂຈມແຍງ ແພງທອງສະຫວັດ ຫົວໜ້າ​ຫ້ອງ​ການ ຄຊກລ ແລະ ທ່ານນາງຊາຣາ ບຣູນາກີ ຫົວໜ້າອົງການ​ເວີລດ໌​ເອດ​ຢູ​ເຄຊັນ ປະຈໍາລາວ.

On 3 July 2020 World Education, Inc. and the National Regulatory Authority (NRA) of the Government of Lao PDR signed a Memorandum of Agreement at the NRA headquarters in Vientiane, Lao PDR to continue the implementation of the “War Victims Medical Fund” (WVMF).

The MOA was signed for two years (2020-2022) and $100,000. WVMF is funded by the United States government.

World Education, Inc. is a U.S.-based nonprofit organization operating in Laos since 1992. World Education Laos’ programs are designed to build capacity, promote self-sufficiency, and increase inclusion of all persons through programs in education, health, mine action, and economic development. Since 1996, World Education has worked to address the legacy of unexploded ordnance (UXO) in Lao PDR in the areas of victims’ assistance, health systems capacity building, and mine risk education. Through the Victim Assistance Support Team (2014-2017), World Education helped 200 UXO survivors and their families create action plans that included livelihood, psychosocial support, and vocational training. Through the Comprehensive Mine Risk Education Project (2018-2021), World Education Laos is supporting the Government of Laos to integrate mine risk education into the national curriculum, enabling over 500,000 children across the country to receive messages about UXO Safety.

The War Victims Medical Fund (WVMF) was established in 1996 to provide civilians affected by UXO accidents in Lao PDR with access to immediate ongoing medical and dental care, assistive devices, per diem assistance for family members during hospital stays, and contribution towards a religious ceremony or funeral. The goal of the WVMF is that anyone directly affected by UXO accidents in Lao PDR will remain unburdened by medical and funeral-related debt. To date, the fund has helped support over 1,058 survivors and their families.

Since July 2016, World Education operates the WVMF in partnership with the National Regulatory Authority (NRA), the inter-ministerial board in charge of UXO issues in Lao PDR. Together, World Education and the NRA visit families following a UXO accident and coordinate with hospitals to ensure that the needs of survivors are met.

The United States funds programs in Lao PDR to help address the historical legacy of UXO contamination while making communities across Laos safe from UXO and restoring safe access to land and infrastructure. Together, these efforts support the Government and people of Laos as they work towards achieving the country’s Sustainable Development Goals, including #18, to remove the UXO obstacle to national development.

The MOA for the War Victims Medical Fund was signed by Mr Chomyaeng Phengthongsawat, Director General of the National Regulatory Authority and Ms. Sarah Bruinooge, Country Director, World Education Laos.

The MOA signing ceremony was witnessed by U.S. Deputy Chief of Mission Colin Crosby and Mr. Olivier Bauduin, UXO Program Advisor, both from the U.S. Embassy as well as representatives from the National Regulatory Authority, the Ministry of Health, and the Ministry of Labor and Social Welfare. The United States funds this activity through the U.S. Department of State’s Office of Weapons Removal and Abatement (PM/WRA).

The event took place at the NRA headquarters in Vientiane, 14:00-15:00.

XS
SM
MD
LG