ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

USAID ສະໜັບສະໜູນ ສື່ມວນຊົນລາວ ໃນການສົ່ງເສີມ ການຕ້ານການຄ້າມະນຸດ


ບັນດາເຈົ້າໜ້າທີ່ເຂົ້າຮ່ວມກອງປະຊຸມ ກ່ຽວກັບ ການປ້ອງກັນການຄ້າມະນຸດ ສຳລັບສື່ມວນຊົນ.
ບັນດາເຈົ້າໜ້າທີ່ເຂົ້າຮ່ວມກອງປະຊຸມ ກ່ຽວກັບ ການປ້ອງກັນການຄ້າມະນຸດ ສຳລັບສື່ມວນຊົນ.

ໂດຍການສະໜັບສະໜູນຂອງປະເທດສະຫະລັດອາເມ​ຣິກາ ໂດຍຜ່ານອົງການພັດທະນາສາກົນຂອງປະເທດສະຫະລັດອາເມ​ຣິກາ (USAID) ກົມສື່ມວນຊົນ ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ແລະ ອົງການວິນຣອກສາກົນ (Winrock International) ໄດ້ຈັດກອງປະຊຸມກ່ຽວກັບ ການຕ້ານການຄ້າມະນຸດໃຫ້ແກ່ຂະແໜງສື່ມວນຊົນ ວັດທະນະທໍາ ແລະການທ່ອງທ່ຽວ. ຈຸດ ປະສົງຂອງກອງ​ປະ​ຊຸມນີ້ແມ່ນ ເພື່ອ ຊ່ວຍໃຫ້​ບັນດາ​ສື່​ມວນ​ຊົນໄດ້​ເຂົ້າ​ໃຈເຖິງ​ບົດ​ບາດ​ຂອງພວກເຂົາ​ເຈົ້າ ໃນ​ການ​ຕ້ານ​ການ​ຄ້າ​ມະ​ນຸດແລະ​ສະ​ໜອງ​ເຄື່ອງ​ມື​ຕ່າງໆໃຫ້​ແກ່ພວກເຂົາ​ເຈົ້າ.

ໃຫ້ກຽດເປີດກອງປະຊຸມ ໂດຍທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີກະ ຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ຕິດຕາມດ້ວຍ ການກ່າວເປີດກອງປະຊຸມໂດຍທ່ານ ໄມໂຄ ຣອນນິ້ງ ຜູ້ຕາງໜ້າອົງການ USAID ປະຈຳ ສປປ ລາວ. ກອງປະຊູມມີຜູ້ເຂົ້າຮ່ວມຈຳນວນ 50 ທ່ານ ຈາກກະຊວງຖະແຫລງຂ່າວ ວັດທະນະທຳ ແລະທ່ອງທ່ຽວ ສື່ສັງຄົມອອນລາຍ ແລະພາກ ສ່ວນກ່ຽວຂ້ອງໃນຂະແໜງສື່ມວນຊົນ (ທັງພາກລັດຖະບານ ແລະເອກະຊົນ).

ທ່ານໄມໂຄ ຣອນນິ້ງ ກ່າວວ່າ: ສື່ມວນຊົນແມ່ນມີບົດບາດສໍາຄັນໃນການເຂົ້າເຖິງ ກຸ່ມປະຊາກອນທີ່ມີຄວາມສ່ຽງ ແລະ ສົ່ງຕໍ່ຂໍ້ຄວາມທີ່ຖືກຕ້ອງ ກ່ຽວກັບການສະກັດກັ້ນ ການຄ້າມະນຸດ ແລະ ການປົກປ້ອງຜູ້ເຄາະຮ້າຍໃຫ້ແກ່ພວກເຂົາເຈົ້າ. ປະເທດສະຫະລັດອາເມ​ຣິກາ ມີຄວາມມຸ່ງໝັ້ນທີ່ຈະສະ ໜັບສະໜູນ ລັດຖະບານ ແຫ່ງ ສປປ ລາວ ໃນການຕ້ານ ການຄ້າມະນຸດ. ເນື່ອງໃນໂອ ກາດຄົບ ຮອບ 5 ປີ ຂອງ ການຮ່ວມມືແບບຮອບດ້ານລະຫວ່າງ ສະຫະລັດອາເມຣິກາ - ລາວ ທີ່ຜ່ານມາ ລັດຖະບານແຫ່ງສະຫະລັດອາເມຣິກາ ຈະສືບຕໍ່ເພີ່ມທະວີການຮ່ວມມື ແລະສະໜັບສະໜູນ ສປປ ລາວ ເພື່ອບັນລຸເປົ້າໝາຍ ໃນວຽກງານສະກັດກັ້ນການຄ້າມະນຸດ.

ກອງປະຊຸມຄັ້ງນີ້ໄດ້ຮັບການສະໜັບສະໜູນ ໂດຍອົງການ USAID ຜ່ານໂຄງ ການຫຼຸດຜ່ອນຄວາມສ່ຽງຈາກການຄ້າມະນຸດໃນລາວ (Laos CTIP) ທີ່ຈັດຕັ້ງປະຕິບັດໂດຍອົງການວິນຣອກສາກົນ (Winrock International). ໂຄງການຫຼຸດຜ່ອນຄວາມສ່ຽງ ຈາກການຄ້າມະນຸດໃນລາວ (Laos CTIP) ມີຈຸດປະສົງ ເພື່ອ ຫຼຸດຜ່ອນຄວາມສ່ຽງຈາກການຄ້າມະນຸດ ໃນກຸ່ມເປົ້າໝາຍ ໃນລາວ ໂດຍຜ່ານ ການປູກຈິດສຳນຶກ ກ່ຽວກັບການຄ້າມະນຸດ ສະໜັບສະໜູນການເຂົ້າເຖິງ ການຝຶກອົບຮົມວິຊາຊີບ ແລະໂອກາດ ໃນການຈ້າງງານ ແລະ ສົ່ງເສີມຄວາມສາມາດ ຂອງພາກສ່ວນກ່ຽວ ຂ້ອງໃນການຕ້ານການຄ້າມະນຸດ.

Vientiane Capital — With support from the United States through the U.S. Agency for International Development (USAID), the Department of Media, the Ministry of Information, Culture, and Tourism (MICT), and Winrock International conducted a workshop on countering trafficking in persons for media, culture, and tourism stakeholders. The workshop aimed to help media representatives understand their role in countering trafficking in persons and provide them with tools to do so.

The workshop was opened by Vice Minister of Information, Culture, and Tourism Mr. Phosy Keomanyvong, followed by remarks by USAID Country Representative to Lao PDR Mr. Michael Ronning. Fifty representatives from the MICT, social media influencers, and key media stakeholders (government and independent) attended the workshop.

“The media plays a crucial role in reaching out to vulnerable populations and delivering the right message on prevention of trafficking and protection of the victims,” said Mr. Ronning. “The United States is committed to supporting the Government of Lao PDR to counter trafficking in persons. Given the recent 5th anniversary of the U.S.-Lao Comprehensive Partnership, the U.S. Government will continue to further strengthen our cooperation and support the Lao PDR to achieve its goals to counter trafficking in persons.”

This workshop was supported by USAID through the Laos Counter Trafficking in Persons (CTIP) project, implemented by Winrock International. Laos CTIP aims to reduce the vulnerability of human trafficking among targeted populations in Laos by raising awareness about trafficking, supporting vocational training and employment opportunities, and strengthening the capacity of concerned stakeholders to counter trafficking.

XS
SM
MD
LG