ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຫົວໜ້າກະຊວງແຮງງານ ສ​ຫລ ກ່າວປົກປ້ອງ ບົດບາດຂອງທ່ານ ໃນຄະ​ດີ ການຄ້າບໍລິການ ທາງເພດ


ລັດຖະມົນຕີວ່າການ ກະຊວງແຮງງານສະຫະລັດ ທ່ານອາແແລັກສ໌ ອາໂຄສຕາ ກ່າວໃນລະຫວ່າງ ກອງປະຊຸມ ກັບບັນດາສື່ມວນຊົນ ຢູ່ທີ່ກະຊວງແຮງງານ, ວັນທີ 10 ກໍລະກົດ 2019, ໃນນະຄອນຫຼວງ ວໍຊິງຕັນ.
ລັດຖະມົນຕີວ່າການ ກະຊວງແຮງງານສະຫະລັດ ທ່ານອາແແລັກສ໌ ອາໂຄສຕາ ກ່າວໃນລະຫວ່າງ ກອງປະຊຸມ ກັບບັນດາສື່ມວນຊົນ ຢູ່ທີ່ກະຊວງແຮງງານ, ວັນທີ 10 ກໍລະກົດ 2019, ໃນນະຄອນຫຼວງ ວໍຊິງຕັນ.

ລັດຖະມົນຕີວ່າການ ກະຊວງແຮງງານສະຫະລັດ ທ່ານອາແລັກແຊນເດີ ອາໂຄສຕາ
ໃນວັນພຸດວານນີ້ ໄດ້ອອກມາປົກປ້ອງ ການກະທຳ ເມື່ອຫຼາຍສິບປີ ຜ່ານມາຂອງທ່ານ
ໃນຖານະເປັນໄອຍະການລັດຖະບານກາງ ກ່ຽວກັບ ການ ຕົກລົງກັບທ່ານແຈັບຟຣີ
ແອັບສໄຕ ຜູ້ຈັດການກອງທຶນຂອງກຸ່ມຜູ້ລົງທຶນ ທັງ ເປັນມະຫາເສດຖີພັນລ້ານ ຜູ້ທີ່ໄດ້
ຖືກກ່າວຫາ ໃນຄະດີ ຄ້າບໍລິການທາງເພດເດັກນ້ອຍ ເພື່ອໃຫ້ໄດ້ຮັບໂທດຕິດຄຸກທີ່
ໜ້ອຍລົງ.

“ໂດຍປາດສະຈາກການທຳງານ ຂອງບັນດາໄອຍາການ ຂອງພວກເຮົາແລ້ວ ທ່ານ
ແອັບສໄຕກໍຈະບໍ່ຖືກນຳມາລົງໂທດ” ຕໍ່ການກ່າວຟ້ອງໂດຍລັດ ໃນຂໍ້ຫາທີ່ເບົາກວ່າ
ຊຶ່ງ “ຈະເຮັດໃຫ້ຜູ້ກ່ຽວຫລີກເວັ້ນການຕິດຄຸກໄດ້” ນັ້ນ​ຄື​ຄຳ​ເວົ້າ​ຂອງ ທ່ານອາໂຄສຕາ
ໄດ້ກ່າວຕໍ່ບັນດານັກຂ່າວ. ທ່ານກ່າວຕື່ມວ່າ “ພວກເຮົາໄດ້ເຮັດ ໃນສິ່ງທີ່ພວກເຮົາເຮັດ
ໄປນັ້ນ ກໍຍ້ອນວ່າ ທ່ານແອັບສໄຕ ຕ້ອງໄດ້ຖືກຈຳຄຸກ.”

ທ່ານອາໂຄສຕາ ກ່າວຕໍ່ໄປວ່າ “ພວກເຮົາເຊື່ອວ່າ ພວກເຮົາດຳເນີນການໄປຢ່າງເໝາະ
ສົມແລ້ວ. ມັນມີຄຸນຄ່າເທົ່າກັບການຍອມຮັບຜິດນັ້ນເອງ.”

ບັນດາສະມາຊິກສະພາບາງສ່ວນ ທີ່ປະກອບດ້ວຍ ສະມາຊິກສະພາຕ່ຳຈາກພັກ
ເດໂມແຄຣັດສອງທ່ານ ກຳລັງຮຽກຮ້ອງ ໃຫ້ທ່ານອາໂຄສຕາ ລາອອກຈາກຕຳແໜ່ງ
ຂອງຄະນະລັດຖະບານທ່ານດໍໂນລ ທຣຳ ສຳລັບບົດບາດຂອງທ່ານ ໃນການອຳນວຍ
ໃຫ້ທ່ານແອັບສໄຕ ຍອມຮັບຜິດໃນປີ 2008 ຕໍ່ຂໍ້ຫາກ່ຽວກັບໂສເພນີ ໃນລັດຟລໍຣີດາ
ຊຶ່ງຜູ້ກ່ຽວ ກໍໄດ້ຮັບໃຊ້ໂທດຈຳຄຸກໄລຍະ 13 ເດືອນ ແລະໃນແຕ່ລະວັນໂດຍສ່ວນໃຫຍ່
ໄດ້ຖືກປ່ອຍໂຕ ໃຫ້ໄປເຮັດວຽກ ຢູ່ຫ້ອງການຂອງຜູ້ກ່ຽວ ຢູ່ໃນເຂດພາກໃຕ້ຂອງລັດ
ຟລໍຣີດາ. ຜູ້ກ່ຽວຍັງຈະຕ້ອງໄດ້ຖືກລົງທະບຽນ ເປັນຜູ້ຮ້າຍກະທຳຜິດທາງເພດ ແລະ
ຊົດໃຊ້ຄ່າເສຍຫາຍໃຫ້ແກ່ພວກເດັກຍິງ ທີ່ຍັງເຍົາໄວທັງຫຼາຍ ທີ່ທ່ານໄດ້ລວນລາມ
ທາງເພດ.

ໃນເວລາດຽວກັນນັ້ນ ການສືບສວນສອບສວນຂອງລັດຖະບານກາງ ໃນນະຄອນ
ໄມອາມີ ກໍໄດ້ຍຸຕິລົງ. ເຖິງຢ່າງໃດກໍຕາມ ໃນສັບປະດານີ້ ບັນດາໄອຍະການ ລັດຖະ
ບານກາງ ໃນນະຄອນນິວຢອກ ກຳລັງກ່າວຟ້ອງທ່ານແອັບສໄຕ ໃນຂໍ້ຫາໃໝ່ ຊຶ່ງ
ກ່າວຫາທ່ານແອັບສໄຕ ວ່າ ເອົາລັດເອົາປຽບພວກເດັກຍິງທີ່ຍັງເຍົາໄວ 20 ກວ່າຄົນ
ໃນລະຫວ່າງປີ 2002 ຫາ 2005 ດ້ວຍການຈ່າຍເງິນຫຼາຍຮ້ອຍໂດລາ ສຳລັບການ
ນວດໂຕ ແລະຮຽກຮ້ອງໃຫ້ມີເພດສຳພັນ ທີ່​ບ້ານ​ພັກຂອງຜູ້ ກ່ຽວຢູ່ທີ່ເຂດ Upper
East Side ຂອງລັດນິວຢອກ ແລະຢູ່ບ້ານ​ພັກໃນເມືອງ ພາມບີຈ (Palm Beach)
ລັດຟລໍຣີດາ. ຖ້າຖືກພົບເຫັນວ່າມີຄວາມຜິດ ໃນຂໍ້ກ່າວຫາໃໝ່ນັ້ນ ທ່ານ ກໍຈະປະເຊີນ
ກັບໂທດຈຳຄຸກເຖິງ 45 ປີ.

ທ່ານອາໂຄສຕາ ໄດ້ກ່າວ ກ່ຽວກັບຄະດີໃນປີ 2008 ວ່າ “ເປັນເລື້ອງທີ່ສະຫຼັບຊັບຊ້ອນ”
ໂດຍມີຜູ້ເຄາະຮ້າຍຫຼາຍຄົນ “ຢ້ານກົວຫຼາຍ ແລະໄດ້ຮັບຄວາມບອບຊ້ຳທາງຮ່າງກາຍ
ແລະຈິດໃຈ” ທີ່ຈະກ້າມາໃຫ້ປາກຄຳ ເອົາຜິດກັບທ່ານແອັບສໄຕ ຢູ່ທີ່ການດຳເນີນຄະດີ
ຖ້າຫາກວ່າມັນເປັນໄປໄດ້.

ທ່ານກ່າວອີກວ່າ “ພວກຄະດີເຫຼົ່ານີ້ ຊັ່ງຊາເບິ່ງວ່າ ຈະຮັບປະກັນໂທດຈຳຄຸກ ໄດ້ຫຼືບໍ່”
ຈາກຜົນຂອງການຍອມຮັບສາລະພາບຜິດ ຫຼືວ່າຜົນຂອງການດຳເນີນ ຄະດີນັ້ນ ທີ່ອາດ
ຈະບໍ່ແນ່ນອນປານໃດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG