ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກະຊວງຍຸຕິທຳ ສະຫະລັດ ກ່າວເຕືອນລັດຕ່າງໆ ກ່ຽວກັບ ການກວດຄະແນນສຽງ ຫຼັງການເລືອກຕັ້ງ


ບັດເລືອກຕັ້ງຂອງເມືອງມາຣີໂຄປາ ທີ່ໄດ້ປ່ອນໄປໃນການເລືອກຕັ້ງປີ ແມ່ນໄດ້ຖືກວດເບິ່ງ ແລະນັບຄືນໃໝ່ ໂດຍພວກພະນັກງານສັນຍາຈ້າງ ທີ່ເຮັດວຽກໃຫ້ ບໍລິສັດ for Florida-Cyber Ninjas ທີ່ມີຫ້ອງການຕັ້ງຢູ່ໃນລັດຟລໍຣິດາ, ຢູ່ທີ່ສູນການ Veterans Memorial Coliseum ໃນນະຄອນຟີນິກສ໌ ລັດອາຣີໂຊນາ.
ບັດເລືອກຕັ້ງຂອງເມືອງມາຣີໂຄປາ ທີ່ໄດ້ປ່ອນໄປໃນການເລືອກຕັ້ງປີ ແມ່ນໄດ້ຖືກວດເບິ່ງ ແລະນັບຄືນໃໝ່ ໂດຍພວກພະນັກງານສັນຍາຈ້າງ ທີ່ເຮັດວຽກໃຫ້ ບໍລິສັດ for Florida-Cyber Ninjas ທີ່ມີຫ້ອງການຕັ້ງຢູ່ໃນລັດຟລໍຣິດາ, ຢູ່ທີ່ສູນການ Veterans Memorial Coliseum ໃນນະຄອນຟີນິກສ໌ ລັດອາຣີໂຊນາ.

ກະຊວງຍຸຕິທຳສະຫະລັດ ເຕືອນລັດຕ່າງໆ ທີ່ພວມດຳເນີນການຫຼືພິຈາລະນາກວດການເລືອກຕັ້ງປີ 2020 ນັ້ນວ່າ ພວກເຂົາອາດນຳໃຊ້ລະບຽບການທີ່ລະ ເມີດການປົກປ້ອງຜູ້ລົງຄະແນນສຽງ ຕໍ່ການຂົ່ມຂູ່ແລະກົດໝາຍອື່ນໆຂອງລັດ ຖະບານກາງ.

ການເຕືອນດັ່ງກ່າວ ມີຂຶ້ນໃນຂະນະທີ່ບັນດາສະມາຊິກພັກຣີພັບບລີກັນຈາກລັດອາຣີໂຊນາ ສືບຕໍ່ທົບທວນຄືນການນັບຄະແນນສຽງຢູ່ໃນເມືອງທີ່ໃຫຍ່ທີ່ສຸດຂອງລັດນີ້ ຊຶ່ງເປັນເລື້ອງຖົກຖຽງກັນຢູ່ນີ້ ໃນຂະນະດຽວກັນບັນດາເຈົ້າໜ້າທີ່ຄະນະກຳມະການຂອງພັກຣີພັບບລີກັນ ໃນອີກສີ່ລັດ ທີ່ເປັນພື້ນທີ່ຂອງການແຍ່ງຊີງຄະແນນສຽງ ແລະເປັນລັດບ່ອນທີ່ອະດີດປະທານາທິບໍດີ ດໍໂນລ ທຣຳ ໄດ້ຜ່າຍແພ້ໃຫ້ແກ່ ປະທານາທິບໍດີ ໂຈ ໄບເດັນ ນັ້ນ ກໍກຳລັງຈະພະຍາຍາມເຮັດແບບດຽວກັນກັບລັດອາຣີໂຊນາ.

ການກວດການເລືອກຕັ້ງ ແມ່ນບໍ່ຄ່ອຍມີເລີຍ” ກະຊວງຍຸຕິທຳ ໄດ້ກ່າວໄປໃນບົດຊີ້ນຳສະບັບໃໝ່ ກ່ຽວກັບການກວດຄະແນນສຽງຫລັງການເລືອກຕັ້ງ ທີ່ໄດ້ນຳອອກເມື່ອວັນພຸດວານນີ້. ກະຊວງນີ້ກ່າວອີກວ່າ “ແຕ່ກະຊວງເປັນຫ່ວງວ່າ ຂອບເຂດຂອງອຳນາດໃນບາງສ່ວນ ທີ່ກຳລັງດຳເນີນການຢູ່ນັ້ນ ອາດຖືກນຳໃຊ້ ຫຼື ນຳສະເໜີເພື່ອໃຊ້ລະບຽບການຕ່າງໆນັ້ນ ກໍຈະສ່ຽງໃນການລະເມີດຕໍ່ກົດໝາຍວ່າດ້ວຍສິດພົນລະເມືອງ.”

ການທົບທວນຄືນບັດເລືອກຕັ້ງຫຼັງການເລືອກຕັ້ງ ໄດ້ເປັນພາກສ່ວນໜຶ່ງຂອງຄະນະກຳມະການເລືອກຕັ້ງທີ່ຮັບຜິດຊອບໂດຍບັນດາເຈົ້າໜ້າທີ່ເລືອກຕັ້ງນັ້ນ ແມ່ນມີມາຍາວນານແລ້ວ. ແຕ່ການກວດຄະແນນສຽງ ຂອງການເລືອກຕັ້ງປີ 2020 ໄດ້ດຶງດູດຄວາມສົນໃຈຂອງກະຊວງຍຸຕິທໍາ ຊຶ່ງເຫັນວ່າ ມັນບໍ່ເປັນທາງການ ແລະກຳລັງຖືກຊຸກຍູ້ໂດຍພວກພັນທະມິດຂອງທ່ານທຣຳ ຜູ້ທີ່ກ່າວອ້າງວ່າ ການເລືອກຕັ້ງນັ້ນ ແມ່ນມີຂໍ້ບົກພ່ອງໂດຍການສໍ້ໂກງຢ່າງແຜ່ຫຼາຍ ທີ່ເຮັດໃຫ້ທ່ານ ທຣຳ ເສຍໄຊໃນການເລືອກຕັ້ງຂອງທ່ານ.

ນອກຈາກລັດອາຣີໂຊນາແລ້ວ ພັກຣີພັບບລີກັນ ໃນອີກສີ່ລັດທີ່ທ່ານທຣຳ ໄດ້ຜ່າຍແພ້ນັ້ນ ກໍຄື ລັດຈໍເຈຍ ມິຊິແກັນ ເພັນຊີລເວເນຍ ແລະວິສຄອນຊິນ ໄດ້ທຳຄວາມພະຍາຍາມຢ່າງຕໍ່ເນື່ອງໃນການທົບທວນຄືນຜົນການເລືອກຕັ້ງປີ 2020 ອີງຕາມສູນກາງເບຣນເນັນເພື່ອຄວາມຍຸຕິທໍາ.

ເຈົ້າໜ້າທີ່ຂອງກະຊວງຍຸຕິທຳ ທ່ານໜຶ່ງໄດ້ກ່າວວ່າ “ຂ້າພະເຈົ້າຄິດວ່າເຫດຜົນທີ່ພວກເຮົາອອກຄຳຊີນຳອັນນີ້ ແມ່ນເພື່ອບອກວ່າ ຂອບເຂດອຳນາດໂດຍທົ່ວໄປນັ້ນ ທີ່ພວກເປັນຫ່ວງວ່າ ຖ້າພວກເຂົາຈະດຳເນີນການກວດການເລືອກຕັ້ງທັງຫຼາຍເຫຼົ່ານີ້ ອັນທີ່ເອີ້ນວ່າ ການກວດການເລືອກຕັ້ງທີ່ຜ່ານມານັ້ນ ພວກເຂົາຕ້ອງປະຕິບັດຕາມກົດໝາຍລັດຖະບານກາງ ແລະເຕືອນພວກເຂົາວ່າ ພວກເຂົາບໍ່ສາມາດດຳເນີນການກວດທັງຫຼາຍໃນວິທີທາງທີ່ຂົ່ມຂູ່ພວກຜູ້ລົງຄະແນນສຽງ.”

ໃນເອກະສານບົດຊີ້ນຳຂອງຕົນນັ້ນ ກະຊວງດັ່ງກ່າວ ໄດ້ຊີ້ແຈງສອງຄວາມກັງ ວົນຢ່າງກວ້າງຂວາງກ່ຽວກັບການກວດຄະແນນສຽງຫຼັງການເລືອກຕັ້ງ. ຄວາມກັງວົນອັນທີໜຶ່ງ ຄືການຮັກສາເອກະສານບັນທຶກຂອງການເລືອກຕັ້ງ. ພາຍໃຕ້ກົດໝາຍລັດຖະບານກາງ ບັນດາເຈົ້າໜ້າທີ່ເລືອກຕັ້ງ ແມ່ນຕ້ອງໄດ້ເກັບຮັກສາເອກະສານບັນທຶກຂອງການລົງຄະແນນສຽງໄວ້ 22 ເດືອນ ຫຼັງຈາກການເລືອກຕັ້ງ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG