ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສ​ຫລ ຕັ້ງ​ຂໍ້ກ່າວ​ຫາ ຕໍ່ຄົນ​ຈີນ​ສອງ​ຄົນ ທີ່​ເຊື່ອມ​ໂຍງ​ກັບ ວຽກ​ງານ​ສອດ​ແນມ​ ຂອງ​ຈີນ


ຜູ້​ຍິງ​ຄົນ​ນຶ່ງ​ນັ່ງ​ຢູ່​ໃກ້​ກັບ​ຮູບ​ພາບ​ສະ​ແດງ​ໃຫ້​ເຫັນ​ອັນ​ຕະ​ລາຍ​ຂອງ​ການ​ຖືກ​ພວກລັກ​ເຈາະ​ຂໍ້​ມູນເຂົ້າ​ໄປ​ໃນ​ມື​ຖືຂອງ​ຕົນຢູ່​ໃນກອງ​ປະ​ຊຸມ ອິນ​ເຕີ​ແນັດ​ ແລະ​ອຸ​ປະ​ກອນ​ມື​ຖື​ໃນໂ​ລກ ໃນ​ນະ​ຄອນ​ປັກ​ກິ່ງ​ຂອງ​ຈີນ ໃນ​ວັນ​ທີ 29 ເມ​ສາ, 2016
ຜູ້​ຍິງ​ຄົນ​ນຶ່ງ​ນັ່ງ​ຢູ່​ໃກ້​ກັບ​ຮູບ​ພາບ​ສະ​ແດງ​ໃຫ້​ເຫັນ​ອັນ​ຕະ​ລາຍ​ຂອງ​ການ​ຖືກ​ພວກລັກ​ເຈາະ​ຂໍ້​ມູນເຂົ້າ​ໄປ​ໃນ​ມື​ຖືຂອງ​ຕົນຢູ່​ໃນກອງ​ປະ​ຊຸມ ອິນ​ເຕີ​ແນັດ​ ແລະ​ອຸ​ປະ​ກອນ​ມື​ຖື​ໃນໂ​ລກ ໃນ​ນະ​ຄອນ​ປັກ​ກິ່ງ​ຂອງ​ຈີນ ໃນ​ວັນ​ທີ 29 ເມ​ສາ, 2016

ພວກໄອ​ຍະ​ການ​ສະ​ຫະ​ລັດ ໃນ​ວັນ​ພະ​ຫັດ​ວານນີ້ ໄດ້​ເປີດ​ເຜີຍ​ການກ່າວ​ຫາ ຕໍ່​ສະ​ມາ
​ຊິກຂອງ​ກຸ່ມ​ສອດ​ແນມ​ທາງ​ອິນ​ເຕີ​ແນັດ ​ທີ່ມີ​ຊື່​ສຽງ​ໃນ​ທາງບໍ່​ດີ​ຂອງ​ຈີນ ສອງ​ຄົນ, ຊຶ່ງ​
ເປັນ​ການ​ກ່າວ​ຫາ​ອັນ​ຫລ້າ​ສຸດ​ ໃນ​ຈຳ​ນວນການ​ກ່າວ​ຫາ​ເປັນ​ຈຳ​ນວນ​ຫລາຍ​ຕໍ່​ຄົນ
ສັນ​ຊາດ​ຈີນ ທີ່​ມີ​ສ່ວນ​ກ່ຽວ​ຂ້ອງ​ກັບ​ການ​ລັກ​ຂະ​ໂມຍ​ຄວາມ​ລັບ ທາງ​ການ​ຄ້າ​ ແລະ
​ຂໍ້​ມູນ​ທີ່​ມີ​ຄວາມ​ສຳ​ຄັນ​ຫລາຍ​ຂອງ​ທຸ​ລະ​ກິດ​ສະ​ຫະ​ລັດ ແລະ​ຂອງ​ອົງ​ການ​ອື່ນໆ.

ທ້າວ ຊູ ຮ​ວາ (Zhu Hua) ແລະ ທ້າວ ຊັງ ຊີລອງ (Zhang Shilong) ທີ່​ຖືກ​ລະ​ບຸ​ຢູ່
​ໃນ​ການ​ກ່າວ​ຫານັ້ນ​ວ່າ​ ເປັນ​ສະ​ມາ​ຊິກ​ຂອງ​ກຸ່ມ​ລັກ​ເຈາະ​ຂໍ້​ມູນຊຶ່ງເອີ້ນວ່າ ການນາບ
​ຂູ່​ທີ່​ມີ​ຄວາມ​ມາ​ນະ​ໃນ​ລະ​ດັບ​ສູງ ຫລື APT 10 ນັ້ນ ຖືກ​ກ່າວ​ຫາ​ວ່າ ໄດ້​ດຳ​ເນີນການ
​ປຸກ​ລະ​ດົມ​ໃຫ້​ມີ​ການບຸກ​ລຸກ​ທາງ​ອິນ​ເຕີ​ແນັດ​ໃນ​ລະ​ດັບ​ໂລກ ເປັນ​ເວ​ລາ 12 ປີ, ໂດຍ
​ການເຈາະ​ຂໍ້​ມູນ​ທາງ​ຄອມ​ພີວ​ເຕີ ​ຢູ່​ໃນ​ຢ່າງ​ໜ້ອຍ​ສິບ ກວ່າ​ປະ​ເທດ ຊຶ່ງ​ລວມ​ທັງ​ສະ​ຫະ​
ລັດ ແລະ​ອັງ​ກິດອີກ​ດ້ວຍ ແລະ​ກໍ​ເຮັດ​ໃຫ້​ການ​ບໍ​ລິ​ການ​ດ້ານ​ສືບ​ລັບ​ຂອງ​ຈີນເຂົ້າ​ເຖິງ
​ຂໍ້​ມູນ​ດ້ານ​ທຸ​ລະ​ກິດ​ທີ່​ສຳ​ຄັນ​ໄດ້, ອີງ​ຕາມ​ຂໍ້ກ່າວ​ຫາ ທີ່​ຍາວ 23 ໜ້າ.

ໂດຍ​ການ​ເຮັດ​ວຽກຮ່ວມ​ມື​ກັນ​ກັບ​ຝ່າຍ​ບໍ​ລິ​ການ​ດ້ານ​ສືບ​ລັບ ນັກ​ລັກ​ເຈາະ​ຂໍ້​ມູນ​ສອງ​ຄົນ
​ນີ້ ແລະ​ສະ​ມາ​ຊິກ​ຄົນ​ອື່ນໆ ​ທີ່​ຖືກ​ລະ​ບຸ​ໂຕຂອງ​ກຸ່ມ APT 10 ໄດ້​ແນ​ເປົ້າ​ໝາຍໃສ່​ໜ່ວຍ
​ສະ​ໜອງ​ການ​ບໍ​ລິການ​ໃນ​ດ້ານ​ຈັດ​ການ​ຂໍ້​ມູນ ຫລື MSPs ຂອງອົງ​ການ​ລັດ​ຖະ​ບານສະ​
ຫະ​ລັດ, ບໍ​ລິ​ສັດ​ເທັກ​ໂນ​ໂລ​ຈີ​ຫລາຍກວ່າ 45 ແຫ່ງ ຢູ່​ໃນ​ສະ​ຫະ​ລັດ, ແລະ​ຂອງ​ລັດ​ຖະ​
ບານ​ປະ​ເທດ​ຕ່າງໆ ໃນໂລກ.

ການ​ປຸກ​ລະ​ດົມ​ທາງ​ດ້ານ​ໄຊ​ເບີ ໄດ້​ພາ​ໃຫ້​ເກີດ​ມີ​ການ​ລັກເຈາະ​ຂໍ້​ມູນ​ສຳ​ຄັນເປັນ​ຈຳ​ນວນ
​ຫລາຍ​ຮ້ອຍກິກາ​ໄບ​ທ໌ ຈາກວົງ​ອັນ​ກວ້າງໆ​ຂອງ​ບໍ​ລິ​ສັດຕ່າງໆ.

ກຳ​ປັ່ນ USS McCampbell ຂອງກອງ​ທັບ​ເຮືອ​ທີ່​ບັນ​ທຸກ​ລູກ​ສອນ​ໄຟນຳ​ວິ​ຖີ ໄປ​ເຖິງຖານ​ທັບ Yokosuka ຢູ່ນອກນະ​ຄອນ​ໂຕ​ກຽວ, ວັນ​ທີ 9 ກໍ​ລະ​ກົດ, 2007
ກຳ​ປັ່ນ USS McCampbell ຂອງກອງ​ທັບ​ເຮືອ​ທີ່​ບັນ​ທຸກ​ລູກ​ສອນ​ໄຟນຳ​ວິ​ຖີ ໄປ​ເຖິງຖານ​ທັບ Yokosuka ຢູ່ນອກນະ​ຄອນ​ໂຕ​ກຽວ, ວັນ​ທີ 9 ກໍ​ລະ​ກົດ, 2007

ຢູ່​ໃນ​ກໍ​ລະ​ນີ​ນຶ່ງ, ພວກ​ໄອ​ຍະ​ການ​ໄດ້​ກ່າວ​ຫາ​ວ່າ ກຸ່ມ​ລັກ​ເຈາະ​ຂໍ້​ມູນໄດ້​ເຮັດ​ໃຫ້ ຄອມ​ພີວ
​ເຕີ້​ຫລາຍກວ່າ 40 ໜ່ວຍ​ຂອງກອງ​ທັບ​ເຮືອ​ສະ​ຫະ​ລັດ ຖືກເຈາະ, ​ໄດ້ ລັກ​ເອົາ​ຊື່, ເບີ
​ປະ​ກັນ​ໄພ​ສັງ​ຄົມ, ຂໍ້​ມູນ​ດ້ານ​ການ​ເກີດ, ຂໍ້​ມູນເງິນ​ເດືອນ, ເບີ​ໂທ​ລະ​ສັບ​ສ່ວນ​ຕົວ, ແລະ​
ທີ່​ຢູ່​ທາງ​ອີ​ເມ​ລ​ຂອງ​ພະ​ນັກ​ງານ​ໃນ​ກອງ​ທັບ​ເຮືອ ຫລາຍ ກວ່າ 100,000 ຄົນ​ໄປ.

"​ເມື່ອ​ພວກ​ລັກ​ເຈາະ​ຂໍ້​ມູນ​ສາ​ມາດ​ເຂົ້າ​ເຖິງ (ໜ່ວຍ​ສະ​ໜອງ​ການ​ບໍ​ລິ​ການ​ທີ່​ຖືກ​ຈັດ​ການ)
ໄດ້, ພວກ​ເຂົາ​ກໍ​ສາ​ມາດ​ລັກ​ເອົາ​ຂໍ້​ມູນ​ທີ່​ສຳ​ຄັນ​ທີ່​ເຮັດ​ໃຫ້​ຄູ່​ແຂ່ງ​ໄດ້​ປຽບ​ແບບບໍ່​ຍຸ​ຕິ​ທຳ,"
ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານຣອດ ໂຣ​ເຊັນ​ສ​ຕາຍ​ນ໌, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ. ທ່ານ
​ກ່າວເພີ້ມວ່າ "ນີ້​ເປັນ​ການ​ສໍ້​ໂກງ ແລະ​ລັກ​ຂະ​ໂມຍ​ຢ່າງ​ເຕັມ​ແບບ​ສະ​ບັບ​ເລີຍ ແລະ​ມັນກໍ
​ໄດ້​ເຮັດ​ໃຫ້​ຈີນ​ໄດ້​ປຽບ​ຢ່າງບໍ່ຊອບ​ທຳ​ໂດຍ​ເຮັດ​ໃຫ້​ບໍ​ລິ​ສັດ​ທີ່​ປະ​ຕິ​ບັດ​ຕາມ​ກົດ​ໝາຍ, ເຮັດ
ຕາມ​ກົດລະ​ບຽບ​ສາ​ກົນ ເພື່ອ​ໃຫ້ໄດ້​ມາ​ຊຶ່ງ​ສິດ​ໃນ​ການ​ເຂົ້າ​ຮ່ວມ​ລະ​ບົບ​ເສດ​ຖະ​ກິດ​ຂອງ​
ໂລກນັ້ນໄດ້​ຮັບ​ຄວາມ​ເສຍ​ຫາຍ."

ກຸ່ມ APT 10 ເປັນ​ກຸ່ມ​ສອດ​ແນມທາງ​ໄຊ​ເບີ ຫລື​ອິນ​ເຕີ​ແນັດ ​ທີ່ແຜ່​ຫລາຍ​ທີ່​ສຸດ ຢູ່​ໃນ​
ໂລກ, ອີງ​ຕາມ​ທ່ານ ເບນ ຣີດ ຈາກ​ບໍ​ລິ​ສັດ​ຮັກ​ສາ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ແນັດ
ຟາຍ​ຣ໌​ອາຍ (FireEye).

ອ່ານ​ຂ່າວນີ້​ເພີ້​ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG