ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກຂ່າວ ສະຫະລັດ ທີ່ຖືກຈັບໃນ ມຽນມາ ຕັ້ງແຕ່ເດືອນພຶດສະພາ ຖືກປ່ອຍຕົວແລ້ວ


ພາບນີ້ສະໜອງໃຫ້ໂດຍສູນກາງ ຣິເຈີດສັນ, ອະດີດເອກອັກຄະລັດຖະທູດ ສະຫະລັດ ປະຈຳ ສປຊ ທ່ານ ບິລ ຣິເຈີດສັນ, ຂວາ, ຖ່າຍຮູບກັບນັກຂ່າວ ທ່ານ ແດນນີ ເຟັນສເຕີ ໃນນະຄອນຫຼວງ ເນປີດໍ, ມຽນມາ. 15 ພະຈິກ, 2021.
ພາບນີ້ສະໜອງໃຫ້ໂດຍສູນກາງ ຣິເຈີດສັນ, ອະດີດເອກອັກຄະລັດຖະທູດ ສະຫະລັດ ປະຈຳ ສປຊ ທ່ານ ບິລ ຣິເຈີດສັນ, ຂວາ, ຖ່າຍຮູບກັບນັກຂ່າວ ທ່ານ ແດນນີ ເຟັນສເຕີ ໃນນະຄອນຫຼວງ ເນປີດໍ, ມຽນມາ. 15 ພະຈິກ, 2021.

ນັກຂ່າວ ອາເມຣິກັນ ທ່ານ ແດນນີ ເຟັນສເຕີ (Danny Fenster) ໄດ້ຖືກປ່ອຍຕົວອອກຈາກຄຸກໃນປະເທດມຽນມາ, ຫຼາຍວັນຫຼັງຈາກສານໄດ້ປະກາດຂັງຄຸກຜູ້ກ່ຽວ 11 ປີ ໃນຂໍ້ກ່າວຫາທີ່ຖືກຟ້ອງໂດຍລັດຖະບານທະຫານທີ່ກຳລັງປົກຄອງປະເທດ.

ທ່ານ ຊັນນີ ສເວ (Sonny Swe), ເຈົ້າຂອງວາລະສານຂ່າວອອນໄລນ໌ Frontier Myanmar ທີ່ມີຫ້ອງການຕັ້ງຢູ່ນະຄອນ ຢ່າງກຸ້ງ, ບ່ອນທີ່ທ່ານ ເຟັນສເຕີ ເຮັດວຽກເປັນບັນນາທິການບໍລິຫານ ໄດ້ກ່າວໃນທວິດເຕີ ປະກາດການປ່ອຍຕົວຂອງນັກຂ່າວ ອາເມຣິກັນ ໃນວັນຈັນວານນີ້ ໂດຍບໍ່ໄດ້ໃຫ້ລາຍລະອຽດໃດໆ ແລະວ່າ “ເປັນຂ່າວທີ່ດີຫຼາຍ.”

ວາລະສານນັ້ນໄດ້ກ່າວໃນ ທວິດເຕີ ວ່າ “ທ່ານ ແດນນີ ເປັນນຶ່ງໃນນັກຂ່າວຫຼາຍຄົນໃນ ມຽນມາ ຜູ້ທີ່ຖືກຈັບກຸມຢ່າງບໍ່ເປັນທຳ ຍ້ອນການເຮັດວຽກຂອງເຂົາເຈົ້າເທົ່ານັ້ນ ນັບຕັ້ງແຕ່ມີການກໍ່ລັດຖະປະຫານໃນເດືອນກຸມພາ. ພວກເຮົາຂໍຮຽກຮ້ອງໃຫ້ລະບອບການປົກຄອງທະຫານ ປ່ອຍຕົວນັກຂ່າວທຸກຄົນຜູ້ທີ່ຍັງຖືກຂັງຄຸກໃນ ມຽນມາ.”

ທ່ານ ບິລ ຣິເຈີດສັນ (Bill Richardson), ອະດີດເອກອັກຄະລັດຖະທູດ ສະຫະລັດ ປະຈຳອົງການສະຫະປະຊາຊາດ, ໄດ້ກ່າວຕໍ່ອົງການຂ່າວ AP ວ່າ ທ່ານ ເຟັນສເຕີ ໄດ້ຖືກປ່ອຍຕົວໃຫ້ລາວ ແລະ ຈະເດີນທາງກັບໄປ ສະຫະລັດ ຜ່ານປະເທດ ກາຕ້າ ໃນໄວໆນີ້.

ທ່ານ ຣິເຈີດສັນ ໄດ້ກ່າວໃນຖະແຫຼງການສະບັບນຶ່ງທີີ່ຖືກເປີດເຜີຍຕໍ່ອົງການ AP ວ່າ “ພວກເຮົາຮູ້ສຶກຂອບໃຈທີ່ທ່ານ ແດນນີ ຈະໄດ້ຕິດຕໍ່ຄືນກັບບັນດາຄົນຮັກຂອງລາວໃນທີ່ສຸດ, ຜູ້ທີ່ໄດ້ສະໜັບ ສະໜູນລາວຕະຫຼອດເວລາມານີ້, ເຖິງແມ່ນຈະເບິ່ງຄືວ່າເປັນໄປໄດ້ຍາກຢ່າງຍິ່ງກໍຕາມ.”

ທ່ານ ເຟັນສເຕີ ໄດ້ຖືກຈັບໃນວັນທີ 24 ພຶດສະພາຢູ່ສະໜາມບິນສາກົນ ຢ່າງກຸ້ງ ບໍ່ດົນກ່ອນທີ່ລາວຈະຂຶ້ນເຮືອບິນມາ ສະຫະລັດ. ລາວໄດ້ຖືກຕັດສິນຂັງຄຸກ 11 ປີໃນຂໍ້ຫາການຄົບຄ້າສະມາຄົມຢ່າງຜິດກົດໝາຍ, ປຸກລະດົມຕໍ່ຕ້ານກອງທັບ ແລະ ລະເມີດກົດລະບຽບວີຊາ. ທ່ານ ເຟັນສເຕີ ຍັງໄດ້ປະເຊີນກັບຂໍ້ຫາສອງກະທົງ ກ່ຽວກັບ ການກໍ່ການຮ້າຍ ແລະ ການປຸກລະດົມກໍ່ຄວາມບໍ່ສະຫງົບ ທີ່ຖືກຟ້ອງຮ້ອງຕໍ່ລາວພຽງບໍ່ເທົ່າໃດວັນກ່ອນໜ້ານັ້ນ ເຊິ່ງອາດນຳໄປສູ່ການຂັງຄຸກເພີ່ມເຕີມ 30 ປີ.

ທະນາຍຄວາມຂອງທ່ານ ເຟັນສເຕີ, ທ່ານ ແທງ ຊໍ ອອງ, ໄດ້ກ່າວວ່າການຈັບກຸມລູກຄວາມຂອງລາວແມ່ນອີງໃສ່ການເຮັດວຽກໄລຍະສັ້ນໆເປັນບັນນາທິການກວດແກ້ຂ່າວ ກັບບໍລິສັດຂ່າວອອນໄລນ໌ Myanmar Now, ເຊິ່ງລາວໄດ້ລາອອກປີກາຍນນີ້ ກ່ອນເຂົ້າເຮັດວຽກກັບວາລະສານ Frontier Myanmar.

ບໍລິສັດຂ່າວ Myanma Now ຕອນນີ້ແມ່ນນຶ່ງໃນສື່ມວນຊົນ 5 ແຫ່ງທີ່ຖືກຖອນໃບ​ອະ​ນຸ​ຍາດ ໂດຍລັດຖະບານທະຫານໃນເດືອນເມສາທີ່ຜ່ານມາ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG