ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຍີ່ປຸ່ນ ໂດດດ່ຽວຍິ່ງຂຶ້ນ ໃນຂະນະທີ່ ການທູດ ເກົາຫຼີເໜືອ ກ້າວໜ້າຢ່າງວ່ອງໄວ


ນາຍົກລັດຖະມົນຕີ ຍີ່ປຸ່ນ ທ່ານ ຊິນໂຊ ອາເບະ ກ່າວຄຳປາໄສ ໃນລະຫວ່າງພິທີມອບໃບປະກາດ ທີ່ໂຮງຮຽນປ້ອງກັນປະເທດ ໃນເມືອງ ໂຢໂກຊຶກະ, ແຂວງ ຄານາກາວາ. ປະເທດ ຍີ່ປຸ່ນ. 18 ມີນາ, 2018.
ນາຍົກລັດຖະມົນຕີ ຍີ່ປຸ່ນ ທ່ານ ຊິນໂຊ ອາເບະ ກ່າວຄຳປາໄສ ໃນລະຫວ່າງພິທີມອບໃບປະກາດ ທີ່ໂຮງຮຽນປ້ອງກັນປະເທດ ໃນເມືອງ ໂຢໂກຊຶກະ, ແຂວງ ຄານາກາວາ. ປະເທດ ຍີ່ປຸ່ນ. 18 ມີນາ, 2018.

ນາຍົກລັດຖະມົນຕີ ຍີ່ປຸ່ນ ທ່ານ ຊິນໂຊ ອາເບະ ອາດພະຍາຍາມສ້າງຄວາມໝັ້ນໃຈ
ຄືນອີກຄັ້ງນຶ່ງ ໃນເວລາທີ່ທ່ານພົບປະກັບປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ
ທຣຳ ໃນທ້າຍເດືອນນີ້, ຍ້ອນວ່າຜູ້ນຳ ຍີ່ປຸ່ນ ນັ້ນ ໄດ້ຖືກຕັດ ອອກຈາກການເຈລະຈາ
ທາງການທູດ ທີ່ມີຄວາມກ້າວໜ້າຢ່າງວ່ອງໄວ ເພື່ອແກ້ໄຂບັນຫາໄພຂົ່ມຂູ່ຈາກອາວຸດ
ນິວເຄລຍ ເກົາ ຫຼີເໜືອ.

ທ່ານ ໂຄອິຈິ ນາກາໂນ, ອາຈານສອນລັດຖະສາດທີ່ມະຫາວິທະຍາໄລ ໂຊເຟຍ ໃນ
ນະຄອນຫຼວງ ໂຕກຽວ ໄດ້ກ່າວວ່າ “ຍີ່ປຸ່ນ ຂ້ອນຂ້າງຈະໂດດດ່ຽວ ແລະ ບໍ່ມີບົດບາດ
ຫຼາຍປານໃດ ນອກຈາກເມື່ອທ່ານ ທຣຳ ເຫັນວ່າມີຂໍ້ຕໍ່ລອງແລ້ວ.”

ທ່ານ ອາເບະ ຈະເດີນທາງກັບທ່ານ ທຣຳ ໄປຢ້ຽມຢາມສະໂມສອນ ຕີກັອຟ ມາ-ອາ-
ລາໂກ (Mar-a-Lago) ຂອງທ່ານປະທານາທິບໍດີ ໃນລັດ ຟລໍຣິດາ ໃນວັນທີ 17
ແລະ 18 ເມສາ ນີ້. ການຢ້ຽມຢາມດັ່ງກ່າວ ຈະເປັນກອງປະຊຸມໃຫຍ່ຄັ້ງທີສາມ ລະ
ຫວ່າງຜູ້ນຳທັງສອງ. ທຳນຽບຂາວ ໄດ້ກ່າວໃນຖະແຫຼງການສະບັບນຶ່ງວ່າ ກອງປະ
ຊຸມສຸດຍອດຈະເພັ່ງເລັງໃສ່ມາດຕະການລົງໂທດ ເກົາຫຼີເໜືອ, ການພົບປະຂອງທ່ານ
ທຣຳ ກັບຜູ້ນຳເກົາຫຼີເໜືອ ທ່ານ ກິມ ຈົງ ອຶນ, ແລະ ກ່ຽວກັບ ບັນຫາການຄ້າທີ່ “ຍຸຕິ
ທຳ” ແລະ “ມີຜົນປະໂຫຍດຕໍ່ກັນແລະກັນ.”

ທ່ານ ອາເບະ ບາງເທື່ອແມ່ນຜູ້ສະໜັບສະໜູນ ທີ່ແຂ່ງແກ່ນທີ່ສຸດ ໃນ ເອເຊຍ ສຳລັບ
ການປຸກລະດົມ “ກົດດັນສູງສຸດ” ຂອງທ່ານ ທຣຳ ເພື່ອວາງມາດຕະການລົງໂທດທີ່
ໜັກຕໍ່ ເກົາຫຼີເໜືອ, ສະໜັບສະໜູນດ້ວຍການຂົ່ມຂູ່ປະຕິບັດການທາງທະຫານ, ເພື່ອ
ບັງຄັບໃຫ້ລັດຖະບານທ່ານ ກິມ ຢຸດໂຄງການນິວເຄລຍຂອງເຂົາເຈົ້າ.

ຍີ່ປຸ່ນ ແລະ ເກົາຫຼີໃຕ້ ໄດ້ຕົກຢູ່ໃນລັດສະໝີຂອງລູກສອນໄຟຂີປະນາວຸດໄລຍະໃກ້
ແລະ ປານກາງຂອງ ເກົາຫຼີເໜືອ ແລ້ວ, ແລະ ປີກາຍນີ້ ເກົາຫຼີເໜືອ ກໍໄດ້ທົດລູກສອນ
ໄຟຂີປະນາວຸດຂ້າມທະວີບ ຫຼື ICBM ທີ່ໄດ້ບິນຂ້າມທ້ອງຟ້າຂອງ ຍີ່ປຸ່ນ ເຊິ່ງເປັນ
ສ່ວນນຶ່ງໃນຄວາມພະຍາຍາມຂອງເກົາຫຼີເໜືອ ທີ່ຈະພັດທະນາ ICBM ຕິດຫົວລະ
ເບີດ ນິວເຄລຍ ທີ່ສາມາດຍິງເຖິງແຜ່ນດິນໃຫຍ່ຂອງ ສະຫະລັດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG