ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ, ຍີປຸ່ນ ແລະເກົາຫລີໃຕ້ ຈັດການປະຊຸມ ໃນນະຄອນຫຼວງໂຕກຽວ ກ່ຽວກັບເລື້ອງອາວຸດນິວເຄລຍ ຂອງເກົາຫລີເໜືອ


ສະຖາບັນການປ້ອງກັນທາງວິທະຍາສາດແຫ່ງຊາດດໍາເນີນການທົດລອງຂີປະນາວຸດໄລຍະໄກຄຣູສ ໃນເກົາຫລີເໜືອ, ດັ່ງທີ່ເຫັນໃນພາບຕ່າງໆທີ່ບໍ່ໄດ້ລະບຸວັນ ແລະເວລາ ເຊິ່ງໄດ້ຂໍ້ມູນພາບດັ່ງກ່າວໂດຍອົງການສູນກາງຂ່າວຂອງເກົາຫລີເໜືອ ຫລື KCNA, ວັນທີ 13 ກັນຍາ, ປີ 2021.
ສະຖາບັນການປ້ອງກັນທາງວິທະຍາສາດແຫ່ງຊາດດໍາເນີນການທົດລອງຂີປະນາວຸດໄລຍະໄກຄຣູສ ໃນເກົາຫລີເໜືອ, ດັ່ງທີ່ເຫັນໃນພາບຕ່າງໆທີ່ບໍ່ໄດ້ລະບຸວັນ ແລະເວລາ ເຊິ່ງໄດ້ຂໍ້ມູນພາບດັ່ງກ່າວໂດຍອົງການສູນກາງຂ່າວຂອງເກົາຫລີເໜືອ ຫລື KCNA, ວັນທີ 13 ກັນຍາ, ປີ 2021.

ທູດພິເສດຈາກສະຫະລັດ ແລະເກົາຫລີໃຕ້ ພົບປະກັບຄູ່ຕຳແໜ່ງຝ່າຍຍີປຸ່ນ ໃນວັນອັງຄານວານນີ້ ຢູ່ໃນນະຄອນຫລວງໂຕກຽວ ເພື່ອປຶກສາຫາລື ກ່ຽວກັບໂຄງ ການອາວຸດນິວເຄລຍຂອງເກົາຫລີເໜືອ, ພາຍຫຼັງການທົດລອງຍິງລູກສອນໄຟ ຂອງປະເທດອັນຕະພານດັ່ງກ່າວ ໃນມື້ວັນເສົາ ແລະວັນອາທິດທີ່ຜ່ານມາ.

ທ່ານຊຸງ ກິມ ຜູ້ຕາງໜ້າພິເສດຂອງສະຫະລັດຮັບຜິດຊອບເລື້ອງເກົາຫລີເໜືອ, ແລະທ່ານໂນະ ກິວ-ດຸກ ຜູ້ຕາງໜ້າພິເສດຂອງເກົາຫລີໃຕ້ ຮັບຜິດຊອບກ່ຽວກັບພາລະກິດແຫ່ງສັນຕິພາບ ແລະຄວາມໝັ້ນຄົງໃນແຫລມເກົາຫລີ, ເຂົ້າຮ່ວມກັບທ່ານຕາເກຮິໂຣ ຟູນາໂກຊິ ເອກອະທິບໍດີ ຝ່າຍກິດຈະການຂອງເອເຊຍ ແລະໂອຊີອານີຂອງຍີປຸ່ນເພື່ອພົບປະປຶກສາຫາລືກ່ຽວກັບການແກ້ໄຂບັນຫາຫລ້າສຸດຂອງເກົາຫລີເໜືອ.

ສື່ມວນຊົນຂອງທາງການເກົາຫລີເໜືອຢືນຢັນກ່ຽວກັບການທົດລອງຂອງປະເທດດັ່ງກ່າວວ່າ “ເປັນລູກສອນໄຟຂີປະນາວຸດຄຣູສ ໄລຍະໄກຊະນິດໃໝ່” ໃນວັນເສົາ ແລະວັນອາທິດທີ່ຜ່ານມາ. ລູກສອນໄຟຂີປະນາວຸດຄຣູສສາມາດບິນໄດ້ໃນລະດັບທີ່ຂ້ອນຂ້າງຕໍ່າ ແລະສາມາດປ່ຽນທິດທາງໃນລະຫວ່າງທີ່ພວມບິນຢູ່. ທີ່ຊ່ວຍໃຫ້ພວກເຂົາສາມາດບິນພາຍໃຕ້ ຫລືອ້ອມຮອບເຣດ້າຂອງລະບົບປ້ອງກັນລູກສອນໄຟຂີປະນາວຸດ.

ພວກນັກວິເຄາະກ່າວວ່າ ລູກສອນໄຟດັ່ງກ່າວ ມີລັກສະນະຄ້າຍກັບລູກສອນໄຟ Tomahawk ຂອງສະຫະລັດ, ຊຶ່ງເປັນລູກສອນໄຟຂີປະນາວຸດຄຣູສທີ່ມີຄວາມສາມາດບັນທຸກຫົວລະເບີດນິວເຄລຍ ແລະຍິງໃນໄລຍະໄກ 1,600 ກິໂລແມັດ. ເກົາຫລີເໜືອໄດ້ໃຫ້ຮ່ອງຮອຍວ່າລູກສອນໄຟນີ້ມີຄວາມສາມາດບັນທຸກນິວເຄລຍເຖິງແມ່ນວ່າ ຍັງບໍ່ມີຄວາມແນ່ນອນວ່າເກົາຫລີເໜືອມີຫົວລະເບີດນິວເຄລຍຂະໜາດນ້ອຍ ທີ່ພໍຈະຕິດຕັ້ງໃສ່ລູກສອນໄຟດັ່ງກ່າວຂອງພວກເຂົາໄດ້ຫລືບໍ່.

ລູກສອນໄຟດັ່ງກ່າວ ແນວໃດກໍຕາມ ແມ່ນເປັນການສະແດງໃຫ້ເຫັນ ເຖິງອົງປະກອບທີ່ເປັນອັນຕະລາຍຮ້າຍແຮງອີກອັນນຶ່ງໃນຄັງອາວຸດຂອງເກົາຫລີເໜືອ, ເຊິ່ງໄດ້ມີການຂະຫຍາຍທີ່ສຳຄັນ ຕັ້ງແຕ່ປີ 2019 ເມື່ອພວກເຂົາກັບຄືນມາສຸມໃສ່ການທົດລອງອາວຸດຄັ້ງໃຫຍ່ຂອງພວກເຂົາ.

ດັ່ງທີ່ຄະນະທູດທັງສາມໄດ້ກ່າວຕໍ່ນັກຂ່າວກ່ອນການເຈລະຈາຂອງພວກທ່ານ, ທ່ານກິມໄດ້ເວົ້າວ່າ ເຫດການຫລ້າສຸດຂອງເກົາຫລີເໜືອ ເປັນສິ່ງທີ່ເຕືອນເຖິງຄວາມສໍາຄັນຂອງການສົນທະນາຢ່າງໃກ້ຊິດ ແລະການດໍາເນີນງານຮ່ວມກັນລະຫວ່າງຍີປຸ່ນ, ເກົາຫລີໃຕ້ ແລະສະຫະລັດ.

ທ່ານໂນະ ເຫັນດີກັບຄໍາເວົ້າດັ່ງກ່າວ, ໂດຍທ່ານກ່າວວ່າ ມັນເປັນສິ່ງທີ່ດີທີ່ຜູ້ຕາງທັງສາມສາມາດອະທິບາຍຢ່າງເປີດເຜີຍກ່ຽວກັບການ “ພົວພັນກັບເກົາຫລີເໜືອ ໂດຍແບ່ງປັນຄວາມເຂົ້າໃຈຂອງພວກເຮົາຕໍ່ການປົດອາວຸດນິວເຄລຍຢ່າງຮີບດ່ວນ.”

ໃນຄວາມຄິດເຫັນຫລ້າສຸດ, ທ່ານກິມ ໄດ້ລະບຸວ່າວໍຊິງຕັນຍັງຄົງເປີດກວ້າງທາງການທູດ ເພື່ອຈັດການກັບບັນຫາຂອງເກົາຫລີເໜືອ.

ພຽງຢາງ ໄດ້ປະຕິເສດຂໍ້ສະເໜີເຫລົ່ານັ້ນ, ໂດຍກ່າວວ່າບໍ່ມີຫຍັງປ່ຽນແປງຈາກສະຫະລັດ ໂດຍອ້າງອີງເຖິງປະເດັນຕ່າງໆເຊັ່ນວ່າ ການຂວ້ຳບາດທີ່ຍັງດຳເນີນຢູ່ ແລະການຊ້ອມລົບທາງທະຫານ ຮ່ວມກັບເກົາຫລີໃຕ້.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG