ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ບັນດາ ປະເທດ ແຄມມະຫາສະມຸດ ປາຊີຟິກ ບັນລຸ ຂໍ້ຕົກລົງ ດ້ານການຄ້າ


Pacific Rim Countries Reach Landmark Trade Agreement
please wait

No media source currently available

0:00 0:02:10 0:00

ຊົມວິດີໂອ ກ່ຽວກັບ ລາຍງານນີ້

ສະຫະລັດ ​ແລະອີກ 11 ປ​ະ​ເທດ​ ໄດ້​ບັນລຸ​ຂໍ້​ຕົກລົງ​ໃນ​ວັນ​ຈັນ​ທີ່ຜ່ານມາກ່ຽວ​ກັບ​ການ​ສ້າງຕັ້ງເຂດການ​ຄ້າ​ເສລີ​ຂະໜາດ​ໃຫຍ່​ ທີ່​ຈະ​ເຮັດ​ໃຫ້​ກຳແພງ​ກີດ​ກັ້ນ​ດ້ານ​ການ​ຄ້າ​ຫຼຸດ​ຕ່ຳລົງ ​ແລະ ຕັ້ງ​ມາດຕະ​ຖານ​ທົ່ວ​ໄປໃນ​ລະຫວ່າງ​ບັນດາ​ປະ​ເທດ​ທີ່ຢູ່​ຕິດກັບມະຫາ​ສະໝຸດ​ປາຊີ​ຟິກ ​ເຊິ່ງເປັນຜົນ​ຜະລິດ​ລວມ​ດ້ານ​ເສດຖະກິດ ປະກອບເປັນ ເກືອບ​ເຄິິ່ງໜຶ່ງຂອງ​ໂລກ​ຂ່າວ​ຂອງ​ຂໍ້​ຕົກລົງດ້ານ​ການຄ້າທີ່​ໄດ້​ຮັບ​ຄວາມ​ສຳ​ເລັດ​ນີ້​ ໄດ້​ຖືກ​ປະກາດໃນ​ວັນ​ຈັນ​ຜ່ານມາທີ່​ນະຄອນ Atlanta. ຕອນ​ນີ້​ມັນ​ກໍ​ຂຶ້ນ​ກັບ​ສະມາຊິກ​ສະພາ​ ຂອງທັງສິບສອງ​ປະ​ເທດ ທີ່​ຈະ​ພິຈາ​ລະ​ນາ​ວ່າ ​ເງື່ອນ​ໄຂ​ຂອງພາຄີ​ຂ້າມມະຫາສະມຸດ​ປາຊີ​ຟິກ ຫຼື TPP ​ແ​ມ່ນມີ​ຜົນ​ປະ​ໂຫຍ​ດ ສຳລັບ​ປະ​ເທດ​ຂອງ​ພວກ​ເຂົາ​ເຈົ້າຫຼືບໍ່. ຜູ້​ສື່​ຂ່າວ Mil Arcega ມີ​ລາຍ​ງານ ​ເຊິ່ງ ​ພຸດທະ​ສອນ ຈະ​ນຳ​ລາຍ​ລະອຽດ​ມາສະ​ເໜີ​ທ່ານ.

ຜູ້​ຕາງໜ້າ​ດ້ານ​ການ​ຄ້າ​ຂອງ ສະຫະລັດ ທ່ານ Michael Froman ກ່າວ​ວ່າ “ພວກ​ເຮົາ​ລັດຖະມົນຕີ​ການ​ຄ້າ ອອສ​ເຕຣ​ເລຍ, ບຣູ​ໄນ, ກາ​ນາ​ດາ, ຊີ​ເລ, ຍີ່​ປຸ່ນ, ມາ​ເລ ເຊຍ, ​ເມັກ​ຊິ​ໂກ, ນິວຊີ​ແລນ, ​ເປ​ຣູ, ສິງ​ກະ​ໂປ, ສະຫະລັດ ​ແລະ ຫວຽດນາມ ​ແມ່ນ​ຍິນດີ​ທີ່​ຈະ​ປະກາດ​ວ່າ​ພວກ​ເຮົາ​ໄດ້​ສະຫຼຸບ​ການ​ເຈລະຈາ ​ພາຄີຂ້າມ​ມະ​ຫາ​ສະມຸດ​ປາຊີ​ຟິກຢ່າງ​ປະສົບ​ຜົນສຳ​ເລັດ.”

ຫຼັງ​ຈາກການ​ເຈລະຈາ​ກັບ​ໄປ​ກັບ​ມາ​ເປັນ​ເວລາ 5 ປີ, ບັນດາ​ປະ​ເທດ​ແຄມມະຫາ​ສະມຸ​ດ ປາຊີຟິກ 12 ປະ​ເທດ​ກ່າວ​ວ່າ ພວກ​ເຂົາເຈົ້າມີ​ຂໍ້​ຕົກ ລົງໜຶ່ງ​ທີ່ຜູ້​ຕາງ​ໜ້າດ້ານ​ການຄ້າຂອງ ສະຫະ​ລັດ ທ່ານ Michael Froman ກ່າວ​ວ່າ​ຈະ​ເປັນ​ການ​ຫຼຸດ​ອັດ​ຕາ​ພາສີ ​ແລະ ປັບປຸງ​ມາ​ດຖານ​ການ​ດຳລົງ​ຊີວິດ​ໃນ​ທົ່ວ​ພາ​ກພື້ນ ​ເອ​ເຊ​ຍ ປາຊີຟິກ.

ພາບແຜນທີ່ປະເທດ TPP ແລະ ຂໍ້ຕົກລົງການຄ້າອື່ນໆຂອງໂລກ
ພາບແຜນທີ່ປະເທດ TPP ແລະ ຂໍ້ຕົກລົງການຄ້າອື່ນໆຂອງໂລກ

ທ່ານ Michael Froman ກ່າວ​ວ່າ “ພວກ​ເຮົາ​ຫວັງ​ວ່າ ​ຂໍ້​ຕົກລົງ
​ທີ່ມີຄວາມສຳຄັນ​ ປະຫວັດສາດ​ສະບັບ​ນີ້​ ຈະ​ສົ່ງເສີມ​ການ
​ຂະຫຍາຍຕົວ​ຂອງ​ເສດຖະກິດ, ສະໜັບສະໜູນ​ວຽກ​ງານ​ທີ່​ມີ​
ຄ່າຈ້າງ​ສູງ​ຂຶ້ນ, ຍົກ​ລະດັບ​ອັດຕາ​ການ​ຜະລິດ​ທີ່​ມີ​ການ​ປັບປຸງ​ໃໝ່
​ແລະ ການ​ແຂ່ງຂັນ, ຍົກ​ສູງ​ມາດຕະຖານ​ການ​ດຳລົງ​ຊີວິດ,
ຫຼຸດຜ່ອນ​ຄວາມ​ທຸກ​ຍາ​ກ​ໃນ​ປະ​ເທດ​ຂອງ​ພວກ​ເຮົາ, ​ແລະ ສົ່ງ​
ເສີມຄວາມ​ໂປ່​ງ​ໃສ, ວິ​ທີ​ການ​ປົກຄອງ​ປະ​ເທດ​ທີ່​ດີ ​ແລະ ມີ​ແຮງ​
ງານ​ທີ່​ເຂັ້ມ​ແຂງ ​ແລະ ການປົກ​ປ້ອງ​ສິ່ງ​ແວດ​ລ້ອມ.”

ບັນດາ​ສະມາຊິກ​ສະພາ​ມີ​ເວ​ລາ 90 ມື້ ​ເພື່ອໃຫ້ການ​ອະນຸມັດ​ຂໍ້​ຕົກລົງ. ​ແຕ່​ມີ​ພຽງ​ຈຳນວນ​ໜ້ອຍ​ດຽວ​ເທົ່າ​ນັ້ນ ​ທີ່​ຄາດ​ວ່າ ຂໍ້ຕົກລົງນີ້​ຈະໄດ້​ຖືກຮັບ​ຜ່ານຢ່າງງ່າຍ​ດາຍໃນ​ສະພາ​.

ທ່ານ Scott Kennedy ​ແມ່ນ​ຜູ້​ຊ່ຽວຊານ​ກ່ຽວ​ກັບ​ສາຍ​ພົວພັນ​ທາງ​ດ້ານ​ເສດຖະກິດ​ໂລກ ທີ່​ສູນ​ກາງ​ຍຸດ​ທະ​ສາດ ​ແລະ ການ​ສຶກສາ ລະຫວ່າງ​ປະ​ເທດ.

ທ່ານ Scott Kennedy ກ່າວ​ວ່າ “ນີ້​ຈະ​ເປັນການ​ອະພິປາຍ​ທີ່​ເປັນບັນ​ຫາ​ໂຕ້​ແຍ້​ງ ​ເຊິ່ງພວກເຂົາ​ເຈົ້າຈະເຈ​ລະ​ຈາ​ກ່ຽວ​ກັບ​ທຸກໆ​ບັນ​ຫາ​ທີ່​ແຕກ​ຕ່າງ​ກັນ ​ແລະໃນ​ເມື່ອ​ພວກ​ເຮົາ​ກຳລັງ​ເຂົ້າ​ໃນ​ລະດູການ​ທີ່​ປັ່ນ​ປ່ວນ​ຂອງ ​ການ​ໂຄສະນາຫາສຽງລົງ​ສະໝັກ​ຕຳເອົາ​ແໜ່​ງປະທານາທິບໍດີ, ​ສຳລັບ​ປີ 2016, ທ່ານ​ຈະ​ເຫັນ​ການ​ໂຕ້​ຖຽງ​ກັນກ່ຽວ​ກັບທຸກໆ​ບັນ​ຫາ ​ສຳລັບ​ຂໍ້​ຕົກລົງ​ນີ້.”

​ຝ່າຍ​ຄ້ານ​ທີ່​ແຂງ​ແກ່ນ​ທີ່​ສຸດ​ແມ່ນ​ຄາດ​ວ່າ​ຈະ​ມາ​ຈາກ​ກຸ່ມ​ແຮງ​ງານ ​ແລະ ຈາກ​ພັກ​ລັດຖະ
ບານ​ຂອງ​ປະທາ​ນາ​ທິບໍດີ ​ໂອ​ບາ​ມາ​ ​ເອງ, ​ເຊິ່ງອ້າງ​ວ່າ​ຂໍ້​ຕົກລົງ​ດັ່ງກ່າວ​ຈະ​ເຮັດ​ໃຫ້​ມີ​ການ​ສູນ​ເສຍ​ວຽກ​ງານ ​ແລະ ສົ່ງ​ຜົນ​ກະ ທົບ​ຕໍ່ສິ່ງ​ແວດ​ລ້ອມ. ​ແຕ່​ຜູ້ສະໜັບສະໜູນ​ການ​ຄ້າ​ເສລີ​ກ່າວ​ວ່າ ຂໍ້​ຕົກລົງນີ້​ຈະ​ຂະຫຍາ​ຍການ​ສົ່ງ​ອອກ​ຂອງ ສະຫະລັດ ​ແລະ ​ເປີດ​ປະຕູ​ໃຫ້​ບັນດາ
ຊາວ​ນາອາ​ເມຣິກາ. ມັນ​ກໍ​ຍັງ​ຈະຂະ​ຫຍາ​ຍການ​ປົກ​ປ້ອງສິດທິ​ບັດ ສຳລັບ​ຜູ້​ຜະລິດ​ຢາ​ປົວ​ພະຍາດ​ຂອງ ສະຫະລັດ ບາງ​ບໍລິ​ສັດ​ອີກ​ດ້ວຍ.

ທ່ານ Scott Kennedy ກ່າວ​ວ່າ “ມັນ​ເປັນ​ການ​ພິສູດ​ວ່າ ​ເຖິງ​ແມ່ນ​ວ່າບາງ​ພາກ ສ່ວນ, ບາງ​ບໍລິສັດໂດຍ​ສະ​ເພ​າະ, ອາດປະສົບກັບການ​ສູນ​ເສຍ ແຕ່​ເສດຖະກິດສ່ວນ ໃຫຍ່​ໂດຍ​ລວ​ມຈະດີຂຶ້ນ. ການ​ສ້າງ​ວຽກ​ງານ​ເພີ່ມ​ເຕີມ​ຄວນຈະ​ເປັນ​ຜົນ​ທີ່​ອອກ​ມາ​ສຳ​ລັບ
​ຂໍ້​ຕົກ​ລົງ​ນີ້, ​ແທນ​ທີ່​ຈະ​ເປັນ​ການ​ຫຼຸດ​ລົງ.”

ບັນດາ​ນັກວິ​ເຄາະ​ກ່າ​ວວ່າ ພາຄີ​ຂ້າມມະຫາ​ສະໝຸດ​ປາຊີ​ຟິກ ຈະ​ຂະຫຍາຍ​ໂອກາດ​ຂອງ ສະຫະລັດ ​ໃນ​ພາກ​ພື້ນ​ປາຊີ​ຟິກ ​ແລະ ອາດ​ຈະ​ສາມາດຕ້ານ​ຢັນອິດ​ທິພົນ​ຂອງ ຈີ​ນ ທີ່ພວມ ເພີ້ມທະວີຂຶ້ນ, ​ເຊິ່ງຕອນ​ນີ້​ເປັນ​ປະ​ເທດ​ທີ່​ມີ​ເສດຖະກິດ​ໃຫຍ່​ເປັນອັນ​ດັບ​ສອງ​ຂອງ​ໂລກ.

XS
SM
MD
LG