ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ປະນາມ ອີຣ່ານ ທີ່ປະກອບ ອາວຸດ ແກ່ພວກກະບົດ ຢູ່ເຢເມນ


ເອກອັກຄະລັດຖະທູດສະຫະລັດ ປະຈຳສະຫະປະຊາຊາດ ທ່ານນາງນິກກີ ເຮລີ ກ່າວຢູ່ຕໍ່ໜ້າ ສ່ວນຕ່າງໆ ທີ່ໄດ້ມາຈາກຈະຫລວດຂອງອີຣ່ານ
ໃນລະຫວ່າງທີ່ມີກອງປະຊຸມນັກຂ່າວຢູ່ໃນ ນະຄອນວໍຊິງຕັນ ໃນວັນພະຫັດ ທີ 14 ທັນວາ 2017 ຜ່ານມານີ້
ເອກອັກຄະລັດຖະທູດສະຫະລັດ ປະຈຳສະຫະປະຊາຊາດ ທ່ານນາງນິກກີ ເຮລີ ກ່າວຢູ່ຕໍ່ໜ້າ ສ່ວນຕ່າງໆ ທີ່ໄດ້ມາຈາກຈະຫລວດຂອງອີຣ່ານ ໃນລະຫວ່າງທີ່ມີກອງປະຊຸມນັກຂ່າວຢູ່ໃນ ນະຄອນວໍຊິງຕັນ ໃນວັນພະຫັດ ທີ 14 ທັນວາ 2017 ຜ່ານມານີ້

ທໍານຽບຂາວ​ໄດ້​ປະນາມ "​ໂດຍ​ໃຊ້​ຄໍາ​ເວົ້າຢ່າງ​ແຮງ" ຕໍ່ການ​ໂຈມ​ຕີ​ດ້ວຍ​ລູກ​ສອນ
ໄຟ​ຂີ​ປະ​ນາ​ວຸດ ຂອງ​ກຸ່ມຫົວ​ຮຸນ​ແຮງ​ຮູ​ຕີຂອງ​ຊາວ​ເຢ​ເມນ ທີ່ໜຸນຫລັງ​ໂດຍ​ອີຣ່ານ
​ໃນ​ອາທິດ​ນີ້ທີ່​ປາກົດ​ວ່າ ​ເປັນ​ການ​ຍິງ​ໃສ່ ພະລາດ​ຊະ​ວັງ​ຂອງ​ຊາ​ອຸ​ດີ ​ໃນ​ນະຄອນ
ຣີຢາດ.

ລູກ​ສອນ​ໄຟ​ທີ່​ສະຫະລັດ​ເວົ້າ​ວ່າ​ໄດ້ແນ​ໃສ່​ຕໍານັກ​ທີ່​ເປັນ​ທາງ​ການ​ຂອງ​ເຈົ້າຊີວິດ
Salman bin Abdulaziz Al Saud ນັ້ນ ​ເປັນ​ການ​ຍິງ​ຄັ້ງຫລ້າ​ສຸດ​ຂອງ​ຫລາຍໆຄັ້ງ
ທີ່​ກຸ່ມ​ຮູ​ຕີ ​ໄດ້​ຍິງ​ໃສ່​ດິນ​ແດນ​ຂອງຊາ​ອຸ​ດີ.

​ໃນ​ວັນ​ພະຫັດ​ວານ​ນີ້ ທ່ານ​ນາງ ຊາຣາ ຮັກຄາບີ ແຊນເດີສ໌ ​ໂຄສົກ​ປະ​ຈໍາ​ທໍານຽບຂາວ
ໄດ້ຮຽກຮ້ອງ​ໃຫ້ ສະຫະ​ປະຊາ​ຊາດ​ບອກ​ໃຫ້ອີຣ່ານມີ​ຄວາມ​ຮັບຜິດຊອບໃນ "ການ
ລະ​ເມີ​ດ​ແບບຊໍ້າ​ແລ້ວ ຊໍ້າ​ອີກ ​ແລະຢ່າງ​ເປີດ​ແປນ" ຕໍ່ມະຕິ​ຂອງ​ສະພາ​ຄວາມໝັ້ນຄົງ
ຂອງອົງການສະຫະ​ປະຊາ​ຊາດ​ກ່ຽວກັບ​ເຢ​ເມນ.

ທໍານຽບຂາວ ​ແລະ​ບັນດາ​ຜູ້​ນໍາ​ຂອງ​ຊາ​ອຸ​ດີ ​ໄດ້​ກ່າວ​ຫາ​ອີຣ່ານວ່າ ​ໄດ້​ປະກອບ​ລູກ​
ສອນ​ໄຟ​ຂີ​ປະນາວຸດ​ໃຫ້​ແກ່ ​ພວກຫົວ​ຮຸນ​ແຮງ​ຮູ​ຕີ ຢູ່​ໃນ​ເຢ​ເມນ ຊຶ່ງ​ເປັນ​ການລະ​ເມີດ​
ມະຕິຂອງ​ສະຫະ​ປະຊາ​ຊາດທີ່​ວາງ​ອອກ​ໃນ​ປີ 2015 ຊຶ່ງຫ້າມ​ເທຣານບໍ່​ໃຫ້​ສົ່ງ​ອອກ
​ອາວຸດ​ບາງ​ຊະນິດ ​ເວັ້ນ​ເສຍ​ແຕ່​ວ່າ​ຈະ​ໄດ້​ຮັບ​ການ​ອະນຸມັດ​ຈາກສະພາ​ຄວາມໝັ້ນຄົງ
ຂອງສະຫະ​ປະຊາ​ຊາດ.

ອີ​ຣ່ານບໍ່​ໄດ້​ປະຕິ​ເສດ​ວ່າ​ຕົນ​ບໍ່​ໄດ້​ໃຫ້ການໜຸນຫລັງ​ແກ່​ພວກ ຮູ​ຕີ ​ແຕ່​ວ່າ ​ໄດ້​ປະຕິ​ເສດ
ວ່າ​ຕົນ​ບໍ່​ໄດ້​ປະກອບ​ອາວຸດ​ໃຫ້​ແກ່​ພວກ​ນີ້.

​ໃນ​ອາທິດ​ແລ້ວນີ້ ທ່ານ​ນາງ ນິກກີ​ ​ເຮ​ລີ ​ເອກ​ອັກຄະ​ລັດຖະທູດ​ສະຫະລັດ​ປະ​ຈໍາ​ອົງ
ການ​ສະ​ຫະປະຊາ​ຊາດ ​ໄດ້​ຈັດ​ກອງ​ປະຊຸມ​ຖະ​ແຫລ​ງຂ່າວ​ຂຶ້ນ ​ແລະທ່ານ​ນາງ​ໄດ້​
ສະ​ແດງ​ໃຫ້​ເຫັນ​ວ່າ​ມີ ​ເສດ​ກະສຸນ​ຂອງ​ລູກ​ສອນ​ໄຟ​ຂີ​ປະນາວຸດ ຊຶ່ງ​ທ່ານ​ນາງ​ເວົ້າວ່າ
​ເປັນ​ຫລັກຖານ "ທີ່​ບໍ່ສາມາດ​ປະຕິ​ເສດ​ໄດ້" ວ່າອາວຸດ​ທີ່​ພວກຫົວ​ຮຸນ​ແຮງ​ຮູ​ຕີ​ໃຊ້​ນັ້ນ
​ແມ່ນມາຈາກອີຣ່ານ.

ພວກ​ນັກ​ຊ່ຽວຊານ​ແມ່ນ​ມີ​ຄວາມ​ເຫັນ​ແຕກ​ຕ່າງ​ກັນ​ກ່ຽວກັບ​ວ່າ ຫລັກ​ຖານ​ທີ່​ທ່ານ​ນາງ​
ເຮ​ລີ ນໍາ​ມາສະ​ເໜີ​ໃຫ້​ເບິ່ງ​ນັ້ນ ​ແມ່ນ​ເປັນ​ການລະ​ເມີ​ດ​ຕໍ່ການ​ລົງ​ໂທດ​ຢ່າງ​ຊັດ​ເຈນ​ຫລືບໍ່. ​
ແຕ່​ວ່າ​ຫລາຍ​ຄົນ​ກໍ​ເວົ້າວ່າ ມັນ​ເປັນ​ການຈ​ະ​ແຈ້ງ​ຢູ່​ແລ້ວ​ວ່າ ພວກ​ຫົວ​ຮຸນ​ແຮງ​ໄດ້​ຮັບ
​ການ​ຊ່ວຍ​ເຫລືອ ແບບ​ໃດ​ແບບ​ນຶ່ງ​ຈາກ​ອີຣ່ານ.

US: 'Undeniable' Evidence Iran Illegally Arming Yemen Rebels
please wait

No media source currently available

0:00 0:02:12 0:00

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG