ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຝຣັ່ງວ່າ ມາດຕະການ ລົງໂທດໃໝ່ ຂອງ ສຫລ ອາດສ້າງ ຄວາມບໍ່ທຸ່ນທ່ຽງ ໃນຂົງເຂດ


ລັດຖະມົນຕີການຕ່າງປະເທດ ຂອງອີຣ່ານ ທ່ານໂມຮຳມັດ ຈາວາດ ຊາຣີຟ, ຂວາ, ແລະຄູ່ຕຳແໜ່ງຂອງທ່ານ ຈາກຝຣັ່ງ ທ່ານ ຊັງ ອີແວັດ ເລີ ດຣຽນ, ຈັບມືກັນ ເພື່ອໃຫ້ນັກຂ່າວ ຖ່າຍຮູບ ຢູ່ທີ່ການເລີ່ມຕົ້ນ ຂອງການພົບປະ ທີ່ນະຄອນຫຼວງ ເຕຫະຣ່ານ, ວັນທີ 5 ມີນາ 2018.
ລັດຖະມົນຕີການຕ່າງປະເທດ ຂອງອີຣ່ານ ທ່ານໂມຮຳມັດ ຈາວາດ ຊາຣີຟ, ຂວາ, ແລະຄູ່ຕຳແໜ່ງຂອງທ່ານ ຈາກຝຣັ່ງ ທ່ານ ຊັງ ອີແວັດ ເລີ ດຣຽນ, ຈັບມືກັນ ເພື່ອໃຫ້ນັກຂ່າວ ຖ່າຍຮູບ ຢູ່ທີ່ການເລີ່ມຕົ້ນ ຂອງການພົບປະ ທີ່ນະຄອນຫຼວງ ເຕຫະຣ່ານ, ວັນທີ 5 ມີນາ 2018.

ລັດຖະມົນຕີການຕ່າງປະເທດຝຣັ່ງທ່ານຊັງ ອີແວັດ ເລີ ດຣຽນ (Jean-Yves Le
Drian) ກ່າວວ່າ ຖ້າສະຫະລັດ ຫາກທຳການລົງໂທດຢ່າງໜັກຮອບໃໝ່ຕໍ່ ອີຣ່ານ ແມ່ນ
ເປັນການສ່ຽງ ທີ່ຈະເຮັດໃຫ້ພາກຕາເວັນອອກກາງ ບໍ່ມີສະຖຽນລະພາບຕື່ມຂຶ້ນ.

ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ ໄມຄ໌ ພອມພຽວ ໄດ້ຂົ່ມຂູ່ໃນຕົ້ນອາທິດ
ນີ້ວ່າ ຈະທຳການ “ກົດດັນທາງດ້ານການເງິນ ແບບທີ່ບໍ່ເຄີຍມີມາກ່ອນ” ຕໍ່ອີຣ່ານ
ຖ້າປະເທດດັ່ງກ່າວ ບໍ່ປ່ຽນແປງການປະພຶດຂອງຕົນ ຕາມທີ່ທ່ານໄດ້ກຳນົດໄວ້ ຢູ່ໃນ
ບັນຊີ 12 ຂໍ້ ເພື່ອເຮັດຂໍ້ຕົກລົງນິວເຄລຍ ສະບັບໃໝ່ນັ້ນ.

ທ່ານເລີດຣຽນ ກ່າວຕ່ໍວິທະຍຸຝຣັ່ງສາກົນວ່າ ການລົງໂທດຮອບໃໝ່ນີ້ ຈະບໍ່ໃຫ້ການ
ຊຸກຍູ້ ຕໍ່ການເຈລະຈາເລີຍ ແຕ່ຈະເປັນການສົ່ງເສີມ ໃຫ້ພວກນິຍົມແນວທາງເດີມ ຢູ່ໃນ
ອີຣ່ານ ມີຄວາມກ້າຫານຫຼາຍຂຶ້ນ ໃນຂະນະທີ່ເຮັດໃຫ້ປະທານາທິບໍດີຮັສຊານ ຣູຮານີ
ອ່ອນແອລົງ.

ທ່ານເວົ້າວ່າ “ການສ່ຽງດັ່ງກ່າວແມ່ນເຮັດໃຫ້ຂົງເຂດ ເປັນອັນຕະລາຍຫຼາຍຂຶ້ນ.”

ນອກເໜືອໄປຈາກການເພັ່ງເລັງໃສ່ໂຄງການນິວເຄລຍ ແລະກິດຈະການຕ່າງໆ
ຂອງ ອີຣ່ານ ຢູ່ໃນຂົງເຂດແລ້ວ ທ່ານພອມພຽວຍັງໄດ້ປະກາດວ່າ ຈະນຳເອົາໂຕ ປະກັນອາເມຣິກັນທັງໝົດ ຢູ່ໃນອີຣ່ານ ກັບຄືນປະເທດ.

ທ່ານໄດ້ກ່າວໃນວັນອັງຄານ ວ່ານນີ້ວ່າ “ລັດຖະບານສະຫະລັດທັງໝົດ” ກຳລັງເຮັດວຽກ
“ຢ່າງຂະຫຍັນຂັນແຂງ” ແລະ “ນຳໃຊ້ທຸກວິທີທາງ” ແລະ “ທຸກກົນໄກ” ທີ່ມີຢູ່.

ໃນລະຫວ່າງການປາກົດໂຕເປັນຄັ້ງທຳອິດ ຢູ່ທີ່ກອງປະຊຸມຖະແຫລງຂ່າວ ຂອງກະຊວງ
ການຕ່າງປະເທດນັ້ນ ຫົວໜ້ານັກການທູດຂອງສະຫະລັດ ໄດ້ກ່າວວ່າ “ຂ້າພະເຈົ້າໄດ້
ເອີ່ຍເຖິງ ຊື່ຂອງຫຼາຍຄົນ ໃນມື້ວານນີ້. ແລະຍັງມີອີກຫຼາຍຄົນທີ່ຢູ່ໃນທົ່ວໂລກ ເຊິ່ງ
ຂ້າພະເຈົ້າບໍ່ໄດ້ລະບຸໂຕ ໃນຄຳເຫັນມື້ວານນີ້.”

ໃນການຖະແຫລງທີ່ສຳຄັນຄັ້ງທຳອິດກ່ຽວກັບນະໂຍບາຍການຕ່າງປະເທດເມື່ອ ວັນຈັນ
ຜ່ານມານີ້ ທ່ານພອມພຽວ ໄດ້ກ່າວວ່າ ອີຣ່ານ ບໍ່ໄດ້ປ່ອຍໂຕພວກຊາວອາເມຣິກັນ ທີ່ຖືກ
ຄວບຄຸມຂຫງ ທີ່ປະກອບດ້ວຍ ທ່ານ ບາເຄີ ນາມາຊີ ທ່ານນາງ ຊີອາມາກ ນາມາຊີ ທ່ານ
ຊີຢູ ວັງ ແລະ ທ່ານ ບັອບ ເລີວິນຊັນ ເລີຍ ເຖິງແມ່ນວ່າ ໃນລະຫວ່າງເວລາ ທີ່ວໍຊິງຕັນ
ໄດ້ຜ່ອນຜັນການລົງໂທດຕໍ່ເຕຫະຣ່ານ ພາຍໃຕ້ຂໍ້ຕົກລົງນິວເຄລຍ ປີ 2015 ແລ້ວ
ກໍຕາມ.

ທ່ານພອມພຽວ ໄດ້ປຽບທຽບເຫດການດັ່ງກ່າວກັບ “ສາຍສຳພັນທີ່ເຢັນສະບັ້ນ”
ລະຫວ່າງ ສະຫະລັດ ກັບເກົາຫຼືເໜືອ ເມື່ອສອງສາມເດືອນຜ່ານມານີ້ ບ່ອນທີ່ຊາວ
ອາເມຣິກັນ 3 ຄົນ ຖືກຄວບຄຸມໂຕ ນັ້ນ ກໍໄດ້ຮັບການປ່ອຍໂຕຕາມທີຫຼັງ.

ທ່ານພອມພຽວ ໄດ້ກ່າວ ໃນການຕອບຄຳຖາມ ຂອງວີໂອເອ ວ່າ “ພວກເຮົາກຳລັງ
ເຮັດວຽກຢ່າງຫ້າວຫັນໃນທຸກວິທີທາງ ທີ່ພວກເຮົາສາມາດເສີມສ້າງຂຶ້ນມາ ເພື່ອທີ່
ຈະນຳເອົາພວກຄົນເຫຼົ່ານັ້ນ ກັບຄືນປະເທດ ກັບຄືນສູ່ຄອບຄົວຂອງພວກເຂົາເຈົ້າ.”

ບັນດາຄອບຄົວ ຂອງພວກຊາວເອເມຣິກັນທີ່ຖືກຈັບເປັນໂຕປະກັນ ຈຳນວນນຶ່ງ ແມ່ນມີ
ຄວາມເປັນຫ່ວງວ່າ ການຕັດສິນໃຈຂອງ ສະຫະລັດ ທີ່ຖອນໂຕອອກຈາກຂໍ້ຕົກລົງ
ນິວເຄລຍກັບອີຣ່ານ ນັ້ນ ຈະເຮັດໃຫ້ເປັນການຍາກຂຶ້ນ ທີ່ຈະນຳເອົາພວກຄົນຮັກ ຂອງ
ເຂົາເຈົ້າ ກັບຄືນປະເທດ ໄດ້ຢ່າງປອດໄພ.

ໃນວັນທີ 8 ເດືອນພຶດສະພາ ຜ່ານມາ ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ໄດ້
ປະກາດວ່າ ວໍຊິງຕັນ ຈະຖອນໂຕອອກຈາກ ຂໍ້ຕົກລົງນິວເຄລຍກັບ ອີຣ່ານ ທີ່ຮູ້ຈັກກັນ
ໃນຊື່ ຢ່າງເປັນທາງການ ຄື ແຜນ​ການປະຕິບັດ​ງານ​ຮ່ວມ​ໃນ​ຂອບ​ເຂດ​ທີ່​ກວ້າງ​ຂວາງ ຫຼື
JCPA. ພາຍໃຕ້ເງື່ອນໄຂຂອງ ສັນຍາປີ 2015 ດັ່ງກ່າວ ອີຣ່ານ ໄດ້ຕົກລົງທີ່ຈະເອົາ
ມາດຕະການ ຈຳນວນນຶ່ງ ເພື່ອຈະຈຳກັດ ໂຄງການນິວເຄລຍຂອງຕົນ ໃນການແລກ
ປ່ຽນກັບການຜ່ອນຜັນ ມາດຕະການລົງໂທດ.

US Iran Hostages
please wait
Embed

No media source currently available

0:00 0:00:26 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG