ການຕັດສິນໃຈຂອງປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ທີ່ຍົກເລີກຂໍ້ຕົກລົງ
ດ້ານນິວເຄລຍກັບອີຣ່ານ ໄດ້ເຮັດໃຫ້ສະຫະລັດ ປະທະກັບພາຄີ ທີ່ໃກ້ຊິດຂອງຕົນ
ບາງປະເທດໃນຢູໂຣບ. ການທີ່ທ່ານທຣຳ ໄດ້ສັ່ງໃຫ້ລົງໂທດຢ່າງໜັກທີ່ສຸດ ຕໍ່ບັນດາ
ບໍລິສັດທີ່ສືບຕໍ່ປະກອບທຸລະກິດກັບອີຣ່ານ ໄດ້ສ້າງຄວາມຕື່ນຕົກໃຈຢ່າງໃຫຽ່
ໂດຍສະເພາະ ໃຫ້ແກ່ຝຣັ່ງ ແລະເຢຍຣະມັນ ບ່ອນທີ່ບໍລິສັດຕ່າງໆ ເຊັ່ນ ແອບັສ
ແລະ ວົກສວາເກິນ ໄດ້ເຊັນສັນຍາເປັນເງິນຫຼາຍໆລ້ານໂດລາ ກັບເຕຫະຣ່ານນັ້ນ. ນັກຂ່າວວີໂອເອ ຝ່າຍການທູດ ຊິນດີ ເຊນ ສຳຫຼວດເບິ່ງວ່າ ຄວາມບໍ່ລົງຮອຍກັນ
ດັ່ງກ່າວ ຈະກະທົບຕໍ່ສາຍພົວພັນຂ້າມມະຫາສະໝຸດອັດລັງຕິກນີ້ແບບໃດ
ຊຶ່ງວັນນະສອນຈະມີລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.
ພຽງແຕ່ບໍ່ເທົ່າໃດຊົ່ວໂມງເທົ່ານັ້ນ ຫຼັງຈາກທ່ານໄດ້ສາບານຕົວ, ເປັນລັດຖະມົນຕີ
ການຕ່າງປະເທດຄົນໃໝ່ ທ່ານໄມຄ໌ ພອມພຽວ ກໍໄດ້ເດີນທາງໄປຍັງກອງບັນຊາການ
ຂອງອົງການເນໂຕ ໃນນະຄອນຫຼວງ ບຣັສເຊິລ ບ່ອນທີ່ທ່ານໄດ້ເນັ້ນຢໍ້າວ່າ ສະຫະລັດ
ໃຫ້ຄຸ່ນຄ່າແກ່ສາຍພົວພັນຂ້າມມະຫາສະໝຸດອັດລັງຕິກ ທີ່ເປັນຫົວແຮງຂອງຄວາມ
ປອດໄພແລະສະຖຽນລະພາບຂອງໂລກ.
ແຕ່ວ່າ ສາຍພົວພັນນັ້ນ ແມ່ນໄດ້ແຮງກະທົບຫວ່າງໄວໆມານີ້ ໂດຍສະຫະລັດ ກ່າວວ່າ
ຕົນຈະລົງໂທດ ພວກບໍລິສັດໃດໆກໍຕາມ ທີ່ປະກອບທຸລະກິດກັບອີຣ່ານ.
ນາຍົກລັດຖະມົນຕີເຢຍຣະມັນ ທ່ານນາງ ແອງເກີລາ ເມີຣ໌ໂກ ໄດ້ກ່າວໃນນະຄອນ
ເບີຣ໌ລິນ ໃນວັນອັງຄານວານນີ້ ຕໍ່ການຕັດສິນໃຈຂອງປະທານາທິບໍດີສະຫະລັດ
ທ່ານດໍໂນລ ທຣຳໃນສັບປະດາແລ້ວນີ້ ທີ່ໄດ້ຖອນຕົວອອກຈາກຂໍ້ຕົກລົງດ້ານນິວເຄລຍກັບອີຣ່ານ.
ທ່ານນາງ ແອງເກີລາ ເມີຣ໌ໂກ ກ່າວເປັນພາສາເຢຍລະມັນແປເປັນພາສາອັງກິດວ່າ:
“ປັດຈຸບັນນີ້ ພວກເຮົາເຫັນການປ່ຽນແປງໃນສາຍພົວພັນສະຫະລັດ ກັບເຢຍຣະມັນ,
ໃນສາຍພົວພັນສະຫະພາບຢູໂຣບ - ສະຫະລັດ, ຕອນທີ່ອັງກິດ, ຝຣັ່ງ ແລະເຢຍ
ຣະມັນ ໃຫ້ຄວາມເຫັນວ່າຂໍ້ຕົກລົງເລື່ອງໂຄງການອາວຸດນິວເຄລຍກັບອີຣ່ານ
ເປັນຂໍ້ຕົກລົງທີ່ອ່ອນແອ, ແຕ່ກໍ ເປັນການຕົກລົງ ທີ່ພວກເຮົາຄວນຈະຍຶດຖືເອົາໄວ້.”
ລັດຖະມົນຕີການຕ່າງປະເທດອີຣ່ານ ທ່ານ ຈາວາດ ຊາຣິຟ ໄດ້ພົບກັບຄູ່ຕຳແໜ່ງ
ສະຫະພາບຢູໂຣບ ໃນນະຄອນຫຼວງ ບຣັສເຊິລ ໃນວັນອັງຄານວານນີ້ ເພື່ອສົນທະນາ
ຫາລືເພື່ອເຮັດໃຫ້ໂຄງການນິວເຄລຍ ຍັງສືບຕໍ່ດຳເນີນໄປ ຊຶ່ງທ່ານ ຈາວາດ ຊາຣິຟ
ກ່າວວ່າ“ມັນຂຶ້ນຢູ່ກັບສະຫະພາບຢູໂຣບ ແລະພວກປະເທດສະມາຊິກສະຫະພາບ
ຢູໂຣບທີ່ຈະໃຫ້ແນ່ໃຈວ່າຜົນປະໂຫຍດຂອງພວກເຂົາເຈົ້າ ແລະຂອງພວກເຮົາ
ແມ່ນຖືກປົກປ້ອງ ແລະການເຮັດຜິດກົດໝາຍ ໂດຍສະຫະລັດ ຈະບໍ່ເປັນທີ່ຍົກຍ້ອງ.”
ລັດຖະມົນຕີການຕ່າງປະເທດ ພອມພຽວ ກ່າວວ່າ ຂໍ້ຕົກລົງນິວເຄລຍ ໄດ້ສ້າງຄວາມ
ຮັ່ງມີຢູ່ໃນອີຣ່ານ ທີ່ເຄື່ອນໄຫວເນັງຕິງ “ກິດຈະຊົ່ວຮ້າຍຜີມານ,” ແລະວ່າ ການທີ່
ສະຫະລັດ ໄດ້ຖອນຕົວນັ້ນ ບໍ່ໄດ້ແນເປົ້າໝາຍໃສ່ຢູໂຣບ. ແຕ່ ພວກນັກຊ່ຽວຊານ
ພາກັນ ກ່າວວ່າຢູໂຣບ ແມ່ນໂກດແຄ້ນ ຕໍ່ສະຫະລັດ ທີ່ໄດ້ລົງໂທດຄືນໃໝ່ຕໍ່ອີຣ່ານ
ແລະຮູ້ສຶກວ່າທາງເລືອກຂອງພວກຕົນແມ່ນມີຈຳກັດ.
ທ່ານນາງ ເຊີເລຍ ເບີລິນ ຈາກສະຖາບັນບຣຸກຄິງ ກ່າວວ່າ “ສະຫະພາບຢູໂຣບ
ມີຄວາມຮູ້ສຶກວ່າ ພວກຕົນບໍ່ມີທາງເລືອກແທ້ໆ ແລະວ່າ ລັດຖະບານຊຸດນີ້ ບໍ່ມີ
ຍຸດທະສາດເລີຍ - ບໍ່ມີແຜນທີສອງ. ສະນັ້ນ ໂດຍພື້ນຖານແລ້ວ, ສະຫະລັດ
ແມ່ນໄດ້ຕັດສິນໃຈສຳລັບຢູໂຣບ ແລະໃຫ້ທັງໂລກ ວ່າຕົນຈະຖອນຕົວອອກຈາກ
ຂໍ້ຕົກລົງດັ່ງກ່າວ, ແລ້ວກໍສ້າງຕັ້ງການລົງໂທດຄືນໃໝ່ ບໍ່ແມ່ນພຽງແຕ່ສຳລັບບັນດາ
ບໍລິສັດຂອງພວກເຂົາເຈົ້າ, ແຕ່ມັນແມ່ນການລົງໂທດພົ້ນເຂດແດນ. ສະນັ້ນ
ການຕັດສິນໃຈຕໍ່ຊະຕາກຳຂອງຂໍ້ຕົກລົງກັບອີຣ່ານຈຶ່ງແມ່ນສຳລັບທຸກໆຄົນ ”
ເມື່ອຖືກຖາມ ໂດຍວີໂອເອວ່າ ທ່ານຄິດບໍ່ວ່າ ມັນຈະມີການຢຸດສະງັກ ທາງດ້ານ
ການທູດຫຼືບໍ່ ຍ້ອນການລົງໂທດຕໍ່ອີຣ່ານ ທ່ານຈອນ ໂບລເຕິນ ທີ່ປຶກສາດ້ານຄວາມ
ປອດໄພແຫ່ງຊາດ ກ່າວວ່າ ບໍ່.
ທ່ານ ໂບລເຕິນ ກ່າວວ່າ “ຂ້າພະເຈົ້າຄິດວ່າ ໃນຂະນະທີ່ ການລົງໂທດຂອງສະຫະລັດ
ໄດ້ເລີ່ມນຳໃຊ້ແລ້ວນັ້ນ, ມັນກໍ ຈະມີຜົນຕໍ່ຢູໂຣບ. ຂ້າພະເຈົ້າຄິດວ່າ ການລົງທຶນທາງ
ການຄ້າກັບອີຣ່ານ ຈະຫຼຸດລົງ ເຊັ່ນກັນ. ແລະຂ້າພະເຈົ້າຄິດວ່າ ອີຣ່ານ ຈະປະເຊີນໜ້າ
ທາງເລືອກທີ່ຫຍຸ້ງຍາກລຳບາກ.”
ທ່ານ ໂບລເຕິນ ກ່າວເພີ່ມຕື່ມວ່າ ການເສດຖະກິດ ແມ່ນເປັນຜົນປະໂຫຍດ ຕໍ່ຂໍ້ຕົກລົງ
ອີຣ່ານ ຈະຫຼໍ່ຫຼອຍລົງ ແລະການເສດຖະກິດຂອງອີຣ່ານ ແມ່ນກຳລັງປະເຊີນໜ້າກັບ
ຄວາມຫຍຸ້ງຍາກລຳບາກ, ທີ່ພາໃຫ້ເກີດມີການປະທ້ວງໃນທ້າຍປີກາຍນີ້.
ໃນວັນອັງຄານວານນີ້, ກະຊວງການຕ່າງປະເທດສະຫະລັດ ໄດ້ປະກາດໄປວ່າ
ທ່ານພອມພຽວ ຈະໃຫ້ຄຳຖະແຫຼງອັນທຳອິດທີ່ສຳຄັນ ກ່ຽວກັບນະໂຍບາຍການຕ່າງ
ປະເທດ ໃນວັນຈັນໜ້ານີ້ ທີ່ເພັ່ງເລັງໃສ່ ອີຣ່ານ.