ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໐໓ ມິຖຸນາ ໒໐໒໓

ສະພາສືບລັບແຫ່ງຊາດ ຂອງ ສຫລ ເຕືອນວ່າ ໂລກຈະມີສັງຄົມທີ່ແຕກຫັກ ແລະຄວາມຂັດແຍ້ງເກີດຂຶ້ນ


ທົ່ງທີ່ປົກຄົມໄປດ້ວຍໝອກຄວັນຢູ່ໃກ້ກັບເມືອງ Burragate ຂອງອອສເຕຣເລຍ ພາບຖ່າຍໃນວັນທີ 11 ມັງກອນ, 2020

ໂລກທີ່ໄດ້ດີ້ນຮົນຕໍ່ສູ້ກັບການລະບາດຂອງພະຍາດ ແລະສິ່ງທ້າທາຍຕໍ່ລະບົບ ແລະສະຖາບັນທີ່ມີມາດົນນານຢູ່ແລ້ວນີ້ ຄົງຈະບໍ່ສາມາດບັນເທົາທຸກໄດ້ຫລາຍປານໃດໃນອີກ 20 ປີຂ້າງໜ້ານີ້, ອີງຕາມການລາຍງານໃໝ່ຂອງນັກວິເຄາະດ້ານຂໍ້ມູນຄວາມລັບຂອງສະຫະລັດ.

ກົງກັນຂ້າມ, ພວກເຂົາເຈົ້າຄາດຄະເນວ່າສະຖາບັນ ແລະລະບົບຕ່າງໆທີ່ຄອບງຳ ເຫດການໃນທົ່ວໂລກນັບແຕ່ສົງຄາມໂລກຄັ້ງທີ 2 ເປັນຕົ້ນມາຈະພົບຄວາມ ຫຍຸ້ງຍາກໃນການຮັບມືກັບ "ບັນດາສິ່ງທ້າທາຍທົ່ວໂລກທີ່ກຳລັງເກີດຂຶ້ນ," ລວມທັງການປ່ຽນແປງຂອງດິນຟ້າອາກາດ, ພະຍາດ, ວິກິດການທາງການເງິນ ແລະເຕັກໂນໂລຈີທີ່ກ້າວໜ້າທັນສະໄໝຢ່າງບໍ່ເຄີຍມີມາກ່ອນ.

ບົດລາຍງານເຕືອນວ່າ "ສິ່ງທ້າທາຍເຫລົ່ານີ້ຈະທົດສອບຄວາມໜຽວແໜ້ນແລະ ການປັບຕົວຂອງປະຊາຄົມ, ຂອງປະເທດ ແລະຂອງລະບົບສາກົນຊໍ້າແລ້ວຊໍ້າອີກ, ຊຶ່ງມັກຈະເກີນຄວາມສາມາດຂອງລະບົບ ແລະຕົວແບບທີ່ມີຢູ່ນີ້," ໂດຍໄດ້ກ່າວເພີ້ມອີກວ່າ ການພັດທະນາບາງອັນອາດຈະ “ປະເຊີນກັບໄພຫາຍະນະ.”

ການປະເມີນວ່າຈະມີສິ່ງທີ່ບໍ່ດີເກີດຂຶ້ນນີ້ ແມ່ນສ່ວນນຶ່ງຂອງບົດລາຍງານແນວໂນ້ມຂອງໂລກ ຫລື Global Trends 2040, ເຊິ່ງເປັນບົດລາຍງານ ທີ່ສັງລວມໂດຍສະພາສືບລັບແຫ່ງຊາດ ແລະພິມອອກທຸກໆສີ່ປີ. ແລະໃນຂະນະທີ່ງວດຫຼ້າສຸດນີ້ໄດ້ສະແດງໃຫ້ເຫັນບາງສະຖານະການຊຶ່ງໃນນັ້ນເວົ້າວ່າ ປະເທດ ທີ່ມີປະຊາທິປະໄຕເຊັ່ນ: ສະຫະລັດກັບຄືນສູ່ສະພາບເດີມ ແລະສາມາດກັບຄືນ ໄປສູ່ຄວາມຈະເລີນຮຸ່ງເຮືອງໄດ້ ແຕ່ບົດລາຍງານນີ້ກໍເຕືອນວ່າ ມັນຈະບໍ່ເປັນ ເຊັ່ນນັ້ນ ຖ້າຫາກພວກເຂົາເຈົ້າບໍ່ຊອກຫາວິທີທາງແກ້ໄຂບັນຫາທີ່ຮຸນແຮງແລະ ເກີດຂຶ້ນເລື້ອຍໆ ຢ່າງບໍ່ເຄີຍມີເຫລົ່ານີ້ ເສຍກ່ອນ.

ບົດລາຍງານກ່າວອີກວ່າ "ພະຍາດໂຄວິດ-19 ໄດ້ເຕືອນໃຫ້ໂລກຮູ້ເຖິງຄວາມບອບບາງຂອງມັນ ແລະສະແດງໃຫ້ເຫັນເຖິງຄວາມສ່ຽງທີ່ເກີດຂຶ້ນໃນລະດັບສູງຂອງການເພິ່ງພາອາໄສກັນ". "ລະບົບສາກົນ ... ບໍ່ໄດ້ຖືກສ້າງຕັ້ງຂຶ້ນມາ ເປັນຢ່າງດີ ເພື່ອແກ້ໄຂບັນດາສິ່ງທ້າທາຍໃນລະດັບໂລກ."

ນຶ່ງໃນບັນດາສິ່ງທ້າທາຍທີ່ສຳຄັນທີ່ສຸດຢູ່ໃນບົດລາຍງານນີ້ ແມ່ນການປ່ຽນແປງຂອງດິນຟ້າອາກາດ, ເຊິ່ງຄາດວ່າຈະເພີ່ມຂຶ້ນເທື່ອລະກ້າວໃນໄລຍະສອງທົດສະວັດຂ້າງໜ້ານີ້ ແລະເຮັດໃຫ້ທຸກປະເທດມີອຸນຫະພູມສູງຂຶ້ນ, ລະດັບນໍ້າທະເລ ຍື່ງຂຶ້ນແລະສະພາບອາກາດທີ່ຮຸນແຮງຫລາຍກວ່າເກົ່າເຊັ່ນ: ພະຍຸເຮີຣິເຄນ, ພາຍຸທໍນາໂດແລະ ນໍ້າຖ້ວມ.

ບັນດາປະເທດທີ່ທຸກຈົນ ແລະກຳລັງພັດທະນາຈະໄດ້ຮັບຄວາມເດືອດຮ້ອນຫຼາຍທີ່ສຸດ, ແລະການຂາດຄວາມສາມາດຂອງລັດຖະບານຂອງພວກເຂົາເຈົ້າ ໃນການປັບຕົວ ແລະການຮັບມື ກໍ່ອາດຈະເຮັດໃຫ້ມີກະແສຟອງຂອງຄົນຍົກຍ້າຍຖິ່ນຖານງວດໃໝ່ເກີດຂຶ້ນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG