ລິ້ງ ສຳຫລັບເຂົ້າຫາ

logo-print

ສະຫະລັດ ເພີ່ມການຊ່ວຍເຫຼືອ ສຳລັບ 4 ຊາດສະມາຊິກ ຂອງຄະນະກຳມາທິການ ແມ່ນໍ້າຂອງ


ແມ່ນໍ້າຂອງ ເຊິ່ງແບ່ງແຍກລະຫວ່າງ ປະເທດ ລາວ ກັບ ໄທ.

ລັດຖະບານ ສະຫະລັດ ອາເມຣິກາ ເພີ່ມການຊ່ວຍເຫຼືອໃນການອະນຸລັກສິ່ງແວດລ້ອມທຳມະຊາດສຳລັບ 4 ຊາດສະມາຊິກຂອງຄະນະກຳມາທິການແມ່ນໍ້າຂອງ (MRC) ແນໃສ່ການນຳໃຊ້ຊັບພະ ຍາກອນຮ່ວມກັນຢ່າງຍືນຍົງ.

ທ່ານ ໄມເກິລ ຮີທ໌ ເອກອັກຄະລັດຖະທູດທີ່ປຶກສາປະຈຳສະຖານທູດ ສະຫະລັດ ອາເມຣິກາ ທີ່ ບາງກອງ ປະເທດ ໄທ ຢືນຢັນໃນໂອກາດເຂົ້າຮ່ວມກອງປະຊຸມພາກປະຊາສັງຄົມໃນລຸ່ມແມ່ນໍ້າຂອງເມື່ອບໍ່ດົນມານີ້ວ່າ ລັດຖະບານ ສະຫະລັດ ໄດ້ເພີ່ມການຊ່ວຍເຫຼືອໃນການອະນຸລັກສິ່ງແວດ ລ້ອມທຳມະຊາດໃຫ້ກັບ 4 ຊາດສະມາຊິກຂອງຄະນະກຳມາທິການແມ່ນໍ້າຂອງ (MRC) ຄິດເປັນມູນຄ່າລວມ 150 ລ້ານໂດລາໃນປີ 2021 ສຳລັບນຳໃຊ້ໃນການພັດທະນາຂໍ້ມູນດ້ານຊັບພະຍາ ກອນນໍ້າຮ່ວມກັນຊຶ່ງລວມເຖິງການພັດທະນາທາງເສດຖະກິດ-ສັງຄົມ, ຄວາມປອດໄພ, ການບໍລິ ຫານງານໃນພາກລັດ, ສາທາລະນະສຸກ ແລະ ການອະນຸລັກສິ່ງແວດລ້ອມທຳມະຊາດໃນເຂດລຸ່ມແມ່ນໍ້າຂອງ ດັ່ງທີ່ທ່ານ ໄມເກິລ ຮີທ໌ ໄດ້ໃຫ້ການຢືນຢັນວ່າ

ສ່ວນທ່ານ ເດວິດ ບຣາວນ໌ ເລຂານຸການເອກປະຈຳສະຖານທູດ ອອສເຕຣເລຍ ທີ່ ບາງກອກ ກໍໃຫ້ການຢືນຢັນໃນໂອກາດດຽວກັນນີ້ວ່າ ລັດຖະບານ ອອສເຕຣເລຍ ຈະໃຫ້ການຊ່ວຍເຫຼືອເພື່ອການອະນຸລັກສິ່ງແວດລ້ອມທຳມະຊາດໃນລຸ່ມແມ່ນໍ້າຂອງຫຼາຍຂຶ້ນ ເພາະເຫັນວ່າການພັດທະນາໂຄງການຕ່າງໆໃນໄລຍະຜ່ານມານັ້ນໄດ້ສົ່ງຜົນກະທົບຢ່າງໜັກຕໍ່ສະພາບແວດລ້ອມທຳມະຊາດໃນລຸ່ມແມ່ນໍ້າຂອງ ໂດຍສະເພາະກໍແມ່ນການກໍ່ສ້າງເຂື່ອນໄຟຟ້າເທິງແນວນໍ້າຂອງທັງໃນເຂດປະເທດ ຈີນ ແລະ ລາວ ນັ້ນໝາຍຄວາມວ່າລັດຖະບານ ອອສເຕຣເລຍ ຈະໃຫ້ການສະໜັບສະໜູນພາກປະຊາສັງຄົມ ເພື່ອຄັດຄ້ານໂຄງການກໍ່ສ້າງເຂື່ອນຢູ່ໃນລຸ່ມແມ່ນໍ້າຂອງເປັນດ້ານຫຼັກ ໂດຍຈະໃຫ້ທຶນສະໜັບສະໜູນຫຼາຍກວ່າ 250 ລ້ານໂດລາອອສເຕຣເລຍ ໃນປີ 2021.

ກ່ອນໜ້ານີ້ ສຳນັກເລຂາທິການຂອງ MRC ກໍລາຍງານວ່າທາງການ ລາວ ໄດ້ສົ່ງມອບເອກະສານສຳຄັນທີ່ກ່ຽວກັບໂຄງການກໍ່ສ້າງເຂື່ອນຊະນະຄາມ ເທິງແນວແມ່ນໍ້າຂອງໃນ ລາວ ເພື່ອນຳເຂົ້າສູ່ຂະບວນ ການປຶກສາຫາລືລ່ວງໜ້າໃນ MRC ໂດຍເອກະສານທີ່ສຳຄັນທີ່ທາງການ ລາວ ໄດ້ສົ່ງມອບໃຫ້ກັບ MRC ດັ່ງກ່າວປະກອບດ້ວຍເອກະສານດ້ານວິສະວະກຳ, ການສຶກສາຄວາມເປັນໄປໄດ້ດ້ານເທັກນິກ, ການປະເມີນຜົນກະທົບຕໍ່ສັງຄົມ ແລະ ສິ່ງແວດລ້ອມທຳມະຊາດ, ການສຶກສາ ກ່ຽວກັບ ດິນຕະກອນ ແລະ ຜົນກະທົບທີ່ມີຕໍ່ການປະມົງ ທັງນີ້ຄາດວ່າຄະນະກຳມະການຮ່ວມໃນ MRC ທີ່ເປັນຜູ້ແທນຂອງລັດຖະບານ ກຳປູເຈຍ, ລາວ, ໄທ ແລະ ຫວຽດນາມ ນັ້ນຈະປະຊຸມເພື່ອສະຫຼຸບການປຶກສາຫາລືຂັ້ນສຸດທ້າຍອັນຈະເຮັດໃຫ້ຜູ້ລົງທຶນໃນໂຄງການສາມາດເລີ່ມລົງມືດຳເນີນການກໍ່ສ້າງເຂື່ອນດັ່ງກ່າວໄດ້ໃນທ້າຍປີ 2020 ຫາກແຕ່ວ່າດ້ວຍການລະບາດຂອງພະຍາດໄວຣັສ ໂຄວິດ-19 ຈຶ່ງເຮັດໃຫ້ຕ້ອງເລື່ອນກຳນົດການດັ່ງກ່າວອອກໄປ.

ທັງນີ້ເຂື່ອນໄຟຟ້າຊະນະຄາມ ນັບເປັນໂຄງການກໍ່ສ້າງເທິງແນວແມ່ນໍ້າຂອງອັນດັບທີ 6 ທີ່ທາງ ການ ລາວ ໄດ້ສະເໜີເຂົ້າສູ້ຂະບວນການປຶກສາຫາລືລ່ວງໜ້າໃນ MRC ໂດຍ 5 ໂຄງການກ່ອນໜ້ານີ້ກໍຄືເຂື່ອນໄຊຍະບູລີ, ເຂື່ອນດອນສະໂຮງ, ເຂື່ອນປາກແບງ, ເຂື່ອນປາກລາຍ, ເຂື່ອນຫຼວງພະບາງ ໃນນີ້ມີເຂື່ອນໄຊຍະບູລີ ແລະ ດອນສະໂຮງທີ່ກໍ່ສ້າງສຳເລັດ ແລະ ຜະລິດໄຟຟ້າແລ້ວ ສ່ວນທີ່ກຳລັງກໍ່ສ້າງກໍຄືເຂື່ອນປາກແບງ ກັບ ເຂື່ອນປາກລາຍ ສ່ວນເຂື່ອນຫຼວງພະບາງ ຍັງຢູ່ໃນການປຶກສາຫາລືລ່ວງໜ້າ.

ແຕ່ຢ່າງໃດກໍຕາມ ກຸ່ມຕິດຕາມການລົງທຶນກໍ່ສ້າງເຂື່ອນໃນ ລາວ ກໍໄດ້ຖະແຫຼງຢືນຢັນວ່າການເຄື່ອນໄຫວຂອງພາກປະຊາສັງຄົມອາຊຽນ ຈະໃຫ້ຄວາມສຳຄັນເປັນພິເສດໃນການຮຽກຮ້ອງຕໍ່ຜູ້ນຳລັດຖະບານ ອາຊຽນ ເພື່ອຂໍໃຫ້ຄວາມສຳຄັນຕໍ່ຜົນກະທົບຂ້າມເຂດແດນ ອັນເກີດຈາກການກໍ່ ສ້າງເຂື່ອນ ແລະ ໂຄງການຂະໜາດໃຫຍ່ນັ້ນ ດັ່ງທີ່ທ່ານນາງ ເປມລຶດີ ດາວເຮືອງ ແກນນຳກຸ່ມດັ່ງກ່າວນີ້ຢືນຢັນວ່າ

“ຂໍ້ຮຽກຮ້ອງກໍຄືຄວາມເປັນຫ່ວງ ກ່ຽວກັບ ເລື່ອງຄວາມຍືນຍົງໃນເລື່ອງສິ່ງແວດລ້ອມ ຊັບພະຍາ ກອນທຳມະຊາດ ຊຶ່ງມີສາມເລື່ອງໃຫຍ່ກໍຄື ເລື່ອງການເກີດຂຶ້ນຂອງໂຄງການຂະໜາດໃຫຍ່ຫຼວງຫຼາຍໃນພູມີພາກ ຕັ້ງແຕ່ເລື່ອງເຂື່ອນ, ການຂຸດເຈາະຊັບພະຍາກອນທຳມະຊາດ, ເລື່ອງຂອງໂຄງ ການຂະໜາດໃຫຍ່ຕ່າງໆ, ສາທາລະນຸປະໂພກພື້ນຖານທັງຫຼາຍ ອັນທີ 2 ຄືເລື່ອງການປ່ຽນແປງສະພາບອາກາດ ຊຶ່ງຍິ່ງເຮັດໃຫ້ ອາຊຽນ ມີຄວາມອ່ອນແອຫຼາຍຂຶ້ນໃນການທີ່ຈະສູ້ກັບເລື່ອງຕ່າງໆ ແລະ ອັນທີ 3 ເປັນເລື່ອງຂອງການສູນເສຍຄວາມຫຼາກຫຼາຍທາງຊີວະພາບ ຊຶ່ງກ່ຽວຂ້ອງກັບເລື່ອງຂອງການເກີດຂຶ້ນຂອງໂຄງການຂະໜາດໃຫຍ່.”

ທັງນີ້ໂດຍການກໍ່ສ້າງເຂື່ອນໄຟຟ້າາໃນ ລາວ ໃນໄລຍະທີ່ຜ່ານມາໄດ້ເຮັດໃຫ້ຕ້ອງຍົກຍ້າຍປະຊາ ຊົນ ລາວ ຫຼາຍກວ່າ 90,000 ຄົນຫຼື 15,000 ກວ່າຄົວເຮືອນໃນເຂດ 250 ກວ່າບ້ານ ເພື່ອໄປຢູ່ເຂດຈັດສັນໃໝ່ ຫາກແຕ່ສ່ວນໃຫຍ່ກໍຍັງບໍ່ມີທີ່ດິນທຳກິນຢ່າງຖາວອນ ທັງຍັງບໍ່ທັນມີອາຊີບຄົງທີ່ອີກດ້ວຍ.

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG