ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ວາງມາດຕະການ ລົງໂທດ ຕໍ່ ບັນດາ ເຈົ້າໜ້າທີ່ ເວເນຊູເອລາ ​ທີ່ຂັດຂວາງ ການຊ່ອຍເຫຼືອ

ລົດບັນທຸກທີ່ໄດ້ຮັບຄວາມເສຍຫາຍ, ໄດ້ຖືກນຳໃຊ້ເພື່ອຂົນສົ່ງ ເຄື່ອງຊ່ອຍເຫຼືອດ້ານມະນຸດສະທຳ, ແມ່ນເຫັນໄດ້ຢູ່ທີ່ດ່ານຂ້າມ ຊາຍແດນ ລະຫວ່າງ ໂຄລອມເບຍ ແລະເວເນຊູເອລາ, ຫຼັງຈາກເກີດການປະທະກັບ ພວກສະໜັບສະໜຸນຝ່າຍຄ້ານ ແລະ ກຳລັງຮັກສາຄວາມສະຫງົບ, ໃນເມືອງ ຄູຄູຕາ, ວັນທີ 24 ກຸມພາ 2019.

ສະຫະລັດ ໄດ້ເພີ້ມການກົດດັນ ຕໍ່ເວເນຊູເອລາ ໃນວັນສຸກວານນີ້ ໂດຍການ ວາງມາດ
ຕະການລົງໂທດ ຕໍ່ເຈົ້າໜ້າທີ່ລະດັບສູງ ຂອງກະຊວງປ້ອງກັນປະເທດ 6 ຄົນ ພ້ອມ
ດ້ວຍ ການຖອນວີຊາຂອງເຈົ້າໜ້າທີ່ລະດັບສູງ ຫຼາຍຄົນນຳດ້ວຍ.

ລັດຖະບານ ທ່ານທຣຳ ໄດ້ກ່າວວ່າ ມາດຕະການລົງໂທດດັ່ງກ່າວ ເປັນການຕອບໂຕ້
ຕໍ່ພວກເຈົ້າໜ້າທີ່ທະຫານ ຂອງເວເນຊູເອລາ ຜູ້ທີີ່ເມື່ອສັບປະດາແລ້ວນີ້ ໄດ້ ກີດກັນ
ຄວາມພະຍາຍາມທີ່ສະໜັບສະໜຸນ ໂດຍກຸ່ມຝ່າຍຄ້ານ ເພື່ອນຳເອົາອາຫານການກິນ
ເຂົ້າມາໃນປະເທດ. ຢູ່ດ່ານຊາຍແດນແຫ່ງນຶ່ງ ພວກລົດບັນທຸກ ເຄື່ອງຊ່ອຍເຫຼືອ ເກີດ
ໄຟໄໝ້ ແລະ ໄດ້ເຮັດໃຫ້ຫຼາຍຄົນເສຍຊີວິດ.

ລັດຖະມົນຕີວ່າການກະຊວງການເງິນ ສະຫະລັດ ທ່ານ ສຕີເວັນ ມານູຈິນ, ເປັນສະມາຊິກຄະນະ ຜູ້ແທນ ການຄ້າ ສະຫະລັດ ຕໍ່ຈີນ, ໂບກມື ໃຫ້ແກ່ສື່ມວນຊົນ ເມື່ອເດີນທາງໄປຮອດ ໂຮງແຮມ ໃນນະຄອນຫຼວງປັກກິ່ງ ຂອງຈີນ, ວັນທີ 12 ກຸມພາ 2019.
ລັດຖະມົນຕີວ່າການກະຊວງການເງິນ ສະຫະລັດ ທ່ານ ສຕີເວັນ ມານູຈິນ, ເປັນສະມາຊິກຄະນະ ຜູ້ແທນ ການຄ້າ ສະຫະລັດ ຕໍ່ຈີນ, ໂບກມື ໃຫ້ແກ່ສື່ມວນຊົນ ເມື່ອເດີນທາງໄປຮອດ ໂຮງແຮມ ໃນນະຄອນຫຼວງປັກກິ່ງ ຂອງຈີນ, ວັນທີ 12 ກຸມພາ 2019.

ລັດຖະມົນຕີວ່າການກະຊວງການເງິນ ສະຫະລັດ ທ່ານ ສຕີເວັນ ມານູຈິນ ໄດ້ກ່າວໃນ
ຖະແຫລງການ ວ່າ “ພວກເຮົາກຳລັງວາງມາດຕະການລົງໂທດ ຕໍ່ພວກ ສະມາຊິກ ກຳລັງຮັກສາຄວາມປອດໄພ ຂອງປະທານາທິບໍດີນິໂຄລັສ ມາດູໂຣ ໃນການຕອບ
ໂຕ້ຕໍ່ການໃຊ້ຄວາມຮຸນແຮງ ທີ່ຄວນຖືກປະນາມ ເຮັດໃຫ້ມີການສູນ ເສຍຊີວິດ ທີ່
ໜ້າເສົ້າ​ເສຍ​ໃຈ ແລະການຈູດເຜົາອາຫານ ແລະຢາປິ່ນປົ່ວສຳລັບ ພວກຄົນປ່ວຍ
ແລະ ພວກຊາວເວເນຊູເອລາ ທີ່ອຶດຫິວ ຢ່າງບໍ່ມີເຫດບໍ່ມີຜົນ.”

ພວກທີ່ໄດ້ຖືກລົງໂທດ ແມ່ນ​ຮວມ​ທັງ ຜູ້ບັນຊາການກຳລັງຮັກສາດິນແດນ ທ່ານ ຣິຊາດ
ໂລເປັຊ ພ້ອມດ້ວຍ ເຈົ້າໜ້າທີ່ຕຳຫຼວດ ແລະ ບັນດາເຈົ້າໜ້າທີ່ທະຫານ ທີ່ປະຈຳການ
ຢູ່ໃກ້ໆກັບຊາຍແດນ ຂອງໂຄລອມເບຍ ແລະບຣາຊີລ.

ມາດຕະການລົງໂທດດັ່ງກ່າວ ຈະກັກຊັບສິນ ຂອງພວກເຈົ້າໜ້າທີ່ ທີ່ມີຢູ່ໃນສະຫະລັດ
ບໍ່ໃຫ້ ເຄື່ອນຍ້າຍ ແລະຫ້າມພວກຊາວອາເມຣິກັນ ບໍ່ໃຫ້ເຮັດທຸລະກິດກັບ ພວກເຂົາເຈົ້າ.

ກະຊວງການຕ່າງປະເທດ ສະຫະລັດ ຍັງໄດ້ຖອນວີຊາເດີນທາງ ຂອງຊາວເວ ເນຊູເອລາ
49 ຄົນ ທີ່ສະ​ຫະ​ລັດໄດ້ກ່າວວ່າ ເປັນ “ບຸກຄົນ ທີ່ຮັບຜິດຊອບ ​ໃນການບ່ອນ​ທຳ​ລາຍ
ປະຊາທິປະໄຕຂອງເວເນຊູເອລາ.”

ປະທານາທິບໍ ປາຣາໄກວ ທ່ານ ມາຣີໂອ ອັບໂດ ເບນີເຕສ, ຂວາ, ແລະ ຜູ້ນຳພັກຝ່າຍຄ້ານ ຂອງ ເວເນຊູເອລາ, ຜູ້ທີ່ຫຼາຍໆ ປະເທດ ໄດ້ຮັບຮູ້ວ່າ ເປັນຜູ້ປົກຄອງປະເທດຊົວຄາວ ທີ່ຖືກຕ້ອງ ຕາມກົດໝາຍ, ຈັບມືກັນ ໃນລະຫວ່າງ ການພົບປະກັນ ຢູ່ທີ່ທຳນຽບປະທານາທິບໍດີ ໂລເປຊ ໃນນະຄອນ ອາຊູນຊີອອນ ຂອງປາຣາໄກວ, ວັນທີ 1 ມີນາ 2019.

ມາດຕະການລົງໂທດດັ່ງກ່າວ ເປັນພາກສ່ວນນຶ່ງ ຂອງຄວາມພະຍາຍາມ ເພື່ອ ກົດດັນ
ໃຫ້ ທ່ານ ມາດູໂຣ ລົງຈາກຕຳແໜ່ງ. ສະຫະລັດ ເຫັນວ່າ ການໄດ້​ຮັບ ເລືອກຄືນໃໝ່
ຂອງ​ທ່ານເມື່ອປີກາຍນີ້ ແມ່ນບໍ່ຖືກຕ້ອງຕາມກົດໝາຍ ແລະ​ກໍໄດ້ຮັບຮູ້ ຜູ້ນຳພັກຝ່າຍ
ຄ້ານ ທ່ານ ຮວານ ກວາອີໂດ ເປັນປະທານາທິບໍດີ.

ທ່ານກວາອີໂດ ຜູ້ທີ່ຍັງໄດ້ຮັບການສະໜັບສະໜຸນ ຈາກອີກປະມານ 50 ປະເທດ ໄດ້
ກ່າວວ່າ ປະຊາຊົນ 300,000 ຄົນອາດຈະເສຍຊີວິດຖ້າຫາກການຊ່ອຍເຫຼືອ ດ້ານມະ
ນຸດສະທຳໄປບໍ່ຮອດເວເນຊູເອລາ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG