ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ສ​ຫລ ວາງ​ມາດ​ຕະ​ການ​ລົງ​ໂທດ ທີ່​ແນ​ໃສ່ ບໍ​ລິ​ສັດ ສ້າງ​ຄວາມ​ຂັດ​ແຍ້ງ ແລະ​ຄວາມ​ວຸ້ນ​ວາຍ ທາງ​ອິນ​ເຕີ​ເນັດ


ນັກ​ທຸ​ລະ​ກິດ ຊາວ​ຣັດ​ເຊຍ ເຢບ​ເກນ​ນີ ​ປ​ຣີ​ໂກ​ຊີນ (Yevgeny Prigozhin) ທີ່​ທາງ​ການ​ສ​ະ​ຫະ​ລັດ ວາງ​ມາດ​ຕະ​ການ​ລົງ​ໂທດ
ນັກ​ທຸ​ລະ​ກິດ ຊາວ​ຣັດ​ເຊຍ ເຢບ​ເກນ​ນີ ​ປ​ຣີ​ໂກ​ຊີນ (Yevgeny Prigozhin) ທີ່​ທາງ​ການ​ສ​ະ​ຫະ​ລັດ ວາງ​ມາດ​ຕະ​ການ​ລົງ​ໂທດ

ວໍ​ຊິງ​ຕັນ ໄດ້​ວາງ​ມາດ​ຕະ​ການ​ລົງ​ໂທດ ຕໍ່​ອົງ​ການ​ຕ່າງໆ ແລະ​ພວກ​ຄົນ​ທີ່​ພົວ​ພັນ​ກັບ
ອົງ​ການ​ຄົ້ນ​ຄວ້າດ້ານ​ອິນ​ເຕີ​ເນັດ ແລະ​ຜູ້​ທີ່​ໃຫ້​ເງິນ​ທຶນ ​ແກ່​ອົງ​ການນີ້ ຄື ທ້າວເຢບ​ເກ​ນີ
ປ​ຣີ​ໂກ​ຊີນ ໃນ​ການ​ມີ​ສ່ວນ​ກ່ຽວ​ຂ້ອງ​ກັບ ການ​ແຊກ​ແຊງ​ໃນ​ການ​ເລືອກ​ຕັ້ງ​ຂອງ​
ສະ​ຫະ​ລັດ.

ກະ​ຊວງ​ການ​ເງິນ ໄດ້​ກ່າວ​ຖະ​ແຫລງ​ໃນ​ວັນ​ຈັນ​ວານນີ້ ວ່າ “ໃນ​ການ​ເອົາ​ມາດ​ຕະ​ການ
ຊຸດ​ໃໝ່ ກະ​ຊວງ​ການ​ເງິນ ກຳ​ລັງ​ເພີ້ມ​ຄວາມ​ກົດ​ດັນ ຕໍ່ ທ້າວ ເຢບ​ເກ​ນີ ປ​ຣີ​ໂກ​ຊີນ ໂດຍ
ບໍ່​ພຽງ​ແຕ່​ແຈ້ງ​ໃຫ້​ຊາບເຖິງ ​ການ​ສະ​ໜັບສະ​ໜຸນ​ຂອງ​ຜູ້​ກ່ຽວ​ຕໍ່ ອົງ​ການ​ຄົ້ນ​ຄວ້າ​ດ້ານ​
ອິນ​ເຕີ​ເນັດ ​ທີ່​ມີ​ສ່ວນ​ກ່ຽວ​ຂອງ​ໃນ​ຄວາມ​ພະ​ຍາ​ຍາມແຊກ​ແຊງ​ເຂົ້າ​ໃນການ​ເລືອກ​ຕັ້ງ
ກາງ​ສະ​ໄໝ ປີ 2018 ຂອງ​ສ​ະ​ຫະ​ລັດ ເທົ່າ​ນັ້ນ ແຕ່​ຍັງ​ລະ​ບຸ​ຊັບ​ສິນ​ສ່ວນ​ຕົວ​ຂອງ​ຜູ້​ກ່ຽວ
ທີ່ປະ​ກອບ​ດ້ວຍ ເຮືອ​ບິນ​ອາຍ​ພົ່ນ​ສ່ວນ​ຕົວຈຳ​ນວນ​ນຶ່ງ ແລະ​ເຮືອ​ສຳ​ລານ​ລຳ​ນຶ່ງ.”

ອົງ​ການ​ຄົ້ນ​ຄວ້າ​ດ້ານ​ອິນ​ເຕີ​ເນັດ ມີ​ຫ້ອງ​ການ​ຕັ້ງ​ຢູ່​ໃນ ເສັງ ​ປີ​ເຕີ​ສ​ເບີກ ທີ່​ຮູ້​ຈັກ​ກັນ​ດີ
ຄື ກຸ່ມ​ສ້າງ​ຄວາມ​ຂັດ​ແຍ້ງ​ແລະ​ຄວາມ​ວຸ້ນ​ວາຍ​ທາງ​ອິນ​ເຕີ​ເນັດ ທີ່​ເອີ້ນ​ກັນ​ວ່າ “troll
farm” ຂອງ​ຣັດ​ເຊຍ ໂດຍ​ມີ​ນັກ​ທຸ​ລະ​ກິດຄົນ​ນຶ່ງ ຜູ້ທີ່​ມີ​ເສັ້ນ​ສາຍກັບ​ວັງ​ເຄ​ຣມ​ລິນ ​
ເປັນ​ເຈົ້າ​ຂອງອົງ​ການນີ້ ກໍ​ໄດ້​ຖືກ​ເອີ່ຍ​ເຖິງ​ຊ້ຳ​ແລ້ວ​ຊ້ຳ​ອີກ ໂດຍ​ໄອ​ຍະ​ການ​ພິ​ເສດ
​ສ​ະ​ຫະ​ລັດ ທ່ານ​ໂຣ​ເບີດ ມັນ​ເລີ ໃນ​ການ​ສືບ​ສວນ​ສອບ​ສວນ​ເລື້ອງ​ການ​ແຊກ​ແຊງ​
ໃນ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ໃນ​ປີ 2016 ​ຂອງ​ທ່ານນັ້ນ.

ໃນ​ເດືອນ​ກຸມ​ພາ ​ປີ 2018 ກະ​ຊວງ​ຍຸ​ຕິ​ທຳ ໄດ້​ຟ້ອງ​ ອົງ​ການ​ຄົ້ນ​ຄວ້າ​ດ້ານ​ອິນ​ເຕີ​ເນັດ
ແລະ​ອີກ​ສອງ​ບໍ​ລິ​ສັດ​ທີ່​ຄວບ​ຄຸມ​ໂດຍ ທ້າວ ປ​ຣີ​ໂກ​ຊີນ ຄື​ບໍ​ລິ​ສັດ Concord
Management ແລະ Concord Catering ພ້ອມ​ດ້ວຍ ຜູ້​ກ່ຽວ​ເອງ​ນຳ​ດ້ວຍ ແລະ ​
ຊາວ​ຣັດ​ເຊຍ ອີກ​ຈຳ​ນວນ 15 ຄົນ ໃນ​ຂໍ້​ຫາ​ສໍ້​ໂກງ “ເພື່ອ​ຈຸດ​ປະ​ສົງ​ແຊກ​ແຊງ​ເຂົ້າ​ໃນ​
ການ​ເມືອງ​ ແລະ​ຂະ​ບວນ​ການ​ເລືອກ​ຕັ້ງ ຂອງ​ສະ​ຫະ​ລັດ ລວມ​ທັງ ການ​ເລືອກ​ຕັ້ງ​
ປະ​ທາ​ນາ​ທິ​ບໍ​ດີ ສ​ະ​ຫະ​ລັດ ປີ 2016.”

ທ້າວ ປ​ຣີ​ໂກ​ຊີນ ຜູ້​ທີ່​ໃນ​ບາງ​ຄັ້ງ​ບາງ​ຄາວ ຖືກ​ເອີ້ນ​ວ່າ “ພໍ່​ຄົວ​ຂອງ​ປູ​ຕິນ” ຍ້ອນ
​ທຸ​ລະ​ກິດ​ໃນ​ດ້ານ​ການເຮັດ​ອາ​ຫານ​ສຳ​ລັບ​ງານ​ຕ່າງໆ​ຂອງ​ຜູ້​ກ່ຽວນັ້ນ ກໍ​ຍັງ​ຄວບ​ຄຸມ
​ບໍ​ລິ​ສັດ​ດ້າ​ນ​ການ​ຮັກ​ສາ​ຄວາມ​ປອດ​ໄພ ຊື່​ວ່າ Vagner ຊຶ່ງ​ໄດ້​ສົ່ງ​ພວກທະ​ຫານ​ຮັບ
​ຈ້າງ ໄປ​ຕໍ່​ສູ້​ຢູ່​ໃນ​ປະ​ເທດ​ຢູ​ເຄ​ຣນ ຊີ​ເຣຍ ແລະ​ປະ​ເທດ​ຕ່າງໆ ຢູ່​ໃນ​ທະ​ວີບ​ອາ​ຟ​ຣິ​ກາ.

ໃນ​ປີ 2016 ວໍ​ຊິງ​ຕັນ ໄດ້​ວາງ​ມາດ​ຕະ​ການ​ລົງ​ໂທດ​ຕໍ່ ​ທ້າວ ປ​ຣີ​ໂກ​ຊີນ ໃນ​ການ​ມີ
​ສ່ວນກ່ຽວ​ຂ້ອງ​ກັບ ການ​ສະ​ໜັບ​ສະ​ໜຸນ​ຂອງ​ຜູ້​ກ່ຽວ ໃນ​ເລື້ອງ​ການ​ບຽດ​ຍຶດ​ເອົາ​ແຫຼມ
​ຄ​ຣາຍ​ເມຍ ຂອງ​ຢູ​ເຄ​ຣນ ເມື່ອ​ປີ 2014. ແລະ​ໃນ​ເດືອນ​ມິ​ຖຸ​ນາ ປີ 2017 ກໍ​ໄດ້​ຖືກ
ວາງ​ມາດ​ຕະ​ການ​ລົງ​ໂທດຕໍ່​ບໍ​ລິ​ສັດ ​ Concord Management ອີກ ສຳ​ລັບ​ການ​ພົວ​
ພັນ​ຂອງ​ຕົນ ໃນ​ສົງ​ຄາມທີ່​ໜຸນຫຼັງ​ໂດຍ​ຣັດ​ເຊຍ ຢູ່​ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄ​ຣນ.

ອ່ານ​ຂ່າວນ​ີ້​ຕື່ມ ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG