ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສຫລ ລົງໂທດອີຣ່ານ ເທື່ອທຳອິດ ໃນການລັກພາໂຕ ຊາວອາເມຣິກັນ ທີ່ອາດເສຍຊີວິດໄປແລ້ວ


ຮູບພາບຂອງອົງການສັນຕິບານກາງ (FBI ) ທີ່ສະແດງໃຫ້ເຫັນ ຄວາມເຖົ້າແກ່ລົງ ຂອງທ່ານໂຣເບີດ ລີວິນສັນ (Robert Levinson) ວັນທີ 6 ມີນາ 2012.
ຮູບພາບຂອງອົງການສັນຕິບານກາງ (FBI ) ທີ່ສະແດງໃຫ້ເຫັນ ຄວາມເຖົ້າແກ່ລົງ ຂອງທ່ານໂຣເບີດ ລີວິນສັນ (Robert Levinson) ວັນທີ 6 ມີນາ 2012.

ສະຫະລັດ ໄດ້ເອົາບາດກ້າວຢ່າງເປີດເຜີຍເປັນເທື່ອທຳອິດ ຕໍ່ອີຣ່ານ ກ່ຽວກັບການຫາຍ
ສາບສູນໄປ ຂອງຊາວອາເມຣິກັນ ຢູ່ເກາະແຫ່່ງນຶ່ງຂອງອີຣ່ານໃນປີ 2007 ດ້ວຍການລົງ
ໂທດ ຕໍ່ເຈົ້າໜ້າທີ່ສືບລັບອີຣ່ານສອງຄົນ ທີ່ສະຫະລັດລະບຸວ່າ ເປັນຜູ້ຮັບຜິດຊອບໂດຍ
ກົງໃນການລັກພາໂຕແລະບາງທີການເສຍຊີວິດຂອງທ່ານໂຣເບີດ ລີວິນສັນ (Robert Levinson) ເຈົ້າໜ້າທີ່ຂອງອົງການສັນ ຕິບານກາງ ຫຼື FB ຂອງສະຫະລັດ ທີ່ອອກບໍາ
ນານແລ້ວ.

ຢູ່ໃນຖະແຫຼງການທີ່ອອກໃນວັນຈັນວານນີ້ ກະຊວງການເງິນສະຫະລັດ ໄດ້ລະບຸຊື່ເຈົ້າ
ໜ້າທີ່ສືບອີີຣ່ານສອງຄົນວ່າ ທ້າວໂມຮຳມັດ ບາເຊີຣີ (Mohammed Baseri) ແລະທ້າວ
ອາໝັດ ຄາຊາຍ (Ahmad Khazai) ແລະໄດ້ບັນລະ ຍາຍວ່າ ພວກເຂົາເປັນ “ເຈົ້າໜ້າ
ທີ່ຂັ້ນສູງ” ຂອງກະຊວງສືບລັບ ແລະຄວາມ ປອດໄພ ຂອງອີຣ່ານ (MOIS.)

ເຈົ້າໜ້າທີ່ອະວຸໂສຄົນນຶ່ງ ຂອງສະຫະລັດ ກ່າວຕໍ່ພວກນັກຂ່າວ ໃນກອງປະຊຸມທາງໂທ
ລະສັບວ່າ ທ້າວບາເຊີຣີ ແລະທ້າວຄາຊາຍ ບໍ່ມີທ່າທາງວ່າ ຈະມີບັນຊີ ທະນາຄານຢູ່ໃນສະຫະລັດ ທີ່ພໍຈະຖືກກັກໄວ້.

ແຕ່ເຈົ້າໜ້າທີ່ສະຫະລັດກ່າວວ່າ ເຈົ້າໜ້າທີ່ສືບລັບອີຣ່ານທັງສອງຄົນຈະປະເຊີນໜ້າກັບ
ການຖືກລົງໂທດລະດັບສອງ ຍ້ອນກິດຈະການຂອງພວກເຂົາຢູ່ນອກອີຣ່ານ. ກິດຈະການ
ເຫລົ່ານັ້ນ ຮວມທັງການນຳພາຜູ້ຕາງໜ້າຈາກກະຊວງສືບລັບ ແລະຄວາມປອດໄພໄປຕ່າງ
ປະເທດ ແລະພົບປະກັບພວກເຈົ້າໜ້າທີ່ສືບລັບຈາກ ບັນດາປະເທດອື່ນໆ ອີງຕາມຄຳເວົ້າ
ຂອງເຈົ້າໜ້າທີ່ໄດ້ກ່າວເພີ້ມເຕີມ.

ນອກນັ້ນແລ້ວ ກໍບໍ່ມີການໃຫ້ລາຍລະອຽດຫຍັງຫຼາຍກ່ຽວກັບບຸກຄົນທັງສອງນີ້.

The United States has taken its first public action against Iran for the disappearance of an American on an Iranian island in 2007, sanctioning two Iranian intelligence agents it identified as directly responsible for retired FBI agent Robert Levinson’s abduction and probable death.

In a Monday statement, the U.S. Treasury Department named the sanctioned Iranian agents as Mohammad Baseri and Ahmad Khazai and described them as “high-ranking” officials with Iran’s Ministry of Intelligence and Security (MOIS).

A senior U.S. official told reporters in a conference call it was unlikely that Baseri and Khazai have U.S. bank accounts that would be blocked by the sanctions.

But the U.S. official said the two Iranian agents would face secondary sanctions for their activities outside of Iran. Those activities have included leading MOIS delegations abroad and meeting intelligence officials from other countries, the official added.

Few other details of the two men were provided.

XS
SM
MD
LG