ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າໜ້າທີ່ກວດຄົນເຂົ້າເມືອງ ມີເປົ້າໝາຍທີ່ແຄບລົງ ໃນການພິຈາລະນາ ສຳລັບເນລະເທດ ພວກອົບພະຍົບ


ລັດຖະມົນຕີກະຊວງຮັກສາຄວາມປອດໄພພາຍໃນ ທ່ານອາເລຮານໂດຣ ມາໂຢກາສ ພວມໃຫ້ການຕໍ່ໜ້າຄະນະກຳມະການຮັບຜິດຊອບດດ້ານຄວາມປອດໄພພາຍໃນ ແລະລັດຖະບານຂອງສະພາສູງ, ວັນທີ 21 ກັນຍາ 2021, ຢູ່ໃນລັດຖະສະພາ ຫຼື Capitol Hill.
ລັດຖະມົນຕີກະຊວງຮັກສາຄວາມປອດໄພພາຍໃນ ທ່ານອາເລຮານໂດຣ ມາໂຢກາສ ພວມໃຫ້ການຕໍ່ໜ້າຄະນະກຳມະການຮັບຜິດຊອບດດ້ານຄວາມປອດໄພພາຍໃນ ແລະລັດຖະບານຂອງສະພາສູງ, ວັນທີ 21 ກັນຍາ 2021, ຢູ່ໃນລັດຖະສະພາ ຫຼື Capitol Hill.

ລັດຖະມົນຕີກະຊວງຮັກສາຄວາມປອດໄພພາຍໃນ ທ່ານອາເລຮານໂດຣ ມາໂຢກາສ (Alejandro Mayorkas) ໄດ້ກ່າວໃນວັນພະຫັດວານນີ້ວ່າ ລັດຖະບານ ສະຫະລັດຈະກຳນົດເປົ້າໝາຍໃຫ້ແຄບລົງສຳລັບພວກຄົນເຂົ້າເມືອງຜູ້ທີ່ເຈົ້າໜ້າທີ່ກວດຄົນເຂົ້າເມືອງຈະຈັບກຸມແລະເນລະເທດ ຊຶ່ງເປັນຂີດໝາຍຕ່າງໄປຈາກແນວທາງທີ່ເຄັ່ງຄັດ ຂອງອະດີດປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ອີງຕາມລາຍງານຂອງອົງການຂ່າວຣອຍເຕີສ໌.

ຄຳແນະນຳໃໝ່ ທີ່ໄດ້ນຳອອກເຜີິຍແຜ່ໃນວັນວັນພະຫັດວານນີ້ ອະນຸຍາດໃຫ້ບັນດາເຈົ້າໜ້າທີ່ກວດຄົນເຂົ້າເມືອງ ມີເສລີພາບຫຼາຍຂຶ້ນໃນການຕັດສິນໃຈແຕ່ລະກໍລະນີ. ທ່ານມາໂຢກາສ ໄດ້ກ່າວວ່າ ໂດຍການເພັ່ງເລັງສະເພາະພວກຜູ້ທີ່ອາດເປັນໄພຂົ່ມຂູ່ຕໍ່ຄວາມໝັ້ນຄົງແຫ່ງຊາດ ຫຼືຕໍ່ຄວາມປອດໄພຂອງມະຫາຊົນ ລວມທັງພວກຄົນຂ້າມຊາຍແດນເຂົ້າມາເມື່ອບໍ່ດົນມານີ້.

ພວກອົບພະຍົບຜູ້ທີ່ໄດ້ເຂົ້າມາຢູ່ໃນສະຫະລັດເປັນເວລາຍາວນານແລ້ວນັ້ນ ທີ່ເປັນຜູ້ເຖົ້າຫຼືເດັກນ້ອຍ ຫຼືສະມາຊິກຄອບຄົວຂອງເຂົາເຈົ້າ ອາດຈະໄດ້ຮັບຜົນກະທົບໃນທາງລົບຈາກການເນລະເທດ ອາດຈະພົ້ນຈາກຂໍ້ແນະນຳໃໝ່ດັ່ງກ່າວ ອີງຕາມບົດບັນທຶກທີ່ໄດ້ແຈ້ງໃຫ້ຊາບໃນວັນພະຫັດວານນີ້. ປັດໄຈອື່ນໆໃນການຫລຸດຢ່ອນຜ່ອນໂທດ ທີ່ອາດໄດ້ຮັບການພິຈາລະນາ ຖ້າວ່າພວກອົບພະຍົບຫຼືສະມາຊິກໃນຄອບຄົວທີ່ມີສາຍເລືອດດຽວກັນ ກັບຜູ້ທີ່ໄດ້ເຂົ້າເປັນທະຫານ ໃນກອງທັບ ຫຼື ຜູ້ທີ່ຕົກເປັນເຫຍື່ອຂອງອາຊະຍາກຳ ໃນບັນດາຕົວຢ່າງອື່ນໆນັ້ນ ຊຶ່ງບົດບັນທຶກນີ້ ໄດ້ຖືກສົ່ງໄປຍັງອົງການກວດຄົນເຂົ້າເມືອງແລະພາສີຂອງສະຫະລັດ ຫຼື ICE ແລະອົງການພາສີແລະປ້ອງກັນຊາຍແດນສະຫະລັດ ຫຼື CBP ໄດ້ກ່າວໄປ. ຄໍາແນະນໍາໃໝ່ນີ້ ມີຜົນບັງຄັບໃຊ້ພາຍໃນ 60 ວັນ.

ອົບພະຍົບຈາກປະເທດເຮຕີ, ຜູ້ທີ່ໄດ້ກັບຄືນໄປຊາຍແດນເມັກຊິໂກເພື່ອຫຼີກລ່ຽງການຖືກເນລະເທດ, ລຽນແຖວເພື່ອຮັບເອົາອາຫານເຊົ້າຢູ່ທີ່ບ່ອນພັກອາໄສຈັດຕັ້ງຂຶ້ນໂດຍສະຖາບັນອົບພະຍົບແຫ່ງຊາດຕັ້ງຢູ່ໃນເມືອງ Ciudad Acuna, ວັນທີ 25 ກັນຍາ 2021.
ອົບພະຍົບຈາກປະເທດເຮຕີ, ຜູ້ທີ່ໄດ້ກັບຄືນໄປຊາຍແດນເມັກຊິໂກເພື່ອຫຼີກລ່ຽງການຖືກເນລະເທດ, ລຽນແຖວເພື່ອຮັບເອົາອາຫານເຊົ້າຢູ່ທີ່ບ່ອນພັກອາໄສຈັດຕັ້ງຂຶ້ນໂດຍສະຖາບັນອົບພະຍົບແຫ່ງຊາດຕັ້ງຢູ່ໃນເມືອງ Ciudad Acuna, ວັນທີ 25 ກັນຍາ 2021.

ປະທານາທິບໍດີໂຈ ໄບເດັນ ທີ່ສັງກັດພັກເດໂມແຄຣັດ ໄດ້ປະຕິຍານວ່າ ຈະມີແນວທາງທີ່ມີມະນຸດສະທຳຕໍ່ຄົນເຂົ້າເມືອງຫຼາຍກວ່າທີ່ທ່ານທຣຳ ຜູ້ນຳຄົນກ່ອນສັງກັດພັກຣີພັບບລີກັນ. ພາຍໃຕ້ການນຳພາຂອງທ່ານທຣຳ ບັນດາເຈົ້າໜ້າທີ່ ອົງການ ICE ໄດ້ຖືກບອກວ່າ ບໍ່ມີອົບພະຍົບຄົນໃດຈະໄດ້ຮັບການຍົກເວັ້ນຈາກການບັງຄັບໃຊ້ກົດໝາຍຄົນເຂົ້າເມືອງ ລວມທັງ ພວກຜູ້ກະທຳຜິດຂັ້ນຕ່ຳແລະພວກທີ່ບໍ່ແມ່ນອາຊະຍາກອນ ພ້ອມດ້ວຍພວກຄົນຜູ້ທີ່ອາໄສຢູ່ໃນສະຫະລັດເປັນເວລາຫຼາຍປີ.

ບົດບັນທຶກຍັງໄດ້ກ່າວອີກວ່າ “ກະປະມານໄດ້ວ່າ ຫຼາຍກວ່າ 11 ລ້ານຄົນອາໄສຢູ່ໃນສະຫະລັດ ທີ່ບໍ່ມີເອກະສານຖືກຕ້ອງ ຫຼືບໍ່ມີສັນຊາດທີ່ອາດຈະຖືກເນລະເທດໄດ້ນັ້ນ” ທີ່ລວມມີທັງ ນາຍຄູ ຊາວກະສິກອນ ແລະພວກຄົນທີ່ເຮັດວຽກຢູ່ແຖວໜ້າໃນການຕໍ່ສູ້ກັບໂຣກລະບາດໂຄວິດ-19. ບົດບັນທຶກກ່າວຕື່ມວ່າ “ພວກເຮົາບໍ່ມີບຸກຄະລາກອນພຽງພໍທີ່ຈະທໍາການຈັບກຸມແລະຫາທາງທີ່ຈະເນລະເທດໝົດທຸກຄົນ.”

ຄຳແນະນຳໃໝ່ດັ່ງກ່າວ ບໍ່ໄດ້ລວມເອົາແຕ່ລະປະເພດຂອງຄົນເຂົ້າເມືອງ. ຫາກແຕ່ພວກເຂົ້າແນະນຳບັນດາເຈົ້າໜ້າທີ່ ໃຫ້ພິຈາລະນາສະຖານະການໂດຍລວມເປັນວິທີທາງເພື່ອຈັດລຳດັບບູລິມະສິດສຳລັບຊັບພະຍາກອນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG